ລະນຶກວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ

ລະນຶກວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ (ວັນທີ 20 ມັງກອນ 1949 -ວັນທີ 20 ມັງກອນ 2025)

ລະນຶກວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ (ວັນທີ 20 ມັງກອນ 1949 -ວັນທີ 20 ມັງກອນ 2025)
ໂດຍ:ວັນໄຊ ຕະວິນຍານ ຕະຫຼອດ 76 ປີຜ່ານມາ,ພະນັກງານ,ນັກຮົບ,ກໍາລັງປະກອບອາວຸດ ກອງທັບປະຊາຊົນລາວ ເວລາໃດກໍເປັນກຳລັງແຮງສັງລວມໃນການຍົກສູງຄຸນນະພາບສູ້ຮົບ,ມີຈິດໃຈປະຕິວັດອັນແໜ້ນແກ່ນ,ມີອຸດົມການຖືກຕ້ອງ, ມີຄວາມຈົງຮັກພັກດີ ບໍລິສຸດຕໍ່ພັກ,ມີຈິດໃຈຮັກເຊື້ອແພງຊາດ ບໍລິສຸດຜຸດຜ່ອງຕໍ່ພັກ,

 

 

 ຕໍ່ປະເທດຊາດ ແລະປະຊາຊົນ,ມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍມ້າງເພ ຂອງສັດຕູ, ຢຶດໝັ້ນທາດແທ້ມູນເຊື້ອອັນດີງາມ ຂອງກອງທັບ, ມີນ້ຳໃຈເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກຫຍຸ້ງຍາກສູ້ຮົບພິລະອາດຫານ, ດຸໝັ່ນຂະຫຍັນພຽນເພິ່ງຕົນເອງ,ລະບຽບວິໄນກອງທັບ,ກົດໝາຍຂອງລັດ,ມີຄວາມສາມັກຄີພາຍໃນກອງທັບ ກັບປະຊາຊົນ ແລະ ສາມັກຄີສາກົນ.

ກອງທັບປະຊາຊົນລາວຍາມໃດກໍໄດ້ຕັ້ງໜ້າເສີມຂະຫຍາຍທາດແທ້ ແລະ ມູນເຊື້ອ ອັນພິລະອາດຫານຂອງກອງທັບປະຊາຊົນລາວຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຢູ່ສະເໝີ, ເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາແລະສ້າງສາປະເທດຊາດ.ເຖິງຈະຕົກຢູ່ໃນສະພາບການໃດກໍຕາມກອງທັບປະຊາຊົນລາວ ມີນ້ຳໃຈທົນທານໜຽວແໜ້ນຜ່ານຜ່າອຸປະສັກຫຍຸ້ງຍາກ ສູ້ຮົບຢ່າງອາດຫານ. ຫຼາຍກົມກອງກຳລັງຫຼວງ ແລະ ກໍາລັງທ້ອງຖິ່ນເຮັດໜ້າທີ່ຢູ່ເຂດທຸລະກັນດານຕາມຊາຍແດນຂອງປະເທດ ທັງເຂົ້າຮ່ວມພັດທະນາເສດຖະກິດ-ສັງຄົມໃນເຂດຊົນນະບົດຫ່າງໄກສອກຫຼີກ.ກອງທັບປະຊາຊົນລາວເວລາໃດກໍມີຄວາມສາມັກຄີເປັນເອກະພາບພາຍໃນແໜ້ນແຟ້ນ ເປັນຕົ້ນແມ່ນຄວາມເປັນເອກະພາບ ລະຫວ່າງ ຂັ້ນລຸ່ມ ກັບຂັ້ນເທິງ,ມີຄວາມສາມັກຄີກັບປະຊາຊົນບັນດາເຜົ່າ.

