ລາຄາເຂົ້າໃນຍີ່ປຸ່ນ ເພີ່ມຂຶ້ນ 17 ອາທິດຕິດຕໍ່ກັນ

ລາຄາເຂົ້າໃນຍີ່ປຸ່ນ ເພີ່ມຂຶ້ນ 17 ອາທິດຕິດຕໍ່ກັນ

ລາຄາເຂົ້າໃນຍີ່ປຸ່ນ ເພີ່ມຂຶ້ນ 17 ອາທິດຕິດຕໍ່ກັນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ພຶດສະພາ ຜ່ານມາ; ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນ ລາຍງານວ່າ: ລາຄາເຂົ້າສານໃນຍີ່ປຸ່ນ ເພີ່ມສູງຂຶ້ນແບບບໍ່ເຄີຍມີມາກ່ອນ ຢູ່ທີ່ 4,233 ເຢນ ຕໍ່ 5 ກິໂລກຣາມໃນອາທິດທີ່ສິ້ນສຸດໃນວັນທີ 27 ເມສາ ຜ່ານມາ ຊຶ່ງໄດ້ຂຶ້ນສູ່ລະດັບສູງສຸດເປັນອາທິດທີ 17 ຕິດຕໍ່ກັນ.

ລາຍງານລະບຸວ່າ: ລາຄາເຂົ້າສານສະເລ່ຍ 5 ກິໂລກຣາມ ທີ່ຂາຍຢູ່ຮ້ານສັບພະສິນຄ້າປະມານ 1,000 ແຫ່ງໃນທົ່ວປະເທດຍີ່ປຸ່ນ ໃນວັນທີ 21-27 ເມສາ ຜ່ານມາ ເພີ່ມຂຶ້ນ 13 ເຢນ ຈາກອາທິດກ່ອນໜ້າ ຊຶ່ງຖືເປັນລະດັບສູງສຸດນັບຕັ້ງແຕ່ມີການເກັບກຳຂໍ້ມູນໃນເດືອນມີນາ 2022.

ທັງນີ້, ລັດຖະບານຍີ່ປຸ່ນໄດ້ທະຍອຍປ່ອຍເຂົ້າສານສຳຮອງໃນສາງ ຈຳນວນ 212,000 ໂຕນ, ຕໍ່ຈາກການປະມູນສອງຮອບໃນເດືອນມີນາ ເພື່ອຮັກສາສະຖຽນລະພາບຂອງການສະໜອງ. ເຖິງວ່າຈະມີການປ່ອຍເຂົ້າສານສຳຮອງຫຼາຍພັນໂຕນໃນເດືອນມີນາແລ້ວກໍຕາມ, ແຕ່ຍັງມີພຽງສ່ວນນ້ອຍທີ່ໄປເຖິງຮ້ານສັບພະສິນຄ້າ. ສົ່ງຜົນໃຫ້ລາຄາຂາຍຍ່ອຍຍັງຄົງສູງຢູ່.

ຄໍາເຫັນ

ຂ່າວຕ່າງປະເທດ

ຈຳນວນ ເສດຖີຂອງອັງກິດ ຫຼຸດລົງຕໍ່າສຸດນັບຕັ້ງແຕ່ເກີດວິກິດການການເງິນປີ 2008

ຈຳນວນ ເສດຖີຂອງອັງກິດ ຫຼຸດລົງຕໍ່າສຸດນັບຕັ້ງແຕ່ເກີດວິກິດການການເງິນປີ 2008

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ກໍລະກົດ ຜ່ານມາວ່າ: ບົດລາຍງານການສຳຫຼວດເສດຖີ (Millionaire Tracker) ສະບັບຫຼ້າສຸດຂອງສະຖາບັນ Adam Smith ເປີດເຜີຍວ່າ, ຈຳນວນເສດຖີໃນອັງກິດໄດ້ຫຼຸດລົງເຖິງລະດັບຕໍ່າສຸດນັບຕັ້ງແຕ່ເກີດວິກິດການທາງດ້ານການເງິນໂລກໃນປີ 2008, ເຫຼືອຢູ່ປະມານ 442,000 ຄົນ, ຫຼຸດລົງ 7% ຈາກປີ 2024. ໂດຍມີປັດໄຈຈາກລາຄາຊັບສິນທີ່ແທ້ຈິງຫຼຸດລົງ, ອັດຕາການປະຢັດຂອງຄົວເຮືອນຢູ່ໃນລະດັບຕໍ່າ, ລວມທັງການຍ້າຍຖິ່ນຖານຂອງບຸກຄົນທີ່ມີລາຍໄດ້ສູງ.
ມາເລເຊຍ ເຂົ້າໃກ້ເກນປະເທດທີ່ມີລາຍໄດ້ສູງ ຂອງທະນາຄານໂລກ

