ລາວ ໂທລະຄົມ ໄດ້ຮັບລາງວັນ ຈາກເວທີ ອົງກອນທີ່ດີເລີດ ແລະ ມີຄວາມຍືນຍົງ ແຫ່ງ ເອເຊຍ 2023

ລາວ ໂທລະຄົມ ໄດ້ຮັບລາງວັນ ຈາກເວທີ ອົງກອນທີ່ດີເລີດ ແລະ ມີຄວາມຍືນຍົງ ແຫ່ງ ເອເຊຍ 2023
ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ ເຂົ້າຮັບລາງວັນ “ຈາກເວທີ ອົງກອນທີ່ດີເລີດ ແລະ ມີຄວາມຍືນຍົງ ແຫ່ງ ເອເຊຍ” (ASIA Corporate Excellence & Sustainability Awards (ACES) 2023), ປະເພດລາງວັນອຸດສະຫາກໍາທີ່ສຸດແຫ່ງປີ (Industry Champions of the Year).
ລາງວັນ “Industry Champions of the Year 2023” ເປັນອີກ 1 ລາງວັນ ທີ່ເປັນການຢັ້ງຢືນເຖິງຄວາມສຳເລັດ ຂອງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃນການເປັນຜູ້ນຳ ດ້ານອຸດ ສາຫະກຳໂທລະຄົມມະນາຄົມ ໃນ ສປປ ລາວ. ລາວໂທລະຄົມ ໄດ້ໃຫ້ຄວາມສໍາຄັນດ້ານຄວາມຍືນຍົງຂອງທຸລະກິດ ໂດຍສຸ່ມໃສ່ວຽກງານດ້ານການບໍລິຫານທີ່ດີ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ມີຄວາມຊື່ສັດໃນການໃຫ້ບໍລິການ ພ້ອມທັງພັດທະນາບໍລິສັດ ຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ການຫັນເປັນທັນສະໄໝ ໃນຍຸກດີຈີຕອນ.
ບັນດາທ່ານອາດຮູ້ດີວ່າ: ຄວາມກ້າວໜ້າຂອງເຕັກໂນໂລຊີ ສາມາດຂັບເຄື່ອນໂລກ ທັງຍັງຊ່ວຍໃຫ້ເສດຖະກິດເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງ ແລະ ລາວໂທລະຄົມເອງ ກໍ່ສາມາດນຳທັນຄວາມກ້າວໜ້າຂອງເຕັກໂນໂລຊີ ບໍ່ວ່າຈະເປັນການເປີດໃຫ້ບໍລິການ 4G ຫຼື 5G ລ້ວນແຕ່ເປັນນະວັດຕະກໍາເຕັກໂນໂລຊີ ທີ່ສະໜັບສະໜູນໃຫ້ບໍລິການຂອງ ລາວໂທລະຄົມ, ມີຄຸນນະພາບ ແລະ ປະສິດທິພາບ ຊຶ່ງສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໃນທຸກກຸ່ມ. ນີ້ຄືສິ່ງທີ່ເຮັດໃຫ້ ລາວໂທລະຄົມ ກາຍເປັນຜູ້ນໍາໃນດ້ານການໃຫ້ບໍລິການໂທລະຄົມມະນາຄົມ ທີ່ມີສິນຄ້າ ແລະ ບໍລິການ ພ້ອມທັງວິທີແກ້ໄຂ (Solutions) ທີ່ຫຼາກຫຼາຍ, ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າ ໃນຍຸກດີຈີຕອນ. ພ້ອມດຽວກັນນີ້, ລາວ ໂທລະຄົມ ຍັງບໍ່ຢຸດຢັ້ງໃນການຕິດຕາມຄວາມກ້າວໜ້າໃໝ່ໆ ບໍ່ວ່າຈະເປັນເຕັກໂນໂລຊີ ປັນຍາປະດິດ (AI), ອິນເຕີເນັດຊັບພະສິ່ງ (IOT), ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ຖານຂໍ້ມູນຂະໜາດໃຫຍ່ (Big Data), ການປະມວນຜົນຜ່ານລະບົບຄຣາວ (Cloud Computing) ແລະ ເຕັກໂນໂລຊີທີ່ທັນສະໄໝອື່ນໆ... ຊຶ່ງຈະມີຜົນຢ່າງຫຼວງຫຼາຍ ຕໍ່ຊີວິດປະຈໍາວັນຂອງຄົນເຮົາ ໃນອະນາຄົດ. ລາວໂທລະຄົມ ໃນຖານະຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຈຶ່ງມຸ່ງໝັ້ນໃນການພັດທະນາຊັບພະຍາກອນມະນຸດ ເພື່ອສາມາດນຳເຕັກໂນໂລຊີໃໝ່ໆ ມາພັດທະນາສິນຄ້າ, ບໍລິການຂອງ ລາວໂທລະຄົມ ໃຫ້ມີຄວາມທັນສະ  ໄໝ, ຕອບໂຈດຄວາມຕ້ອງການຂອງລູກຄ້າ ໄດ້ທຸກກຸ່ມ ແລະ ສະໜັບສະໜູນວຽກງານແຜນຍຸດທະສາດການພັດທະນາປະເທດຊາດ ໃນຕໍ່ໜ້າ, ພ້ອມທັງສືບຕໍ່ໃຫ້ຄວາມສໍາຄັນດ້ານວຽກງານການດໍາເນີນທຸລະກິດທີ່ດີ, ມີຄວາມຊື່ສັດ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ດັ່ງຄໍາຂັວນທີ່ວ່າ: “ລາວ ໂທລະຄົມໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ”.
ໂດຍ: ລາວ ໂທລະຄົມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອົງການກາແດງ ມອບເຄື່ອງຊ່ວຍເຫຼືອ 14 ບ້ານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ

