ລະດູຮ້ອນ ປີ 2025 ເປັນລະດູຮ້ອນທີ່ຮ້ອນທີ່ສຸດໃນສະຖິຕິຂອງອັງກິດ

ລະດູຮ້ອນ ປີ 2025 ເປັນລະດູຮ້ອນທີ່ຮ້ອນທີ່ສຸດໃນສະຖິຕິຂອງອັງກິດ

ລະດູຮ້ອນ ປີ 2025 ເປັນລະດູຮ້ອນທີ່ຮ້ອນທີ່ສຸດໃນສະຖິຕິຂອງອັງກິດ
ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກັນຍາ ຜ່ານມາວ່າ: ສະຖິຕິຊົ່ວຄາວຈາກຫ້ອງການອຸຕຸນິຍົມວິທະຍາຂອງອັງກິດຢືນຢັນວ່າ, ລະດູຮ້ອນຂອງປີ 2025 ເປັນລະດູຮ້ອນທີ່ອົບອຸ່ນຫຼາຍທີ່ສຸດໃນສະຖິຕິຂອງອັງກິດ. ໂດຍອຸນຫະພູມ​ສະ​ເລ່ຍ​ລະຫວ່າງ​ວັນ​ທີ 1 ມິຖຸນາ​ ຫາ ​ວັນ​ທີ 31 ສິງຫາ ຜ່ານມາ ຢູ່ທີ່ 16.10 ອົງສາ, ສູງ​ກວ່າຄ່າສະເລ່ຍທາງອຸຕຸນິຍົມວິທະຍາໄລຍະຍາວ 1.51 ອົງສາ​ເຊ ແລະ ສູງກວ່າສະຖິຕິໃນປີ 2018 ຊຶ່ງຢູ່ທີ່ 15,76 ອົງສາ.

 

ທ່ານ ເອມິລີ ຄາຣໄລ ນັກວິທະຍາສາດຈາກຫ້ອງການອຸຕຸນິຍົມວິທະຍາຂອງອັງກິດ ໄດ້ອະທິບາຍວ່າ: ອຸນຫະ ພູມດັ່ງກ່າວແມ່ນເປັນຜົນມາຈາກຫຼາຍປັດໃຈລວມກັນ, ປະກອບດ້ວຍອິດທິພົນຂອງລະບົບຄວາມກົດດັນອາກາດສູງ, ທະເລທີ່ອຸ່ນຜິດປົກກະຕິໃນທົ່ວປະເທດ ແລະ ດິນແຫ້ງໃນລະດູໃບໄມ້ປົ່ງ ຊຶ່ງເງື່ອນໄຂເຫຼົ່ານີ້ໄດ້ສ້າງສະພາບແວດລ້ອມທີ່ຄວາມຮ້ອນສະສົມຢ່າງໄວວາ ແລະ ຍັງຄົງຢູ່, ໂດຍມີທັງອຸນຫະພູມສູງສຸດ ແລະ ຕໍ່າສຸດ ສູງກວ່າຄ່າສະເລ່ຍຢ່າງຫຼວງຫຼາຍ.

ນອກຈາກນັ້ນ, ລະດູຮ້ອນທີ່ຮ້ອນທີ່ສຸດ 5 ອັນດັບ ໃນປະຫວັດສາດໄດ້ເກີດຂຶ້ນນັບຕັ້ງແຕ່ປີ 2000 ຊຶ່ງເປັນສັນຍານທີ່ຊັດເຈນຂອງພາວະໂລກຮ້ອນ.

