ໄລຍະບຸນປີໃໝ່ ຕະຫຼາດລາວ ພ້ອມສະໜອງ ແລະ ຄວບຄຸມລາຄາສິນຄ້າ ຢ່າງເຄັ່ງຄັດ 

ໄລຍະບຸນປີໃໝ່ ຕະຫຼາດລາວ ພ້ອມສະໜອງ ແລະ ຄວບຄຸມລາຄາສິນຄ້າ ຢ່າງເຄັ່ງຄັດ 
ໃນໄລຍະສະເຫຼີມສະຫລອງປີໃໝ່ລາວ ປີນີ້, ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ໄດ້ກຽມຄວາມພ້ອມ ຮອບດ້ານເພື່ອສະໜອງສິນຄ້າ ປະເພດຕ່າງໆ ໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ ຢູ່ນະຄອນຫຼວງວຽງຈັນ, ພ້ອມທັງວາງມາດຕະການຢ່າງເຂັ້ມງວດ ເພື່ອຄວບຄຸມລາຄາສິນຄ້າ ຢູ່ພາຍໃນຕະຫຼາດ ເພື່ອບໍ່ໃຫ້ຊາວຄ້າຂາຍ ສວຍໂອກາດ ຂຶ້ນລາຄາສິນຄ້າ ຕາມລໍາພັງໃຈ ແລະ ອື່ນໆ.
ທ່ານ ສົມຫວັງ ໄຊສົມພູ ຫົວໜ້າຈັດສັນ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ໃຫ້ສຳພາດໃນວັນທີ 9 ເມສາ  ນີ້ວ່າ: ໃນໄລຍະສະເຫຼິມສະຫຼອງປີໃໝ່ລາວ 2024 ນີ້, ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ກຽມຄວາມພ້ອມຮອບດ້ານ ເພື່ອສະໜອງສິນຄ້າປະເພດຕ່າງໆ ໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ, ພ້ອມທັງວາງມາດຕະການຢ່າງເຄັ່ງຄັດ ເພື່ອຄວບຄຸມລາຄາສິນຄ້າ ໂດຍຈະຈັດຕັ້ງທີມງານລົງໄປກວດກາລາຄາສິນຄ້າ, ກວດກາຕາຊັ່ງ ແລະ ວາງຊິງກາງ ທັງໝົດ 6 ຈຸດ, ພ້ອມທັງໃຫ້ຊາວຄ້າຂາຍ ຕິດປ້າຍລາຄາ ສິນຄ້າຕ່າງໆຢ່າງຊັດເຈນ ເພື່ອບໍ່ໃຫ້ເອົາລັດເອົາປຽບຜູ້ບໍລິໂພກ, ທັງເປັນການຢັ້ງຢືນໃຫ້ຜູ້ບໍລິໂພກ ມີຄວາມໝັ້ນໃຈທີ່ຈະຊື້ສິນຄ້າປະເພດຕ່າງໆໄດ້ຕາມໃຈມັກ. 
ຫົວໜ້າຈັດສັນຕະຫຼາດ ກ່າວອີກວ່າ: ຖ້າຫາກຊາວຄ້າຂາຍຜູ້ໃດລະເມີດຕໍ່ລະບຽບການ ຂອງຕະຫຼາດວາງອອກ ເປັນຕົ້ນ ສວຍໂອກາດຂຶ້ນລາຄາສິນຄ້າ, ປັບຕາຊິງ ແລະ ອື່ນໆ ຈະຖືກດຳເນີນຄະດີຕາມລະບຽບ ທີ່ວາງໄວ້ ຢ່າງເຄັ່ງຄັດ ຄື: ຖ້າກະທຳຜິດເທື່ອທຳອິດ ຈະອອກໃບແຈ້ງເຕືອນເຖິງຮ້ານ, ເທື່ອທີ່ສອງ ຈະເຮັດບົດບັນທຶກ ແລະ ກະທຳຜິດ ເທື່ອທີສາມ ຈະໃຫ້ຢຸດເຊົາກິດຈະການຊົ່ວຄາວ ແລະ ປັບໃໝ ຕາມລະບຽບການ.
