ລັດຖະບານ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ກົງສູນກິດຕິມະສັກ ຂອງ ສປປ ລາວ ປະຈຳປະເທດ ລີບັງ

ລັດຖະບານ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ກົງສູນກິດຕິມະສັກ ຂອງ ສປປ ລາວ ປະຈຳປະເທດ ລີບັງ
ໃນຕອນເຊົ້າວັນທີ 21 ພຶດສະພານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບ ແລະ ຕາງໜ້າລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ທ່ານ ຊັກ ຢູເຊັບ ໂຮກາແຢມ (Mr. Jacques YOUSESEF HOKAYEM) ກົງສູນກິດຕິມະສັກ ຂອງ ສປປ ລາວ ປະຈຳ ລີບັງ ເພື່ອເປັນການຍ້ອງຍໍ ຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ລີບັງ ໃນໂອກາດທີ່ໄດ້ເດີນທາງມາເຄື່ອນໄຫວ ແລະ ຢ້ຽມຢາມ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ຂອງ ທ່ານ ຊັກ ຢູເຊັບ ໂຮກາແຢມ ທີ່ມີຄວາມເອົາໃຈໃສ່ ບຸກບືນ, ເສຍສະຫຼະ ໃນການປະຕິບັດໜ້າທີ່ເປັນກົງສຸນກິດຕິມະສັກແຫ່ງ ສປປ ລາວ ໃນໄລຍະເວລາ 15 ປີ ຜ່ານມາ ໂດຍບໍ່ຫວັງຜົນຕອບແທນໃດໆຊຶ່ງໄດ້ອຸທິດເຫື່ອແຮງຂອງຕົນ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານກົງສຸນ, ການປະກອບ ສ່ວນຂົນຂວາຍດຶງດູດນັກລົງທຶນ ແລະ ໂຄສະນາໃຫ້ນັກທ່ອງທ່ຽວ ຈາກປະເທດລີບັງ ເຂົ້າມາທ່ອງທ່ຽວ ແລະ ລົງທຶນຢູ່ ສປປ ລາວ. ນອກນັ້ນ, ຍັງໄດ້ໃຫ້ການຊ່ວຍເຫຼືອ ປະກອບສ່ວນທຶນຮອນ ແລະ ອຳນວຍຄວາມສະດວກໃຫ້ແຫ່ ຄະນະຜູ້ແທນລາວ ທີ່ ໄປປະຕິບັດພາລະກິດ ຢູ່ ປະເທດລີບັງ.
ໃນຂະນະດຽວກັນ, ທ່ານ ກົງສູນກິດຕິມະສັກ ໄດ້ສະແດງຄວາມພາກພູມໃຈ ແລະ ຂອບໃຈຢ່າງສູງມາຍັງທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ຕາງໜ້າລັດຖະບານ ສປປ ລາວ ປະດັບຫຼຽນໄຊມິດຕະພາບ ອັນຊົງກຽດນີ້. ພ້ອມດຽວກັນ, ທ່ານ ກົງສຸນກິດຕິມະສັກ ຢືນຢັນທີ່ຈະສືບຕໍ່ເອົາໃຈໃສ່ ເຮັດໜ້າທີ່ເປັນກົງສຸນກິດຕິມະສັກ ເພື່ອເສີມຂະຫຍາຍການພົວພັນຮ່ວມມືທາງເສດຖະກິດ, ການທ່ອງທ່ຽວ ແລະ ວັດທະນະທຳ ເພື່ອຊຸກຍູ້ ສົ່ງເສີມ ສາຍພົວພັນມິດຕະພາບຂອງສອງປະເທດ ລະຫວ່າງ ສປປ ລາວ ແລະ ລີບັງ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ. 
(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ສົນທະນາ ການຮ່ວມມື ພັດທະນາ ສື່ມວນຊົນ ລາວ-ຈີນ

