ລາວ - ສ ເກົາຫຼີ ຫາລືກ່ຽວກັບຮ່າງສົນທິສັນຍາການຮ່ວມມື

ລາວ - ສ ເກົາຫຼີ ຫາລືກ່ຽວກັບຮ່າງສົນທິສັນຍາການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ

ລາວ - ສ ເກົາຫຼີ ຫາລືກ່ຽວກັບຮ່າງສົນທິສັນຍາການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ
ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມເຈລະຈາສົນທິສັນ ຍາການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ສົນທິສັນຍາວ່າດ້ວຍ

 ການສົ່ງຜູ້ຮ້າຍຂ້າມແດນລະຫວ່າງ ສປປ ລາວ - ສ ເກົາຫຼີ (ໂດຍຜ່ານກອງປະຊຸມທາງໄກ) ຂຶ້ນໃນລະຫວ່າງວັນທີ 6-7 ພະຈິກ 2024 ທີ່ ອອປສ, ຝ່າຍລາວນໍາໂດຍທ່ານ ສຸດສະກະ ບຸນມານິດ ຫົວ ໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອອປສ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ຕາງໜ້າຄະນະຜູ້ແທນຝ່າຍ ສ ເກົາຫຼີ ໂດຍທ່ານນາງ ຊອງມີຢາງ ຫົວໜ້າພະແນກສົນທິສັນຍາ ກະຊວງການຕ່າງປະເທດ ສ ເກົາຫຼີ ພ້ອມຄະນະ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມໄດ້ຕີລາຄາສູງຕໍ່ເນື້ອໃນພື້ນຖານຂອງການຮ່າງສົນທິສັນຍາທັງສອງສະບັບ ທີ່ຝ່າຍ ສ ເກົາຫຼີ ໄດ້ຮ່າງຂຶ້ນໃນເບື້ອງຕົ້ນ, ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າປຶກ ສາຫາລື ແລະ ແລກປ່ຽນຄໍາເຫັນລະຫວ່າງສອງຝ່າຍ ກ່ຽວກັບຮ່າງສົນທິສັນຍາທັງສອງສະ ບັບຢ່າງກົງໄປກົງມາ ແລະ ໄດ້ມີຄວາມເປັນເອກະພາບກັນໂດຍພື້ນຖານໃນຫຼາຍບັນຫາສໍາຄັນ ຊຶ່ງໄດ້ເຮັດໃຫ້ຮ່າງສົນທິສັນຍາສະບັບນີ້ມີຄວາມຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບກົດໜາຍພາຍໃນຂອງສອງປະເທດ ເພື່ອເປັນບ່ອນອີງໃຫ້ແກ່ການລົງນາມ ແລະ ໃຫ້ສັດຕະ ຍາບັນໃນຂັ້ນຕໍ່ໄປ.

ພ້ອມນີ້, ກອງປະຊຸມເຈລະຈາຮ່າງສົນທິສັນຍາ ຍັງເປັນບາດກ້າວສໍາຄັນການຮ່ວມມືທາງດ້ານກົດໝາຍລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໂດຍສະເພາະວຽກງານຮ່ວມມືລະຫວ່າງປະເທດທາງອາຍາ (MLA) ແລະ ວຽກງານສົ່ງຜູ້ຮ້າຍຂ້າມແດນລະຫວ່າງສອງຝ່າຍ ຊຶ່ງສົນທິສັນຍາທັງສອງສະບັບດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ການຮ່ວມມືກັນໃນການຕ້ານ ແລະ ສະກັດກັ້ນອາຊະຍາກໍາ, ການສືບສວນ-ສອບສວນ, ການດໍາເນີນຄະດີອາຍາໃຫ້ມີປະສິດທິພາບສູງຂຶ້ນ ແນໃສ່ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ ແລະ ພົນລະເມືອງຂອງທັງສອງປະເທດ ຍັງເປັນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບກ້າວສູ່ລວງເລິກ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ອອປສ

ຄໍາເຫັນ

ຂ່າວການຮ່ວມມື

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ, ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບໃນວັນທີ 2 ພະຈິກນີ້ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃນລະຫວ່າງວັນທີ 2-3 ພະຈິກນີ້.
ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ເພີ່ມເຕີມ