ທັງນີ້, ນັກວິທະຍາສາດດ້ານສະພາບອາກາດຂອງຫ້ອງການດັ່ງກ່າວ ກ່າວວ່າ: ຫາກບໍ່ມີການປ່ອຍອາຍແກ໊ສເຮືອນແກ້ວທີ່ເກີດຈາກມະນຸດ, ລະດູຮ້ອນທີ່ຮ້ອນລະດັບປີ 2025 ຈະເກີດຂຶ້ນພຽງຄັ້ງດຽວໃນຮອບປະມານ 340 ປີ. ແຕ່ ພາຍໃຕ້ເງື່ອນໄຂໃນປັດຈຸບັນ, ຄວາມຮ້ອນທີ່ຮຸນແຮງດັ່ງກ່າວມີທ່າອ່ຽງທີ່ຈະເກີດຂຶ້ນປະມານໜຶ່ງຄັ້ງໃນທຸກໆ 5 ປີ ຊຶ່ງມີໂອກາດເກີດຂຶ້ນໄດ້ຫຼາຍກວ່າໃນສະພາບອາກາດຕາມທຳມະຊາດ ປະມານ 70 ເທົ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

ຜົນກຳໄລການຜະລິດຂອງຍີ່ປຸ່ນ ຫຼຸດລົງ 11.5% ໃນໄຕມາດທີ 2 ຂອງປີ 2025

ຜົນກຳໄລການຜະລິດຂອງຍີ່ປຸ່ນ ຫຼຸດລົງ 11.5% ໃນໄຕມາດທີ 2 ຂອງປີ 2025

ຂ່າວຕ່າງປະເທດລາຍງານວ່າ: ກະຊວງ​ການ​ເງິນ​ຍີ່ປຸ່ນ​ ໄດ້ເປີດເຜີຍ​ໃນ​ວັນ​ທີ 1 ກັນຍາ ຜ່ານມາວ່າ, ຜົນ​ກຳ​ໄລ​ກ່ອນ​ການ​ເສຍ​ພາສີ​ຂອງ​ບັນດາ​ບໍລິສັດ​ໃນຂະແໜງການຜະລິດ​ຂອງ​ຍີ່ປຸ່ນ​ໄດ້​ຫຼຸດ​ລົງ 11.5% ໃນໄຕມາດທີ 2 ຂອງປີ 2025 (ເດືອນເມສາ - ມິຖຸນາ) ​ເມື່ອ​ທຽບ​ໃສ່​ປີຜ່ານມາ ຢູ່ທີ່ 11.27 ພັນ​ຕື້​ເຢນ (76.5 ຕື້​ໂດ​ລາ​). ໂດຍກຸ່ມຜູ້ຜະລິດລົດໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການທີ່ລັດຖະບານ ທ່ານ ໂດໂນ ທຣໍາ ເພີ່ມອັດຕາພາສີນໍາເຂົ້າລົດ ເປັນ 27.5% ໃນເດືອນເມສາ ຜ່ານມາ.
ມາເລເຊຍ ອະນຸມັດໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ 13 ໂຄງການ

ມາເລເຊຍ ອະນຸມັດໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ 13 ໂຄງການ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງ​ການ​ຫັນ​ປ່ຽນ​ພະລັງງານ​ ແລະ​ ຄຸ້ມ​ຄອງ​ນ້ຳ​ຂອງ​ມາ​ເລ​ເຊຍ​ ປະກາດ​ໃນ​ວັນ​ທີ 2 ກັນຍາ​ ຜ່ານມາ​ວ່າ, ລັດຖະບານ​ມາ​ເລ​ເຊຍ​ໄດ້​ອະນຸມັດ​ໂຄງການ​​ພະລັງງານ​ແສງຕາ​ເວັນຂະໜາດ​ໃຫຍ່ 13 ​ໂຄງການ​ທີ່​ມີ​ກຳລັງ​ການ​ຜະລິດ​ໄຟຟ້າ​ທັງ​ໝົດ 1.975 ​ເມ​ກາ​ວັດ.
ອິນໂດເນເຊຍ ວາງເປົ້າໝາຍເພີ່ມລາຍຮັບຂອງລັດໂດຍບໍ່ຂຶ້ນພາສີໃໝ່