ສົນທະນາ ການຮ່ວມມື ພັດທະນາ ສື່ມວນຊົນ ລາວ-ຈີນ

ກອງປະຊຸມສົນທະນາການຮ່ວມມືພັດທະນາສື່ມວນຊົນ ລາວ-ຈີນ, ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສະຖານີວິທະຍຸ FM 93.0 MHz ຄົບຮອບ 20 ປີ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກນີ້, ທີ່ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ວັນສີ ກົວມົວ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ເຂັມມະນີ ພົນເສນາ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາຫົວໜ້າບັນນາທິ ການ, ຜູ້ອຳນວຍການສື່ສິ່ງພິມ, ໂທລະພາບ, ວິທະຍຸ ແລະ ສື່ມວນຊົນເຂົ້າຮ່ວມ.
ໜັງສືພິມປະຊາຊົນ ແລກປ່ຽນການຮ່ວມມືກັບຄະນະພັກນະຄອນດາໜັງ

ໜັງສືພິມປະຊາຊົນ ແລກປ່ຽນການຮ່ວມມືກັບຄະນະພັກນະຄອນດາໜັງ

ໃນວັນທີ 18 ພະຈິກນີ້ ທີ່ນະຄອນດາໜັງ ສສ ຫວຽດນາມ, ສະຫາຍ ສີວັນ ຫອມໄຊຍະເດດ ກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນກັບສະຫາຍ ຫງວຽນຄັກຕວ່ານ ກຳມະການສູນກາງພັກຮອງເລຂາຜູ້ປະຈຳການຄະນະພັກນະຄອນດາໜັງ ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.
ກອງປະຊຸມກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາໃນທຸກສະພາບການຂອງຍຸກໃໝ່ ລາວ-ຈີນ ພາຍໃຕ້ຫົວຂໍ້: “ການຄຸ້ມຄອງພັກເພື່ອສ້າງຊາດໃຫ້ຈະເລີນ ຮ່ວມທາງສູ່ອະນາຄົດອັນສົດໃສ”

ກອງປະຊຸມກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາໃນທຸກສະພາບການຂອງຍຸກໃໝ່ ລາວ-ຈີນ ພາຍໃຕ້ຫົວຂໍ້: “ການຄຸ້ມຄອງພັກເພື່ອສ້າງຊາດໃຫ້ຈະເລີນ ຮ່ວມທາງສູ່ອະນາຄົດອັນສົດໃສ”

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ກອງປະຊຸມສົນທະນາລາວ-ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາໃນທຸກສະພາບການຂອງຍຸກໃໝ່ ພາຍໃຕ້ຫົວຂໍ້ “ການຄຸ້ມຄອງພັກເພື່ອສ້າງຊາດໃຫ້ຈະເລີນ ຮ່ວມທາງສູ່ອະນາຄົດອັນສົດໃສ” ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ໂດຍມີການນໍາ ພ້ອມດ້ວຍຜູ້ຕາງໜ້າຈາກ 5 ແຂວງພາກເໜືອຂອງລາວເຂົ້າຮວ່ມແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ.
ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກແລະ ກອງປະຊຸມຄະນະຊີ້ນຳໂຄງການ

ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກແລະ ກອງປະຊຸມຄະນະຊີ້ນຳໂຄງການ

ໃນວັນທີ 18 ພະຈິກນີ້, ທີ່ໂຮງແຮມສຸພັດຕຣານະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດໃນນາມ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໄດ້ຈັດກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ (The Annual UXO Sector Working Group) ປະຈຳປີ 2026 ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ), ແລະ ການເປັນປະທານຮ່ວມຂອງທ່ານ ດາວ ຊວນ ຫຼາຍ(Dao Xuan Lai), ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ(UNDP Lao PDR) ເເລະ ທ່ານ ນາງ ມິກເຊວ ຢັງ ເອົ້າລໍ້ (Michelle Y. Outlaw) ອຸປະທູດ ແລະ ທັງເປັນຮັກສາການປະຈໍາ ສະຖານເອກອັກຄະລັດຖະທູດເເຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ເເລະ ມີຜູ້ເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ທູຕະນຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍຂອງ ສປຊ, ຜູ້ອໍານວຍການ ແລະ ຕາງໜ້າຈາກອົງການປະຕິບັດງານແກ້ໄຂບັນຫາ ລບຕ ເພືີ່ອມະນຸດສະທໍາ ແລະ ອົງການປະຕິບັດງານພາກວິສາຫະກິດ, ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ບັນດາຜູ້ເຂົ້າຮ່ວມຕິດຕາມຜ່ານທາງໄກໂດຍສະເພາະຄະນະກໍາມະທິການຂັ້ນແຂວງ, ລວມແຂກເຂົ້າຮ່ວມທັງໝົດຫຼາຍກວ່າ 100 ທ່ານ.
ໜັງສືພິມປະຊາຊົນແລະສະຖາບັນການເມືອງແຫ່ງຊາດໂຮ່ຈິມິນພົບປະສອງຝ່າຍ

