![]() |
ທ່ານ ວຽງສະຫວ່າງ ທິບພະວົງ ກ່າວວ່າ: ການພັດທະນາສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ODOP ເປັນນະໂຍບາຍສຳຄັນ ຂອງ ສປປ ລາວ ໃນການສົ່ງເສີມເສດຖະກິດທ້ອງຖິ່ນ, ສ້າງລາຍຮັບ, ສ້າງວຽກເຮັດງານທຳ ແລະ ຍົກສູງຄຸນນະພາບຊີວິດ ຂອງປະຊາຊົນ ທັງເປັນສິ່ງສະທ້ອນເຖິງເອກະລັກ, ວັດທະນະທຳ ແລະ ພູມປັນຍາ ຂອງທ້ອງຖິ່ນ, ຊຸກຍູ້ການເຂົ້າເຖິງຕະຫຼາດ-ແຫຼ່ງທຶນ, ການນຳໃຊ້ຊ່ອງທາງອອນລາຍ ຊ່ວຍໃຫ້ຜູ້ປະກອບການ ສາມາດຂາຍສິນຄ້າໄດ້ຫຼາຍຂຶ້ນ, ທັງສາມາດເຂົ້າເຖິງລູກຄ້າ ໄດ້ກວ້າງຂວາງຂຶ້ນ ທັງພາຍໃນ ແລະ ຕ່າງປະເທດ, ການຄ້າເອເລັກໂຕຼນິກ, ເພື່ອສົ່ງເສີມການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃຫ້ການຊື້-ຂາຍ ຜ່ານລະບົບດິຈິຕອນ ມີຄວາມສະດວກ, ມີຄວາມໜ້າເຊື່ອຖື ແລະ ປອດໄພຫຼາຍຂຶ້ນ, ເຊິ່ງເປັນຄວາມສຳຄັນສຳລັບ ວິສາຫະກິດ ຂະໜາດນ້ອຍ-ຂະໜາດກາງ (SMEs), ໂດຍສະເພາະ ຫົວໜ່ວຍທຸລະກິດເພດຍິງ ແລະ ບຸກຄົນທີ່ມີຄວາມພິການ ເປັນເຈົ້າຂອງ ຈະມີໂອກາດຫຼາຍຂຶ້ນໃນການພັດທະນາທຸລະ ກິດ, ຂະຫຍາຍຕະຫຼາດ ແລະ ສ້າງລາຍຮັບ ຢ່າງຍືນຍົງ.
ຊຸດຝຶກອົບຮົມຄັ້ງນີ້, ເປັນການປະຕິບັດແຜນການຕາມສັນຍາ RCEP ຫຼື ຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (Regional Comprehensive Economic Partnership) ໂດຍແມ່ນອົງການການຄ້າລະດັບພາກພື້ນ ເພື່ອການພັດທະນາ (RT4D) ໄດ້ໃຫ້ການສະໜັບສະໜູນ ແລະຮ່ວມມືຢ່າງໃກ້ຊິດ, ພ້ອມທັງອົງການຮ່ວມມື ແມ່ຂອງ-ອົດສະຕຣາລີ (Mekong-Australia Partnership – MAP) ເພື່ອສົ່ງເສີມການພັດທະນາ ວິສາຫະກິດ ແລະ ການຄ້າແບບມີສ່ວນຮ່ວມ ໃນ ສປປ ລາວ.
![]() |
ຊຸດຝຶກອົບຮົມ, ບັນດາຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ ແລະ ພັດທະນາ ຄວາມຮູ້ຄວາມສາມາດ ຢ່າງເປັນຮູບປະທຳໃນຫຼາຍດ້ານ ທີ່ສຳຄັນ ເຊັ່ນ: ການພັດທະນາສິນຄ້າ, ການຢັ້ງຢືນມາດຕະຖານ ODOP, ການອອກແບບການຫຸ້ມຫໍ່ສິນຄ້າ, ການຄ້າເອເລັກໂຕຼນິກ, ການຕະຫຼາດດິຈິຕອນ ແລະ ການນຳໃຊ້ ເຕັກໂນໂລຊີ ປັນຍາປະດິດ (AI) ເຂົ້າໃນການພັດທະນາທຸລະກິດ, ພ້ອມທັງຈະມີການແລກປ່ຽນບົດຮຽນ ແລະປະສົບການນຳກັນ, ເພື່ອນຳເອົາຄວາມຮູ້ທີ່ໄດ້ຮັບ ໄປປັບໃຊ້ ໃຫ້ເກີດປະໂຫຍດສູງສຸດ ຕໍ່ທຸລະກິດຂອງຕົນໃນຕໍ່ໜ້າ.
+ ຂ່າວ: ອາພຸດເດດ ບຸບຜາ


ຄໍາເຫັນ