ກວດກາເນື້ອໃນຮອບດ້ານຮ່າງກົດໝາຍສັງຄົມສົງເຄາະ

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍສັງຄົມສົງເຄາະ

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍສັງຄົມສົງເຄາະ
ກອງປະຊຸມກວດກາເນື້ອໃນຮອບດ້ານຕໍ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ (ສ້າງໃໝ່) ໄດ້ຈັດຂຶ້ນໃນວັນທີ 30 ເມສາ ຜ່ານມາ ທີ່ແຂວງວຽງຈັນໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ(ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງ

 

ແລະ ອົງການທີ່ກ່ຽວຂ້ອງ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ.

ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີໂດຍຫຍໍ້ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນຂອງການສ້າງກົດໝາຍວ່າດ້ວຍສັງຄົມສົງເຄາະ ໂດຍໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ການໃຫ້ການຊ່ວຍເຫຼືອ, ການບໍລິການທາງດ້ານວັດຖຸ, ຈິດໃຈ ແລະ ການພັດທະນາ ຕໍ່ປະຊາຊົນກຸ່ມເປົ້າໝາຍສັງຄົມສົງເຄາະ ຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການໃນການດໍາລົງຊີວິດທີ່ຈຳເປັນຂັ້ນພື້ນຖານ;ກົນໄກການປະສານງານ, ຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນ ລວມທັງການມີສ່ວນຮ່ວມຂອງສັງຄົມໃນວຽກສັງຄົມສົງເຄາະ ຍັງຈຳກັດ, ບໍ່ລວມສູນ ເຮັດໃຫ້ການຕິດຕາມ-ຄຸ້ມຄອງການຊ່ວຍເຫຼືອສັງຄົມສົງເຄາະ ຍັງບໍ່ເປັນລະບົບ.ພ້ອມກັນນັ້ນ, ການຊ່ວຍເຫຼືອ, ການບໍລິການຕ່າງໆຕໍ່ປະຊາຊົນກຸ່ມເປົ້າໝາຍ ຍັງແມ່ນລັກສະນະໃຫ້ການຊ່ວຍເຫຼືອບັນເທົາທຸກສຸກເສີນເທົ່ານັ້ນ ສ່ວນດ້ານການບໍລິການ ແລະ ການພັດທະນາເປົ້າໝາຍດ້ວຍການໃຫ້ຄໍາປຶກສາ, ຄໍາແນະນໍາທັກສະການດຳລົງຊີວິດ ໃນເວລາທີ່ມີການປະເຊີນກັບບັນຫາຕ່າງໆທີ່ເກີດຂຶ້ນ ແມ່ນຍັງເຮັດໄດ້ໜ້ອຍ ອັນເນື່ອງຈາກນັກວິຊາການ ລວມທັງຄວາມເຂົ້າໃຈຂອງສັງຄົມ ແລະ ການສະໜອງງົບປະມານເຂົ້າໃສ່ວຽກສັງຄົມສົງເຄາະຍັງຈຳກັດ.

ພ້ອມນີ້, ທ່ານ ນາງ ແກ້ວ ຈັນທະວິໄຊ ຍັງໃຫ້ຮູ້ອີກວ່າ: ຫາກກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ມີເຄື່ອງມືການຄຸ້ມຄອງວຽກສັງຄົມສົງເຄາະ ທີ່ມີຜົນບັງຄັບໃຊ້ທົ່ວໄປຢ່າງໜັກແໜ້ນ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກສັງຄົມສົງເຄາະຢູ່ພາຍໃນ ແລະ ສອດຄ່ອງກັບມາດຕະຖານຂອງພາກພື້ນ ແລະ ສາກົນ; ບັນດາອົງການຈັດຕັ້ງລັດ, ອົງການປົກຄອງທ້ອງຖິ່ນ, ພາກສ່ວນທີ່ເຄື່ອນໄຫວວຽກງານສັງຄົມສົງເຄາະ, ກຸ່ມເປົ້າໝາຍສັງຄົມສົງເຄາະ ມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມໃນວຽກນີ້ຫຼາຍຂຶ້ນ; ການຈັດສັນງົບປະມານທີ່ເປັນໝາກຜົນຂອງການພັດທະນາເຂົ້າໃນວຽກງານສັງຄົມສົງເຄາະ ເປັນລະບົບກວ່າເກົ່າ ຊຶ່ງຈະເຮັດໃຫ້ກຸ່ມເປົ້າໝາຍໄດ້ຮັບການພັດທະນາຢ່າງເປັນລະບົບ ແລະ ມີຄວາມຍືນຍົງ ທັງສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນ ຕໍ່ລະບົບປົກປ້ອງສັງຄົມ ກໍຄືວຽກງານສັງຄົມສົງເຄາະ, ການຮຽນ-ການສອນໃນການສ້າງນັກສັງຄົມສົງເຄາະ ດີຂຶ້ນ.

