ເລ​ຂາ​ທິ​ການ​ໃຫຍ່ພັກກອມມູນິດ ຫວຽດນາມ ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ

ເລ​ຂາ​ທິ​ການ​ໃຫຍ່ພັກກອມມູນິດ ຫວຽດນາມ ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ

ເລ​ຂາ​ທິ​ການ​ໃຫຍ່ພັກກອມມູນິດ ຫວຽດນາມ ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ພຶດສະພາ ຜ່ານມາ ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ອານູຣາ ກູມາຣາ ດິສຊານາຢາຄາປະທານາທິບໍດີສີລັງກາ ການນຳພັກແນວໂຮມປົດປ່ອຍປະຊາຊົນ ສີລັງກາ (JVP), ເນື່ອງໃນໂອກາດທີ່ທ່ານມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແລະ ເຂົ້າຮ່ວມວັນບຸນ ວິສາຂະບູຊາ ສປຊ– Vesak 2025.

 

ໃນການພົບປະ, ທ່ານ ໂຕເລິມ ແລະ ທ່ານ ອານູຣາ ກູມາຣາ ດິສຊານາຢາຄາ ໄດ້ສະແດງຄວາມດີໃຈຕໍ່ການພັດທະນາແບບຍືນຍົງຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສີລັງກາ ໃນ 55 ປີຜ່ານມາ, ເນັ້ນໜັກເຖິງນ້ຳໃຈມິດຕະພາບທີ່ຍາວນານ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈຊຶ່ງກັນແລະກັນ ແມ່ນພື້ນຖານສຳຄັນເພື່ອໃຫ້ສອງຝ່າຍສືບຕໍ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດຢ່າງມີປະສິດທິຜົນ ແລະ ຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງເພື່ອນຳການພົວພັນຂຶ້ນສູ່ລະດັບສູງໃໝ່.

ທ່ານ ໂຕເລິມ ແລະ ທ່ານ ອານູຣາ ກູມາຣາ ດິສຊານາຢາຄາ ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສະໜິດຕິດພັນລະຫວ່າງສອງປະເທດ, ສອງພັກກຳອຳນາດໃຫ້ຫຼາຍກວ່າເກົ່າອີກ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ນຳການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບກາຍເປັນເສົາຄໍ້າໃໝ່ໃນການພົວພັນສອງປະເທດ. ທ່ານ ໂຕເລິມ ຢັ້ງຢືນວ່າ: ດ້ວຍທ່າແຮງຂອງຕົນ, ຫວຽດນາມ ປາຖະໜາຢາກຮ່ວມເດີນທາງ ແລະ ຮ່ວມມືກັບສີລັງກາ ໃນການພັດທະນາເສດຖະກິດ-ສັງຄົມ.

