ຖະໜົນເສັ້ນດັ່ງກ່າວມີບາງຊ່ວງເປ່ເພ ແລະ ໄດ້ມີການສ້ອມແປງມາເລື້ອຍໆໃນແຕ່ລະປີ ຈຸດທີ່ເປ່ເພໜັກໃນລະດູຝົນປີ 2024 ແມ່ນຊ່ວງແຕ່ 3 ແຍກໄຟອຳນາດໜອງໜ້ຽວເສັ້ນທາງ 13 ເໜືອຫາຄອງເໝືອງແຕ່ກໍໄດ້ມີການປັບປຸງສ້ອມແປງສ້າງໃຫ້ເປັນທາງເບຕົງເສີມເຫຼັກເຮັດໃຫ້ການໄປມາມີຄວາມສະດວກສະບາຍ ແຕ່ຍັງມີຫຼາຍຊ່ວງທີ່ຍັງບໍ່ທັນມີການສ້ອມແປງແຕ່ຄອງເໝືອງຮອດສາມແຍກໄຟອຳນາດທາງຕັດໃໝ່ບ້ານດົງນາທອງຫຼາຍຈຸດມີການເປ່ເພໜັກ. ດັ່ງນັ້ນ, ຈຶ່ງໄດ້ມີການປັບປຸງສ້ອມແປງຄືນໃໝ່.
ຈາກສະພາບການດັ່ງກ່າວ, ໃນວັນທີ 30 ເມສາຜ່ານມາ,ຫ້ອງການໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໄດ້ອອກແຈ້ງການເຖິງອົງການປົກຄອງບ້ານດົງນາທອງ, ບັນດາບ້ານອ້ອມຂ້າງຜູ້ຢູ່ອາໄສ ແລະ ນໍາໃຊ້ຖະໜົນສີທອງ ຕະຫຼອດຮອດປະຊາຊົນ, ທະຫານ, ຕຳຫຼວດ, ບໍລິສັດຫ້າງຮ້ານ ຫົວໜ່ວຍທຸລະກິດ, ຊາວຄ້າຂາຍ ແລະ ຜູຸ້ໃຊ້ລົດໃຊ້ຖະໜົນຊາບທົ່ວເຖິງກັນວ່າ: ຖະໜົນສີທອງຈະໄດ້ມີການປັບປຸງສ້ອມແປງຊ່ວງສາມແຍກເສັ້ນທາງ 13 ເໜືອບ້ານໜອງໜ້ຽວຫາສາມແຍກໄຟອໍານາດເສັ້ນທາງຕັດໃໝ່ບ້ານດົງນາທອງຈາກທາງປູຢາງເປັນທາງເບຕົງເສີມເຫຼັກ ມີຄວາມກວ້າງ 10 ແມັດ ແລະ ມີຄວາມຍາວ 1,700 ແມັດ ໂດຍແມ່ນກຸ່ມບໍລິສັດຕັງຈະເລີນ ຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງໄດ້ລົງມືຈັດຕັ້ງປະຕິບັດແຕ່ຕົ້ນເດືອນພຶດສະພາ 2025 ເປັນຕົ້ນໄປ ແລະ ຈະໃຫ້ສຳເລັດພາຍໃນ 6 ເດືອນ ກໍຄືທ້າຍປີ 2025.ດັ່ງນັ້ນ, ຈຶ່ງແຈ້ງມາຍັງຜູ້ໃຊ້ລົດໃຊ້ຖະໜົນເສັ້ນທາງດັ່ງກ່າວເພື່ອຄວາມສະດວກໃນໄລຍະການກໍ່ສ້າງສ້ອມແປງໃຫ້ຫຼີກລ່ຽງການນໍາໃຊ້ເສັ້ນທາງດັ່ງກ່າວຖ້າບໍ່ຈຳເປັນໃຫ້ນໍາໃຊ້ເສັ້ນທາງອື່ນແທນໃນການສັນຈອນໄປມາ ເພື່ອບໍ່ໃຫ້ເປັນອຸປະສັກໃນການກໍ່ສ້າງສ້ອມແປງເສັ້ນທາງໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ສົມສະຫວັນ
ຄໍາເຫັນ