ອິນໂດເນເຊຍ ວາງເປົ້າໝາຍເພີ່ມລາຍຮັບຂອງລັດໂດຍບໍ່ຂຶ້ນພາສີໃໝ່

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 2 ກັນຍາ ຜ່ານມາ, ທ່ານ ສຣີ ມຸລຍານີ ອິນທຣາວາຕີ ລັດຖະມົນຕີກະຊວງການເງິນອິນໂດເນເຊຍ ເປີດເຜີຍວ່າ, ອິນໂດເນເຊຍ ມີແຜນຈະເພີ່ມລາຍຮັບຂອງລັດໃນປີໜ້າ ໂດຍບໍ່ມີການຂຶ້ນອັດຕາພາສີ ຫຼື ອັດຕາພາສີໃໝ່.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ລະ​ຫວ່າງ SCO ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ພາກ​ພື້ນ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ລະ​ຫວ່າງ SCO ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ພາກ​ພື້ນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ກັນຍາ ຜ່ານມາວ່າ: ຫວຽດນາມ ສະໜັບສະໜູນເພີ່ມທະວີການຮ່ວມມືລະຫວ່າງ SCO ກັບບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ. ໂດຍທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກໃນບົດກ່າວປາໄສເມື່ອຕອນບ່າຍຂອງວັນທີ 1 ກັນຍາ ຜ່ານມາ ໃນກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ (SCO) ເປີດກວ້າງ ທີ່ດຳເນີນຢູ່ນະຄອນທຽນສິນ ສປ ຈີນ. ໃນບົດກ່າວຄຳປາໄສ ທ່ານ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ຕີລາຄາສູງບົດບາດ ແລະ ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ SCO ກັບບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ພິເສດແມ່ນກັບ ອາຊຽນ ເພື່ອແນໃສ່ປັບປຸງບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງສ້າງພາກພື້ນພວມໄດ້ຮັບການກຳນົດທິດ.
ຈີນ​ ຈັດ​ພິ​ທີ​ສວນ​ສະ​ໜາມ ເພື່ອ​ລະ​ນຶກ​ໄຊ​ຊະ​ນະ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້​ານ​​ຟາດຊິດ ຄົບ​ຮອບ 80 ປີ​

ຈີນ​ ຈັດ​ພິ​ທີ​ສວນ​ສະ​ໜາມ ເພື່ອ​ລະ​ນຶກ​ໄຊ​ຊະ​ນະ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້​ານ​​ຟາດຊິດ ຄົບ​ຮອບ 80 ປີ​

ຂ່າວສານຊີອາໄອລາຍງານວ່າ: ໃນ​ເວ​ລາ 9:00 ໂມງ​ຂອງ ​ວັນ​ທີ 3 ກັນ​ຍາ​​ນີ້, ພິ​ທີ​ລະ​ນຶກໄຊ​ຊະ​ນະ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້​ານກາ​ນ​ຮຸກ​ຮານ​ຂອງຟາດຊິດ ​ແລະ ​ສົງ​ຄາມ​ຕໍ່​ຕ້ານ​ຟາດ​ຊິດ​ໂລກ ​ຄົບ​ຮອບ 80 ປີ ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່ຢູ່​ສະ​ໜາມ​ຫຼວງ​ທຽນ​ອ່ານ​ເມີນ ນະ​ຄອນ​ຫຼວງ​ປັກ​ກິ່ງ ສປ ຈີນ, ໃນ​ພິ​ທີ​ດັ່ງ​ກ່າວ ​ໄດ້​ມີການສວນ​ສະ​ໜາມ​ຢ່າງຍິ່ງໃຫຍ່. ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ ​ພ້ອມ​ທັງ​ກວດ​​ແຖວ​ທະ​ຫານ.
ນູແວນເຊລັງ ຈະອະນຸຍາດໃຫ້ນັກລົງທຶນຕ່າງປະເທດຊື້ເຮືອນໃນປະເທດ

