ທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນຫຼື CMG ຈະອອກອາກາດຢູ່ບໍລິສັດວິທະຍຸໂທລະພາບແຫ່ງຊາດຣັດເຊຍ, ເວັບໄຊ “ໜັງສືພິມຣັດເຊຍ” ຂອງສຳນັກງານລັດຖະບານຣັດເຊຍ, ບໍລິສັດສື່ມວນຊົນອາຍແກັດທຳມະຊາດຣັດເຊຍ, ໂທລະພາບອາຊີຣັດເຊຍ ແລະເວທີອື່ນໆເລີ່ມແຕ່ວັນທີ 7 ພຶດສະພານີ້ເປັນຕົ້ນໄປ. ສື່ມວນຊົນສຳຄັນຫຼາຍແຫ່ງຂອງພາກພື້ນອາຊີ-ເອີຣົບໄດ້ແຈ້ງຂ່າວກ່ຽວກັບການອອກອາກາດລາຍການດັ່ງກ່າວ ຊຶ່ງໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກວົງການຕ່າງໆຂອງຣັດເຊຍ.
ທ່ານ ສີຈິ້ນຜິງ ແລະ ທ່ານ ນາງ ເຜີງລີ້ຢວນ ຈັດງານລ້ຽງຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 33
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ຄໍາເຫັນ