![]() |
ທ່ານ ເດວິດ ວົງຈັນ ຮອງອຳນວຍການ ບໍລິສັດ ຍອດງື່ມພາວເວີຈຳກັດ ອຸປະຖຳ 30 ລ້ານກີບ, ທ່ານ ສາຍຄຳ ຈິນດາ ໂພທິລາດ ເຈົ້າຂອງຮ້ານອາຫານ 90 ບາ ແລະ ທ່ານ ສົມພອນ ສີລັດມີນາ ເຈົ້າຂອງຮ້ານອາຫານ ມາຫຼີ້ນບາ ອຸປະຖຳຈຳນວນ 25 ລ້ານກີບ, ທ່ານ ດາວວຽງ ອຸດົມໄຊ ຫົວໜ້າສາຂາ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ສາຂາແຂວງຊຽງຂວາງ 20 ລ້ານກີບ, ທ່ານ ຮ້ອຍໂທ ຈັນທາ ຂັນທິລາດ ຄອບຄົວຕົວແບບປູກສາລີ, ຊື້-ຂາຍສາລີ ບ້ານພັກແຄະ 10 ລ້ານກີບ, ຕາງໜ້າແຂວງ ກ່າວຮັບໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມທັງກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບໍລິສັດ ແລະ ຄອບຄົວຕົວແບບ ທີ່ເຫັນຄວາມຈຳເປັນຂອງແຂວງ ເຂົ້າອຸ້ມຊູ ອຸປະຖຳຊ່ວຍເຫຼືອ. ຈຳນວນເງິນດັ່ງກ່າວ, ແມ່ນຈະນຳໄປ ຮັບໃຊ້ເຂົ້າໃນວຽກງານການດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະໄໝທີ IX ໃຫ້ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.
(ຂ່າວ: ບຸນມີ ແສງທຸມມີ)
ຄໍາເຫັນ