ລາຄານໍ້າມັນໃນຕະຫຼາດໂລກເພີ່ມຂຶ້ນ

ລາຄານໍ້າມັນໃນຕະຫຼາດໂລກເພີ່ມຂຶ້ນຫຼາຍກວ່າ 4% ໃນອາທິດຜ່ານມາ

ລາຄານໍ້າມັນໃນຕະຫຼາດໂລກເພີ່ມຂຶ້ນຫຼາຍກວ່າ 4% ໃນອາທິດຜ່ານມາ
ຂ່າວສານຫວຽດນາມລາຍງານວ່າ: ຄວາມກົດດັນຂອງການຊື້ - ຂາຍນໍ້າມັນໃນອາທິດຜ່ານມາ (21-27 ຕຸລາ), ໄດ້ດຶງ MXV-Index ເພີ່ມຂຶ້ນ

ເກືອບ 1,7% ເປັນ 2,193 ຈຸດ. ຫຼັງຈາກການຂາຍອອກຢ່າງແຂງແຮງໃນອາທິດກ່ອນ, ລາຄານ້ໍາມັນຂອງໂລກໄດ້ຟື້ນຕົວຫຼາຍກວ່າ 4% ໃນອາທິດຜ່ານມາ.

ຂ່າວລະບຸວ່າ: ສະເພາະ, ລາຄານ້ຳມັນ WTI ເພີ່ມຂຶ້ນ 4,5%, ເປັນ 71,78 ໂດລາ/ບາເຣນ, ໃນຂະນະທີ່ລາຄານ້ຳມັນ ເບຣນ ກໍເພີ່ມຂຶ້ນ 4,09% ເປັນ 76,05 ໂດລາ/ບາເຣນ. ຄວາມເຄັ່ງຕຶງດ້ານພູມສາດໃນຕາເວັນອອກກາງໄດ້ຖືກກ່າວວ່າເປັນສາເຫດຕົ້ນຕໍທີ່ເຮັດໃຫ້ລາຄານໍ້າມັນ ເພີ່ມຂຶ້ນ.

ກ່ຽວກັບຄວາມຕ້ອງການ, ບັນດານັກວິເຄາະຂອງທະນາຄານ JP Morgan (ສະຖາບັນການເງິນທີ່ມີມູນຄ່າຫຼາຍທີ່ສຸດໃນໂລກ) ໃຫ້ຮູ້ວ່າ: ຄວາມຕ້ອງການນ້ໍາມັນກັ່ນທີ່ແຂງແຮງໄດ້ສະໜັບສະໜູນບາງສ່ວນຂອງລາຄານ້ໍາມັນ. ສັງເກດເຫັນໄດ້ເຖິງຄວາມຕ້ອງການໃນການເດີນທາງໃນອາຊີທີ່ເພີ່ມຂຶ້ນ ແລະ ການຫຼຸດລົງຢ່າງຕໍ່ເນື່ອງຂອງປະລິມານນ້ຳມັນໃນຕະຫຼາດຫຼັກຫຼາຍແຫ່ງ. ຄວາມຕ້ອງການນ້ຳມັນກັ່ນໃນໄຕມາດທີ 4 ອາດເກີນຄວາມຄາດໝາຍຂອງຕະຫຼາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ກິນເຄັມຫຼາຍເກີນໄປເພີ່ມຄວາມສ່ຽງຕໍ່ການສູນເສຍຄວາມຊົງຈຳໃນຜູ້ຊາຍ

