ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ນວ)

ຫຼາຍໜ້າວຽກໂຄງການຂົນສົ່ງຍືນຍົງ ໃນຕົວເມືອງ ນວ ຄາດວ່າຈະໃຫ້ສຳເລັດການກໍ່ສ້າງໃນທ້າຍປີ 2024

ຫຼາຍໜ້າວຽກໂຄງການຂົນສົ່ງຍືນຍົງ ໃນຕົວເມືອງ ນວ ຄາດວ່າຈະໃຫ້ສຳເລັດການກໍ່ສ້າງໃນທ້າຍປີ 2024
ໂດຍ: ວັນເພັງ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ຈະເປັນແນວທາງການແກ້ໄຂບັນຫາທີ່ມີລັກສະນະຮອບດ້ານ, ຄົບຊຸດເອົາການບໍລິການຂົນສົ່ງສາທາລະນະເປັນໃຈກາງ (TOD)ມາຮອດປັດຈຸບັນ ໂຄງການດັ່ງກ່າວກຳລັງດຳເນີນປັບປຸງ,

 

ສ້ອມແປງ, ກໍ່ສ້າງຫຼາຍໜ້າວຽກເປັນຕົ້ນຖະໜົນສຳລັບລົດເມດ່ວນ, ລົດຖີບ ແລະ ຄົນຍ່າງ, ອູ່ລົດເມBRT, ສູນສ້ອມແປງ ແລະ ອື່ນໆ ໃຫ້ສຳເລັດໃນເດືອນທັນວາ 2024.

ໃນໂອກາດເຂົ້າຮ່ວມ ກອງປະຊຸມຮັບຟັງການລາຍງານ ແລະ ເຜີຍແຜ່ຂໍ້ມູນຂ່າວສານໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ທີ່ຈັດຂຶ້ນເມືອບໍ່ດົນມານີ້, ທ່ານ ຄຳພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງ ນວ ໄດ້ລາຍງານໃຫ້ຮູ້ກ່ຽວກັບໂຄງການດັ່ງກ່າວວ່າ: ຜ່ານມາແມ່ນໄດ້ເນັ້ນແຕ່ພຽງການສ້າງ ແລະ ປັບປຸງເສັ້ນທາງເຮັດໃຫ້ການແກ້ໄຂບັນຫາບໍ່ຍືນຍົງ.ດັ່ງນັ້ນ, ຜ່ານການສຶກສາ ແລະ ຈັດຕັ້ງປະຕິບັດຫຼາຍໂຄງການຫຼາຍອົງການຈັດຕັ້ງສາກົນ ຈຶ່ງເຫັນດີເປັນເອກະພາບ ຕໍ່ແນວທາງການແກ້ໄຂບັນຫາທີ່ມີລັກສະນະຮອບດ້ານ, ຄົບຊຸດເອົາການບໍລິການຂົນສົ່ງສາທາລະນະເປັນໃຈກາງ (TOD) ຄືດັ່ງໂຄງການນີ້.

ສ່ວນຖະໜົນສຳລັບລົດເມດ່ວນ, ລົດຖີບ ແລະ ຄົນຍ່າງສະຖານີໃຫຍ່ ຫຼື Transit Mall ແມ່ນເຂດສະເພາະສຳລັບລົດເມດ່ວນ, ລົດຖີບ ແລະ ຄົນຍ່າງ ມີຄວາມຍາວປະມານ 600 ແມັດ ຢູ່ຕາມຖະໜົນເສດຖາທິລາດເລີ່ມຈາກຖະໜົນຂຸນບູລົມ ສີ່ແຍກໄຟແດງວັດອິນແປງຫານ້ຳພຸ. ການສ້າງຖະໜົນດັ່ງກ່າວໂດຍມີຈຸດປະສົງ ເພື່ອສົ່ງເສີມການຂີ່ລົດຖີບ ແລະ ການຍ່າງ, ປັບປຸງການເຂົ້າເຖິງຂົນສົ່ງສາທາລະນະເພື່ອໃຫ້ມີພື້ນທີ່ສໍາລັບຄົນຍ່າງຫຼາຍກວ່ານໍາໃຊ້ຍານພາຫະນະ, ຫຼຸດຜ່ອນມົນລະພິດໃນໃຈກາງຕົວເມືອງ. ໃນນັ້ນ, ລະບົບການເກັບຄ່າໂດຍສານ, ລົດເມທຸກຄັນຕິດຕັ້ງອຸປະກອນກວດສອບລະບົບຈ່າຍຄ່າໂດຍສານ;ນໍາໃຊ້ບັດ smart card ຊຳລະຄ່າໂດຍສານ;ຜູ້ໂດຍສານ ຍັງສາມາດຈ່າຍເງິນຄ່າບໍລິການຜ່ານໂທລະສັບມືຖືທີ່ມີການສົມທົບກັບລະບົບບັນຊີທະນາຄານ;ຜູ້ໂດຍສານທີ່ບໍ່ໃຊ້ໂທລະສັບມືຖື, ສາມາດຊື້ປີ້ລົດເມດ່ວນຢູ່ສະຖານີຫຼັກ ແລະຈຸດຂາຍປີ້ໂດຍສານໃດໜຶ່ງກໍໄດ້.ລະບົບດັ່ງກ່າວຍັງສາມາດນໍາໃຊ້ສຳລັບຈ່າຍຄ່າຝາກລົດແລະໃຊ້ບໍລິການລົດຖີບສາມລໍ້ (pedicab).ໃນນັ້ນ, ຈຸດກໍ່ສ້າງອູ່ລົດເມ BRT ຢູ່ຖະໜົນ 13ໃຕ້ບ້ານໂພນຄຳເມືອງໄຊທານີນວມີເນື້ອທີ່ທັງໝົດປະມານ 3 ເຮັກຕາຊຶ່ງອູ່ລົດຈະສ້າງຮົ້ວອ້ອມ ແລະຮອງຮັບຊ່ອງຈອດລົດເມໄຟຟ້າ BRT ໄດ້ 82 ຄັນ ພ້ອມດ້ວຍບ່ອນສາກໝໍ້ໄຟ.ພ້ອມກັນນີ້, ຈະມີການຝຶກອົບຮົມກ່ຽວກັບບຳລຸງຮັກສາ,ການສ້ອມແປງ, ສະຖານີລ້າງ ແລະສິ່ງອຳນວຍຄວາມສະດວກອື່ນໆສຳລັບຄົນຂັບລົດ ແລະພະນັກງານ. ອູ່ລົດດັ່ງກ່າວຍັງມີຫ້ອງການບໍລິຫານໃຫ້ແກ່ຜູ້ປະກອບການລົດເມ BRT ເຊັ່ນກັນກັບສູນຄວບຄຸມການປະຕິບັດງານ.

