ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ
ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.

ທ່ານ ພຸນແກ້ວ ເຫຼົາອິນ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ (ຍທຂ). ໄດ້ກ່າວວ່າ: ອຸປະຕິເຫດທາງຫຼວງແມ່ນຫຼວງຫຼາຍມະຫາສານ, ໃນທົ່ວໂລກແຕ່ລະປີມີຜູ້ເສຍຊີວິດ 1.2 ລ້ານຄົນ ຍ້ອນການເກີດອຸບັດຕິເຫດ.ໃນນັ້ນ, ຫຼາຍກວ່າ 50 ລ້ານຄົນ ໄດ້ຮັບບາດເຈັບ ແລະ ປະເມີນມູນຄ່າຜົນເສຍຫາຍຫຼາຍກວ່າ 500 ຕື້ໂດລາສະຫະລັດ. ສຳລັບຢູ່ສປປລາວຂອງພວກເຮົາໃນແຕ່ລະປີ ມີອຸປະຕິເຫດເກີດຂຶ້ນ 6,700 ກວ່າຄັ້ງ, ມີຜູ້ບາດເຈັບ10,300 ກວ່າຄົນ, ອັດຕາຜູ້ເສຍຊີວິດສະເລ່ຍແຕ່ລະປີ 1,000 ກວ່າຄົນ, ມູນຄ່າເສຍຫາຍ 175 ລ້ານໂດລ້າສະຫະລັດຕໍ່ປີ.ສະເພາະຢູ່ແຂວງຫຼວງນໍ້າທາ ປີ 2024 ມີອຸປະຕິເຫດເກີດຂຶ້ນ 234 ຄັ້ງ, ມີຜູ້ບາດເຈັບ447 ຄົນ,ຜູ້ເສຍຊີວິດ 28 ຄົນມູນຄ່າການເສຍຫາຍ 6 ຕື້ກ່ວາກີບ, ສະເລ່ຍການເສຍຊີວິດ 14-15ຄົນ/ປະຊາກອນ 100,000 ຄົນ/ປີ.

ດັ່ງນັ້ນ, ລັດຖະບານຈຶ່ງໄດ້ກຳນົດຍຸດທະສາດ ກ່ຽວກັບມາດຕະການ ປ້ອງກັນຄວາມປອດໄພຕາມທາງຫຼວງ ໂດຍມີ 5 ເສົາຄ້ຳຄື: ໂຄງລ່າງພື້ນຖານ ຄົມມະນາຄົມ-ຂົນສົ່ງປອດໄພ,ພາຫະນະປອດໄພ,ຜູ້ຊົມໄຊ້ໃຊ້ລົດໃຊ້ທາງຫຼວງປອດໄພ, ການຄຸ້ມຄອງຄວາມປອດໄພທາງຫຼວງ (ການໂຄສະນາເຜີຍແຜ່, ປູກຈິດສໍານຶກ, ການປະຕິບັດກົດໝາຍ ແລະ ອື່ນໆ), ການກອບກູ້ຊີວິດຫຼັງເກີດອຸປະຕິເຫດ.ພ້ອມທັງເປັນການຈັດກິດຈະກໍາທີ່ສໍາຄັນ ພາຍໃຕ້ເສົາຄໍ້າທີ 4.ເປັນການປູກຈິດສຳນຶກ ໂຄສະນາເຜີຍແຜ່ ແລະ ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບ ເລກທີ 23/ສພຊ ລົງວັນທີ 12 ທັນວາ 2012 ມາດຕາ 78.

ສຳລັບແຂວງຫຼວງນໍ້າທາຈັດງານດັ່ງກ່າວຂຶ້ນໃນຄັ້ງນີ້ ເປັນຄັ້ງທໍາອິດ ເພື່ອເປັນການປູກຈິດສຳນຶກ, ປຸກລະດົມໃນທົ່ວສັງຄົມທົ່ວແຂວງ ຮັບຮູ້ເຖິງໄພອັນຕະລາຍ ແລະ ຜົນເສຍຫານທີ່ເກີດຂຶ້ນຈາກການເກີດອຸບັດຕິເຫດ ທີ່ກະທົບເຖິງຊີວິດ, ຊັບສິນ ພ້ອມທັງເປັນປະກົດການຫຍໍ້ທໍ້ໃນສັງຄົມ.

ຕອນທ້າຍການນຳຂອງແຂວງ, ເມືອງ ກໍໄດ້ຕັດແຖບຜ້າຮ່ວມກັນເພື່ອເປີດງານຢ່າງເປັນທາງການ ພ້ອມທັງເດີນສວນສະໜາມ ເລີ່ມແຕ່ ສວນສາທາລະນະ ອອກໄປ 4ແຍກໄຟແດງຕະຫຼາດກາງຄືນ ແລ້ວໂຄ້ງອ້ອມຫໍວັດທະນາທຳແຂວງ ອອກມາສູ່ສວນສາທາລະນະ ຢ່າງເປັນຂະບວນການຟົດຟື້ນ.