ກິນເຄັມຫຼາຍເກີນໄປເພີ່ມຄວາມສ່ຽງຕໍ່ການສູນເສຍຄວາມຊົງຈຳໃນຜູ້ຊາຍ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ມະຫາວິທະຍາໄລອີດິດ ໂຄແວນ ໃນອົສຕຣາລີເປີດເຜີຍວ່າ: ການບໍລິໂພກອາຫານທີ່ເຄັມເກີນໄປອາດເພີ່ມຄວາມສ່ຽງຕໍ່ການສູນເສຍຄວາມຊົງຈຳໃນຜູ້ຊາຍໄວຂຶ້ນ. ເນື່ອງຈາກການບໍລິໂພກໂຊດຽມປະລິມານສູງສາມາດສົ່ງຜົນກະທົບຕໍ່ຄວາມຊົງຈຳ ຊຶ່ງເປັນຄວາມຊົງຈຳທີ່ຊ່ວຍໃຫ້ຄົນເຮົາລະນຶກເຖິງປະສົບການສ່ວນຕົວ ແລະ ເຫດການໃນອະດີດເຊັ່ນ: ຈອດລົດຢູ່ໃສ ຫຼື ມື້ທຳອິດຂອງການໄປໂຮງຮຽນ.
ເອີຣົບມີຄວາມສ່ຽງທີ່ນໍ້າມັນເຊື້ອໄຟເຮືອບິນຈະໝົດ

ເອີຣົບມີຄວາມສ່ຽງທີ່ນໍ້າມັນເຊື້ອໄຟເຮືອບິນຈະໝົດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ເມສາ ຜ່ານມາວ່າ: ເອີຣົບມີຄວາມສ່ຽງມັນເຊື້ອໄຟເຮືອບິນຈະໝົດ, ອາດຈະເຫຼືອໃຊ້ພຽງ 6 ອາທິດເທົ່ານັ້ນແລະມີຄວາມສ່ຽງທີ່ຈະຍົກເລີກຖ້ຽວບິນໃນໄລຍະລະດູຮ້ອນ ຖ້າບໍ່ສາມາດຊອກຫາແຫຼ່ງນໍາເຂົ້າທາງເລືອກອື່ນເພື່ອທົດແທນຕາເວັນອອກກາງ, ຫຼັງຈາກອີຣານປິດຊ່ອງແຄບຮໍມຸສຢ່າງຕໍ່ເນື່ອງ.
ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ

ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​​ຫຼາຍ​ສະ​ບັບ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ 2 ປະ​ເທດ ໄດ້​ຈັດ​ຂຶ້ນ ໃນວັນທີ 15 ເມສາ ຜ່ານມາຢູ່ນະຄອນຫຼວງປັກ​ກິ່ງ, ຕໍ່​ໜ້າ​ການ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ຂອງ ​ທ່ານສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່ປະ​ທານ​ປະ​ເທດ ຈີນ ແລະ ທ່ານ​ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່ປະ​ທານ​ປະ​ເທດ ຫວຽດ​ນາມ.
ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ສິ້ນສຸດລົງ

ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ສິ້ນສຸດລົງ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 12 ເມສາ ຜ່ານມາຢູ່ນະຄອນຫຼວງອິສລາມາບັດ ປະເທດປາກິສຖານ, ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ໄດ້ສິ້ນສຸດລົງ. ແຫຼ່ງຂ່າວຈາກຝ່າຍອີຣານໃຫ້ຮູ້ວ່າ: ໃນການເຈລະຈາຮອບນີ້, ຄະນະຜູ້ແທນຂອງສອງຝ່າຍຍັງມີຂໍ້ຂັດແຍ້ງກັນທີ່ຮຸນແຮງຈໍານວນໜຶ່ງ.
ພັກ​ຕິ​ສ​ຈາ ​ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຮົງ​ກາ​ຣີ

ພັກ​ຕິ​ສ​ຈາ ​ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຮົງ​ກາ​ຣີ

ຂ່າວສານຊີອາໄອລາຍງານວ່າ: ຜົນ​ການ​ນັບ​ຄະ​ແນນ​ສຽງ​ທີ່​ຫ້ອງ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຮົງ​ກາ​ຣີ​ເປີດ​ເຜີຍ​ໃນ​ວັນ​ທີ 12 ເມ​ສາ ຜ່ານມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ພັກ ​ຕິ​ສ​ຈາ ທີ່ນຳ​ພາ​ໂດຍ​ທ່ານ ແມກ​ຢາ ປີ​ເຕີ ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.
ການາດາ ຈະນໍາໃຊ້ AI ເພື່ອເສີມຂະຫຍາຍຄວາມສາມາດໃນການພະຍາກອນອາກາດ

