ກຊສ ສຸມໃສ່ປະຕິບັດບັນດາໜ້າວຽກ ທີ່ກໍານົດໃນມະຕິເລກທີ 14/ລບ

ກຊສ ສຸມໃສ່ປະຕິບັດບັນດາໜ້າວຽກ ທີ່ກໍານົດໃນມະຕິເລກທີ 14/ລບ
ບົດສະຫຼຸບການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຊສ) ໄດ້ເປີດເຜີຍວ່າ: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ສຸມໃສ່ປະຕິບັດບັນດາໜ້າວຽກ ທີ່ກໍານົດໃນມະຕິ ສະບັບເລກທີ 14/ລບ, ລົງວັນທີ 18/12/2022 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບໃຫ້ບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 26/ຄບສພ, ລົງວັນທີ 3/8/2017 ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່.
ປີ 2023 ຜ່ານມາ, ກຊສ ໄດ້ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍຫຼາຍສະບັບເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງທີ່ດິນ ຊຶ່ງໄດ້ສໍາເລັດການສ້າງນິຕິກຳດ້ານກົດໝາຍໃໝ່ ຈໍານວນ 3 ສະບັບຄື: (1) ດໍາລັດ ວ່າດ້ວຍຄອນໂດມີນຽມ ສະບັບ ເລກທີ 352/ສພ, ລົງວັນທີ 14/11/2023; (2) ຄໍາແນະນໍາຂອງລັດຖະມົນຕີ ວ່າດ້ວຍການປະເມີນ ທີ່ດິນ ສະບັບເລກທີ 0040/ກຊສ, ລົງວັນທີ 12/1/2023; (3) ຂໍ້ຕົກລົງວ່າດ້ວຍການຫັນປ່ຽນປະເພດທີ່ດິນ ສະບັບເລກທີ 3806/ກຊສ, ລົງວັນທີ 29/12/ 2023; ກໍາລັງສ້າງ ແລະ ປັບປຸງນິຕິກຳຈໍານວນ 9 ສະບັບ ຄື: (1) ຄູ່ມືແນະນໍາການສໍາຫຼວດວັດແທກ ແລະ ສ້າງແຜນທີ່ດິນ ສໍາເລັດ 90%); (2) ຄູ່ມືແນະນໍາການສ້າງແຜນຈັດສັນທີ່ດິນ ຂັ້ນເມືອງ (ສໍາເລັດ 80%); (3) ຮ່າງປັບປຸງຄໍາແນະນໍາວ່າດ້ວຍການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນ (ສະເໜີມີທ່ານ ລັດຖະມົນຕີ ພິຈາລະນາລົງລາຍເຊັນ). (4) ຮ່າງດໍາລັດວ່າດ້ວຍການຈັດສັນທີ່ດິນປຸກສ້າງຂອງລັດ ເພື່ອເປັນບ່ອນຢູ່ອາໄສ ແລະ ຊື້-ຂາຍ ທີ່ດິນຈັດສັນຂອງລັດ ແບບມີກໍານົດ (ກຽມສົ່ງທາບທາມຢູ່ຂັ້ນທ້ອງຖິ່ນ). (5) ຮ່າງຂໍ້ຕົກລົງວ່າດ້ວຍເງື່ອນໄຂການຮັບຮູ້ສິດນໍາໃຊ້ທີ່ດິນຂອງປະຊາຊົນ ທີ່ອາໄສ ແລະ ທໍາການຜະລິດ ຢູ່ໃນເຂດທີ່ດິນປ່າໄມ້; (6) ຮ່າງຂໍ້ຕົກລົງວ່າດ້ວຍ ການກຳນົດເນື້ອໃນແບບພິມໃບຢັ້ງຢືນການນໍາໃຊ້ທີ່ດິນຢູ່ໃນເຂດທີ່ດິນປ່າໄມ້ (ສຳເລັດໂດຍພື້ນຖານ); (7) ຂໍ້ຕົກລົງ ວ່າດ້ວຍລະບົບຂໍ້ມູນຂ່າວສານທີ່ດິນ (ກໍາລັງປັບປຸງຕາມຄໍາເຫັນ ຈາກການທາບທາມແຜນການ ຊສ ທົ່ວປະເທດ); (8) ຮ່າງປັບປຸງແຈ້ງການກ່ຽວກັບການອອກສໍາເນົາໃບຕາດິນຄືນໃໝ່ ເພື່ອທົດແທນໃບຕາດິນທີ່ຖືກເສຍຫາຍ ຫຼື ຖືກທໍາລາຍ ແລະ (9) ຮ່າງຄໍາແນະນໍາວ່າດ້ວຍການຊໍາລະເງິນຊື້-ຂາຍສິດນໍາໃຊ້ທີ່ດິນ ຜ່ານລະບົບທະນາຄານ (ສໍາເລັດໂດຍພື້ນຖານ);ພ້ອມນີ້, ກໍໄດ້ມອບໂອນວຽກງານຂຶ້ນທະບຽນອອກໃບຕາດິນ ໃຫ້ແກ່ຫ້ອງການ ຊສ (ໂດຍຜົນຂະຫຍາຍມາດຕາ 101 ຂອງກົດໝາຍວ່າດ້ວຍທີ່ດິນ) ທັງໝົດ 69 ເມືອງ, ຂອງ 12 ແຂວງ, ເທົ່າກັບ 47% ຂອງຈໍານວນເມືອງທັງໝົດ (ຍັງ 6 ແຂວງ ຄື ໄຊສົມບູນ, ສະຫວັນນະເຂດ, ບໍ່ແກ້ວ, ຫຼວງນໍ້າທາ, ໄຊຍະບູລີ ແລະ ຜົ້ງສາລີ); ໄດ້ມອບວຽກຈົດທະບຽນການເຄື່ອນໄຫວ ແລະ ປ່ຽນແປງສິດນໍາໃຊ້ທີ່ດິນ (ໂດຍຜັນຂະຫຍາຍມາດຕາ 104 ແລະ 105 ຂອງກົດໝາຍວ່າດ້ວຍທີ່ດິນ) ຈໍານວນ 50 ເມືອງ, ຂອງ 8 ແຂວງ, ເທົ່າກັບ 34% ຂອງຈໍານວນເມືອງທັງໝົດ (ຍັງ 10 ແຂວງ ຄື ນະຄອນຫຼວງວຽງຈັນ, ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ບໍລິຄໍາໄຊ, ສະຫວັນນະເຂດ ແລະ ເຊກອງ); ໄດ້ດໍາເນີນວຽກງານການຄຸ້ມຄອງທີ່ດິນຫັນເປັນທັນສະໄໝ ໂດຍໄດ້ສ້າງຍຸດທະສາດການຫັນເປັນບ້ານທັນສະໄໝ, ປະກອບເປັນສະພາບລະບົບຄຸ້ມຄອງຖານຂໍ້ມູນທີ່ດິນ ແລະ ຄາດຄະເນແຜນການລົງທຶນ ການປັບປຸງຫັນເປັນທັນສະໄໝ, ໄດ້ປັບປຸງ ແລະ ສ້າງລະບົບໂຄງລ່າງພື້ນຖານຂອງ ICT (Server and Network) ເພື່ອຄຸ້ມຄອງຂໍ້ມູນທີ່ດິນ (LandDatabase), ລະບົບຄຸ້ມຄອງບໍລິຫານຈັດການວຽກງານທີ່ດິນ (Management and service) ແລະ ສໍາເລັດການສ້າງລະບົບເຄືອຂ່າຍສະຖານນີອ້າງອີງແບບຕໍ່ເນື່ອງ (CORS) ໃນຂອບເຂດທົ່ວປະເທດ ຊຶ່ງປັດຈຸບັນກໍໄດ້ມີການຮ່ວມມືກັບບໍລິສັດເອກະຊົນພາຍໃນ ເພື່ອສືບຕໍ່ພັດທະນາ ແລະ ຄຸ້ມຄອງລະບົບທະບຽນທີ່ດິນ (ລາວແລນເລັກ) ໂດຍໄດ້ແກ້ໄຂ, ສ້ອມແປງ ແລະ ກູ້ລະບົບຂໍ້ມູນຢຸດສະງັກ ແລະ ບໍ່ສາມາດດໍາເນີນວຽກງານບໍລິການທີ່ດິນ ພ້ອມທັງໄດ້ປະສານສົມທົບກັບກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງການເງິນ, ສູນສະຖິຕິແຫ່ງຊາດ ແລະ ທະນາຄານແຫ່ງ ສປປ ລາວ. 
ນອກນີ້, ຍັງໄດ້ສຸມໃສພັດທະນາ API (Application Programming Interface) ເພື່ອເຊື່ອມຕໍ່ຂໍ້ມູນທີ່ດິນ ໃນກະຊວງການເງິນເພື່ອເກັບຄ່າທໍານຽມ ແລະ ຄ່າບໍລິການໃນການຄຸ້ມຄອງນໍາໃຊ້ດິນ ແລະ ລາຍຮັບຈາກທີ່ດິນອື່ນໆ ຊຶ່ງໄດ້ເຮັດທົດລອງຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ.
 (ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