ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)

ຫຼວງນ້ຳທາ ສຶກສາຄວາມເປັນໄປໄດ້ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ

ຫຼວງນ້ຳທາ ສຶກສາຄວາມເປັນໄປໄດ້ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ ສາຍນ້ຳມະເຢັນ ຢູ່ເຂດບ້ານສົບມະ ເມືອງລອງ ແຂວງຫຼວງນ້ຳທາ ຂອງວິສາຫະກິດ

ໜານບຸນມີ ສ່ວນບຸກຄົນ ຂຶ້ນໃນອາທິດຜ່ານມາ ຢູ່ທີ່ໂຮງແຮມດອກຈຳປາ ລະຫວ່າງອົງການປົກຄອງແຂວງຫຼວງນໍ້າທາ ແລະ ວິສາຫະກິດ ໜານບຸນມີ ສ່ວນບຸກຄົນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫຼວງນ້ຳທາ, ມີຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຜູ້ຕາງໜ້າຈາກໂຄງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເຊັນບົດບັນທຶກໃນຄັ້ງນີ້, ວິສາຫະກິດ ໜານບຸນມີ ສ່ວນບຸກຄົນ ຈະດໍາເນີນການສຶກສາຄວາມເປັນໄປໄດ້, ເກັບກໍາຂໍ້ມູນເບື້ອງຕົ້ນ ແລະ ສ້າງເປັນບົດວິພາກ-ເຕັກນິກ (FS) ຢ່າງລະອຽດ ກ່ຽວກັບສະພາບລວມຂອງໂຄງການເຊັ່ນ: ທີ່ຕັ້ງຂອງໂຄງການ, ສະພາບແຫຼ່ງນ້ຳ, ດ້ານພູມສາດ, ດ້ານທໍ່ລະນີສາດ, ດ້ານສິ່ງແວດລ້ອມເສດຖະກິດ-ສັງຄົມ, ສຶກສາວາງແຜນການອອກແບບເບື້ອງຕົ້ນ ແລະ ແຜນງານທີ່ຈະສືບຕໍ່ໃນອານາຄົດໃຫ້ລະອຽດ.
ໃນພິທີກໍໄດ້ເຊັນບົບບັນທຶກຮ່ວມກັນ ລະຫວ່າງ ພະແນກແຜນການ ແລະ ການລົງທຶນແຂວງຫຼວງນ້ຳທາ, ພະແນກພະລັງງານ ແລະ ບໍ່ແຮ່ ກັບ ວິສາຫະກິດ ໜານບຸນມີ ສ່ວນບຸກຄົນ ແລະ ເຈົ້າເມືອງໆລອງ ໂດຍມີທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫຼວງນ້ຳທາ ພ້ອມດ້ວຍຜູ້ຕາງຫນ້າຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ້ປັນສັກຂີພິຍານ.
(ຂ່າວ: ແກ້ວ ກ໋ວາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງບຸນເກີຣ ຂອງເຜົ່າກຶມມຸ ຢູ່ເມືອງເງິນ ຮັກສາໄດ້ວັດທະນະທໍາທີ່ເປັນເອກະລັກຂອງເຜົ່າ

ສະຫຼອງບຸນເກີຣ ຂອງເຜົ່າກຶມມຸ ຢູ່ເມືອງເງິນ ຮັກສາໄດ້ວັດທະນະທໍາທີ່ເປັນເອກະລັກຂອງເຜົ່າ

ວັນທີ 6 ມັງກອນ ນີ້ ຢູ່ບ້ານປຸ່ງຝາດເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງບຸນເກີຣ (ບຸນປົດປີ) ຂອງເຜົ່າກຶມມຸ (ປົດນືມມັງຕັ້ງນືມເມະ) ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີຈົມ ບຸນມານະທຳ ຮອງເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງປະຈຳເມືອງເງິນ, ມີແຂກຖືກເຊີນ ແລະ ມວນຊົນ ເຂົ້າຮ່ວມ.
ປີນີ້, ຄໍາມ່ວນ ມີແຜນການປູກພືດລະດູແລ້ງ 10,666 ເຮັກຕາ