ການາດາ ຈະນໍາໃຊ້ AI ເພື່ອເສີມຂະຫຍາຍຄວາມສາມາດໃນການພະຍາກອນອາກາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ເມສາ ຜ່ານມາວ່າ: ກະຊວງສິ່ງແວດລ້ອມ ແລະ ການປ່ຽນແປງສະພາບອາກາດຂອງການາດາໄດ້ປະກາດວ່າ, ຈະໃຊ້ປັນຍາປະດິດ (AI) ຄຽງຄູ່ກັບວິທີການພະຍາກອນແບບດັ້ງເດີມ ເພື່ອໃຫ້ສາມາດພະຍາກອນອາກາດໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ.
ກອງປະຊຸມສຸດຍອດອິນເຕີເນັດໂລກ ປະ​ຈຳພາກພື້ນອາຊີ-ປາຊີຟິກປີ 2026

ກອງປະຊຸມສຸດຍອດອິນເຕີເນັດໂລກ ປະ​ຈຳພາກພື້ນອາຊີ-ປາຊີຟິກປີ 2026

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 13 ເມສາ ນີ້, ພິທີເປີດກອງປະຊຸມສຸດຍອດອິນເຕີເນັດໂລກປະ​ຈຳພາກພື້ນອາຊີ-ປາຊີຟິກປີ 2026 ໄດ້ຈັດຂຶ້ນຢູ່ສູນປະຊຸມ ​ແລະ​ ວາງ​ສະ​ແດງຮົງກົງ. ກອງປະຊຸມຄັ້ງນີ້ຈັດຂຶ້ນເປັນເວລາ 2 ວັນ ຊຶ່ງຈະເນັ້ນ​ໜັກໃສ່ເຕັກໂນໂລຊີນະວັດຕະກຳໃນພາກພື້ນອາຊີ-ປາຊີຟິກ, ​ບຸກ​ທະ​ລຸ​ຂໍ້ຈຳກັດທາງດ້ານພູ​ມີ​ປະ​ເທດ, ຊຸກຍູ້ການແລກປ່ຽນນະວັດຕະກຳດິຈີຕອນ ແລະ ເຕັກໂນໂລຊີທົ່ວໂລກໃຫ້ກ້າວຂຶ້ນສູ່ລະດັບໃໝ່.
ຫວຽດນາມ ເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ

ຫວຽດນາມ ເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 12 ເມ​ສາ ຜ່ານມາ ແຂວງກວາງ​ນິງ ໄດ້​ສົມ​ທົບ​ກັບ ນະ​ຄອນຫຼວງຮ່າ​ໂນ້ຍ, ຫາຍ​ຟ່ອງ, ບັກ​ນິງ ເລີ່ມ​ລົງ​ມືກໍ່​ສ້າງເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ກວາງ​ນິງ. ໂດຍການເຂົ້າຮ່ວມຂອງທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ.
ຍີ່ປຸ່ນ ຕັ້ງເປົ້າໝາຍຈະປ່ອຍນ້ຳມັນສຳຮອງເພີ່ມເຕີມ

ຍີ່ປຸ່ນ ຕັ້ງເປົ້າໝາຍຈະປ່ອຍນ້ຳມັນສຳຮອງເພີ່ມເຕີມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ເມສາ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນອ້າງອີງແຫຼ່ງຂໍ້ມູນທີ່ກ່ຽວຂ້ອງລາຍງານວ່າ, ກະຊວງອຸດສາຫະກໍາຂອງຍີ່ປຸ່ນກໍາລັງພິຈາລະນາປ່ອຍນໍ້າມັນເພີ່ມເຕີມຈາກຄັງສໍາຮອງຂອງຕົນໃນເດືອນພຶດສະພາ ຊຶ່ງມີປະລິມານເທົ່າກັບການບໍລິໂພກພາຍໃນປະເທດ 20 ມື້, ທ່າມກາງຄວາມບໍ່ແນ່ນອນກ່ຽວກັບການຂົນສົ່ງຜ່ານຊ່ອງແຄບຮໍມຸສ.
ເພີ່ມເຕີມ