ຫຼວງພະບາງ ປະເມີນຄວາມພ້ອມຮັບມືເຫດການໄພພິບັດສຸກເສີນເປັນແຂວງທຳອິດ

ຫຼວງພະບາງ ປະເມີນຄວາມພ້ອມຮັບມືເຫດການໄພພິບັດສຸກເສີນເປັນແຂວງທຳອິດ

ຫຼວງພະບາງ ປະເມີນຄວາມພ້ອມຮັບມືເຫດການໄພພິບັດສຸກເສີນເປັນແຂວງທຳອິດ
ວັນທີ່ 6 ພຶດສະພານີ້ ທີ່ຫ້ອງປະຊຸມພະແນກພາຍໃນແຂວງຫຼວງພະບາງ, ອົງການກາແດງແຂວງຫຼວງພະບາງ ຮ່ວມກັບ ອົງການກາແດງສະວິດສ ປະຈໍາລາວ ໄດ້ຈັດກອງປະຊຸມປະເມີນຄວາມພ້ອມ ການຕອບໂຕ້ໄພພິບັດທີ່ມີປະສິດທິພາບ ປະສິດທິຜົນ ຕາມມາດຕະການຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ, ໂດຍເປັນປະທານຮ່ວມຂອງ

ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງຫຼວງພະບາງ ແລະ ທ່ານ ນາງ ບີນີຕາ ພູເດັນ ຜູ້ຕາງໜ້າອົງກາແດງສະວິດສ ປະຈໍາລາວ.

ທ່ານ ວຽງສະຫວັນ ກະເສີມສຸກ ໄດ້ໃຫ້ສຳພາດວ່າ: ການຈັດກອງປະຊຸມຄັ້ງນີ້, ເປັນການສ້າງຄວາມເຂັ້ມແຂງ ໃຫ້ກັບວຽກງານກະກຽມຄວາມພ້ອມ ຕໍ່ການກູ້ໄພສຸກເສີນ ທີ່ເກີດຈາກໄພທຳມະຊາດ ຊຶ່ງໄດ້ມີການປະເມີນ ຢູ່ແຂວງຫຼວງພະບາງ ເປັນແຂວງທຳອິດໃນ ສປປ ລາວ ແລະ ຈັດຂຶ້ນກ່ອນລະດູຝົນທີ່ຈະມາເຖິງ, ຜ່ານການປະເມີນໄດ້ມີຫຼາຍກວ່າ 100 ຄໍາຖາມ. ຈາກນັ້ນ, ໄດ້ສັງລວມແຕ່ລະບັນຫາເປັນ 37 ຕົວຊີ້ວັດ. ນອກຈາກການປະເມີນຄວາມພ້ອມແລ້ວ ຍັງຈະໄດ້ດໍາເນີນການຝຶກຊ້ອມ ຈໍາລອງເຫດການຈິງ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ່ 8-10 ພຶດສະພາ 2025 ນີ້.

ໃນໂອກາດນີ້, ທ່ານ ວຽງສະຫວັນ ກະເສີມສຸກ ໄດ້ເຊີນຊວນທຸກພາກສ່ວນເຂົ້າຮ່ວມກິດຈະກໍາ ແລະ ປະກອບສ່ວນວັດຖຸປັດໄຈ ໃຫ້ກັບອົງການກາແດງແຂວງ ທີ່ຈະໄດ້ຈັດກິດຈະກຳໃນໄລຍະວັນທີ່ 8-10 ພຶດສະພາ ນີ້. ສະເພາະວັນທີ່ 8 ພຶດສະພາ ຈະມີການສະເຫຼີມສະຫຼອງ ວັນກາແດງ ແລະ ຊີກວົງເດືອນແດງສາກົນ ຢູ່ຫ້ອງການອົງການກາແດງແຂວງຫຼວງພະບາງ. ພາຍໃນງານຈະມີການຈັດຂະບວນການບໍລິຈາກເລືອດແບບສະໝັກໃຈ ແລະ ເລົ່າປະຫວັດຄວາມເປັນມາຂອງ ງານສະເຫຼີມສະຫຼອງ ວັນກາແດງ ແລະ ຊີກວົງເດືອນແດງສາກົນ, ສ່ວນວັນທີ່ 8-10 ພຶດສະພາ ຈະມີການຝຶກຊ້ອມໃຫຍ່ ຈໍາລອງເຫດການຈີງ ສະພາບໄພພິບັດທຳມະຊາດ ຢູ່ບໍລິເວນທ່າເຮືອບ້ານພອນໄຊ ນະຄອນ ຫຼວງພະບາງ.

ທ່ານ ນາງ ບີນີຕາ ພູເດັນ ໄດ້ຕາງໜ້າອົງການແດງສະວິດສ ປະຈໍາລາວ ມອບເຄື່ອງຕັດຖ່າງ ຈຳນວນ 3 ຊຸດ ມູນຄ່າ 884 ລ້ານກວ່າກີບ ໃຫ້ອົງການກາແດງແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະ ແຂວງອຸດົມໄຊ ແຂວງລະ 1 ຊຸດ ແລະ ມອບລົດໃຫຍ່ ໃຫ້ອົງການກາແດງແຂວງຫຼວງພະບາງ.

