ລາວ-ໄທ ສໍາມະນາວິຊາການ ກ່ຽວກັບການຮ່າງນິຕິກຳລຸ່ມກົດໝາຍປົກຄອງ

ລາວ-ໄທ ສໍາມະນາວິຊາການ ກ່ຽວກັບການຮ່າງນິຕິກຳລຸ່ມກົດໝາຍປົກຄອງ

ລາວ-ໄທ ສໍາມະນາວິຊາການ ກ່ຽວກັບການຮ່າງນິຕິກຳລຸ່ມກົດໝາຍປົກຄອງ
ລາວ-ໄທໄດ້ຈັດກອງປະຊຸມສໍາມະນາວິຊາການ ກ່ຽວກັບການຮ່າງນິຕິກຳລຸ່ມກົດໝາຍປົກຄອງຂຶ້ນໃນວັນທີ 18 ມີນານີ້ ທີ່ນະຄອນຫຼວງວຽງຈັນເນື່ອງໃນໂອກາດຄົບຮອບ 75 ປີ ການສ້າງສາຍສຳພັນທາງການທູດ ລາວ-ໄທ


ໂດຍມີທ່ານ ປຣະສິດສັກ ມີລາບປະທານສານປົກຄອງສູງສຸດແຫ່ງຣາຊະອານາຈັກໄທ, ທ່ານ ຄໍາພັນ ບຸນພາຄົມຮອງປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ ພ້ອມດ້ວຍເຈົ້າໜ້າທີ່ຕຸລາການ, ວິທະຍາກອນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ການສໍາມະນາຄັ້ງນີ້ ເພື່ອເຜີຍແຜ່ໃຫ້ຄວາມຮູ້ດ້ານການດໍາເນີນຄະດີປົກຄອງ ໃຫ້ຜູ້ພິພາກສາ, ນັກກົດໝາຍ ແລະ ບຸກຄະລາກອນໃນຂະບວນການຍຸຕິທຳຂອງ ສປປ ລາວ ໂດຍສະເພາະພະນັກງານສານປະຊາຊົນສູງສຸດຂອງລາວ ພາຍໃຕ້ໂຄງການສະໜັບສະໜູນຂອງສານປົກຄອງສູງສຸດແຫ່ງຣາຊະອະນາຈັກໄທ ຊຶ່ງຈັດຂຶ້ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ໄທ ຄົບຮອບ 75 ປີ ໂດຍສະເພາະໃນລະບົບຕຸລາການຂອງສອງປະເທດ.
ນັບຕັ້ງແຕ່ການຈັດຕັ້ງຄະນະສານປົກຄອງໃນສານປະຊາຊົນສູງສຸດຂອງ ສປປ ລາວໃນປີ 2019 ໄທ ແລະ ລາວ ໄດ້ຮ່ວມມືກັນຢ່າງໃກ້ຊິດຜ່ານການສໍາມະນາ ແລະ ການຝຶກອົບຮົມ ເພື່ອຍົກລະດັບເສີມສ້າງສັກກະຍະພາບບຸກຄະລາກອນຂອງສານປົກຄອງ ໃຫ້ສາມາດພິຈາລະນາຄະດີປົກຄອງ ແລະ ຮ່າງກົດໝາຍທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິພາບ, ໂຄງການນີ້ຈຶ່ງເປັນການຮ່ວມມືທີ່ສຳຄັນຂອງສອງປະເທດ ສະແດງເຖິງຄວາມສຳພັນອັນແໜ້ນແຟ້ນ,ທັງເປັນເວທີແລກປ່ຽນປະສົບການດ້ານວຽກງານຍຸຕິທຳ ແລະ ເປັນນິຕິກໍາພື້ນຖານທີ່ສໍາຄັນໃຫ້ແກ່ບັນດາຜູ້ພິພາກສາ ທີ່ເຮັດວຽກຢູ່ຄະນະສານປົກຄອງ, ເປັນຄູ່ມືໃນການຈັດຕັ້ງປະຕິບັດໃນການດໍາເນີນຄະດີປົກຄອງ ທັງເປັນບ່ອນອີງໃນການພິຈາລະນາຕັດສິນ ຫຼື ພິພາກສາຄະດີໃຫ້ຖືກຕ້ອງຕາມຂັ້ນຕອນຢ່າງເຂັ້ມງວດ, ປະກອບສ່ວນການຕ້ານ, ສະກັດກັ້ນການສໍ້ລາດບັງຫຼວງໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ; ຮັບປະກັນການປະຕິບັດໜ້າທີ່ຂອງຜູ້ພິພາກສາຂອງສານປະຊາຊົນໃຫ້ມີຄວາມຖືກຕ້ອງ,ໂປ່ງໃສ, ວ່ອງໄວ ແລະ ຍຸຕິທໍາ; ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມທັງພາຍໃນ ແລະ ຕ່າງປະເທດ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ໃນເວທີສຳມະນາຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ມີລັກສະນະແບບສ້າງສັນ ເພື່ອໃຫ້ໄດ້ຮັບໝາກຜົນຢ່າງຈົບງາມ ແລະ ເພີ່ມທະວີການມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ໄດ້ຮັບປະສິດທິຜົນສູງ ຊຶ່ງການສໍາມະນາແມ່ນໄດ້ດໍາເນີນເປັນເວລາ 2 ວັນ (18-19 ມີນາ 2025).