ມາເລເຊຍ ເຂົ້າໃກ້ເກນປະເທດທີ່ມີລາຍໄດ້ສູງ ຂອງທະນາຄານໂລກ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ກໍລະກົດ ຜ່ານມາວ່າ: ທ່ານ ອັກມາລ ນັສຣູເລາະ ໂມດ ນາຊີ ລັດຖະມົນຕີກະຊວງເສດຖະກິດມາເລເຊຍ ໄດ້ເປີດເຜີຍວ່າ, ປັດຈຸບັນມາເລເຊຍມີລາຍໄດ້ຕໍ່າກວ່າເກນປະເທດລາຍໄດ້ສູງຂອງທະນາຄານໂລກພຽງແຕ່ 7.1% ເທົ່ານັ້ນ, ໃນຂະນະທີ່ເສດຖະກິດຂອງປະເທດຂະຫຍາຍຕົວ 5.8% ໃນໄຕມາດທີສອງຂອງປີ 2026, ເພີ່ມຂຶ້ນຈາກ 5.4% ໃນໄຕມາດກ່ອນໜ້ານີ້.
ຍີ່ປຸ່ນ ລາຍງານຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວ 28 ຄົນ

ຍີ່ປຸ່ນ ລາຍງານຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວ 28 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກໍລະກົດ ຜ່ານມາວ່າ: ທ່ານ ມິໂນຣຸ ຄິຮາຣະ ເລຂາທິການຄະນະລັດຖະມົນຕີຍີ່ປຸ່ນໄດ້ເປີດເຜີຍວ່າ, ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວຂະໜາດ 7.1 ຣິກເຕີ ໃນແຂວງຄຸມາໂມໂຕະໄດ້ເພີ່ມຂຶ້ນເປັນ 28 ຄົນ ເມື່ອນັບມາຮອດເວລາ 6:30 ໂມງເຊົ້າ ຕາມເວລາທ້ອງຖິ່ນ. ໂດຍຕົວເລກເຫຼົ່ານີ້ລວມທັງຜູ້ເສຍຊີວິດທີ່ຍັງຢູ່ໃນຂັ້ນຕອນການສືບສວນ ເພື່ອກວດສອບວ່າກ່ຽວຂ້ອງກັບແຜ່ນດິນໄຫວ ຫຼື ບໍ່.
ສ ເກົາຫຼີ ມີຈຳນວນຄົວເຮືອນຄົນດຽວ ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ສ ເກົາຫຼີ ມີຈຳນວນຄົວເຮືອນຄົນດຽວ ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກໍລະກົດ ຜ່ານມາວ່າ: ກະຊວງຂໍ້ມູນຂ່າວສານ ແລະ ສະຖິຕິຂອງ ສ ເກົາຫຼີ ລາຍງານວ່າ, ຈໍານວນຄົວເຮືອນທີ່ມີສະມາຊິກຄົນດຽວໃນ ສ ເກົາຫຼີ ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນໃນປີ 2025 ຊຶ່ງສະທ້ອນໃຫ້ເຫັນເຖິງຮູບແບບການຢູ່ອາໄສທີ່ປ່ຽນແປງຢ່າງໄວວາ. ໂດຍອັດຕາສ່ວນຂອງຄົວເຮືອນທີ່ມີສະມາຊິກຄົນດຽວໄດ້ເພີ່ມຂຶ້ນຈາກ 15.5% ໃນປີ 2000 ເປັນ 27.2% ໃນປີ 2015, ເຖິງແມ່ນວ່າອັດຕາການເຕີບໂຕໄດ້ເລີ່ມຊ້າລົງ. ໃນຂະນະດຽວກັນ, ຄົວເຮືອນທີ່ມີສະມາຊິກສອງຄົນຄິດເປັນ 29.4% ຂອງຄົວເຮືອນທັງໝົດ ແລະ ຄົວເຮືອນທີ່ມີສະມາຊິກສາມຄົນ ແລະ ສີ່ຄົນຄິດເປັນ 18.8% ແລະ 12.1% ຕາມລຳດັບ.
6 ເດືອນ​ຕົ້ນ​ປີ​ ຈີນ​ອະ​ນຸ​ມັດ​ສິດ​ທິ​ບັດ​ດ້ານ​ການ​ປະ​ດິດ​ສ້າງ 453,000 ສະ​ບັບ

6 ເດືອນ​ຕົ້ນ​ປີ​ ຈີນ​ອະ​ນຸ​ມັດ​ສິດ​ທິ​ບັດ​ດ້ານ​ການ​ປະ​ດິດ​ສ້າງ 453,000 ສະ​ບັບ

ວິທະຍຸໂທລະພາບສູນກາງຈີນ (CMG) ວ່າ: ໃນວັນທີ 29 ກໍລະກົດ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ອົງການຊັບສິນທາງປັນຍາແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ, ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ວຽກງານດ້ານຊັບສິນທາງປັນຍາຂອງຈີນໄດ້ສືບຕໍ່ເດີນໄປຕາມທ່າອຽງການພັດທະນາທີ່ມີຄຸນນະພາບສູງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14, ບັນລຸການພັດທະນາທີ່ມີຄວາມໝັ້ນທ່ຽງ ແລະ ການເລີ່ມຕົ້ນທີ່ດີຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15.
ຝູກວັກ ຖືກ​ຈັດອັນດັບ​ໃນ​ top 10 ​ເກາະ​​​ຈັບ​ໃຈ​ທີ່​ສຸດໃນ​ໂລກ​