ສຳລັບ ສິນຄ້າທີ່ນຳມາວາງຂາຍ ຢູ່ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ແມ່ນໄດ້ມາຈາກຫຼາຍແຫ່ງ ເປັນຕົ້ນ ພືດຜັກຕ່າງໆ ໄດ້ຈາກສະຫະກອນບ້ານທ່າຊ້າງ, ບ້ານທົ່ງມັ່ງ, ຈາກເມືອງກາສີ ແຂວງວຽງຈັນ ແລະ ແຂວງຊຽງຂວາງ ຈຳນວນໜຶ່ງ ຊຶ່ງນຳເຂົ້າມາຂາຍໃນຕະຫຼາດ 6-7 ພັນກິໂລຕໍ່ມື້. ສ່ວນຊີ້ນໝູພັນ ພໍ່ຄ້າ-ຊາວຂາຍ ນຳມາວາງຂາຍ 2 ພັນກວ່າກິໂລຕໍ່ມື້, ໝູລາດ 15 ໂຕຕໍ່ມື້, ຊີ້ນງົວ-ຄວາຍ 600 ກິໂລ, ນອກນີ້ ຍັງມີເປັດ-ໄກ່, ປາ, ອາຫານທະເລ ແລະ ໝາກໄມ້. ໃນນັ້ນ, ລາຄາ ຊີ້ນໜູພັນ 78 ພັນກີບຕໍ່ກິໂລ, ໜູລາດ 80 ພັນກີບຕໍ່ກິໂລ, ຊີ້ນງົວ-ຄວາຍ 130.000 ກີບຕໍ່ກິໂລ, ເປັດ-ໄກລາດ 120.000 ກີບຕໍ່ກິໂລ ແລະ ປານິນ 45 ພັນກີບຕໍ່ກິໂລ.
ຂ່າວ: ທະນູທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດ ສີພອນ ມາເກັດຕິ່ງ ຈຳກັດຜູ້ດຽວໄດ້ມອບເງິນຈຳນວນ100,000,000ກີບ ແລະ ຈັດກິດຈະກຳອື່ນໆໃນງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງປະ​ຈຳ​ປີ 2026 ລວມທັງໝົດ180,240,000ກີບ.
ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລະຫວ່າງ ແຂວງອັດຕະປື ແລະ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານ​ມາ ທີ່ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຜູ້ແທນຈາກທັງສອງແຂວງເຂົ້າຮ່ວມ.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ເປີດ​ຂຶ້ນ, ໃນວັນທີ 24 ພະຈິກຜ່ານ​ມາ ທີ່ ສ​ພ​ຂ ອັດ​ຕະ​ປື, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17, ບັນດາສະມາສິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ອັດຕະປື ເລັ່ງກວດກາໂຄງການສຳປະທານທີ່ດິນ ແກ້ໄຂບັນຫາບຸກລຸກປ່າໄມ້

