ລົງນາມບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານການຂົນສົ່ງ

ລົງນາມບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານການຂົນສົ່ງ

ລົງນາມບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານການຂົນສົ່ງ
ພິທິລົງນາມບັນທຶກຄວາມເຂົ້າໃຈ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານການຂົນສົ່ງພາຍໃນຕົວເມືອງນະຄອນຫຼວງວຽງຈັນ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສປປ ລາວແລະ ສະຫະຣາຊະອານາຈັກອັງກິດໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີກະຊວງ ຍທຂ. ຮ່ວມລົງນາມການລົງນາມໂດຍ ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກ ໂຍທາທິການ

ແລະ ຂົນສົ່ງ ນະຄອນຫຼວວຽງຈັນແລະ ທ່ານ ນາງ ເມວ ບາໂລ ເອກອັກຄະລັດຖະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ປະຈໍາ ສປປ ລາວ ຕາງໜ້າໃຫ້ແກ່ກະຊວງການຕ່າງປະເທດ ແຫ່ງ ສະຫະຣາຊະອານາຈັກອັງກິດ. ໃຫ້ກຽດເຂົ້າຮ່ວມ ເປັນສັກຂີພະຍານຝ່າຍລາວ ໂດຍ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ແຄັດເທິຣິນ ເວດທ໌ ຮອງລັດຖະມົນຕີ ຮັບຜິດຊອບວຽກງານອິນໂດ-ປາຊີຟິກ ກະຊວງການຕ່າງປະເທດ , ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່່າຍ ເຂົ້າຮ່ວມ.

ຈຸດປະສົງຂອງບົດບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານ ການຂົນສົ່ງພາຍໃນຕົວເມືອງນະຄອນຫຼວງວຽງຈັນ ແມ່ນເພື່ອຊຸກຍູ້ອຳນວຍຄວາມສະດວກ ແລະ ສົ່ງເສີມການຮ່ວມມື ການແລກປ່ຽນຂໍ້ມູນດ້ານວິຊາການ, ການໃຫ້ຄໍາປຶກສາ ແລະ ສ້າງຄວາມເຂັ້ມແຂງດ້ານຂີດຄວາມສາມາດໃນວຽກງານດັ່ງກ່າວ ເພື່ອບັນລຸຄວາມຍືນຍົງດ້ານການຂົນສົ່ງຕົວເມືອງ; ເປັນການເພີ່ມທະວີການຮ່ວມມືຂອງ ທັງສອງປະເທດດ້ານວຽກງານ ການບໍລິຫານການຂົນສົ່ງ. ຂ່າວ:ຕຸໄລເພັດ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນເຢຍລະມັນຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ຄະນະຜູ້ແທນເຢຍລະມັນຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານພັກແຂວງ, ປະທານປະຊາຊົນແຂວງຄຳ​ມ່ວນ ໄດ້ຕ້ອນຮັບຄະນະຜູ້ແທນຈາກກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ (BMZ), ສະຖານທູດເຢຍລະມັນປະຈຳ ສ​ປ​ປລາວ, ທະນາຄານເພື່ອການພັດທະນາ (KfW) ແລະ ອົງການ GIZ ນຳໂດຍ ທ່ານນາງ ມິຄາເອວລາ ເຮນນີງ ຮອງຫົວໜ້າພະແນກອາ​ຊີຕາເວັນອອກສຽງໃຕ້ພ້ອມຄະນະ, ​ໃນ​ວັນ​ທີ 23 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເພື່ອປະເມີນຜົນ ແລະ ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືພັດທະນາໃນແຂວງຄຳມ່ວນ.
ເຈົ້າໜ້າທີ່ອາວຸໂສ ລາວ-ຈີນ ຮ່ວມມືກວດກາ ແລະ ຄວບຄຸມຢາເສບຕິດ

ເຈົ້າໜ້າທີ່ອາວຸໂສ ລາວ-ຈີນ ຮ່ວມມືກວດກາ ແລະ ຄວບຄຸມຢາເສບຕິດ

ກອງປະຊຸມຮ່ວມມືລະດັບເຈົ້າໜ້າທີ່ອາວຸໂສ ສອງຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ຄັ້ງທີ 21 ຈັດຂຶ້ນໃນວັນທີ 19 ພະຈິກຜ່ານມາ, ທີ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປລາວ ແລະ ທ່ານ ຫຼານ ເຫວີຍຮົງ ຮອງເລຂາທິການ ຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາເສບຕິດ ແຫ່ງ ສປ ຈີນ, ມີທ່ານ ພັອ ຈັນທອນ ເຮືອງຄຳໄຊ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມດ້ວຍຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສສອງຝ່າຍເຂົ້າຮ່ວມ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທູດກຳປູເຈຍ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທູດກຳປູເຈຍ

ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 24 ພະຈິກນີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ.
ອາຊຽນຫາລືເພີ່ມທະວີການຮ່ວມມືຂົງເຂດວັດທະນະທຳ ແລະ ຖະແຫຼງຂ່າວ

ອາຊຽນຫາລືເພີ່ມທະວີການຮ່ວມມືຂົງເຂດວັດທະນະທຳ ແລະ ຖະແຫຼງຂ່າວ

ກອງປະຊຸມກະກຽມຂອງອະນຸກຳມະການວັດທະນະທຳ (Sub Committee on Culture - SCC) ແລະ ກອງປະຊຸມອະນຸກຳມະການຖະແຫຼງຂ່າວ (Sub Committee on Information - SCI) ເພື່ອກະກຽມໃຫ້ແກ່ ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN Committee on Culture and Information - ASEAN-COCI) ຄັ້ງທີ 61 (ຈະຈັດຂຶ້ນໃນວັນທີ 25 ພະຈິກ 2026) ໄດ້ຈັດຂຶ້ນ ໃນວັນທີ 24 ພະຈິກນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ສປປ ລາວ.
ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ພິທີສະເຫຼີມສະຫຼອງ “ປີແຫ່ງມິດຕະພາບ ລາວ-ຈີນ ແລະ ວັນຄົບຮອບ 5 ປີ ແຫ່ງການເປີດນຳໃຊ້ທາງລົດໄຟ ລາວ-ຈີນ” ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2026 ທີ່ເມືອງຕ້າລຽນ ສປ ຈີນ, ໂດຍມີ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ, ຜູ້ຕາງໜ້າຈາກສະຖານທູດ ສປ ຈີນ ປະຈຳ ລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດລົດໄຟ ລາວ-ຈີນ ຈຳກັດ, ທ່ານ ຊຸນຢົງໄຊ (Sun Yongcai) ເລຂາຄະນະພັກ ແລະ ປະທານບໍລິສັດ CRRC ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.
ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄໍາເວົ້າທາງການທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງແຕ່ພຽງຝ່າຍດຽວ.ໃນທີ່ນີ້ ຈຳເປັນຕ້ອງຊີ້ແຈງຄວາມເຂົ້າໃຈໜຶ່ງໃຫ້ຈະແຈ້ງວ່າ: ການຮ່ວມມືທີ່ເປັນຮູບປະທໍາລະຫວ່າງ ລາວ ແລະ ຈີນ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ຍາມໃດກໍມີຈຸດເລີ່ມຕົ້ນຈາກແຜນພັດທະນາ ແລະ ຄວາມຕ້ອງການຕົວຈິງຂອງປະຊາຊົນຢູ່ຂັ້ນຮາກຖານຂອງລາວ, ທຸກໂຄງການຮ່ວມມືລ້ວນແຕ່ຜ່ານການປຶກສາຫາລືຢ່າງສະເໝີພາບ, ຮ່ວມກັນວາງແຜນ ແລະ ຊຸກຍູ້ການປະຕິບັດໂດຍສອງຝ່າຍ, ບົນພື້ນຖານການເຄົາລົບສິດທິຂອງລາວໃນການກຳນົດການພັດທະນາຂອງຕົນເອງຢ່າງເຕັມສ່ວນ.
ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ແລະ ພັນລະຍາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ໄດ້ນໍາພາຄະນະຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແຕ່ວັນທີ 22-24 ພະຈິກ ນີ້ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ໃນວັນທີ 9 ພະຈິກ 2026, ເນື່ອງໃນໂອກາດສະຫຼອງຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ, ກິດຈະກຳສາທາລະນະກຸສົນໂຄງການ “C Me Fly” ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕ່າງປະເທດ ຄັ້ງທີ 3 ປະຈຳ ສປປ ລາວ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ China Merchants Foundation, ຈັດໂດຍ Sinotrans ແລະ ດຳເນີນການ Sinotrans Overseas ຮ່ວມກັບ Pinglan Foundation, ໄດ້ສຳເລັດລົງຢ່າງສົມບູນ ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ.
ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ນັບຕັ້ງແຕ່ສ້າງສາຍພົວພັນການທູດຢ່າງເປັນທາງການໃນປີ 1961 ເປັນຕົ້ນມາ, ການພົວພັນລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫຼອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່.
ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