ຄໍາເຫັນ

ຂ່າວການຮ່ວມມື

ສາມປະທານສະພາແຫ່ງຊາດກໍາປູເຈຍ-ລາວ-ຫວຽດນາມພົບປະຊຸກຍູ້ການຮ່ວມມືຮອບດ້ານ

ສາມປະທານສະພາແຫ່ງຊາດກໍາປູເຈຍ-ລາວ-ຫວຽດນາມພົບປະຊຸກຍູ້ການຮ່ວມມືຮອບດ້ານ

ວັນທີ 18 ພະຈິກຜ່ານມາ, ທ່ານສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດພາເຂົ້າອາຫານເຊົ້າ ແລະ ພົບປະພາຍໃນ 3 ຝ່າຍ(ກຳປູເຈຍ-ລາວ-ຫວຽດນາມ)ຮ່ວມກັບ ສະຫາຍ ເຈິ່ນ ແທັງເໝີ້ນ ປະທານສະພາແຫ່ງຊາດ ແຫ່ງ ສສຫວຽດນາມ ແລະ ສົມເດັດຄຸນສຸດາຣີປະທານສະພາແຫ່ງຊາດແຫ່ງຣາຊະອານາຈັກກຳປູເຈຍໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ(AIPA)ຄັ້ງທີ47ທີ່ນະຄອນຫຼວງມະນີລາປະເທດຟີລິບປິນ.
ເລັ່ງຊຸກຍູ້ໂຄງການກໍ່​ສ້າງເສັ້ນທາງມິດຕະພາບລາວ-ຫວຽດນາມ

ເລັ່ງຊຸກຍູ້ໂຄງການກໍ່​ສ້າງເສັ້ນທາງມິດຕະພາບລາວ-ຫວຽດນາມ

ກອງປະຊຸມປຶກສາຫາລື, ເຜີຍແຜ່ຂໍ້ຕົກລົງແລະມອບໝາຍໜ້າທີ່ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງຍຸດທະສາດປກຊ-ປກສລຽບຕາມຊາຍແດນລາວ-ຫວຽດນາມຫຼືເສັ້ນທາງມິດຕະພາບລາວ-ຫວຽດນາມ, ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 19 ພະ​ຈິກ​ນີ້ ທີ່ ແຂວງຄຳ​ມ່ວນໂດຍການ​ເປັນ​ປະ​ທານ​ຂອງທ່ານພົ.ທສາຍໃຈກົມມະສິດຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ,ມີທ່ານໝັ້ນຍືນຄິນສະໝອນຮອງປະທານຄະນະກຳມະການປົກຄອງແຂວງພ້ອມດ້ວຍການນຳແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສົນທະນາ ການຮ່ວມມື ພັດທະນາ ສື່ມວນຊົນ ລາວ-ຈີນ