ອັດຕະປື ເລັ່ງກວດກາໂຄງການສຳປະທານທີ່ດິນ ແກ້ໄຂບັນຫາບຸກລຸກປ່າໄມ້

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V, ໃນ​ວັນ​ທີ 24 ພະ​ຈິກ​ຜ່ານ​ມາ, ທ່ານ ກົງໃຈ ສິດາວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດ​ຕະ​ປື ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາປະ​ຊາ​ຊົນ​ແຂວງ ກ່ຽວກັບການຄຸ້ມຄອງທີ່ດິນເຊົ່າ-ສຳປະທານທີ່​ດິນຂອງລັດ, ການແກ້ໄຂບັນຫາບຸກລຸກປ່າໄມ້ ລວມທັງການຄຸ້ມຄອງການຂຸດຄົ້ນ ແລະ ທ້ອນໂຮມໄມ້ໃນເຂດໂຄງ ການຟື້ນຟູປ່າໄມ້ ແລະ ແລວສາຍສົ່ງໄຟຟ້າແຮງສູງ.
ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ

ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ

ພິທີ ມອບ-ຮັບ ອຸປະກອນໄອທີຈາກຄະນະຈັດຕັ້ງສູນກາງພັກ ໃຫ້ແກ່ຄະນະກຳມະການປົກຄອງ 44 ຕາແສງ ຂອງ​ແຂວງ​ຄຳ​ມ່ວນລວມມູນຄ່າກວ່າ 44 ລ້ານກີບ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ແຂວງ, ໃຫ້ກຽດມອບໂດຍ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ພ້ອມຄະນະ ແລະ ປະທານຕາແສງພາຍໃນແຂວງເຂົ້າຮ່ວມ.
ສ​ພ​ຂ ອຸ​ດົມ​ໄຊດຳ​ເນີນກອງປະຊຸມສະໄໝສາມັນ ເທື່ອທີ 2

ສ​ພ​ຂ ອຸ​ດົມ​ໄຊດຳ​ເນີນກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອຸດົມໄຊ ຊຸດທີ V ໄດ້ເປີດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ພາຍໃຕ້ການເປັນປະທານ ທ່ານ ບຸນຄົງ ຫຼ້າຈຽມພອນ ເລ​ຂາ​ພັກ​ແຂວງປະທານສະພາປະຊາຊົນແຂວງອຸດົມໄຊ, ມີການນຳແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 4, ສະມາຊິກສະພາປະຊາຊົນແຂວງ ແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະ​ຫາຍພົນ​ເອກວິ​ໂລຫຼ້າ​ຄຳ​ຟອງຕິດຕາມການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ XII ຂອງພັກ ຢູ່ແຂວງຄຳມ່ວນ

ສະ​ຫາຍພົນ​ເອກວິ​ໂລຫຼ້າ​ຄຳ​ຟອງຕິດຕາມການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ XII ຂອງພັກ ຢູ່ແຂວງຄຳມ່ວນ

ໃນວັນທີ 24 ພະຈິກ 2026 ສະຫາຍ ​ພົນ​ເອກວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ລົງຕິດຕາມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ກໍຄືຜົນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ປະຈໍາປີ 2026 ຂອງແຂວງຄໍາມ່ວນ.
ໜ່ວຍສິລະກອງພົນທີ 4 ຝຶກຊ້ອມການສະແດງ ກຽມຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ໜ່ວຍສິລະກອງພົນທີ 4 ຝຶກຊ້ອມການສະແດງ ກຽມຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ວັນທີ 20 ພະຈິກຜ່ານມາ, ໜ່ວຍສິລະປະສະໝັກຫຼິ້ນ ກອງພົນທີ 4 ໄດ້ເລີ່ມຕົ້ນຝຶກຊ້ອມການສະແດງ ເພື່ອກຽມສະແດງຮັບໃຊ້ໃນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 78 ປີ ທີ່ຈະມາເຖິງນີ້, ໂດຍການຊີ້ນໍາຂອງສະຫາຍ ພັນໂທ ສຸລິກອນ ໄກຍະສອນ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ

ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ

ພິທີເປີດນຳໃຊ້ເສັ້ນທາງເບຕົງເສີມເຫຼັກຕົວແບບຊາວໜຸ່ມ ຢູ່ເຂດຊາຍແດນລະຫວ່າງ ບ້ານໂພສີ ແລະ ບ້ານມີໄຊ ຕາແສງໄຊຈະເລີນ ເມືອງປາກຊັນ ແຂວງບໍລິຄຳໄຊ ໄລຍະທີ 1 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ມີທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຂັ້ນແຂວງ, ຂັ້ນເມືອງ, ປະຊາຊົນພາຍໃນ 2 ບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ເພີ່ມເຕີມ