ລາວ - ສ ອິນເດຍ ເພີ່ມທະວີການຮ່ວມມືສອງຝ່າຍ

ລາວ - ສ ອິນເດຍ ເພີ່ມທະວີການຮ່ວມມືສອງຝ່າຍ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ສຸບຣາມານຢໍາ ໃຈຊັງເກີ (Dr. Subrahmanyam Jaishankar) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ (ສ ອິນເດຍ) ໃນວັນທີ 27 ກໍລະກົດ ນີ້ ທີ່ ສູນປະຊຸມແຫ່ງຊາດ (NCC) ນະຄອນຫຼວງວຽງຈັນ (ນວ). ໃນໂອກາດທີ່ມາເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ທີ່ ນວ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ສຸບຣາມານຢໍາ ໃຈຊັງເກີ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສ ອິນເດຍ ອີກຫນຶ່ງສະໄໝ. ສອງຝ່າຍ, ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ - ສ ອິນເດຍ ທີ່ສືບຕໍ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 2 ກຸມພາ 1965 ຄົບຮອບ 68 ປີ ຊຶ່ງສະແດງອອກໃນການແລກປ່ຽນການພົບປະຢ້ຽມຢາມຂອງຄະນະຜູ້ແທນສອງປະເທດ ຢ່າງເປັນປົກກະຕິ. ພ້ອມນີ້, ສອງຝ່າຍ ໄດ້ຢືນຢັນຄືນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ໂດຍສະເພາະການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍທີ່ໄດ້ລົງນາມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ, ເຫັນດີຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອປຶກສາຫາລືເຖິງຊ່ອງທາງໃນການຂະຫຍາຍການຮ່ວມມືໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນໃນຕໍ່ໜ້າ ໂດຍຈັດຕັ້ງປະຕິບັດຜ່ານກົນໄກການປຶກສາຫາລືສອງຝ່າຍ (JC). ຝ່າຍລາວ, ໄດ້ຕີລາຄາສູງຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານອິນເດຍ ໃນການສະໜອງທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃນດ້ານຕ່າງໆ ເປັນຕົ້ນການຊ່ວຍຍົກລະດັບຄວາມຮູ້ຄວາມສາມາດດ້ານພາສາອັງກິດ, ການບໍລິຫານຈັດການ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການພົວພັນສາກົນ, ວັດທະນະທຳ, ກະສິກຳ ແລະ ວຽກງານປ້ອງກັນຊາດ, ໃຫ້ການຊ່ວຍເຫຼືອໂຄງການບູລະນະວັດພູຈຳປາສັກຂອງ ສປປ ລາວ ໄລຍະປີ 2018-2028. ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືໃນຂອບແມ່ນ້ຳຂອງ-ແມ່ນ້ຳຄົງຄາ ໂດຍສະເພາະການຈັດຕັ້ງປະຕິບັດໂຄງການເຫັນຜົນໄວ ຊຶ່ງປັດຈຸບັນ ໂຄງການທີ່ ສປປ ລາວ ໄດ້ຮັບຈາກກອງທຶນໂຄງການເຫັນຜົນໄວ ແມ່ນມີທັງໝົດ 26 ໂຄງການ, ລວມມູນຄ່າຫຼາຍກວ່າ 1,2 ລ້ານໂດລາ. ພ້ອມນີ້, ສອງຝ່າຍ ກໍໄດ້ຢືນຢັນຄືນຈະໃຫ້ການສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ອົງການສະຫະປະຊາຊາດ (ສປຊ), ອາຊຽນ-ອິນເດຍ ແລະ ອື່ນໆ.

ໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານ ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ນັບດີຂຶ້ນ. ພ້ອມນີ້, ກໍໄດ້ສະເໜີໃຫ້ສືບຕໍ່ການຮ່ວມມືກັນໃນຕໍ່ຫນ້າ ເພື່ອເສີມຂະຫຍາຍສາຍພົວພັນມິດຕະ ພາບອັນດີງາມຂອງສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນສູ່ລະດັບໃຫມ່ທີ່ຍິ່ງໃຫຍ່ກວ່າເກົ່າ ແລະ ອວຍພອນໃຫ້ຄະນະຜູ້ແທນ ສ ອິນເດຍ ຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ໃນຄັ້ງນີ້.