ທ່ານ ຄຳພັນ ວັນທະນາ ຍັງໃຫ້ຮູ້ຕື່ມວ່າ: ສຳລັບຄວາມຄືບໜ້າຂອງໂຄງການດັ່ງກ່າວມາຮອດທ້າຍເດືອນກໍລະກົດ 2024, ໂຄງການສາມາດປະຕິບັດໄດ້ 62% ທຽບກັບແຜນການລວມທັງໝົດ (5 ອົງປະກອບ/ໜ້າວຽກ) ແລະ ແຜນໃນຕໍ່ໜ້າຈະສືບຕໍ່ວຽກກໍ່ສ້າງໂຄງລ່າງພື້ນຖານແກ່ລະບົບຂົນສົ່ງໃຫ້ສຳເລັດໃນກາງປີ 2025;ສູ້ຊົນສຳເລັດການກໍ່ສ້າງອູ່ລົດເມ, ສູນສ້ອມແປງ ແລະ ອື່ນໆ ໃຫ້ສຳເລັດໃນເດືອນທັນວາ 2024;ສືບຕໍ່ວຽກປະມູນສັນຍາບໍລິການທີ່ຍັງເຫຼືອ(ສາມສັນຍາ);ສືບຕໍ່ວຽກງານໂຄສະນາເຜີຍແຜ່ ແລະ ກະກຽມປັບປ່ຽນທິດທາງສັນຈອນຢູ່ບາງເສັ້ນທາງ; ສືບຕໍ່ວຽກໄກ່ເກ່ຍ ແລະ ຂໍ້ຄົງຄ້າງທີ່ຍັງບໍ່ທັນສຳເລັດ ພ້ອມຕິດຕາມການຂໍອະນຸມັດຕໍ່ອາຍຸ ແລະ ດັດແກ້ສັນຍາກູ້ຢືມ/ຊ່ວຍເຫຼືອຕື່ມອີກ 2 ປີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກຳລັງພະນັກງານ-ນັກຮົບອອກແຮງງານລວມ ເພື່ອເກັບກ່ຽວຜົນຜະລິດເຂົ້ານາປີ ປະຈຳປີ 2026 ຂອງກົມກອງ ພາຍໃຕ້ການຊີ້ ນຳ-ນຳພາຂອງຄະນະພັກ ແລະ ຄະນະບັນຊາກອງບັນຊາການທະຫານເມືອງ.
ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງໄຊຍະນາຍໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026, ເຊິ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍ ພາຍໃຕ້ຫຼັກການນີ້.
ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ ຄຸ້ມຄອງ ຂຶ້ນໃນວັນທີ 16 ພະຈິກນີ້ທີ່ ສຊປລ ໂດຍການເປັນປະທານຂອງສະຫາຍ ທອງລີ ສີສຸລິດກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງ ສຊປລ, ມີຮອງເລຂາ, ມີສະຫາຍຄະນະພັກ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.
ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ກອງປະຊຸມການລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ລິດຕາ ຂັດທິຍະຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ແກ້ວວິສຸກ ໂສລະພິມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ (ນວ),ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການບໍລິສັດລາວສະມາດທານສະຟອມເມຊັນດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