ນອກຈາກເຮັດໜ້າທີ່ສູ້ຮົບແລ້ວ ພະນັກງານ-ນັັກຮົບ ເວລາໃດ ຍັງມີແນວຄິດເພິ່ງຕົນເອງ, ກຸ້ມຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ປະຢັດມັດທະຍັດ ປູກຝັງ-ລ້ຽງສັດແກ້ໄຂຊີວິດການເປັນຢູ່ຫຼາຍກົມກອງສາມາດກຸ້ມຕົນເອງແລະມີລະບົບຄ້າຍຄູທີ່ແໜ້ນໜາຖາວອນ. ສະຕິຕໍ່ການຈັດຕັ້ງລະບຽບວິໄນກອງທັບ, ປະຕິບັດກົດໝາຍຂອງລັດ ໄດ້ຮັບການສຶກສາອົບຮົມເປັນປະຈຳແລະມີສະຕິຕື່ນຕົວປະຕິວັດ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ເສີມຂະຫຍາຍທາດແທ້ມູນເຊື້ອ ຂອງກອງທັບຢ່າງບໍ່ຢຸດຢັ້ງ.

ໃນຊຸມປີຜ່ານມາ, ຄະນະພັກກະຊວງປ້ອງກັນປະເທດໄດ້ຊີ້ນໍາທົ່ວກອງທັບຖືສໍາຄັນ ແລະ ເຂັ້ມງວດໃນການປະຕິບັດລະບອບດໍາເນີນຊີວິດການເມືອງ ແລະ ສ່ອງແສງລາຍງານສະພາບການເມືອງ-ແນວຄິດ ຢູ່ແຕ່ລະຂັ້ນ, ແຕ່ລະກົມກອງ ໂດຍຖືເອົາການດຳເນີນຊີວິດການເມືອງ ເພື່ອກຳສະພາບການເມືອງ-ແນວຄິດ ຂອງພະນັກງານ-ນັກຮົບ ເມື່ອມີສະພາບບໍ່ດີເກີດຂຶ້ນຮີບຮ້ອນສຶກສາອົບຮົມໃຫ້ຖືກເປົ້າໝາຍ ແລະ ທັນເວລາ ແລະ ອື່ນໆອີກ.ສົມແລ້ວທີ່ພັກ ແລະ ລັດຖະບານ ໄດ້ຍ້ອງຍໍສັນລະເສີນວ່າ:ກອງທັບ“ວິລະຊົນ ຂອງຊາດລາວວິລະຊົນ” ໃນສະພາບການປັດຈຸບັນ ແລະ ໃນຊຸມປີຕໍ່ໜ້ານີ້, ກອງທັບປະຊາຊົນລາວ ນັບທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນຈົ່ງສືບຕໍ່ປຸກລະດົມຂະບວນການຟົດຟື້ນປະຕິວັດໃນທົ່ວກອງທັບ, ຍົກສູງຄວາມເຊື່ອໝັ້ນ ຕໍ່ອຸດົມການ ຂອງພັກແລະ ອະນາຄົດ ຂອງປະເທດຊາດ.ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ມີສະຕິຕື່ນຕົວເປັນເຈົ້າຕົນເອງ, ນ້ຳໃຈບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດແລະປະຊາຊົນ, ຫ້າວຫັນເຮັດສຳເລັດທຸກໜ້າທີ່, ເດັດດ່ຽວຕ້ານທຸກກົນອຸບາຍມ້າງເພທຳລາຍ ຂອງສັດຕູ, ປົກປັກຮັກສາແລະພັດທະນາປະເທດຊາດຢ່າງບໍ່ຢຸດຢັ້ງ.