ຝູກວັກ ຖືກ​ຈັດອັນດັບ​ໃນ​ top 10 ​ເກາະ​​​ຈັບ​ໃຈ​ທີ່​ສຸດໃນ​ໂລກ​

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ຝູກວັກ (ອານຢາງ) ຂອງ ຫວຽດນາມ ຖືກຈັດອັນດັບໃນ Top10 ໝູ່ເກາະຈັບໃຈທີ່ສຸດໃນໂລກ ປີ 2026 (Expedia Island Hot List 2026), ໂດຍ Expedia1, ຊຶ່ງເປັນແອັບພິເຄຊັນທ່ອງທ່ຽວແຖວໜ້າໂລກ ຄັດເລືອກ. ຝູກວັກ ໄດ້ຮັບການຄັດເລືອກຈາກ Expedia1 ວ່າເປັນ "Best for Affordable Luxury" ສະຖານທີ່ທ່ອງທ່ຽວທີ່ຫຼູຫຼາທີ່ສຸດດ້ວຍລາຄາເໝາະສົມ.
ປີ 2025 ຈຳນວນເດັກເກີດໃໝ່ຂອງສິງກະໂປ ຫຼຸດລົງ 11.4%

ປີ 2025 ຈຳນວນເດັກເກີດໃໝ່ຂອງສິງກະໂປ ຫຼຸດລົງ 11.4%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 27 ກໍລະກົດ ຜ່ານມາວ່າ: ສຳນັກງານກວດຄົນເຂົ້າເມືອງ ສິງກະໂປລາຍງານວ່າ, ຈໍານວນເດັກເກີດໃໝ່ມີຊີວິດໃນປີ 2025 ມີ 29,864 ຄົນ, ຫຼຸດລົງ 11.4% ຈາກປີ 2024. ສ່ວນຈຳນວນຜູ້ເສຍຊີວິດທີ່ໄດ້ລົງທະບຽນໃນປີ 2025 ມີ 26,499 ຄົນ, ເພີ່ມຂຶ້ນ 0.2% ເມື່ອທຽບກັບປີກ່ອນ.
ການ​ຮ່ວມ​ມື​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ກໍາປູ​ເຈຍ

ການ​ຮ່ວມ​ມື​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ກໍາປູ​ເຈຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 28 ກໍ​ລະ​ກົດ ຜ່ານມາ ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ ເຈິ່ນ​ແທັ​ງ​ເໝີ້ນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ໄດ້ພົບປະເຈ​ລະ​ຈາ​ກັບ​ ສົມເດັດ ຄຸນ ສຸດາຣີ ​ປະ​ທານ​ສະ​ພາແຫ່ງ​ຊາດ ຣາ​ຊະ​ອ​າ​ນາ​ຈັກ ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ມາ​ຢ້ຽມ​ຢາມ ຫວຽດ​ນາມ ​ໃນ​ວັນ​ທີ 27 – 29 ກໍ​ລະ​ກົດ ນີ້.
ອຸດສາຫະກໍາພະລັງງານໃໝ່ຂອງຈີນ ບັນລຸການພັດທະນາແບບກ້າວກະໂດດ

ອຸດສາຫະກໍາພະລັງງານໃໝ່ຂອງຈີນ ບັນລຸການພັດທະນາແບບກ້າວກະໂດດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ແຫຼ່ງຂ່າວຈາກສະມາຄົມຄົ້ນຄວ້າການປະຕິຮູບ ແລະ ການພັດທະນາຂອງວິສາຫະກິດຈີນໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ບົດລາຍງານກ່ຽວກັບສະພາບແວດລ້ອມຂອງອຸດສາຫະກໍາພະລັງງານ 2026 ໄດ້ເຜີຍແຜ່ຢ່າງເປັນທາງການ.
ມຽນມາ ຕັ້ງເປົ້າໝາຍສົ່ງອອກເຂົ້າສານ ແລະ ເຂົ້າຫັກ ທັງໝົດ 3 ລ້ານໂຕນ

ມຽນມາ ຕັ້ງເປົ້າໝາຍສົ່ງອອກເຂົ້າສານ ແລະ ເຂົ້າຫັກ ທັງໝົດ 3 ລ້ານໂຕນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 27 ກໍລະກົດ ຜ່ານມາວ່າ: ສະຫະພັນເຂົ້າມຽນມາໄດ້ເປີດເຜີຍເປົ້າ ໝາຍການສົ່ງອອກເຂົ້າສານ ແລະ ເຂົ້າຫັກໃນປີງົບປະມານ 2026-2027 (ເມສາ 2026-ມີນາ 2027), ໂດຍຕັ້ງເປົ້າໝາຍໄວ້ທີ່ 3 ລ້ານໂຕນ ຊຶ່ງຈະສ້າງລາຍຮັບຫຼາຍກວ່າ 1.17 ຕື້ໂດລາ.
ເພີ່ມເຕີມ