ໄລຍະສະຫຼອງປີໃໝ່ລາວທົ່ວແຂວງ​ອັດຕະປື​ ມີອຸບັດຕິເຫດເກີດຂຶ້ນ 17 ລາຍ,​ ເສຍຊີວິດ 1ຄົນ

ໄລຍະສະຫຼອງປີໃໝ່ລາວທົ່ວແຂວງ​ອັດຕະປື​ ມີອຸບັດຕິເຫດເກີດຂຶ້ນ 17 ລາຍ,​ ເສຍຊີວິດ 1ຄົນ

ໄລຍະສະຫຼອງປີໃໝ່ລາວທົ່ວແຂວງ​ອັດຕະປື​ ມີອຸບັດຕິເຫດເກີດຂຶ້ນ 17 ລາຍ,​ ເສຍຊີວິດ 1ຄົນ
ທ່ານ ຮທ ວິລະສອນ ສີສະແຫວງສຸກ ຮອງກອງຄະດີອຸບັດຕິເຫດແຂວງອັດຕະປື ໃຫ້ຮູ້ວ່າ: ໄລຍະບຸນປີໃໝ່ລາວແຕ່ວັນທີ 11-17 ເມສາ 2025 ທົ່ວແຂວງ ອັດຕະປື ມີອຸບັດເຫດເກີດຂຶ້ນທັງໝົດ 17 ລາຍ, ທຽບໃສ່ປີ 2024 ຜ່ານມາ ອຸບັດຕິເຫດເພີ່ມຂຶ້ນ 4 ລາຍ.

ໃນນີ້, ຄົນໄດ້ຮັບບາດເຈັບ 27 ຄົນ, ບາດເຈັບເລັກນ້ອຍ 14 ຄົນ, ບາດເຈັບສົມຄວນ 10 ຄົນ, ສາຫັດ 2 ຄົນ ແລະ ເສຍຊີວິດ 1 ຄົນ, ພ້ອມນັ້ນ ຍັງມີພາຫະນະເປ້ເພທັງໜົດ 29 ຄັນ, ເປ້ເພເລັກນ້ອຍ 16 ຄັນ, ສົມຄວນ 13 ຄັນ, ພາຫະນະເກີດຮ່ວມກັນມີລົດຈັກຕໍາລົດຈັກມີ 7 ລາຍ, ລົດໃຫ່ຍຕໍາລົດຈັກ 4 ລາຍ, ລົດໃຫ່ຍເສຍຫຼັກກາຍໂຄ້ງ 1 ລາຍ, ລົດໃຫ່ຍຕໍາລົດໃຫ່ຍ 1 ລາຍ, ລົດຈັກກັບສັດ 1 ລາຍ, ລົດຈັກຕໍາເສົາໄຟຟ້າ 1 ລາຍ, ລົດຈັກລົ້ມເອງ 2 ລາຍ. ໃນນີ້, ເກີດອຸບັດຕິເຫດຫຼາຍກວ່າໜູ່ແມ່ນເມືອງສາມັກຄີໄຊ ມີ 5 ລາຍ ເສຍຊີວິດ 1 ຄົນ ຍີງ 1 ຄົນ, ເມືອງໄຊເສດຖາ 4 ລາຍ, ເມືອງສະໝາມໄຊ 4 ລາຍ, ເມືອງຊານໄຊ 3 ລາຍ, ເມືອງພູວົງ 1 ລາຍ. ສາເຫດທີ່ພາໃຫ້ເກີດອຸບັດຕິເຫດແມ່ນ: ບໍ່ປ່ອຍສິດ 4 ລາຍ, ເມົາແລ້ວຂັບຂີ່10 ລາຍ ບໍ່ປະຕິບັດກົດລະບຽບ 3 ລາຍ, ລວມມູນຄ່າເສຍຫາຍທັງໝົດ 125 ລ້ານກີບ.

(ຂ່າວ: ວັດທະນາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານ ແຂວງຫຼວງພະບາງ ສະຫຼຸບວຽກງານຮອບດ້ານປະຈຳປີ 2025

ກອງບັນຊາການທະຫານ ແຂວງຫຼວງພະບາງ ສະຫຼຸບວຽກງານຮອບດ້ານປະຈຳປີ 2025

ກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ມັງກອນຜ່ານມານີ້, ໂດຍເປັນປະທານຂອງສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີ ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ຄໍາມ່ວນ ຊຸກຍູ້ວຽກງານເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງໄຊບົວທອງ

ຄໍາມ່ວນ ຊຸກຍູ້ວຽກງານເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງໄຊບົວທອງ

ຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງຄໍາມ່ວນ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V, ໂດຍມີທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການ ຕ່າງປະເທດ ກຳມະການອະນຸກຳມະການເລືອກຕັ້ງລະດັບຊາດ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ການເລືອກຕັ້ງຢູ່ເມືອງໄຊບົວທອງ ໃນວັນທີ 14 ມັງກອນ 2026ນີ້.
ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ລົງເບິ່ງພະພຸດທະຮູບທີ່ຄົ້ນພົບຢູ່ບ້ານເວີນຂາວ

ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ລົງເບິ່ງພະພຸດທະຮູບທີ່ຄົ້ນພົບຢູ່ບ້ານເວີນຂາວ

