ຫຼາຍພາກສ່ວນ ສືບຕໍ່ມອບເງິນອຸປະຖໍາ ງານມະຫະກໍາບຸນຊ້າງ

ຫຼາຍພາກສ່ວນ ສືບຕໍ່ມອບເງິນອຸປະຖໍາ ງານມະຫະກໍາບຸນຊ້າງ
ເພື່ອເປັນການປະກອບສ່ວນທາງດ້ານວັດຖຸ ແລະ ປັດໃຈຂອງບັນດາບໍລິສັດ, ລັດວິສາຫະກິດ, ທະນາຄານ ທີ່ດໍາເນີນທຸລະກິດຢູ່ແຂວງ ໄຊຍະບູລີ ເຂົ້າໃນງານມະຫາກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ ແຂວງໄຊຍະບູລີປະຈໍາປີ 2024 ຊຶ່ງຈະໄດ້ເປີດງານຢ່າງເປັນທາງການໃນວັນທີ 17 ກຸມພານີ້, ໃນຕອນບ່າຍວັນທີ 13 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ. ມີບໍລິສັດ ອຸທຸມພອນກໍ່ສ້າງ ແລະ ຂົວທາງ ຈໍາກັດ ມອບເງິດສົດຈໍານວນ 10 ລ້ານກີບ, ທະນາຄານ ພັດທະນາລາວ ຈໍາກັດມອບວັດຖຸ ແລະ ເງິນສົດລວມມູນຄ່າ 244  ລ້ານກວ່າກີບ, ທະນາຄານນະໂຍບາຍມອບເງິນສົດ 3 ລ້ານກີບ, ບໍລິສັດລົງທຶນພັດທະນາທ່ອງທ່ຽວເຊໂນ-ລາວ ຈໍາກັດ ມອບເງິນສົດ 10 ລ້ານກີບ, ລັດວິສາຫະກິດນໍ້າປະປາແຂວງ 4 ລ້ານກີບ, ບໍລິສັດ ນໍ້າຮຸ່ງ1 ໄຮໂດຣ ພາວເວີ ຈໍາກັດ 10 ລ້ານກີບ, ບໍລິສັດ ອີທີແອວ ມະຫາຊົນ ຈໍາກັດ ສາຂາແຂວງ 15 ລ້ານກີບ, ທະນາຄານຮ່ວມພັດທະນາ ມອບວັດຖຸ ແລະ ເງິນ ລວມມູນຄ່າທັງໝົດ 130 ລ້ານກີບ, ບໍລິສັດ ລາວໂທລະຄົມ ມະນາຄົມ ສາຂາແຂວງ 20 ລ້ານກີບ ແລະ ທະນາຄານ ສົ່ງເສີມກະສິກໍາ ສາຂາແຂວງ ມອບວັດຖຸ ແລະ ເງິນສົດ ມູນຄ່າ 43 ລ້ານ 8 ແສນກີບ ແລະ ຮັບໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ປະທານຄະນະກໍາມະການຈັດງານມະຫະກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ ແຂວງໄຊຍະບູລີ ປະຈໍາປີ 2024 ພ້ອມທັງໄດ້ມອບໃບສົມມະນາບຸນຄຸນ ແລະ ໃບຍ້ອງຍໍຂອງທ່ານເຈົ້າແຂວງ ໃຫ້ຜູ້ທີ່ໄດ້ປະກອບສ່ວນເງິນໃນຄັ້ງນີ້.
(ຂ່າວ-ພາບ:ອຸ່ນເຮືອນ ໂພທິລັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຳເລັດວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ ໃຫ້ພະນັກງານນຳພາ, ທະນາຄານການຕ່າງປະເທດມະຫາຊົນ  4 ແຂວງພາກກາງ

ສຳເລັດວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ ໃຫ້ພະນັກງານນຳພາ, ທະນາຄານການຕ່າງປະເທດມະຫາຊົນ 4 ແຂວງພາກກາງ

ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່) ໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້ “ວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ” ຂຶ້ນໃນວັນທີ 1 ສິງຫາ ຜ່ານມາ ທີ່ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານ ຂອງທ່ານ ຄໍາກອງ ທຳມະເທວາ ກຳມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງມີທ່ານ ເພັດພູວັນ ເຮືອງປັນຍາ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງ ສະຫວັນນະເຂດ ແລະ ທ່ານ ນາງ ອຸ່ນເຮືອນ ຮ່ວງສະຫວັນ ຮອງຫົວໜ້າພະແນກຈັດຕັ້ງ-ພະນັກງານ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ BCEL (ສໍານັກງານໃຫຍ່); ມີພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 4 ແຂວງພາກກາງເຂົ້າຮ່ວມ ຊຸດຝຶກອົບຮົມຄັ້ງນີ້
ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ

ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ອົງການຄວາມຮ່ວມມືລະຫວ່າງປະເທດ ແຫ່ງປະເທດໄທ (TICA) ແລະ ອົງການສະຫະປະຊາຊາດສຳລັບເດັກ ປະຈຳ ສປປ ລາວ (UNICEF) ໄດ້ຈັດພິທີເປີດຊຸດອົບຮົມຄູຝຶກ ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງດ້ານໂພຊະນາການ ໃນຊຸມຊົນຂອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ” ຂຶ້ນໃນລະຫວ່າງວັນທີ 3-7 ສິງຫານີ້
ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ

ໃນວັນທີ 31 ກໍລະກົດ ຜ່ານມາ ທີ່ສະໂມສອນແຂວງຜົ້ງສາລີ, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະ ທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ໄດ້ພົບປະໂອ້ລົມພະນັກງານການນຳ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກ ງານຫຼັກແຫຼ່ງຂອງແຂວງ ແລະ ເມືອງບຸນເໜືອ.
ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

