ໃນວັນດຽວກັນ, ກຸ່ມບໍລິສັດເຮືອບິນ ເຮລີກອັບເຕ (Rostex) ໄດ້ຈັດການເຄື່ອນໄຫວ “ກອງພັນໃຫຍ່ອະມະຕະ” ທາງອາກາດ ດ້ວຍບັນດາເຮືອບິນເຮລີກອັບເຕ ທີ່ຖືຮູບເຄິ່ງຄີງຂອງນັກບິນທີ່ໄດ້ເຂົ້າຮ່ວມສົງຄາມປ້ອງກັນຊາດອັນຍິ່ງໃຫຍ່.
ເນື່ອງໃນໂອກາດດັ່ງກ່າວ, ທະນາຄານສູນກາງກາຊັກສະຖານ ໄດ້ຈຳໜ່າຍເງິນຫຼຽນເຮັດດ້ວຍເງິນເຄືອບຄຳ 31.68g, ມູນຄ່າ 1,000 tenge ຈຳນວນ 2,000 ຫຼຽນ (ປະມານ 1.94 ໂດລາຕໍ່ຫຼຽນ) ແລະ 10 ລ້ານຫຼຽນເຮັດດ້ວຍໂລຫະປະສົມ ມູນຄ່າ 200 tenge (0.39 ໂດລາຕໍ່ຫຼຽນ) ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ນ້ຳໃຈອົງອາດກ້າຫານ ແລະ ການເສຍສະຫຼະຢ່າງພິລະອາດຫານເພື່ອປົກປັກຮັກສາປະເທດຊາດ.
ໃນວັນດຽວກັນ, ປະເທດປານາມາ ໄດ້ຈັດພິທີເປີດອະນຸສາວະລີບັນດາລູກເຮືອກ່ຳປັ່ນດຳນ້ຳ ອະດີດສະຫະພາບໂຊຫວຽດ ເພື່ອສະເຫຼີມສະຫຼອງວັນບັນດາກ່ຳປັ່ນດຳນ້ຳອະດີດສະຫະພາບໂຊຫວຽດ ເດີນຜ່ານຊ່ອງແຄບ ປານາມາ ໃນໄລຍະດຳເນີນສົງຄາມປ້ອງກັນຊາດອັນຍິ່ງໃຫຍ່. ໃນພິທີຍັງດຳເນີນພິທີສູດມົນພາວະນາອາໄລຫາດວງວິນຍານນັກຮົບທີ່ໄດ້ເສຍສະຫຼະຊີວິດ.
ຄໍາເຫັນ