ກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນລາວ ຝຶກຊ້ອມເພື່ອກະກຽມເຂົ້າຮ່ວມພິທີສວນສະໜາມ

ກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນລາວ ຝຶກຊ້ອມເພື່ອກະກຽມເຂົ້າຮ່ວມພິທີສວນສະໜາມ

ກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນລາວ ຝຶກຊ້ອມເພື່ອກະກຽມເຂົ້າຮ່ວມພິທີສວນສະໜາມ
ໃນວັນທີ 26 ເມສາ ຜ່ານມານີ້, ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ນຳພາກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ ຝຶກຊ້ອມການເດີນສວນສະໜາມ ຢູ່ສະຖານທີ່ພັກເຊົາ ສຣັດເຊຍ ເພື່ອເຮັດໃຫ້ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ

 

ມີຄວາມເຂັ້ມແຂງທາງດ້ານຈັງຫວະເຕັກນິກເດີນສວນສະໜາມ ທັງເປັນການຝຶກກຳລັງແຮງກາຍ, ແຮງໃຈ, ເຮັດໃຫ້ກ້ອນກຳລັງກອງທັບປະຊາຊົນລາວ ຮັບປະກັນຄວາມພ້ອມໃນການເຂົ້າຮ່ວມສວນສະໜາມ ເນື່ອງໃນວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ທີ່ນະຄອນຫຼວງມົດສະກູ ສຣັດເຊຍ ໃຫ້ມີຄຸນນະພາບ ແລະ ໄດ້ຮັບໝາກຜົນສູງ.

ໃນວັນທີ 27 ເມສາ ນີ້,ກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມຫັດແອບປະສານກັບກ້ອນກຳລັງຂອງບັນດາປະເທດທີ່ເຂົ້າຮ່ວມ ເປັນຄັ້ງທຳອິດ ຢູ່ທີ່ສະໜາມຫັດແອບ"ອາລາບິນໂນ" ເພື່ອກະກຽມ ແລະ ຮັບປະກັນ ໃຫ້ການເຂົ້າຮ່ວມພິທີສວນສະໜາມດັ່ງກ່າວ.

(ຂ່າວ: ກອງທັບ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດສັດ ວັງຕັດມາຍນິງກຣຸບ ຈຳກັດ ມອບຄອມພິວເຕີ ໃຫ້ອົງການປົກຄອງແຂວງເຊກອງ

ບໍລິສັດສັດ ວັງຕັດມາຍນິງກຣຸບ ຈຳກັດ ມອບຄອມພິວເຕີ ໃຫ້ອົງການປົກຄອງແຂວງເຊກອງ

ບໍລິສັດ ວັງຕັດມາຍນິງກຣຸບ ຈຳກັດ ໄດ້ນໍາເອົາຄອມຟິວເຕີ້ ແລະ ປິນເຕີ້ ຈໍານວນ 16 ຊຸດ ລວມມູນຄ່າ 208 ລ້ານກີບ ມອບໃຫ້ອົງການປົກຄອງແຂວງເຊກອງ ເພື່ອນໍາໄປມອບຕໍ່ໃຫ້ 16 ຕາແສງໃນທົ່ວແຂວງ ນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕ່າງໆ ຂອງຕົນ.
ຜົນສໍາເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຜົນສໍາເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ V

ທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນຂັ້ນແຂວງ ຫົວໜ້າກອງເລຂານຸການ ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາປະຊາຊົນຂັ້ນແຂວງຄໍາມ່ວນ ຊຸດທີ V ໄດ້ຕາງໜ້າຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຖະແຫຼງຂ່າວ ມາຍັງບັນດາທ່ານ ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້-ນັກສຶກສາ, ປັນຍາຊົນ, ກໍາມະກອນ-ກະສິກອນ ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວ ບັນດາເຜົ່າ ໃນທົ່ວແຂວງຄຳມ່ວນ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຊາບທົ່ວເຖິງກັນ ໃນຕອນເຊົ້າຂອງວັນທີ 4 ພຶດສະພານີ້
ມົນລະພິດໝອກຄວັນເກີດຂຶ້ນຈາກການເຜົາສິ່ງເສດເຫຼືອກະສິກໍາ

ມົນລະພິດໝອກຄວັນເກີດຂຶ້ນຈາກການເຜົາສິ່ງເສດເຫຼືອກະສິກໍາ

ສາເຫດຕົ້ນຕໍທີ່ມົນລະພິດໝອກຄວັນເກີດຂຶ້ນແມ່ນເກີດຈາກການເຜົາສິ່ງເສດເຫຼືອຈາກກະສິກໍາ ເຮັດໃຫ້ເກີດມີຈຸດຄວາມຮ້ອນສູງ ຈັດຢູ່ໃນລະດັບອັນຕະລາຍລະດັບທີ 3, ລະດັບຮຸນແຮງສຸດ, ຕໍ່ກັບສະພາບການດັ່ງ ກ່າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຖືເອົາວຽກງານແກ້ໄຂມົນລະພິດ ໝອກຄວັນ ເປັນວຽກງານບຸລິມະສິດໜຶ່ງ ແລະ ໄດ້ເອົາໃຈໃສ່ແກ້ໄຂ.
ສະຫະພັນກຳມະບານ ອົງການໄອຍະການປະຊາຊົນສູງສຸດ ສ້າງຂະບວນການອະນາໄມລວມ