ບັນດາຜູ້ເຂົ້າຮ່ວມໄດ້ເປັນເຈົ້າການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕໍ່ບັນດາເນື້ອໃນຮ່າງກົດໝາຍສະບັບນີ້້ຢ່າງມີຈຸດສຸມ, ມີລັກສະນະຫຼັກການ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ແລະ ມີຄໍາເຫັນລົງເລິກແຕ່ລະພາກ,ໝວດ, ມາດຕາ; ໃນນັ້ນ, ມີຫຼາຍເນື້ອໃນຂອງຫຼາຍມາດຕາ ໄດ້ຮັບການປັບປຸງໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ຊັດເຈນກວ່າເກົ່າ.

(ຂ່າວ-ພາບ: ກຸກກິກ ບຸດດາໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຄະນະບໍລິຫານງານພັກແຂວງຈຳປາສັກ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະ​ຮ່ວມ​ມື​ກັນເພື່ອສ້າງກົນໄກທາງດ້ານນິຕິກຳສຳລັບການຮ່ວມມື, ຍົກສູງປະສິດທິຜົນການຈັດຕັ້ງປະຕິບັດໜ້າວຽກ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຂັ້ນຮາກຖານ ຜ່ານການສຶກສາອົບຮົມດ້ານການເມືອງ-ແນວຄິດ, ການປູກຈິດສຳນຶກຮັກຊາດ, ຮັກອາຊີບ, ຮັກສາສິ່ງແວດລ້ອມ ແລະ ຂະຫຍາຍການຈັດຕັ້ງຊາວໜຸ່ມເຂົ້າສູ່ຂະແໜງການຜະລິດ, ໂຮງຈັກ, ໂຮງງານ ແລະ ເຂດເສດຖະກິດ.
ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

​ ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງຈັນທະບູລີ ເອົາໃຈໃສ່ຈັດສັນລະບຽບການສັນຈອນໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2026 ໂດຍໄດ້ຮັບການຮ່ວມມືເປັນຢ່າງດີຈາກປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ພ້ອມທັງວາງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ 49 ສະຫາຍ ປະຈຳການຢູ່ 15 ຈຸດ ພາຍໃນ ແລະ 2 ປ້ອມພາຍນອກເຂດຮັບຜິດຊອບ ເພື່ອອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຄວາມແອອັດ.
ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

​ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ລະດົມກຳລັງພົນລົງປະຈຳການຢ່າງເຕັມທີ່ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ໃຫ້ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ.
ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນນັບແຕ່ວັນທີ 25 ຕຸລາ ມາຮອດວັນທີ 27 ຕຸລານີ້, ໄດ້ມີພິທີແຂ່ງຂັນຊ່ວງເຮືອ ປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນເຮືອ 30 ສີພາຍ ແລະ ເຮືອ 12 ສີພາ ມີທັງໝົດ 18 ລໍາ ຊຶ່ງການແຂ່ງ ຂັນຊ່ວງເຮືອ ແມ່ນໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ. ປີນີ້ເຫັນໄດ້ວ່າມີມວນຊົນທຸກສາລະທິດ ພ້ອມພາກັນຫຼັ່ງໄຫຼເຂົ້າມາທ່ຽວງານບຸນ, ມາຊົມ-ເຊຍ ການແຂ່ງຂັນຊ່ວງເຮືອເປັນຈໍານວນຫຼວງຫຼາຍ, ເຖິງອາກາດຈະຮ້ອນເອົ້າ ແຕ່ກໍບໍ່ເປັນອຸປະສັກ, ຖ້າໃຈມັກແລ້ວ, ບາງຄົນກໍພາກັນມາເປັນຄອບຄົວ, ໝູ່ຄູ່, ຄູ່ຮັກ ແລະ ອື່ນໆ ເພື່ອມາເຊຍໃຫ້ກໍາລັງໃຈອ້າຍນ້ອງສີພາຍ ຊຶ່ງເປັນການສ້າງສີສັນ, ສຽງຫົວ, ສຽງເຊຍດັງກ້ອງຢູ່ແຄມນໍ້າຂອງທ່າວັດຈັນ ແຫ່ງນີ້ຢ່າງໜ້າປະທັບໃຈ ແລະ ຄຶກຄື້ນ. ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ, ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ.
ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ແລະ ວຽນທຽນບູຊາພະທາດຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ເດີ່ນດ້ານໜ້າພະເຈົ້າໄຊຍະເສດຖາທິຣາດ ພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ. ໂດຍມີພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ເຈົ້າອະທິ ການວັດສີສະເກດ ພ້ອມດ້ວຍພະອາຈານໃຫຍ່ ອິນຊູນ ຮອງປະທານຄະນະປະຈຳສະມາຄົມພຸດທະສາສະໜາແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ເຈົ້າອາວາດວັດຫົງຟ້າ, ພະເຖ ລານຸເຖລະ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ມີການນຳພັກ-ລັດ, ການນຳນະຄອນຫຼວງ, ຄອບຄົວການນຳ ແລະ ພຸດທະສາສະນິກະຊົນຈຳນວນຫຼາຍເຂົ້າຮ່ວມ.
ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ພິທີເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ (ນວ) ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລານີ້ ທີ່ໜ້ານໍ້າທ່າວັດຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທະນົງໄຊ ຄຸດໄພທູນ ປະທານສະພາປະຊາຊົນ ນວ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກ ຄອງ ນວ, ທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກ ນວ ເລຂາຄະນະພັກເມືອງຈັນທະບູລີ, ມີບັນດາທ່ານການນໍາພັກ-ລັດ, ຂັ້ນ ນວ ແລະ ເມືອງຈັນທະບູລີ, ບັນດາອະດີດການນໍາພັກ-ລັດ, ບັນດາຫົວໜ່ວຍທຸລະກິດ, ນັກສີພາຍ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ, ແຂກຖືກເຊີນເຂົ້າຮ່ວມ.
ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ), ທາງຄະນະຮັບຜິດຊອບຈັດງານບຸນເມືອງຈັນທະບູລີ ໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ ສະແດງອອກທາງເຂົ້າ-ອອກສະດວກ ເຖິງແມ່ນວ່າຈະມີຜູ້ຄົນແໜ້ນໜາກໍຕາມ, ແຕ່ກໍໄດ້ຈັດສັນບ່ອນຫຼິ້ນສໍາລັບເດັກນ້ອຍ, ຮ້ານຂາຍເສື້ອຜ້າ, ຮ້ານຂາຍເຂົ້າຫຼາມ-ປີ້ງໄກ່, ເຄື່ອງດື່ມປະເພດອື່ນໆ ລວມທັງສະຖານທີ່ຝາກລົດໄວ້ຄອຍບໍລິ ການແຂກທີ່ມາທ່ອງທ່ຽວໃນງານບຸນໃຫ້ມີຄວາມສະດວກສະບາຍ, ສ່ວນພາຍໃນວັດອິນແປງ, ອົງຕື້, ຫາຍໂສກ, ຊຽງຍືນ, ມີໄຊ, ວັດຈັນ ກໍໄດ້ມີພິທີກໍາທາງສາສະໜາເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ດ້ານໜ້າ ບໍລິເວນວັດ ພໍ່ຄ້າ-ແມ່ຄ້າໄດ້ນໍາເອົາດອກໄມ້, ທູບທຽນ, ຂັນໝາກເບັງມາວາງຂາຍເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ ໄດ້ຊື້ນໍາໄປສັກກາລະບູຊາພະພຸດທະຮູບ.
ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ບັນຍາກາດການຄ້າຂາຍໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈໍາປີ 2026 ມີຄວາມຄຶກຄື້ນ, ຊາວຄ້າຂາຍຕ່າງກໍມີຄວາມຍິ້ມແຍ້ມແຈ່ມໃສ ແລະ ຂາຍດີໃນງານບຸນປີນີ້ ໂດຍມີມວນຊົນ ແລະ ນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຫຼວງຫຼາຍ. ພໍ່ຄ້າແມ່ຄ້າທີ່ມາຕັ້ງຮ້ານຂາຍເຄື່ອງຕ່າງກໍເວົ້າເປັນສຽງດຽວກັນວ່າ ການຄ້າຂາຍໃນປີນີ້ແມ່ນດີກວ່າເກົ່າ.
ເພີ່ມເຕີມ