ຄໍາເຫັນ

ຂ່າວຕ່າງປະເທດ

ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

(​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX, ວັນ​ທີ 29 ຕຸ​ລາ 2026) ກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ XX ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ລະ​ຫວ່າງວັນ​ທີ 26 – 29 ຕຸ​ລາ 2026. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້​ມີ: ກຳ​ມະ​ການ​ສູນ​ກາງ​ພັກ 162 ສະ​ຫາຍ ແລະ ກຳ​ມະ​ການ​ສຳ​ຮອງ​ສູນ​ກາງ​ພັກ 117 ສະ​ຫາຍ. ກຳ​ມະ​ການ​ຄະ​ນະ​ກວດ​ກາ​​ສູນ​ກາງ​ພັກ ແລະ ສະ​ຫາຍ​ຮັບ​ຜິດ​ຊອບ​ຝ່າຍ​ທີ່​ກ່ຽວ​ຂ້ອງ ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​. ສະຫາຍຢູ່ຮາກຖານ ພ້​ອມ​ດ້ວຍ​ຜູ້​ຊ່ຽວ​ຊານ ແລະ ນັກ​ວິ​ຊາ​ການຈໍານວນໜຶ່ງທີ່ເປັນຜູ້​ແທນກອງ​ປະ​ຊຸມ​ໃຫຍ່ ຄັ້ງ​​ທີ XX ຂອງພັກ ກໍ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​ເຊັ່ນ​ດຽວ​ກັນ.
WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026 ທີ່​ນະ​ຄອນໂຮ່​ຈິ​ມິນ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ທ່ານ ສະເຕຟານ ເມີເຈນທາເລີ ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດໂລກ (WEF).
ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍພັດທະນາມະຫາສະໝຸດໂລກປີ 2026 ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ເມືອງຊິງຕາວ (Qingdao) ຊຶ່ງເປັນເມືອງແຄມຝັ່ງທະເລໃນແຂວງຊານຕົງ (Shandong) ທາງພາກຕາເວັນອອກຂອງ ສ​ປ ຈີນ, ຈຸດປະສົງແມ່ນເພື່ອສົ່ງເສີມການພັດທະນາເສດຖະກິດທາງທະເລແບບຍືນຍົງ.
ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມແຈ້ງການກ່ຽວກັບອາຍພິດເຮືອນແກ້ວ ສະບັບຫຼ້າສຸດທີ່ອົງການອຸຕຸນິຍົມໂລກເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມເຂັ້ມຂຸ້ນຂອງກາກບອນດິອັອກຊິດ ແລະ ອາຍພິດເຮືອນແກ້ວຕົ້ນຕໍອື່ນໆ ໃນຊັ້ນບັນຍາກາດຂອງໂລກໄດ້ສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງຈະເພີ່ມຂຶ້ນໃນໄລຍະຍາວຂອງອຸນຫະພູມທົ່ວໂລກຍັງຄົງສືບຕໍ່ຂະຫຍາຍຕົວຢູ່.
ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງການາດາ (BoC) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍໃນວັນທີ 28 ຕຸລາ ຜ່ານມາ ເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ນັບຕັ້ງແຕ່ເດືອນກໍລະກົດ 2023, ພ້ອມທັງມີສັນຍານວ່າຈະຂຶ້ນອັດຕາດອກເບ້ຍຕື່ມອີກເພື່ອຫຼຸດຜ່ອນອັດຕາເງິນເຟີ້.
ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ແລະ ສິງກະໂປ ໄດ້ຕົກລົງທີ່ຈະສ້າງຕັ້ງຄະນະເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາບໍລິສັດທີ່ມີສ່ວນກ່ຽວຂ້ອງກັບໄຟໄໝ້ປ່າທີ່ເຮັດໃຫ້ເກີດໝອກຄວັນຂ້າມຊາຍແດນ, ຫຼັງຈາກການສົນທະນາລະຫວ່າງ ທ່ານ ອາມານາທາ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ແລະ ທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ.
ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ຂ່າວຕ່າງປະເທດລາຍງານວ່າ: ກົມພາສີຂອງມາເລເຊຍໄດ້ເປີດເຜີຍໃນວັນທີ 28 ຕຸລາ ຜ່ານມາວ່າ, ເຈົ້າໜ້າທີ່ໄດ້ຢຶດເຊີບເວີ 30 ເຄື່ອງທີ່ຕິດຕັ້ງຊິບປັນຍາປະດິດຂັ້ນສູງ (AI) ທີ່ມີມູນຄ່າປະມານ 49.5 ລ້ານຣິງກິດມາເລເຊຍ ຫຼື 12.11 ລ້ານໂດລາ ທີ່ສະໜາມບິນສາກົນກົວລາລຳເປີ ໃນວັນທີ 15 ຕຸລາ ຜ່ານມາ.
3 ໄຕມາດ ຜົນກໍາໄລຂອງອຸດສາຫະກໍາຂະໜາດໃຫຍ່ຈີນ ຮັກສາຈັງຫວະການເຕີບໂຕອ່າວໄວ

