ກະຊວງດັ່ງກ່າວໃຫ້ຮູ້ວ່າ: ລາຄານ້ຳມັນແອັດຊັງ ສະເລ່ຍຕາມປ້ຳໃນທົ່ວປະເທດແມ່ນ 177,6 ເຢນຕໍ່ລິດໃນວັນທີ 26 ພຶດສະພາ ຜ່ານມາ, ຫຼຸດລົງ 4,5 ເຢນຈາກອາທິດກ່ອນ ໜ້າ ແລະ ຖືເປັນລະດັບຕ່ຳສຸດນັບແຕ່ວັນທີ 16 ທັນວາ 2024.
ລາຍງານລະບຸວ່າ: ທັງ 47 ແຂວງໃນຍີ່ປຸ່ນລາຍງານລາຄານໍ້າມັນເຊື້ອໄຟສະເລ່ຍຫຼຸດລົງ, ໂດຍແຂວງໂອກາຍາມະ ຫຼຸດລົງຫຼາຍທີ່ສຸດເມື່ອທຽບອາທິດຕໍ່ອາທິດທີ່ 10.6 ເຢນ, ໃນຂະນະທີ່ແຂວງໂອກິນາວາ ຫຼຸດລົງໜ້ອຍທີ່ສຸດແມ່ນ 1.6 ເຢນ.
ໃນວັນທີ 22 ພຶດສະພາ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ເລີ່ມດຳເນີນໂຄງການອຸດໜູນລາຄານ້ຳມັນເຊື້ອໄຟຮອບໃໝ່ ເພື່ອບັນເທົາຄ່າຄອງຊີບຂອງປະຊາຊົນ. ໂດຍມີເປົ້າໝາຍຫຼຸດລາຄານ້ຳມັນແອັດຊັງລົງ 10 ເຢນຕໍ່ລິດພາຍໃນກາງເດືອນມິຖຸນາ.
ຄໍາເຫັນ