ປີນີ້, ຄໍາມ່ວນ ມີແຜນການປູກພືດລະດູແລ້ງ 10,666 ເຮັກຕາ

ໃນລະດູການປູກພືດລະດູແລ້ງສົກປີ 2025-2026 ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ, ຄາດຄະເນຜົນຜະລິດ 17,034 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ . ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ

ເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ

ໃນປີ 2026 ນີ້, ແຂວງເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ແລະ ສູ້ຊົນເຮັດໃຫ້ອັດຕາພົ້ນທຸກ (ບັນລຸມາດຖານດໍາລັດ 348/ລບ) ໃຫ້ໄດ້ 50%. ໃນນີ້, ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ, ສ້າງຄອບຄົວພົ້ນທຸກໃຫ້ໄດ້ 1,085 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 7 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 1,290 ຄອບຄົວ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ 1 ຈຸດ ແລະ ສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 1 ເມືອງ.
ສາຍການບິນ Vietjet ກັບມາເປີດໃຫ້ບໍລິການຊັ້ນນຳ SkyBoss ອີກຄັ້ງ

ສາຍການບິນ Vietjet ກັບມາເປີດໃຫ້ບໍລິການຊັ້ນນຳ SkyBoss ອີກຄັ້ງ

ສາຍການບິນ Vietjet ກັບມາເປີດໃຫ້ບໍລິການຊັ້ນນຳ SkyBoss ອີກຄັ້ງ ດ້ວຍລາຄາປີ້ເລີ່ມຕົ້ນພຽງແຕ່ 147 ໂດລາ (ລວມພາສີ ແລະ ຄ່າທໍານຽມ), ເພື່ອຢືນຢັນຄືນໃໝ່ເຖິງຄວາມມຸ່ງໝັ້ນຂອງສາຍການບິນ ໃນການມອບປະສົບການການເດີນທາງທີ່ດີເລີດ ແລະ ພິຖີພິຖັນ ພາຍໃຕ້ແນວຄິດ "Wings for Leaders" (ປີກແຫ່ງຜູ້ນຳ).
ເມືອງໄຊຍະບູລີ ຄົ້ນຄວ້າ​ປຶກສາຫາລືການກະກຽມຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2026

ເມືອງໄຊຍະບູລີ ຄົ້ນຄວ້າ​ປຶກສາຫາລືການກະກຽມຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2026

ໃນວັນທີ 6 ມັງກອນ ນີ້, ເມືອງໄຊຍະບູລີ ໄດ້ຈັດກອງປະ​ຊຸມຄົ້ນຄວ້າ​ປຶກສາຫາລືການກະກຽມຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2026 ຂອງແຂວງໄຊຍະບູລີ, ເຊື່ອມຊຶມເອກະສານແບ່ງຄວາມຮັບຜິດຊອບລະດົມກໍາລັງພົນທະຫານພັນທະ ແລະ ປຶກສາຫາລືກ່ຽວກັບການກໍານົດເຂດເລືອກຕັ້ງຢູ່ເມືອງໄຊຍະບູລີ; ໂດຍການເປັນປະທານຂອງທ່ານ ຈັນເພັງ ອູ່ທອງຄຳ ປະທານຄະນະກຳມະການປົກຄອງເມືອງໄຊຍະບູລີ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເມືອງເຂົ້າຮ່ວມ.
ປີຜ່ານມາ ແຂວງເຊກອງ ສົ່ງອອກສິນຄ້າບັນລຸ 280 ລ້ານກວ່າໂດລາ