3 ໄຕມາດ ຜົນກໍາໄລຂອງອຸດສາຫະກໍາຂະໜາດໃຫຍ່ຈີນ ຮັກສາຈັງຫວະການເຕີບໂຕອ່າວໄວ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມຂໍ້ມູນທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ, ການພັດທະນາເສດຖະກິດດ້ານອຸດສາຫະກໍາທີ່ມີຄຸນນະພາບສູງຂອງຈີນໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ, ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາປີນີ້, ອຸດສາຫະກໍາຂະໜາດໃຫຍ່ຂອງຈີນມີຜົນກໍາໄລເຖິງ 6,033.7 ຕື້ຢວນ, ເພີ່ມຂຶ້ນ 15.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຫວຽດນາມ ເປີດສັບປະດາດີຈີຕອນສາກົນ 2026

ຫວຽດນາມ ເປີດສັບປະດາດີຈີຕອນສາກົນ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 28 ຕຸ​ລາ ຜ່ານມາ ຢູ່​ນະ​ຄອນກ໋ວ​າງ​ນິງ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້ເປີດ​ສັບ​ປະ​ດ​າ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ 2026 (VIDW 2026) ແລະ ກອງ​ປະ​ຊຸມ​ໂຕະ​ມົນ​ລັດ​ຖະ​ມົນ​ຕີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ (AI), ໂດຍໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ພາຍ​ໃນປະ​ເທດ ແລະ ສາ​ກົນ​ປະ​ມານ 500 ທ່ານ​ ທີ່​ມາ​ຈາກເກືອບ 30 ປະ​ເທດ.
​ເຂົ້າ​ໃຈ​ອຸ​ດົມ​ການ​ເພື່ອ​ປະ​ຊາ​ຊົນ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈາກ “ຜ້າ​ຫົ່ມ​ເຄິ່ງ​ຜືນ”

​ເຂົ້າ​ໃຈ​ອຸ​ດົມ​ການ​ເພື່ອ​ປະ​ຊາ​ຊົນ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈາກ “ຜ້າ​ຫົ່ມ​ເຄິ່ງ​ຜືນ”

ປີ​ນີ້​ແມ່ນປີ​ຄົບ​ຮອບ 90 ປີ​ ແຫ່ງ​ໄຊ​ຊະ​ນະ​ຂອງ​ການ​ເດີນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ​ກຳ​ມະ​ກອນ​ ແລະ ​ຊາວ​ນາ​ຈີນ. ການ​ເດີນ​ທັບ​ທາງ​ໄກ​ອັນ​ຍິ່ງ​ໃຫຍ່ໄດ້​ຂ້າມ​ຜ່ານ​​ແມ່​ນ້ຳ​ໝື່ນ​ສາຍ ແລະ ພູ​ຜາ​ຫຼາຍ​ພັນ​ໜ່ວຍ​ຄັ້ງ​ນີ້ບໍ່​ພຽງ​ແຕ່​ແມ່ນ​ເລື່ອງມະ​ຫັດ​ສະ​ຈັນ​​ໃນປະ​ຫວັດ​ສາດ​ທາງ​ການ​ທະ​ຫານ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ກຳ​ລັງ​ທາງ​ຈິດ​ໃຈທີ່​ສາ​ມາດ​ຂ້າມ​ຜ່ານ​ຊາຍ​ແດນ ແລະ ເຊີດ​ຊູ​ກຳ​ລັງ​ໃຈ​ຂອງ​ຄົນ​ທັງຫຼາຍ​ອີກ​ດ້ວຍ. ເລື່ອງ “ຜ້າ​ຫົ່ມ​ເຄິ່ງ​ຜືນ” ຂອງ​ບ້ານ​ຊ່າ​ໂຈ່ວ​ ແຂວງ​ຫູ​ໜານ ບໍ່​ໄດ້​ກ່ຽວ​ພັນ​ກັບ​ແປວ​ໄຟ​ສົງ​ຄາມ​ທີ່​ດຸ​ເດືອດ, ແຕ່​ພັດ​ໄດ້​ເປີດ​ເຜີຍ​ຄຳ​ຕອບ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ແກ່​ໂລກດ້ວຍ​ຄວາມ​ອົບ​ອຸ່ນ​ທີ່​ບໍ​ລິ​ສຸດ​ທີ່​ສຸດ, ນັ້ນ​ຄື: ຮັກ​ແພງ​ປະ​ຊາ​ຊົນ​ທີ່​ສຸດ.
ເພີ່ມເຕີມ