ສຶກສາອົບຮົມ ພະນັກງານ-ນັກຮົບໃນຖັນແຖວຢ່າງຕັ້ງໜ້າ, ຮໍ່າຮຽນກ່ຽວກັບສະພາບການ, ໜ້າທີ່ການເມືອງ ຂອງກອງທັບ ແລະ ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກຂອງຜູ້ນຳການປະຕິວັດ.ຈັດຕັ້ງຮ່ຳຮຽນມູນເຊື້ອຂອງພັກ,ຂອງກອງທັບ, ຂໍ້ກຳນົດກົດລະບຽບຂອງພັກໂດຍຕິດພັນກັບລັດຖະທຳມະນູນ ແລະ ກົດໝາຍ ຂອງລັດ. ສືບຕໍ່ ສຶກສາອົບຮົມພະນັກງານ-ນັກຮົບພາຍໃນກອງທັບ ທຸກຄົນໃຫ້ມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ, ທົນທານໜຽວແໜ້ນຜ່ານຜ່າອຸປະສັກຫຍຸ້ງຍາກສູ້ຮົບພິລະອາດຫານຈັດຕັ້ງປະຕິບັດແນວທາງການທະຫານ ຂອງພັກ, ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ.ອົບຮົມແນວທາງແຜນນະໂຍບາຍຂອງພັກ, ແນວທາງປກຊ-ປກສທີ່ໄດ້ກຳນົດອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຄັ້ງທີ V ຂອງກະຊວງປ້ອງກັນປະເທດ ຮັບຮູ້ແຈ້ງເລ່ຫຼ່ຽມກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ. ເອົາໃຈໃສ່ອົບຮົມທິດສະດີພື້ນຖານລັດທິມາກ-ເລນິນ,ບົດຮຽນດີເດັ່ນນໍາປະເທດເພື່ອນມິດ ແລະ ສາກົນ.ມີສະຕິລະວັງຕົວປະຕິວັດຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິ ຂອງສັດຕູ, ຍົກສູງສະຕິເຄົາລົບກົດໝາຍ, ລະບຽບວິໄນກອງທັບໃຫ້ເຂັ້ມງວດ. ແນວຄິດເພິ່ງຕົນເອງ, ກຸ້ມຕົນເອງເທື່ອລະກ້າວ, ແກ້ໄຂຊີວິດການເປັນຢູ່ໃນກົມກອງດີຂຶ້ນຄຸ້ມຄອງບົວລະບັດຮັກສາພາຫະນະອາວຸດໃຫ້ດີ.ສະກັດກັ້ນ ແລະ ຕ້ານບັນດາແນວຄິດ.ຂີ້ຄ້ານມັກງ່າຍ ບໍ່ຢາກອອກແຮງງານ, ບໍ່ຄົ້ນຄວ້າປະດິດສ້າງ, ບໍ່ບຸກບືນ, ເຮັດວຽກບໍ່ມີແຜນການ. ແນວຄິດເຜີຕົວ, ຂາດສະຕິລະວັງຕົວຕໍ່ກົນອຸບາຍ ຂອງສັດຕູ, ສະຕິຕໍ່ການຈັດຕັ້ງ, ຫ່າງເຫີນຈາກມະຫາຊົນ. ແນວຄິດເອື່ອຍອີງ, ຄອງຄອຍແຕ່ຂັ້ນເທິງຕອບສະໜອງ, ຟຸ່ມເຟືອຍຂາດຄວາມປະຢັດ.ແນວຄິດບໍ່ມັກຄົ້ນຄວ້າຮໍ່າຮຽນ, ບໍ່ມັກສະແຫວງຫາຄວາມຮູ້ໃໝ່, ບໍ່ຮູ້ປ່ຽນແປງ ແລະ ອື່ນໆ.

ສືບຕໍ່ຢ່າງແຂງແຮງ ປະຕິບັດບັນດາລະບອບດໍາເນີນຊີວິດການເມືອງຂອງທຸກໆຂັ້ນ, ທຸກໆການຈັດຕັ້ງເປັນປົກກະຕິ, ເອົາການດໍາເນີນຊີວິດຕິດພັນກັບໜ້າທີ່ການເມືອງຂອງກົມກອງ, ແກ້ໄຂທຸກປະກົດການຫຍໍ້ທໍ້ທັນເວລາ ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບມີຄວາມປອດໄພ, ມີຄຸນສົມບັດສິນທໍາປະຕິວັດຖືກຕ້ອງ.ໂຄສະນາປຸກລະດົມຂະບວນການຕ່າງໆ ໃນກອງທັບ.ປຸກລະດົມໃຫ້ບັນດາກົມກອງມີຈິດໃຈຟົດຟື້ນປະຕິວັດ ແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນສາມວັນສໍາຄັນປະຫວັດສາດຂອງຊາດຢ່າງຟົດຟື້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