ລົດໄຟລາວ-ຈີນເພີ່ມຈຸດຈອດສະຖານີລົດໄຟສາກົນຖ້ຽວ C88/7 ອີກ 2 ຈຸດ

ລົດໄຟລາວ-ຈີນເພີ່ມຈຸດຈອດສະຖານີລົດໄຟສາກົນຖ້ຽວ C88/7 ອີກ 2 ຈຸດ
ນັບແຕ່ວັນທີ 10 ມີນາ 2024 ເປັນຕົ້ນໄປ, ບໍລິສັດທາງລົດໄຟລາວ-ຈີນຈຳກັດ ໄດ້ເພີ່ມຈຸດຈອດສະຖານີ 2 ຈຸດ ສຳລັບລົດໄຟສາກົນຖ້ຽວ C88/7 ຄື: ສະຖານີເມືອງໄຊ (ເບື້ອງລາວ) ແລະ ສະຖານີຢູ້ຊີ (ເບື້ອງຈີນ). ສໍາລັບເບື້ອງລາວ ປັດຈຸບັນປະກອບມີ 5 ສະຖານີຄື: ສະຖານີນະຄອນຫຼວງວຽງຈັນ, ສະຖານີວັງວຽງ, ສະຖານີຫຼວງພະບາງ, ສະຖານີບໍ່ເຕ່ນ ແລະ ສະຖານີເມືອງໄຊ(ເພີ່ມໃໝ່) ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທັງພາຍໃນ ແລະ ຜູ້ໂດຍສານສາກົນ ທີ່ຈະເດີນທາງໄປຍັງ 2 ສະຖານີດັ່ງກ່າວເພື່ອປະຕິບັດໜ້າທີ່ວຽກງານ, ທ່ອງທ່ຽວ, ສຶກສາ, ດໍາເນີນທຸລະກິດ ແລະ ອື່ນໆ.
ນອກນີ້, ຍັງໄດ້ເພີ່ມຈຸດຈອດສະຖານີໂພນໂຮງສໍາລັບຂະບວນລົດໄຟຖ້ຽວ C84 ແລະ ປັບເວລາເດີນທາງຂອງຖ້ຽວ C85, C92, C84, K12 ແລະ K11 ໃນບາງສະຖານີຕື່ມອີກເພື່ອອໍານວຍຄວາມສະດວກໃນການເດີນທາງຂອງປະຊາຊົນໃຫ້ດີຍິ່ງຂຶ້ນ.
ຂໍ້ມູນ-ພາບ: ລົດໄຟ ລາວ-ຈີນ

ຄໍາເຫັນ

ຂ່າວການຮ່ວມມື

ເພີ່ມທະວີການຮັບຮອງຊຶ່ງກັນ ແລະ ກັນດ້ານມາດຕະຖານ ອາຊີວະສຶກສາ  ຈະຊ່ວຍເສີມສ້າງຮາກຖານຂອງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ເພີ່ມທະວີການຮັບຮອງຊຶ່ງກັນ ແລະ ກັນດ້ານມາດຕະຖານ ອາຊີວະສຶກສາ ຈະຊ່ວຍເສີມສ້າງຮາກຖານຂອງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ລາວ ແລະ ຈີນ ມີພູຜາ ແລະ ແມ່ນ້ຳຮ່ວມກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມ ທີ່ເປັນມິດທີ່ມີອະນາຄົດ ແລະ ຈຸດໝາຍປາຍທາງຮ່ວມກັນ. "ແຜນປະຕິບັດງານ ລະຫວ່າງ ພັກກອມມູນິດຈີນ ແລະ ພັກປະຊາຊົນ ປະຕິວັດລາວ ກ່ຽວກັບການສ້າງປະຊາຄົມຄູ່ຮ່ວມຊາຕາກໍາ ລາວ-ຈີນ" ໄດ້ສະເໜີ “ດຳເນີນໂຄງການສຶກສາຮ່ວມມືໃນອາຊີວະສຶກສາ ເພື່ອຮັບໃຊ້ການກໍ່ສ້າງໂຄງການທີ່ສຳຄັນ ລະຫວ່າງລາວ-ຈີນ”.
ຄວາມເຂົ້າໃຈກ່ຽວກັບທິດທາງທ່າອ່ຽງຂອງເສດຖະກິດໂລກໃນສະພາບການປັດຈຸບັນ