ສະຫະພັນກຳມະບານ ອົງການໄອຍະການປະຊາຊົນສູງສຸດ ສ້າງຂະບວນການອະນາໄມລວມ

ສະຫະພັນກຳມະບານ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສ້າງຂະບວນການອານະໄມລວມພາຍໃນສຳນັກງານຂອງຕົນ ເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886-1 ພຶດສະພາ 2026) ຂຶ້ນໃນວັນທີ 30 ເມສາ 2026,
ເຜີຍແຜ່ນິຕິກຳ ແລະ ປຶ້ມຄູ່ມືການພົບປະປະຊາຊົນໃຫ້ ສສຊ ແລະ ສສຂ 9 ເຂດເລືອກຕັ້ງ

ເຜີຍແຜ່ນິຕິກຳ ແລະ ປຶ້ມຄູ່ມືການພົບປະປະຊາຊົນໃຫ້ ສສຊ ແລະ ສສຂ 9 ເຂດເລືອກຕັ້ງ

ກອງປະຊຸມເຜີຍແຜ່ນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ ແລະ ປຶ້ມຄູ່ມືການພົບປະປະຊາຊົນຂອງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ໃຫ້ສະມາຊິກ ສສຊ ແລະ ສສຂ ພາກກາງ ແລະ ພາກໃຕ້ ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພານີ້ ທີ່ສະໂມສອນໂຮງຮຽນການເມືອງ -ການປົກຄອງ ແຂວງຄໍາມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກຫົວໜ້າຫ້ອງວ່າການສະພາແຫ່ງຊາດ,ເຂົ້າຮ່ວມມີ ບັນດາທ່ານຮອງປະທານ ສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຈາກ 9 ເຂດເລືອກຕັ້ງຄື: ແຂວງ ວຽງຈັນ, ບໍລິຄໍາໄຊ, ໄຊສົມບູນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ແລະ ແຂວງຄໍາມ່ວນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ເລຂາພັກແຂວງຄໍາມ່ວນ ຕ້ອນຮັບຫົວໜ້າຫ້ອງວ່າການສະພາແຫ່ງຊາດ

ເລຂາພັກແຂວງຄໍາມ່ວນ ຕ້ອນຮັບຫົວໜ້າຫ້ອງວ່າການສະພາແຫ່ງຊາດ

ວັນທີ 4 ພຶດສະພາ ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຕ້ອນຮັບ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກຫົວໜ້າຫ້ອງວ່າການສະພາແຫ່ງຊາດ ພ້ອມຄະນະ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ.
ປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ

ປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ

ພິທີປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 24 ເມສາຜ່ານມາ ທີ່ເດີ່ນໂຮງຮຽນ ມັດທະຍົມສົມບູນບ້ານທອງໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາຂັ້ນແຂວງ, ເມືອງ, ການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ 9 ບ້ານເຂົ້າຮ່ວມ.
ຄໍາມ່ວນ ເກັບກ່ຽວພຶດສໍາຮອງລະດູແລ້ງໄດ້ແລ້ວ 64.21%

ຄໍາມ່ວນ ເກັບກ່ຽວພຶດສໍາຮອງລະດູແລ້ງໄດ້ແລ້ວ 64.21%

ໃນລະດູການປູກພືດລະດູແລ້ງສົກປີ 2025-2026ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ ຄາດຄະເນຜົນຜະລິດ 17,034 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ. ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ນິທັດສະການຮູບວາດວິຊາການການບິນ

ນິທັດສະການຮູບວາດວິຊາການການບິນ

ສະມາຄົມການບິນ ແລະ ອາວະກາດຈີນໄດ້ຈັດນິທັດສະການຮູບວາດວິຊາການການບິນຂຶ້ນໃນວັນທີ 25 ເມສາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍມີທ່ານ ກົວເວີຍ ຜູ້ອຳນວຍການສູນສົ່ງເສີມ ແລະ ນໍາໃຊເຕັກໂນໂລຊີການຜະລິດຂັ້ນສູງສະມາຄົມການບິນ ແລະ ອາວະກາດຈີນ ແລະ ທ່ານ ທົງນະສັກ ດວງດາລາ ຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ, ມີບັນດານັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ, ພາຍໃນງານໄດ້ມີການສາຍວີດີໂອປະຫວັດຄວາມເປັນມາຂອງສະມາຄົມການບິນ ແລະ ອາວະກາດຈີນ ແລະ ທ່ຽວຊົມຮູບວາດວິຊາການການບິນ.
ຄອສພ ປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III

ຄອສພ ປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III ສຳລັບ ສະມາຊິກພັກ-ພະນັກງານ ຄອສພ ຈໍານວນ 39 ສະຫາຍ, ໃນວັນທີ 24 ເມສານີ້ ທີ່ສະໂມສອນຂອງ ຄອສພ. ເປັນກຽດເຂົ້າຮ່ວມໃນພິທີມີ ສະຫາຍ ສາຄອນ ພົມມະລາດ ກໍາມະການພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກ-ພະນັກງານ ຄອສພ.
ເພີ່ມເຕີມ