ສົນທະນາ ການຮ່ວມມື ພັດທະນາ ສື່ມວນຊົນ ລາວ-ຈີນ

ກອງປະຊຸມສົນທະນາການຮ່ວມມືພັດທະນາສື່ມວນຊົນ ລາວ-ຈີນ, ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສະຖານີວິທະຍຸ FM 93.0 MHz ຄົບຮອບ 20 ປີ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກນີ້, ທີ່ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ວັນສີ ກົວມົວ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ເຂັມມະນີ ພົນເສນາ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາຫົວໜ້າບັນນາທິ ການ, ຜູ້ອຳນວຍການສື່ສິ່ງພິມ, ໂທລະພາບ, ວິທະຍຸ ແລະ ສື່ມວນຊົນເຂົ້າຮ່ວມ.
ໜັງສືພິມປະຊາຊົນ ແລກປ່ຽນການຮ່ວມມືກັບຄະນະພັກນະຄອນດາໜັງ

ໜັງສືພິມປະຊາຊົນ ແລກປ່ຽນການຮ່ວມມືກັບຄະນະພັກນະຄອນດາໜັງ

ໃນວັນທີ 18 ພະຈິກນີ້ ທີ່ນະຄອນດາໜັງ ສສ ຫວຽດນາມ, ສະຫາຍ ສີວັນ ຫອມໄຊຍະເດດ ກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນກັບສະຫາຍ ຫງວຽນຄັກຕວ່ານ ກຳມະການສູນກາງພັກຮອງເລຂາຜູ້ປະຈຳການຄະນະພັກນະຄອນດາໜັງ ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.
ກອງປະຊຸມກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາໃນທຸກສະພາບການຂອງຍຸກໃໝ່ ລາວ-ຈີນ ພາຍໃຕ້ຫົວຂໍ້: “ການຄຸ້ມຄອງພັກເພື່ອສ້າງຊາດໃຫ້ຈະເລີນ ຮ່ວມທາງສູ່ອະນາຄົດອັນສົດໃສ”

ກອງປະຊຸມກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາໃນທຸກສະພາບການຂອງຍຸກໃໝ່ ລາວ-ຈີນ ພາຍໃຕ້ຫົວຂໍ້: “ການຄຸ້ມຄອງພັກເພື່ອສ້າງຊາດໃຫ້ຈະເລີນ ຮ່ວມທາງສູ່ອະນາຄົດອັນສົດໃສ”

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ກອງປະຊຸມສົນທະນາລາວ-ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາໃນທຸກສະພາບການຂອງຍຸກໃໝ່ ພາຍໃຕ້ຫົວຂໍ້ “ການຄຸ້ມຄອງພັກເພື່ອສ້າງຊາດໃຫ້ຈະເລີນ ຮ່ວມທາງສູ່ອະນາຄົດອັນສົດໃສ” ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ໂດຍມີການນໍາ ພ້ອມດ້ວຍຜູ້ຕາງໜ້າຈາກ 5 ແຂວງພາກເໜືອຂອງລາວເຂົ້າຮວ່ມແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ.
ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກແລະ ກອງປະຊຸມຄະນະຊີ້ນຳໂຄງການ

ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກແລະ ກອງປະຊຸມຄະນະຊີ້ນຳໂຄງການ