ອົງການກາແດງ ມອບເຄື່ອງຊ່ວຍເຫຼືອ 14 ບ້ານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ

​ ໃນວັນທີ 15-16 ພະຈິກ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນ 14 ບ້ານ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ມີ 14 ບ້ານທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ປະກອບມີ: ບ້ານສະໂຫຼຍ, ທົ່ງຖອນ, ວັງມີໄຊ, ຫາດລອຍ, ບ້ານເລາະ, ຫາດຈອນ, ຫາດນາແລ້ງ, ຄອນຈັນ, ພູລາ, ພູປາດ, ພູລວງ, ສາງອາກ, ບ້ານນາແລ້ງ ແລະ ບ້ານຫາດແຕະ.
ຄະນະນໍາໜັງສືພິມປະຊາຊົນ ພົບປະສອງຝ່າຍກັບ ໜັງສືພິມເຢິນເຢິນ

ຄະນະນໍາໜັງສືພິມປະຊາຊົນ ພົບປະສອງຝ່າຍກັບ ໜັງສືພິມເຢິນເຢິນ

ໃນວັນທີ 17ພະຈິກນີ້, ທີ່ໜັງສືພິມເຢິນເຢິນສຽງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສີວັນ ຫອມໄຊຍະເດດ ກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະສອງຝ່າຍກັບ ສະຫາຍ ເລກວັກມິງ ກຳມະການສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມເຢິນເຢິນ ຮອງຫົວໜ້າໂຄສະນາສຶກສາສູນກາງ ປະທານສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.
ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກຳລັງພະນັກງານ-ນັກຮົບອອກແຮງງານລວມ ເພື່ອເກັບກ່ຽວຜົນຜະລິດເຂົ້ານາປີ ປະຈຳປີ 2026 ຂອງກົມກອງ ພາຍໃຕ້ການຊີ້ ນຳ-ນຳພາຂອງຄະນະພັກ ແລະ ຄະນະບັນຊາກອງບັນຊາການທະຫານເມືອງ.
ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງໄຊຍະນາຍໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026, ເຊິ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍ ພາຍໃຕ້ຫຼັກການນີ້.
ເພີ່ມເຕີມ