ຂໍ້ມູນດັດຊະນີລາຄາຜູ້ບໍລິໂພກ (CPI) ສໍາລັບ 23ເຂດຂອງນະຄອນຫຼວງໂຕກຽວຈາກກະຊວງພາຍໃນທີ່ລະບຸວ່າລາຄາເຂົ້າເພີ່ມຂຶ້ນ89.6% ໃນເດືອນມີນາແລະເພີ່ມຂຶ້ນ 93.8% ໃນເດືອນເມສາ, ຖືເປັນການເພີ່ມຂຶ້ນຫຼາຍທີ່ສຸດເມື່ອທຽບປີຕໍ່ປີ ຕັ້ງແຕ່ປີ 1971 ຊຶ່ງເປັນປີທີ່ເລີ່ມມີຂໍ້ມູນປຽບທຽບໄດ້.
ດັດຊະນີລາຄາຜູ້ບໍລິໂພກພື້ນຖານ ໂດຍບໍ່ລວມອາຫານສົດມີຄວາມຜັນຜວນໄດ້ເພີ່ມຂຶ້ນ 3.4% ໃນນະຄອນຫຼວງໂຕກຽວໃນເດືອນເມສານີ້ ຊຶ່ງເພີ່ມຂຶ້ນສູງກວ່າ 3% ເປັນຄັ້ງທໍາອິດນັບຕັ້ງແຕ່ເດືອນກໍລະກົດ 2023.
ສ່ວນດັດຊະນີລາຄາຜູ້ບໍລິໂພກພື້ນຖານຂອງນະຄອນຫຼວງໂຕກຽວ ຊຶ່ງຖືເປັນຕົວຊີ້ວັດທີ່ສໍາຄັນສໍາລັບທ່າອ່ຽງໃນທົ່ວຍີ່ປຸ່ນ. ເພີ່ມຂຶ້ນ 2.4% ໃນເດືອນກ່ອນ.
ຄໍາເຫັນ