ຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ

ລມຕ ກະຊວງ ຜທ ໂອ້ລົມພະນັກງານຫຼັກແຫຼ່ງພະແນກ ຜທ ແຂວງຫົວພັນ

ລມຕ ກະຊວງ ຜທ ໂອ້ລົມພະນັກງານຫຼັກແຫຼ່ງພະແນກ ຜທ ແຂວງຫົວພັນ
ໃນໂອກາດທີ່ໄດ້ເຄື່ອນໄຫວເຮັດວຽກ ທີ່ແຂວງຫົວພັນ ລະຫວ່າງວັນທີ 12-13 ພະຈິກ 2024 ຜ່ານມານີ້, ທ່ານເພັດ ພົມພິພັກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

 

ໄດ້ຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງພະແນກ.

ໃນພິທີພົບປະຄັ້ງນີ້ ທ່ານ ຄອນທອງ ມະນີວອນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ໄດ້ລາຍງານຫຍໍ້ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2024 ຂອງແຂວງ ໃຫ້ຮູ້ວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 4,906.30 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 15,507,692 ກີບ/ຄົນ/ປີ ຫຼື ເທົ່າກັບ 900 ໂດລາ ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 4.67%,ມູນຄ່າສົ່ງອອກສິນຄ້າ ໄດ້ 38.23 ລ້ານໂດລາ, ມູນຄ່າການນໍາເຂົ້າໄດ້ 13.92 ລ້ານໂດລາ,ສາມາດເກັບລາຍຮັບງົບປະມານ ໄດ້ທັງໝົດ 182.12 ຕື້ກີບ ທຽບໃສ່ແຜນການປີລື່ນຄາດໝາຍ 15.60%, ໃນນັ້ນ: ລາຍຮັບສູນກາງ ປະຕິບັດໄດ້ 76.36 ຕື້ກີບ ແລະລາຍຮັບພູດຂອງແຂວງ ປະຕິບັດໄດ້ 106.77 ຕື້ກີບ, ການລົງທຶນຂອງລັດ ປີ 2024 ແຂວງຫົວພັນ ໄດ້ຮັບການອະນຸມັດໂຄງການທັງໝົດ 534 ໂຄງການ, ມູນຄ່າ 249.21 ຕື້ກີບ,ປັດຈຸບັນແຂວງຫົວພັນມີໂຄງການສືືບຕໍ່ ແລະ ໂຄງການໜີ້ສິນທັງໝົດ 476 ໂຄງການ, ມູນຄ່າ ລວມທັງໝົດ 11,671.67 ຕື້ກີບ ໃນນີ້: ໂຄງການໜີ້ສິນ 202 ໂຄງການ,ການລົງທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA)ໄດ້ຮັບການຈັດຕັ້ງປະຕິບັດໄດ້ທັງໝົດ 60 ໂຄງການ, ມູນຄ່າ 125.05 ຕື້ກີບ,ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ: ສາມາດອະນຸຍາດການລົງທຶນໄດ້ 38 ໂຄງການ ມູນຄ່າທັງໝົດ 184.82 ລ້ານໂດລາ. ພ້ອມກັນນີ້ ທ່ານ ລັດຖະມົນຕີ ຍັງໄດ້ຮັບຟັງການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຊຶ່ງພະແນກແຜນການ ແລະ ການລົງທຶນ ນອນໃນອະນຸກຳມະການເນື້ອໃນ ຮັບຜິດຊອບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງ, ສ່ວນຂັ້ນເມືອງ ພະແນກໄດ້ແຕ່ງຕັ້ງແບ່ງພະນັກງານຂັ້ນແຂວງລົງຊ່ວຍສ້າງແຜນພັດທະນາ 5 ປີ ຊ່ວຍຂັ້ນເມືອງ ເມືອງລະສອງທ່ານ ຊຶ່ງມີ 6 ເປົ້າໝາຍ ແລະ 26 ວຽກຈຸດສຸມ, ປັດຈຸບັນແມ່ນເລັ່ງໃສ່ຊ່ວຍເມືອງສົບເບົາ ຊຶ່ງເປັນເມືອງທີ່ຈະເປີດກອງປະຊຸມໃຫຍ່ກ່ອນໝູ່ຄາດວ່າຈະເປີດຂຶ້ນໃນເດືອນ 1 ປີ 2025 ທີ່ຈະມາເຖິງນີ້ ແລະ ເມືອງອື່ນໆ ຄາດວ່າ ໃນ 10 ເມືອງ ຈະໄດ້ເປີດກອງປະຊຸມໃຫຍ່ໃຫ້ສໍາເລັດໃນເດືອນ 3 ປີ 2025 ແລະ ກອງປະຊຸມໃຫຍ່ຂອງແຂວງຫົວພັນຄາດວ່າຈະເປີດຂຶ້ນຢູ່ໃນເດືອນ 9 ປີ 2025.