ຄວາມເຂົ້າໃຈກ່ຽວກັບທິດທາງທ່າອ່ຽງຂອງເສດຖະກິດໂລກໃນສະພາບການປັດຈຸບັນ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຮ່ວມກັບ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້: “ຄວາມເຂົ້າໃຈກ່ຽວກັບທ່າອ່ຽງເສດຖະກິດໂລກໃນເງື່ອນໄຂສະພາບການຜັນແປຂອງໂລກໃນປັດຈຸບັນ” ຂຶ້ນໃນວັນທີ 16 ມິຖຸນານີ້ ທີ່ ຫ້ອງປະຊຸມ ສມປຊ, ໂດຍ ມີ ທ່ານ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ລາວ, ມີ ນັກຊ່ຽວຊານຈາກ ປະເທດອົສຕຣາລີ, ລາວ ແລະ ພະນັກງານນໍາພາ-ຄຸ້ມຄອງ ພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນັກວິຊາການ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທີ່ປຶກສາປະທານາທິບໍດີຣູມານີ

ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທີ່ປຶກສາປະທານາທິບໍດີຣູມານີ

ໃນວັນທີ 15 ມິຖຸນານີ້ ທີ່ ​ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້​ຕ້ອນ​ຮັບ ແລະ ພົບປະກັບ ທ່ານ ດາຊຽນ ຊິໂອລົດ (H.E. Dacian Cioloș) ທີ່ປຶກສາປະທານາທິບໍດີ ອະດີດນາຍົກລັດຖະມົນຕີ ຣູມານີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 14-16 ມິຖຸນາ 2026.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດຕ່າງປະເທດ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດຕ່າງປະເທດ ປະຈໍາ ສປປ ລາວ

ໃນວັນ​ທີ 15 ມິຖຸນານີ້, ທີ່ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ (ຄຕພ),​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ອໍາລາຂອງ​ທ່ານ ນາງ ເມວ ບາໂລ (Mel Barlow) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເຄັນ ວາຊອງ (Kent VACHON) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງການາດາ ປະຈຳ ສປປ ລາວ (ຄົນທໍາອິດ) ທີ່ມີສໍານັກງານ ຢູ່ ນະຄອນຫຼວງວຽງຈັນ.
ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະລັດຖະທູດຕັວກກີ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະລັດຖະທູດຕັວກກີ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ໂອຢາຢາຊາ (Ms Oya YAZAR) ເອກອັກຄະລັດຖະທູດຕັວກກີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 11 ມິຖຸນານີ້ ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍໃນອະນາຄົດລະຫວ່າງ ລາວ-ຕັວກກີ. ​
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ

ໂດຍຕອບສະໜອງຕາມຄຳເຊີນຂອງພັກກອມມູນິດຫວຽດນາມ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຳມະນາສາກົນ ໃນຫົວຂໍ້ “ການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ບັນດາພັກການເມືອງອາຊີຕາເວັນອອກສ່ຽງໃຕ້ ເພື່ອຄວາມກົມກຽວ, ເຂັ້ມແຂງ ແລະ ເປັນເຈົ້າຕົນເອງຫຼາຍຂຶ້ນ ຂອງປະຊາຄົມອາຊຽນ” ຊຶ່ງຈັດຂຶ້ນທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 7-9 ມິຖຸນາ 2026 ພາຍໃຕ້ການເປັນເຈົ້າພາບ ຂອງພັກກອມມູນິດຫວຽດນາມ ແລະ ການເຂົ້າຮ່ວມຂອງ ບັນດາພັກການເມືອງປະເທດອາຊີຕາເວັນອອກສ່ຽງໃຕ້.
ຫົວໜ້າ ອອປສ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລສ້າງຄູກວາງຊີ

ຫົວໜ້າ ອອປສ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລສ້າງຄູກວາງຊີ

ທ່ານ ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຈາກມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ ໃນວັນທີ 11 ມິຖຸນານີ້, ນຳໂດຍທ່ານ ກົວຈ້ຽນຜິງ ຄະນະບໍດີຄະນະກົດໝາຍ ມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນ ແຫ່ງການສົນທະນາອາລິ ຍະທໍາສາ ກົນ ຄັ້ງທີ II ຂຶ້ນໃນວັນທີ 10 ມິຖຸນາ ນີ້ ທີ່ສູນດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ; ມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ (ຄອສພ); ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທໍາ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍ ແຂກຖຶກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຄຣອງຂະນິດ ຮັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 10 ມິຖຸນານີ້ ທີ່ ກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍລະຫວ່າງ ລາວ-ໄທ. ​
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຜູ້ແທນເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຫວຽດນາມ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຜູ້ແທນເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຫວຽດນາມ

ໃນວັນທີ 9 ມິຖຸນາຜ່ານມາ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນຕີ ເຈິນ ຫງອກ ກວຽນ ຫົວໜ້າການເມືອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ເພີ່ມເຕີມ