(ຂ່າວ: ແກ້ວ ກວາງບັນແຄັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນວັນທີ 19 ມັງກອນ ນີ້, ຄະນະພັກ-ຄະນະຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນຳໂດຍ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານກຳມະການພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ນຳກະຕ່າດອກໄມ້ ແລະ ເງິນຈຳນວນ 177,000,000 ກີບ ເຂົ້າອວຍພອນ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອນ 2026).
ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ວັນທີ 19 ມັງກອນຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າດອກໄມ້ ແລະ ຂອງຂວັນເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 77 ປີ.
ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ວັນທີ 19 ມັງກອນ ນີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ ກຳມະການຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວຜົນສໍາເລັດການດໍາເນີນກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ວ່າ:
ປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ທີ່ແຂວງສະຫວັນນະເຂດ

ປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ທີ່ແຂວງສະຫວັນນະເຂດ

ໃນວັນທີ 19 ມັງກອນຜ່ານມາ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ IX ທີ່ແຂວງສະຫວັນນະເຂດ, ໂດຍມີສະຫາຍ ນາງ ມະໄລທອງ ທໍາມະຕິກາ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ແຂກຖືກເຊີນ, ສະຫະພັນແມ່ຍິງຮາກຖານ, ໜ່ວຍ ແລະສະມາຊິກແມ່ຍິງພາຍໃນແຂວງເຂົ້າຮ່ວມຮັບຟັງ.
ຄະນະກຳມະການເລືອກຕັ້ງລະດັບຊາດ ຊຸກຍູ້ວຽກງານການເລືອກຕັ້ງ ຢູ່ແຂວງຈໍາປາສັກ

ຄະນະກຳມະການເລືອກຕັ້ງລະດັບຊາດ ຊຸກຍູ້ວຽກງານການເລືອກຕັ້ງ ຢູ່ແຂວງຈໍາປາສັກ

ຄະນະກຳມະການເລືອກຕັ້ງລະດັບຊາດ ນໍາໂດຍ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ພ້ອມຄະນະ ລົງເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຊັ້ນແຂວງ (ສສຂ) ຊຸດທີ V ຢູ່ແຂວງຈໍາປາສັກ ໃນວັນທີ 19 ມັງກອນ 2026ຜ່ານມາ.
ການນຳແຂວງຊຽງຂວາງອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ

ການນຳແຂວງຊຽງຂວາງອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນວັນທີ 19 ມັງກອນ 2026, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພະແນກການ, ອົງການ, ກຳລັງປ້ອງກັນຄວາມສະຫງົບແຂວງ
ການອານຸລັກໄມ້ປ່ອງ ໃນເມືອງວຽງຄຳ ສ້າງຜົນປະໂຫຍດໃຫ້ປະຊາຊົນຢ່າງຍືນຍົງ

ການອານຸລັກໄມ້ປ່ອງ ໃນເມືອງວຽງຄຳ ສ້າງຜົນປະໂຫຍດໃຫ້ປະຊາຊົນຢ່າງຍືນຍົງ

ເມື່ອບໍ່ດົນຜ່ານມານີ້ ທີ່ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມນຳສະເໜີໂຄງການອານຸລັກໄມ້ປ່ອງ ໂດຍເປັນປະທານຂອງ ທ່ານ ນາງ ບຸນເລື່ອມ ແກ້ວດວງຈິດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ມີອົງການປົກຄອງບ້ານ ທັງ 2 ເມືອງ ຄື: ເມືອງງອຍ ແລະ ເມືອງວຽງຄໍາ ເຂົ້າຮ່ວມ.
ກອງພົນທີ 5 ປາຖະກາຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບຮອບ 77 ປີ

ກອງພົນທີ 5 ປາຖະກາຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບຮອບ 77 ປີ

ວັນທີ 20 ມັງກອນ 2026 ນີ້, ທີ່ສະໂມສອນກອງພົນທີ 5 ໄດ້ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ໂດຍການເປັນປະທານ ແລະ ປາຖະກະຖາຂອງ ກຳມະການຄະນະພັກກະຊວງປ້ອງປະເທດ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5, ມີບັນດາ ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງພັນໃຫຍ່, ສູນຝືກ, ກອງພັນນ້ອຍ, ກອງຮ້ອຍເອກະລາດ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບ-ຮັບ ລົດຈັກໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ

ມອບ-ຮັບ ລົດຈັກໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ

ເມືອ່ບໍ່ດົນຜ່ານມານີ້,​ທີ່ຫ້ອງວ່າການເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ຄະນະຈັດຕັ້ງແຂວງ ໄດ້ນໍາເອົາລົດຈັກ Wave 100 ຈໍານວນ 1 ຄັນ ມູນຄ່າ 30 ລ້ານ 5 ແສນກີບ ມອບໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ ໂດຍການກ່າວມອບຂອງທ່ານ ນາງ ຄໍາແດງ ກອງຈໍາປາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ແລະ ຮັບໂດຍທ່ານ ພອນປະເສີດ ອິນທະວົງ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂິພິຍານ.
ສູນພັດທະນາເຊກອງ ກັບມາເປີດໃຫ້ບໍລິການຄືນໃໝ່ ຫຼັງປິດບໍລິການຊົ່ວຄາວ

ສູນພັດທະນາເຊກອງ ກັບມາເປີດໃຫ້ບໍລິການຄືນໃໝ່ ຫຼັງປິດບໍລິການຊົ່ວຄາວ

ສູນພັດທະນາເຊກອງ ຕັ້ງຢູ່ບ້ານໂມ ເມືອງລະມາມ ແຂວງເຊກອງ ປິດບໍລິການຊົ່ວຄາວ ແລະ ມາຮອດວັນທີ 19 ມັງກອນ 2026 ນີ້ ໄດ້ເປີດໃຫ້ບໍລິການຄືນໃໝ່ ພ້ອມທັງມີກິດຈະກຳບໍລິການເພີ່ມເຕີມ ແລະຂອດການບໍລິການທີ່ດີກວ່າເກົ່າໃນດ້ານກິລາ ແລະ ດ້ານການສຶກສາ ເຫັນວ່າມີຄວາມສະດວກສະບາຍຂຶ້ນຫຼາຍ.
ເພີ່ມເຕີມ