ນູແວນເຊລັງ ຈະອະນຸຍາດໃຫ້ນັກລົງທຶນຕ່າງປະເທດຊື້ເຮືອນໃນປະເທດ

ຂ່າວຕ່າງປະເທດລາຍງານ​ໃນ​ວັນ​ທີ 1 ກັນຍາ ຜ່ານມານີ້​ວ່າ: ​ທ່ານ ຄຣິສໂຕເຟີ ລັກຊອນ ນາຍົກລັດຖະມົນຕີນູແວນເຊລັງ ກ່າວວ່າ, ນູແວນເຊລັງ ຈະອະນຸຍາດໃຫ້ນັກລົງທຶນຕ່າງປະເທດທີ່ຮັ່ງມີຈຳນວນໜຶ່ງ ຊຶ່ງຖືວີຊາຢູ່ອາໄສ ສາມາດຊື້ ຫຼື ປຸກເຮືອນໄດ້ ຕາບໃດທີ່ເຮືອນເຫຼົ່ານັ້ນມີມູນຄ່າຢ່າງໜ້ອຍ 5 ລ້ານໂດລານິວຊີແລນ (ນູແວນເຊລັງ).
ແຜ່ນດິນໄຫວໃນອັຟການິສຖານ ມີຜູ້ເສຍຊີວິດ 812 ຄົນ ແລະ ບາດເຈັບຈຳນວນຫຼາຍ

ແຜ່ນດິນໄຫວໃນອັຟການິສຖານ ມີຜູ້ເສຍຊີວິດ 812 ຄົນ ແລະ ບາດເຈັບຈຳນວນຫຼາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ທ່ານ ຊາບິຮຸລເລາະ ມູຈາຮິດ ໂຄສົກລັດຖະບານຮັກສາການຂອງອັຟການິສຖານລາຍງານວ່າ, ຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນພາກຕາເວັນອອກຂອງອັຟການິສຖານໄດ້ເພີ່ມຂຶ້ນເປັນ 812 ຄົນ ແລະ ບາດເຈັບຫຼາຍກວ່າ 2,817 ຄົນ.
ທະນາຄານໂລກອະນຸມັດເງິນກູ້ 105 ລ້ານໂດລາ ພັດທະນາການສຶກສາໃນກຳປູເຈຍ

ທະນາຄານໂລກອະນຸມັດເງິນກູ້ 105 ລ້ານໂດລາ ພັດທະນາການສຶກສາໃນກຳປູເຈຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ກັນຍາ ຜ່ານມາວ່າ: ທະນາຄານ​ໂລກ​ (World Bank) ໄດ້​ອະນຸມັດ​ເງິນ​ກູ້ ແລະ ເງິນຊ່ວຍເຫຼືອມູນຄ່າທັງໝົດ 105 ລ້ານ​ໂດ​ລາ ​ເພື່ອ​ສະໜັບສະໜູນ​ໂຄງການ​ພັດທະນາ​ການ​ສຶກສາ​ຢູ່​ກຳປູ​ເຈຍ ຊຶ່ງຄາດ​ວ່າ​ຈະ​ຊ່ວຍ​ເຫຼືອ​ເດັກນ້ອຍ​ໄດ້ 1,7 ລ້ານ​ກວ່າຄົນ.
ຍີ່ປຸ່ນ ຈະເພີ່ມລາຄາສິນຄ້າ 1,400 ກວ່າລາຍການ ໃນເດືອນກັນຍານີ້

ຍີ່ປຸ່ນ ຈະເພີ່ມລາຄາສິນຄ້າ 1,400 ກວ່າລາຍການ ໃນເດືອນກັນຍານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ກັນຍາ ຜ່ານມາວ່າ: ຜູ້ຜະລິດອາຫານຍີ່ປຸ່ນຍັງສືບຕໍ່ຂຶ້ນລາຄາສິນຄ້າ ເພື່ອຮັບມືກັບຄ່າໃຊ້ຈ່າຍທີ່ເພີ່ມສູງຂຶ້ນ. ໂດຍລາຍການສິນຄ້າທີ່ຄາດວ່າຈະມີລາຄາເພີ່ມຂຶ້ນໃນເດືອນກັນຍານີ້ ມີຈຳນວນເພີ່ມຂຶ້ນເມື່ອທຽບກັບໄລຍະດຽວກັນຂອງປີກາຍ ແລະ ຖືວ່າເປັນການເພີ່ມຂຶ້ນຕິດຕໍ່ກັນເປັນເດືອນທີ 9.
ເພີ່ມເຕີມ