ລາຄາຄໍາຂອງໂລກຍັງສືບຕໍ່ເພີ່ມຂຶ້ນໃນຮອບການຊື້-ຂາຍ

ລາຄາຄໍາຂອງໂລກສືບຕໍ່ເພີ່ມຂຶ້ນຕາມສັນຍານຈາກເສດຖະກິດ ສະຫະລັດ ອາເມຣິກາ

ລາຄາຄໍາຂອງໂລກສືບຕໍ່ເພີ່ມຂຶ້ນຕາມສັນຍານຈາກເສດຖະກິດ ສະຫະລັດ ອາເມຣິກາ
ຂ່າວສານຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ລາຄາຄໍາຂອງໂລກຍັງສືບຕໍ່ເພີ່ມຂຶ້ນໃນຮອບການຊື້-ຂາຍ ໃນວັນທີ 10ຕຸລາ ຜ່ານມາ,

ຫຼັງຈາກນັກລົງທຶນຄາດວ່າທະນາຄານກາງ ສະຫະລັດ ອາເມຣິກາ (Fed) ຈະຫຼຸດອັດຕາດອກເບ້ຍໃນເດືອນໜ້າ ຫຼັງຈາກ ສະຫະລັດ ອາເມຣິກາ ໄດ້ປະກາດຂໍ້ມູນເສດຖະກິດຫຼ້າສຸດ.

ຂ່າວລະບຸວ່າ: ລາຄາຄຳ ເພີ່ມຂຶ້ນ 0,6% ເປັນ 2,623.58 ໂດລາ/ອອນ ໃນຮອບ 1 ໂມງເຊົ້າ (ຕາມເວລາຫວຽດນາມ), ເປັນການຢຸດຕິການຫຼຸດລົງ 6 ຮອບຕິດຕໍ່ກັນ. ລາຄາຄຳໃນອະນາຄົດຂອງ ສະຫະລັດ ອາເມຣິກາ ເພີ່ມຂຶ້ນ 0,5% ເປັນ 2,639.30 ໂດລາ/ອອນ.

ໃນບົດລາຍງານດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງ ສະຫະລັດ ອາເມຣິກາ ໄດ້ສະແດງໃຫ້ເຫັນວ່າມີການເພີ່ມຂຶ້ນເລັກນ້ອຍກວ່າທີ່ຄາດຄະເນໄວ້ໃນເດືອນກັນຍາ 2024. ຈໍານວນໃບຄໍາຮ້ອງຂໍຮັບສະຫວັດດີການວ່າງງານຂອງ ສະຫະລັດ ອາເມຣິກາປະຈໍາອາທິດ ເພີ່ມຂຶ້ນເປັນ 258,000 ໃບ ໃນອາທິດທີ່ສິ້ນສຸດໃນວັນທີ 5 ເດືອນຕຸລາ ຜ່ານມາ, ສູງກວ່າລະດັບທີ່ຄາດຄະເນໄວ້ວ່າຈະມີ 230,000 ໃບ.

ທ່ານ ອາເລັກ ເອັບຄາຣຽນ ຜູ້ອຳນວຍການຂອງ Allegiance Gold ກ່າວວ່າ: ບົດລາຍງານ CPI ບໍ່ໄດ້ນໍາເອົາຄວາມແປກໃຈ ແລະ ຂໍ້ມູນວຽກທີ່ອ່ອນແອສະແດງໃຫ້ເຫັນວ່າ Fed ແມ່ນຢູ່ໃນເສັ້ນທາງທີ່ຈະປັບຫຼຸດອັດຕາດອກເບ້ຍຊຶ່ງຊ່ວຍໃຫ້ລາຄາຄໍາເພີ່ມຂຶ້ນ. ທ່ານກ່າວຕື່ມວ່າ: "ສອງສາມມື້ຜ່ານມານີ້, ລາຄາຄໍາໄດ້ຄົງທີ່. ດັ່ງນັ້ນ, ນີ້ແມ່ນສະພາບທີ່ດີທີ່ລາຄາຄຳຈະຟື້ນຕົວ. ການເພີ່ມຂຶ້ນຂອງຄວາມເຄັ່ງຕຶງທາງດ້ານພູມສາດດ້ານການເມືອງ ແລະຄວາມຕ້ອງການຊື້ຄໍາທີ່ເຂັ້ມແຂງຂອງທະນາຄານກາງ ແມ່ນອີກປັດໃຈໜຶ່ງທີ່ສະໜັບສະໜູນລາຄາຄໍາ.

ຄໍາເຫັນ

ຂ່າວຕ່າງປະເທດ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພັດທະນາເສດຖະກິດ ແລະ ການຄ້າຂອງປະເທດມານດີວໄດ້ປະກາດວ່າ Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນ້ຳສາກົນແລະ ສິ່ງອຳນວຍຄວາມສະດວກດ້ານເຄືອຂ່າຍແຫ່ງໃໝ່ໃນເມືອງອັດດູ ຂອງມານດີວ, ເພື່ອສະໜັບສະໜູນການເຊື່ອມຕໍ່ສາຍເຄເບີ້ນໃຕ້ນ້ຳສາກົນ.
ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າຂອງກຳປູເຈຍລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ, ການສົ່ງອອກຂອງກຳປູເຈຍໄປຍັງສະຫະພາບເອີຣົບ (EU) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ມີການເຕີບໂຕໃນລະດັບສອງໂຕເລກໃນໄລຍະ10 ເດືອນທຳອິດຂອງປີ 2025.
​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

ຂ່າວສານຊີອາໄອລາຍງານວ່າ: ໃນລະ​ຫວ່າງວັນ​ທີ 17-18 ພະ​ຈິກ ຜ່ານມາ​ນີ້, ກອງ​ປະ​ຊຸມ​ຄັ້​ງ​ທີ 24 ຂອງ​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ ປະເທດ​ຣັດ​ເຊຍ, ພາຍ​ຫຼັງສຳ​ເລັດກອງ​ປະ​ຊຸມໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​.
ຫວຽດນາມ ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ

ຫວຽດນາມ ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 19 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະມົນຕີບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ຄັ້ງທີ 6 (IMM6), ຂໍ້ລິເລີ່ມສົມທົບຂັ້ນລັດຖະມົນຕີກ່ຽວກັບການປ້ອງກັນຕ້ານການຄ້າມະນຸດຢູ່ບັນດາປະເທດ ເຂດອະນຸພາກພື້ນແມ່ນ້ຳຂອງ (ວິວັດການ COMMIT).
ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ເພີ່ມເຕີມ