ປີຜ່ານມາ ແຂວງເຊກອງ ສົ່ງອອກສິນຄ້າບັນລຸ 280 ລ້ານກວ່າໂດລາ

ໃນປີ 2025 ແຂວງເຊກອງ ນໍາເຂົ້າສິນຄ້າມູນຄ່າທັງໝົດ 11.79 ລ້ານໂດລາ ທຽບໃສ່ແຜນປີປະຕິບັດໄດ້ 150% (ແຜນ 7.85 ລ້ານໂດລາ) ສິນຄ້ານໍາເຂົ້າສ່ວນໃຫຍ່ແມ່ນ ວັດສະດຸກໍ່ສ້າງ, ອຸປະກອນ, ຢາງໝາກຕ໋ອຍ, ພາຫະນະຮັບໃຊ້ການຜະລິດ, ປຸ໋ຍ ແລະ ແນວພັນພືດ. ການສົ່ງອອກ ມີມູນຄ່າທັງໝົດ 281.30 ລ້ານໂດລາ ທຽບໃສ່ແຜນປີປະຕິບັດໄດ້ 146.69% (ແຜນ 191.76 ລ້ານໂດລາ) ປະເພດສິນຄ້າສົ່ງອອກແມ່ນ ຖ່ານຫີນ, ກະແສໄຟຟ້າ, ຖ່ານຂ່າວ, ຜົນຜະລິດກະສິກໍາ, ເຄື່ອງປ່າຂອງດົງ ແລະ ອື່ນໆ ເຮັດໃຫ້ເກີນດູນການຄ້າຢູ່ 269.51 ລ້ານໂດລາ.
ສປປ ລາວ ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ຂໍ້ມູນຂ່າວສານກ່ຽວກັບສະພາບການ ທີ່ກໍາລັງເກີດຂຶ້ນຢູ່ ເວເນຊູເອລາ.

ສປປ ລາວ ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ຂໍ້ມູນຂ່າວສານກ່ຽວກັບສະພາບການ ທີ່ກໍາລັງເກີດຂຶ້ນຢູ່ ເວເນຊູເອລາ.

ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຢຶດໝັ້ນຢ່າງເຂັ້ມງວດ ຕໍ່ກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ລວມທັງຫຼັກການເຄົາລົບອໍານາດອະທິປະໄຕແຫ່ງຊາດ ແລະ ຫຼີກລ່ຽງການນໍາໃຊ້ກໍາລັງ ຫຼື ໃຊ້ກໍາລັງຂົ່ມຂູ່ໃນການພົວພັນສາກົນ.
2025 ເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາໄດ້ 870 ກວ່າຕື້ກີບ

2025 ເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາໄດ້ 870 ກວ່າຕື້ກີບ

ໃນປີ 2025 ຜ່ານມາ, ແຂວງເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ໄດ້ທັງໝົດ 876.14 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 66.98% (ມະຕິສະພາ 1,308 ຕື້ກີບ). ໃນນີ້, ການລົງທຶນຂອງລັດ 103.48 ຕື້ກີບ ລື່ນແຜນ 13.71% (ມະຕິສະພາ 91 ຕື້ກີບ); ທຶນຊ່ວຍເຫຼືອ-ກູ້ຢືມ 14.79 ຕື້ກີບ ເທົ່າກັບ 8.70% (ມະຕິສະພາ 170 ຕື້ກີບ); ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 771.96 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 73.73% (ມະຕິສະພາ 1,047 ຕື້ກີບ).
ທະນາຄານ ມາຣູຮານ ເຈແປນ ລາວ ຕ້ອນຮັບ ຜູ້ອຳນວຍການໃຫຍ່ຄົນໃໝ່

ທະນາຄານ ມາຣູຮານ ເຈແປນ ລາວ ຕ້ອນຮັບ ຜູ້ອຳນວຍການໃຫຍ່ຄົນໃໝ່

ນະຄອນຫຼວງວຽງຈັນ, ວັນທີ 5 ມັງກອນ 2026 ​ອີງ​ຕາມ​ຂໍ້​ມູນ​ຈາກທະນາຄານ ມາຣູຮານ ເຈແປນ ລາວ (MARUHAN Japan Bank Lao)ໃຫ້​ຮູ້​ວ່າ: ທ່ານ ອາມານາດ ຈານາດານ (Mr. Amarnath Janardhan) ໄດ້ເຂົ້າດຳລົງຕຳແໜ່ງເປັນຜູ້ອຳນວຍການໃຫຍ່ (CEO), ເລີ່ມມີຜົນຕັ້ງແຕ່ວັນທີ 5 ມັງກອນ 2026 ເປັນ​ຕົ້ນ​ໄປ.
ກອງບັນຊາການປ້ອງກັນສູນກາງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ກອງບັນຊາການປ້ອງກັນສູນກາງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດໃນວັນທີ 5 ມັງກອນນີ້, ໃຫ້ກຽດປະດັບຊັ້ນຂອງທ່ານ ພັອ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