ພາຍຫຼັງຮັບຟັງການລາຍງານຫຍໍ້ ຈາກພະແນກ, ທ່ານ ເພັດ ພົມພິພັກໄດ້ມີຄໍາເຫັນໂອ້ລົມຕໍ່ພະນັກງານຫຼັກແຫຼ່ງພາຍໃນພະແນກ: ໃຫ້ສະຫຼຸບສັງລວມຕີລາຄາຄືນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2025, ປັບປຸງຂັ້ນຕອນ, ສິ່ງອຳນວຍຄວາມສະດວກ, ນິຕິກຳຕ່າງໆໃນການດຳເນີນວຽກງານການສົ່ງເສີມການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ, ປັບປຸງກົນໄກການຄຸ້ມຄອງການລົງທຶນຂອງລັດ, ການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະການຄຸ້ມຄອງການລົງທຶນຂອງລັດ ໃຫ້ສຸມໃສ່ສ້າງແຜນການປັບປຸງຊີວິດການເປັນຢູ່, ພື້ນຖານການທຳການຜະລິດ, ຊົນລະປະທານ, ການພັດທະນາຊົນນະບົດ ຫຼຸດຜ່ອນຄວາມທຸກຍາກ, ສຸມໃສ່ພັດທະນາເຂດທີ່ໝັ້ນການປະຕິວັດ ແລະ ພື້ນຖານໂຄງລ່າງຕ່າງໆ, ປັບປຸງການຄຸ້ມຄອງພະນັກງານ, ກົງຈັກການຈັດຕັ້ງ, ການກໍານົດຕໍາແໜ່ງງານຄວາມຕ້ອງການພະນັກງານ ແລະ ປັບປຸງແບບແຜນວິທີການເຮັດວຽກໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ທັນສະໄໝ ແລະ ໃນປີ 2025 ແມ່ນຈະມີການສຳຫຼວດພົນລະເມືອງທົ່ວປະເທດໃຫ້ກະກຽມຂຶ້ນແຜນບຸກຄະລາກອນ, ອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອກຽມຄວາມພ້ອມໃນການຈັດຕັ້ງປະຕິບັດວຽກງານ.

ໂອກາດດຽວກັນນີ້, ທ່ານລັດຖະມົນຕີ ໄດ້ມອບເງິນ ຈຳນວນ 100 ລ້ານກີບ ໃຫ້ພະແນກແຜນການ ແລະ ການລົງທຶນແຂວງຫົວພັນ ຕາງໜ້າມອບໂດຍ ທ່ານອຸຕະແກ້ວ ແກ້ວດວງສິນ ຫົວໜ້າຫ້ອງການກະຊວງແຜນການ ແລະ ການລົງທຶນ ຕາງໜ້າຮັບໂດຍ ທ່ານຄອນທອງ ມະນີວອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫົວພັນ.

(ຂ່າວ-ພາບ: ກະຊວງ ຜທ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