ໜັງສືພິມປະຊາຊົນແລະສະຖາບັນການເມືອງແຫ່ງຊາດໂຮ່ຈິມິນພົບປະສອງຝ່າຍ

ໃນວັນທີ 18ພະຈິກນີ້, ທີ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນນະຄອນຫຼວງຮ່າໂນ້ຍສສຫວຽດນາມ, ສະຫາຍສີວັນຫອມໄຊຍະເດດກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມແລະພົບປະສອງຝ່າຍກັບສະຫາຍເລຫາຍບິ່ງກຳມະການສູນກາງພັກຮອງຫົວໜ້າຜູ້ປະຈຳການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.
ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ

ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດພາຄີ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຫຼື (UNFCCC) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 9-20 ພະຈິກ ນີ້ ທີ່ເມືອງ ອານຕາເລຍ ປະເທດຕວັກກີ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາປະເທດ ທີ່ເປັນລັດພາຄີຂອງສົນທິສັນຍາດັ່ງກ່າວ ຈຳນວນ 195 ປະເທດ ແລະ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ, ພາກສ່ວນທຸລະກິດ ແລະ ບັນດາສຳນັກຂ່າວຕ່າງໆຈາກທົ່ວໂລກ ຈຳນວນທັງໝົດ ຫຼາຍກວ່າ 90,000 ຄົນ. ກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມປະກອບມີຫຼາຍຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ, ຂະແໜງການຕ່າງປະເທດ, ຂະແໜງການເງິນ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ.
ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມພົບປະຜູ້ນຳອາຊຽນ ແລະ ຜູ້ນຳ ໄອປາ ທີ່ມະນີລາ ສ ຟິລິບປິນ

ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມພົບປະຜູ້ນຳອາຊຽນ ແລະ ຜູ້ນຳ ໄອປາ ທີ່ມະນີລາ ສ ຟິລິບປິນ

ວັນທີ 13-16 ພະຈິກຜ່ານມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ(ສພຊ) ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 49 ທີ່ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ ຊຶ່ງມີບັນດາປະມຸກລັດ, ນາຍົກລັດຖະມົນຕີ, ປະທານ-ຮອງປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິ ການໃຫຍ່ໄອປາ ເຂົ້າຮ່ວມ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພາຍໃຕ້ການຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ, ລາວ ແລະ ຈີນ ໄດ້ເຊັນສັນຍາການຮ່ວມມືຫຼາຍສະບັບທີ່ກວມເອົາຂົງເຂດເສດຖະກິດດີຈີຕອນ ການພັດທະນາແບບສີຂຽວ ອຸດສາຫະກຳບໍ່ແຮ່ສີຂຽວ ແລະ ຂົງເຂດອື່ນໆ ພ້ອມທັງສືບຕໍ່ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີຄຸນນະພາບສູງ.
Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ໄດ້ເປັນເຈົ້າພາບຈັດງານ “Sabaidee JAPAN 2026” ໃນລະຫວ່າງວັນທີ 13-15 ພະຈິກ ຜ່ານມາ ທີ່ສວນປະຕູໄຊ. ງານດັ່ງກ່າວໄດ້ຮັບການຮ່ວມມືໃນການຈັດຕັ້ງຈາກ ມູນນິທິຍີ່ປຸ່ນ (Japan Foundation) ຫ້ອງການປະສານງານນະຄອນຫຼວງວຽງຈັນ, ອົງການຮ່ວມມືສາກົນຍີ່ປຸ່ນ JICA ປະຈຳລາວ, ອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະຈຳນະຄອນຫຼວງວຽງຈັນ, ສະພາອຸດສາຫະກຳ ແລະ ການຄ້າຍີ່ປຸ່ນ ແຫ່ງ ສປປ ລາວ ແລະ ສະຖາບັນລາວ-ຍີ່ປຸ່ນ (LJI).
ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ທ່ານ ນາງວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. Koizumi Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນວັນທີ 16 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ເພີ່ມເຕີມ