ໃນວັນທີ 18 ພະຈິກນີ້, ທີ່ໂຮງແຮມສຸພັດຕຣານະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດໃນນາມ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໄດ້ຈັດກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ (The Annual UXO Sector Working Group) ປະຈຳປີ 2026 ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ), ແລະ ການເປັນປະທານຮ່ວມຂອງທ່ານ ດາວ ຊວນ ຫຼາຍ(Dao Xuan Lai), ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ(UNDP Lao PDR) ເເລະ ທ່ານ ນາງ ມິກເຊວ ຢັງ ເອົ້າລໍ້ (Michelle Y. Outlaw) ອຸປະທູດ ແລະ ທັງເປັນຮັກສາການປະຈໍາ ສະຖານເອກອັກຄະລັດຖະທູດເເຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ເເລະ ມີຜູ້ເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ທູຕະນຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍຂອງ ສປຊ, ຜູ້ອໍານວຍການ ແລະ ຕາງໜ້າຈາກອົງການປະຕິບັດງານແກ້ໄຂບັນຫາ ລບຕ ເພືີ່ອມະນຸດສະທໍາ ແລະ ອົງການປະຕິບັດງານພາກວິສາຫະກິດ, ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ບັນດາຜູ້ເຂົ້າຮ່ວມຕິດຕາມຜ່ານທາງໄກໂດຍສະເພາະຄະນະກໍາມະທິການຂັ້ນແຂວງ, ລວມແຂກເຂົ້າຮ່ວມທັງໝົດຫຼາຍກວ່າ 100 ທ່ານ.
ໜັງສືພິມປະຊາຊົນແລະສະຖາບັນການເມືອງແຫ່ງຊາດໂຮ່ຈິມິນພົບປະສອງຝ່າຍ

ໜັງສືພິມປະຊາຊົນແລະສະຖາບັນການເມືອງແຫ່ງຊາດໂຮ່ຈິມິນພົບປະສອງຝ່າຍ

ໃນວັນທີ 18ພະຈິກນີ້, ທີ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນນະຄອນຫຼວງຮ່າໂນ້ຍສສຫວຽດນາມ, ສະຫາຍສີວັນຫອມໄຊຍະເດດກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມແລະພົບປະສອງຝ່າຍກັບສະຫາຍເລຫາຍບິ່ງກຳມະການສູນກາງພັກຮອງຫົວໜ້າຜູ້ປະຈຳການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.
ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ

ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດພາຄີ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຫຼື (UNFCCC) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 9-20 ພະຈິກ ນີ້ ທີ່ເມືອງ ອານຕາເລຍ ປະເທດຕວັກກີ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາປະເທດ ທີ່ເປັນລັດພາຄີຂອງສົນທິສັນຍາດັ່ງກ່າວ ຈຳນວນ 195 ປະເທດ ແລະ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ, ພາກສ່ວນທຸລະກິດ ແລະ ບັນດາສຳນັກຂ່າວຕ່າງໆຈາກທົ່ວໂລກ ຈຳນວນທັງໝົດ ຫຼາຍກວ່າ 90,000 ຄົນ. ກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມປະກອບມີຫຼາຍຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ, ຂະແໜງການຕ່າງປະເທດ, ຂະແໜງການເງິນ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ.
ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມພົບປະຜູ້ນຳອາຊຽນ ແລະ ຜູ້ນຳ ໄອປາ ທີ່ມະນີລາ ສ ຟິລິບປິນ

ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມພົບປະຜູ້ນຳອາຊຽນ ແລະ ຜູ້ນຳ ໄອປາ ທີ່ມະນີລາ ສ ຟິລິບປິນ

ວັນທີ 13-16 ພະຈິກຜ່ານມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ(ສພຊ) ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 49 ທີ່ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ ຊຶ່ງມີບັນດາປະມຸກລັດ, ນາຍົກລັດຖະມົນຕີ, ປະທານ-ຮອງປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິ ການໃຫຍ່ໄອປາ ເຂົ້າຮ່ວມ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພາຍໃຕ້ການຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ, ລາວ ແລະ ຈີນ ໄດ້ເຊັນສັນຍາການຮ່ວມມືຫຼາຍສະບັບທີ່ກວມເອົາຂົງເຂດເສດຖະກິດດີຈີຕອນ ການພັດທະນາແບບສີຂຽວ ອຸດສາຫະກຳບໍ່ແຮ່ສີຂຽວ ແລະ ຂົງເຂດອື່ນໆ ພ້ອມທັງສືບຕໍ່ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີຄຸນນະພາບສູງ.
ເພີ່ມເຕີມ