ພາຍຫຼັງສຳເລັດການພົບປະ, ສອງຝ່າຍ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບ ການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຈຳນວນ 10 ໂຄງການ, ລວມມູນຄ່າທັງຫມົດ 486.288 ໂດລາ ຊຶ່ງເປັນໂຄງການສະໜັບສະໜູນຈາກ ລັດຖະບານ ອິນເດຍ ໃຫ້ແກ່ ສປປ ລາວ ປະກອບມີຄື: 1. ໂຄງການປົກປັກຮັກສາຕົ້ນໂພ, ປັບປຸງ ແລະ ພັດທະນາບໍລິເວນແທ່ນໂພ ຢູ່ສະຖານທີ່ທ່ອງທ່ຽວພູສີ ແຂວງຫຼວງພະບາງ ມູນຄ່າ 49.312 ໂດລາ; 2. ໂຄງການກໍ່ສ້າງສູນຝຶກອົບຮົມໃຫ້ຄຳປຶກສາ ແລະ ປົກປ້ອງຜູ້ເຄາະຮ້າຍຈາກຄວາມຮຸນແຮງ ທີ່ ແຂວງບໍ່ແກ້ວ ມູນຄ່າ 45.033 ໂດລາ; 3. ໂຄງການກໍ່ສ້າງ ສຸກສາລາບ້ານຈອມອອງ ເມືອງໄຊ ແຂວງອຸດົມໄຊ ມູນຄ່າ 48.242 ໂດລາ; 4. ໂຄງການກໍ່ສ້າງຕະຫຼາດຊຸມຊົນ ໃນເມືອງສຳພັນ ແຂວງຜົ້ງສາລີ ມູນຄ່າ 47.302 ໂດລາ; 5. ໂຄງການກໍ່ສ້າງໂຮງຮຽນປະຖົມ, ບ້ານມອນ ເມືອງແປກ, ແຂວງຊຽງຂວາງ ມູນຄ່າ 48.416 ໂດລາ; 6. ໂຄງການສະໜອງອຸປະກອນການແພດ ໃຫ້ສຸກສາລາ, ບ້ານວຽງໄຊ ແລະ ສາມຕົວເມືອງ (ເມືອງຊານ, ເມືອງພູວົງ ແລະ ເມືອງໄຊເສດຖາ), ແຂວງຜົ້ງສາລີ, ມູນຄ່າ 50.000 ໂດລາ; 7. ໂຄງການກໍ່ສ້າງລະບົບນ້ຳປະປາຊົນລະປະທານ (ບ້ານຕົວແບບ), ບ້ານຈຳປີ, ແຂວງຈຳປາສັກ, ມູນຄ່າ 49.100 ໂດລາ; 8. ໂຄງການກໍ່ສ້າງສຸກສາລາ ບ້ານບຶງຂາມ ແລະ ບ້ານກະຊະ ເມືອງສາລະວັນ ແຂວງສາລະວັນ ມູນຄ່າ 49.883 ໂດລາ; 9. ໂຄງການກໍ່ສ້າງຫ້ອງການກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ ມູນຄ່າ 49.000 ໂດລາ; 10. ໂຄງການກໍ່ສ້າງສຸກສາລາ ທົ່ງລາດ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ມູນຄ່າ 50.000 ໂດລາ.

ສ ອິນເດຍ ໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ໂດຍການສະໜັບສະໜູນງົບປະມານ ຈໍານວນ 1 ລ້ານໂດລາຕໍ່ປີ ໃຫ້ແກ່ປະເທດສະມາຊິກ ເພື່ອຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ, ມູນຄ່າບໍ່ເກີນ 50.000 ໂດລາ ຕໍ່ 1 ໂຄງການ. ນັບຕັ້ງແຕ່ທີ່ມີການສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈໍານວນ 26 ໂຄງການ, ລວມມູນຄ່າ 1.267.191 ໂດລາ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວການຮ່ວມມື

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ສື່ມວນຊົນລາວ ຢ້ຽມຢາມ ແລກປ່ຽນບົດຮຽນຢູ່ສສ ຫວຽດນາມ

ສື່ມວນຊົນລາວ ຢ້ຽມຢາມ ແລກປ່ຽນບົດຮຽນຢູ່ສສ ຫວຽດນາມ

ຄະນະຜູ້ແທນສື່ມວນຊົນລາວ ນໍາໂດຍ ສະຫາຍສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນໄດ້ພົບປະ ແລະ ເຮັດວຽກກັບ ພະແນກວັດທະນະທຳ ແລະ ກິລາ, ໜັງສືພິມຕວຍແຈ,ວິທະຍຸ, ໂທລະພາບ ແລະ ພາກສ່ວນທີ່ກ່ຽວຂ້ອງໃນ​ວັນ​ທີ 26 ຕຸ​ລາ​ຜ່ານ​ມາທີ່ນະຄອນຫລວງໂຮຈີມິນເຊິ່ງນໍາໂດຍສະຫາຍ ເລ ວັນ ທາຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ນະຄອນໂຮ່ຈິມິງ,ທັງສອງຝ່າຍໄດ້ແລກບົດຮຽນກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານໃນສະພາບການຫັນເປັນດີຈີຕ໋ອນເຊິ່ງເປັນການນິຍົມຫລາຍໃນສື່ສັງຄົມອອນລາຍໃນຍຸກປັດຈຸບັນ,​ ການນໍາໃຊ້ປັນຍາປະດິດເຂົ້າໃນວຽກງານສື່ມວນຊົນ.
ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ເມື່ອບໍ່ດົນມານີ້ ທີ່ສຳນັກງານໃຫຍ່ກຸ່ມບໍລິສັດຫວຽດເທວ (Viettel), ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ນຳພາຄະນະຜູ້ແທນຊາວໜຸ່ມເຂົ້າພົບປະ ແລະ ເຮັດວຽກກັບກຸ່ມບໍລິສັດ Viettel, ໂດຍທ່ານ ກາວ ແອງ ເຊີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ການຕ້ອນຮັບ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ສປປ ລາວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ), ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາແຫ່ງນະຄອນເສີນເຈີນ, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີບັນດາຜູ້ແທນພະເຖຣານຸເຖຣະຈາກ 29 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.
ເພີ່ມເຕີມ