ໃນຕອນເຊົ້າຂອງວັນທີ 31 ກໍລະກົດນີ້, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ມີພິທີປິດການບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານກະຊວງການຕ່າງປະເທດ (ກຕທ), ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ແລະ ບັນດາກະຊວງອ້ອມຂ້າງສູນກາງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະຈັດຕັ້ງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮັບການບໍາລຸງພາສາອັງກິດທັງໝົດຈໍານວນ100 ກວ່າທ່ານ.
ຫຼວງພະບາງ-LDB ຊຸກຍູ້ຂະບວນການຈັດຫາເລືອດໃຫ້ບັນລຸຕາມແຜນການ

ຫຼວງພະບາງ-LDB ຊຸກຍູ້ຂະບວນການຈັດຫາເລືອດໃຫ້ບັນລຸຕາມແຜນການ

ພິ​ທີມອບ-ຮັບ ເສື້ອ ແລະອຸປະກອນເຍືອງຊອກຫາເສັ້ນເລືອດ ເພື່ອຊຸກຍູ້ຂະບວນການຈັດຫາເລືອດຢູ່ແຂວງຫຼວງພະບາງມີ​ຂຶ້ນໃນ​ວັນ​ທີ 30 ກໍ​ລະ​ກົດ​ຜ່ານ​ມາທີ່ແຂວງຫຼວງ​ພະ​ບາງໂດຍ​ມີທ່ານ ບຸນເຫຼືອ ສີນໄຊວໍລະວົງ ປະທານຄະນະກຳມະການປົກຄອງແຂວງ, ມີຄະນະຜູ້ບໍລິຫານທະນາຄານ ພັດທະນາລາວ (LDB), ຄະນະນຳອົງການກາແດງແຂວງຫຼວງພະບາງ ແລະພະນັກງານສູນເລືອດ ເຂົ້າຮ່ວມ.
ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວວຽກງານຢູ່ເມືອງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວວຽກງານຢູ່ເມືອງຜົ້ງສາລີ

ໃນວັນທີ 29 ກໍລະກົດ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ​ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຜົ້ງສາລີ.
ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos"ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ"

ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos"ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ"

ກີດຈະກໍາດີໆກັບ ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos ໃນກິດຈະກຳ "ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ" ກິດຈະກໍາດີໆເພື່ອຕອບແທນໃຫ້ແກ່ຜູ້ຊົມໃຊ້ໃນນະຄອນຫຼວງວຽງຈັນ.
ປະກາດແຕ່ງຕັ້ງຄະນະກຳມະການ ປກຊ-ປກສ ແຂວງສະຫວັນນະເຂດ

ປະກາດແຕ່ງຕັ້ງຄະນະກຳມະການ ປກຊ-ປກສ ແຂວງສະຫວັນນະເຂດ

ພິທີປະກາດແຕ່ງຕັ້ງຄະນະກຳມະການປ້ອງກັນຊາດ (ປກຊ)-ປ້ອງກັນຄວາມສະຫງົບ (ປກສ) ແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 29 ກໍລະກົດຜ່ານມາ, ທີ່ຫ້ອງວ່າການແຂວງ ເຂົ້າຮ່ວມເປັນກຽດຂອງສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາສະຫາຍໃນຄະນະພັກ-ຄະນະນຳແຂວງ, ພ້ອມດ້ວຍກຳລັງ ປກຊ-ປກສ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກາແດງແຫ່ງຊາດລາວ ລົງມອບເຄື່ອງບັນເທົາທຸກ ແລະ ເປີດຊຸດອົບຮົມ

ກາແດງແຫ່ງຊາດລາວ ລົງມອບເຄື່ອງບັນເທົາທຸກ ແລະ ເປີດຊຸດອົບຮົມ

ໃນລະຫວ່າງວັນທີ 27-29 ກໍລະກົດ ຜ່ານມານີ້, ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ຊຶ່ງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ ຈຳນວນ 51 ຊຸດ ລວມມູນຄ່າ 45 ລ້ານກີບ ໄປມອບໃຫ້ກັບປະຊາຊົນຢູ່ທີ່ທຸກຍາກຂາດເຂີນຢູ່ ບ້ານສີສະຫວາດ, ຫາດດອນຄູນ, ນາແຫນ, ວັດທາດ, ໂພນມຸງຄຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ. ຈາກນັ້ນ, ໄດ້ເດີນທາງຕໍ່ໄປຍັງ ບ້ານທ່າບັກ ເມືອງຄຳເກີດ ແຂວງບໍລິຄຳໄຊ, ເພື່ອໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນ ໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກເຫດການດິນເຈື່ອນທັບໃສ່ເຮືອນ ຈົນເຮັດໃຫ້ມີຜູ້ເສຍຊີວິດ ຊຶ່ງເປັນການແບ່ງເບົາຄວາມທຸກໂສກໃນຍາມວິກິດຢ່າງທັນການ.
ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດລະນຶກວັນສາກົນເພື່ອຕ້ານການຄ້າມະນຸດ

ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດລະນຶກວັນສາກົນເພື່ອຕ້ານການຄ້າມະນຸດ

ວັນທີ 30 ກໍລະກົດ ນີ້, ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຈັດພິທີລະນຶກວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026 ຢູ່ສະໂມສອນກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ພາຍໃຕ້ຄໍາຂວັນ: “ທັບມ້າງ ກວດລ້າງ ຂະບວນການຄ້າມະນຸດຂ້າມຊາດໃຫ້ໝົດໄປຈາກສັງຄົມ” ໂດຍມີ ທ່ານ ນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຮອງຫົວໜ້າກອງເລຂາ ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ມີບັນດາສະມາຊິກກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