ວັນທີ 13 ມັງກອນຜ່ານມານີ້, ທ່ານ ອາລຸນໄຊ​ ສູນນະລາດ​ ກຳມະການ​ສູນກາງ​ພັກ​ ເລຂາຄະນະບໍລິຫານ​ງານ​ພັກ​ແຂວງຈໍາປາສັກ​ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີທໍາບຸນໃສ່ບາດໃນໂອກາດເມືອງໂຂງ ຈັດງານບຸນຕົ້ນໄມ້ມະນີໂຄດ ປະຈໍາປີ​ 2026​ ຂຶ້ນຢູ່ບໍລິເວນຫໍປະດິດສະຖານຕົ້ນໄມ້ມະນີໂຄດ ສະຖານທີ່ແຫຼ່ງທ່ອງທ່ຽວ ນໍ້າຕົກຕາດຄອນພະເພັງ ພາຍຫຼັງສຳເລັດພິທີກໍໄດ້ເດີນທາງມາເບິ່ງພະພຸດທະຮູບທີ່ຖືກຄົ້ນພົບໃນວັນທີ 11 ມັງກອນທີ່ຜ່ານມານີ້ ທີ່ບ້ານເວີນຂາວ ກຸ່ມຫາດຊາຍຄູນ.
5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນທ້າຍປີ 2025 ແລະ ທິດທາງແຜນການ ໃນ 6 ເດືອນຕົ້ນປີ 2026 ວ່າ: ໃນໄລຍະ 6 ເດືອນທ້າຍປີ 2025 ທີ່ຜ່ານມາ
ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈໍາປີ 2026 ຈັດຂຶ້ນໃນວັນທີ 14 ມັງກອນນີ້ ທີ່ ທຫລ ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ປະທານສະພາບໍລິຫານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາຮອງປະທານສະພາບໍລິຫານ ທຫລ, ບັນດາກຳມະການສະພາບໍລິຫານ, ຮອງຜູ້ວ່າການ ທຫລ ເຂົ້າຮ່ວມ.
ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ກອງປະຊຸມປຶກສາຫາລື ຄົ້ນຄວ້າ ແລະ ປະກາດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານພົບປະແລກ ປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນລະຫວ່າງລາວ-ຫວຽດນາມ-ຈີນ ຄັ້ງທີ I ປະຈຳປີ 2026 ຈັດຂຶ້ນວັນທີ 13 ມັງກອນຜ່ານມາ ທີ່ຫ້ອງປະຊຸມກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຕາງໜ້າ 4 ກົມໃຫຍ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຂອງຊາດ ໂດຍມີບັນດາທ່ານຮອງຫົວຫນ້າຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ມີບັນດາຫົວຫນ້າ ຮອງຫົວຫນ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ເມື່ອບໍ່ດົນຜ່ານມານີ້, ຢູ່ຫ້ອງປະຊຸມຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດພິທີມອບເງິນຜົນງານຄຸ້ມຄອງປ່າໄມ້ ໃຫ້ປະຊາຊົນ 13 ບ້ານເປົ້າໝາຍຂອງໂຄງການຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທີດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຫົງຄຳ ແສນອານາຈັກ ຮອງຫົວໜ້າຂະແໜງປ່າໄມ້ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ ແລະ ອົງການຈັດຕັ້ງບ້ານ 13 ບ້ານ ເຂົ້າຮ່ວມ.
ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025, ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ ຜູ້ຊີ້ນໍາວຽກງານເສດຖະກິດ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 12 ມັງກອນ ຜ່ານມານີ້ວ່າ: 6 ເດືອນຕົ້ນປີ 2026 ແຂວງເຊກອງ ຈະສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ໃນການດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອສ້າງເປັນປັດໄຈພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ທີ່ຍືນຍົງ ແລະ ທົ່ວເຖິງ, ຫຼີກເວັ້ນການສ້າງໂຄງການລົງທຶນ ທີ່ບໍ່ໄປຕາມກົດໝາຍ ແລະ ລະບຽບການ, ເລັ່ງຊໍາລະໜີ້ສິນໂຄງການລົງທຶນ, ກວດກາ ແລະ ພິຈາລະນາຄືນ ການໂຈະໂຄງການລົງທຶນລັດ ທີ່ບໍ່ສອດຄ່ອງກັບແຜນການ 5 ປີ ຄັັ້ງທີ X ຫຼື ໂຄງການທີ່ມີຄ່າໃຊ້ຈ່າຍສູງ ແຕ່ຜົນຕອບແທນຕໍ່າ ຖ່ວງດຶງງົບປະມານ, ຮັບປະກັນຄວາມກົມກຽວ ລະຫວ່າງ ການວາງແຜນພັດທະນາ ແລະ ແຜນງົບປະມານ.
ຍົກລະດັບການຊຳລະເງິນໃນຂະແໜງການບິນ

ຍົກລະດັບການຊຳລະເງິນໃນຂະແໜງການບິນ

ວັນທີ 13 ມັງກອນຜ່ານມານີ້ ທີ່ສໍານັກງານໃຫຍ່ຢູນີເທວ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ, ຢູມັນນີ(Umoney) ແລະ ລັດວິສາຫະກິດການບິນລາວ (Lao Airlines) ຈັດພິທີເຊັນສັນຍາຮ່ວມມື ແລະ ເປີດນໍາໃຊ້ລະບົບປະຕູຊໍາລະເງິນ (Payment Gateway) ຢ່າງເປັນທາງການ. ຮ່ວມລົງນາມໂດຍທ່ານ ຮາ ຈຽນ ຖັງ ຜູ້ອໍານວຍການບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ທ່ານ ສິດທິເດດ ດວງສິດທິ ຮອງຜູ້ອໍານວຍການ ລັດວິສາຫະກິດການບິນລາວ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນລາວທີ່ນໍາໃຊ້ຢູມັນນີ ຫຼື ບັນຊີຂອງທະນາ ຄານອື່ນໆ ກໍສາມາດຊື້ປີ້ເຮືອບິນຂອງສາຍການບິນລາວຜ່ານແອັບພລີເຄຊັນ ແລະ ເວັບໄຊຂອງສາຍການບິນລາວໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ.
ເພີ່ມເຕີມ