(ຂ່າວ-ພາບ: ອາພຸດເດດ ບຸບຜາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງແອດ ມີຜູ້ມີສິດປ່ອນບັດເລືອກຕັ້ງ 15,109 ຄົນ

ເມືອງແອດ ມີຜູ້ມີສິດປ່ອນບັດເລືອກຕັ້ງ 15,109 ຄົນ

ກອງປະຊຸມຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ຢູ່ເມືອງແອດ ແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນນີ້ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ທ່ານ ນາງ ສວຍເພັດ ທອງສົມບັດ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງຫົວພັນ ຫົວໜ້າອະນຸກຳມະການ ເລຂານຸການ ຄະນະກຳມການເລືອກຕັ້ງຂັ້ນແຂວງ, ທ່ານ ວັນເພັດ ສີບຸນແສງ ກຳມະການພັກແຂວງ ເລຂາພັກຄະນະບໍລິຫານງານພັກເມືອງແອດ ປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ ຊຶ່ງມີບັນດາຄະນະປະຈຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວໜຸ່ມ ພະແນກສາທາລະນະສຸກແຂວງ ປະກາດ 4 ບຸກ ປະຈຳປີ 2025.

ຊາວໜຸ່ມ ພະແນກສາທາລະນະສຸກແຂວງ ປະກາດ 4 ບຸກ ປະຈຳປີ 2025.

ພິທີປະກາດຄະນະຊາວໜຸ່ມຮາກຖານພະແນກສາທາລະນະສຸກ ແຂວງເຊກອງ ເປັນຊາວໜຸ່ມຕົວແບບ 4 ບຸກ ຄັ້ງທີ Il ປະຈຳປີ 2025 ຈັດຂຶ້ນໃນວັນທີ 27 ມັງກອນນີ້ ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ໄຊຍະພອນ ວົງຫາຈັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ກິລິຍາ ສຸດທິຈັກ ຄະນະພັກຮາກຖານ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ຄະນະນໍາແຂວງສະຫວັນນະເຂດ ປຶກສາຫາລືບັນຫາສຳຄັນຕ່າງໆ

ຄະນະນໍາແຂວງສະຫວັນນະເຂດ ປຶກສາຫາລືບັນຫາສຳຄັນຕ່າງໆ

ກອງປະຊຸມຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຄັ້ງທີ I ໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງ ໃນວັນທີ 26 ມັງກອນຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ມີສະຫາຍ ນາງ ດາວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ບັນດາສະຫາຍປະທານໃນຄະນະກຳມະການປົກຄອງນະຄອນໄກສອນ ພົມວິຫານ, ຄະນະກຳມະການປົກຄອງເມືອງ ຈາກ 14 ເມືອງຂອງແຂວງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ລະຫ່ວາງ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກອງບັນຊາການ, ອົງການຈັດຕັ້ງ ເຂົ້າຮ່ວມ.
ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງຫຼວງນ້ຳທາ

ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງຫຼວງນ້ຳທາ

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ ລະຫວ່າງ ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ ຜູ້ເກົ່າ ແລະ ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ມີການນໍາຈາກສູນກາງ, ການນໍາແຂວງ, ອະດີດການນໍາແຂວງ, ສອງກອງບັນຊາການ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮວ່ມ.
ພັກກໍານົດທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ພັກກໍານົດທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກໍາມະບານລາວ (1 ກຸມພາ 1956-1 ກຸມພາ 2025) ຄົບຮອບ 70 ປີ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ອົງການຈັດຕັ້ງກໍາມະບານລາວ ທີ່ເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.
ຄໍາມ່ວນ ປູກເຂົ້ານາແຊງໄດ້ແລ້ວ 9,503 ເຮັກຕາ

ຄໍາມ່ວນ ປູກເຂົ້ານາແຊງໄດ້ແລ້ວ 9,503 ເຮັກຕາ

ໃນລະດູການປູກເຂົ້ານາແຊງປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 15,759 ເຮັກຕາ, ເນື້ອທີ່ແຜນການຂອງປີນີ້ລື່ນປີ 2025 ຜ່ານມາ 1,573 ເຮັກຕາ, ຄາດຄະເນຜົນຜະລິດ 77,396 ໂຕນ, ຄາດຄະເນໝົດແນວປູກ 1,261 ໂຕນ. ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 5,463 ເຮັກຕາ, ຄາດຄະເນຜົນຜະລິດ 25,734 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 10,296 ເຮັກຕາ, ຄາດຄະເນຜົນຜະລິດ 51,662 ໂຕນ.
ເມືອງແກ່ນທ້າວ ຈະປະກາດສ້າງຕັ້ງຕາແສງດອນເມນ ເປັນຕາແສງທໍາອິດຂອງເມືອງ.

ເມືອງແກ່ນທ້າວ ຈະປະກາດສ້າງຕັ້ງຕາແສງດອນເມນ ເປັນຕາແສງທໍາອິດຂອງເມືອງ.

ທ່ານ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ ຫົວໜ້າຄະນະຊີ້ນໍາການສ້ງຕັ້ງຕາແສງຂັ້ນເມືອງ ໄດ້ລາຍງານການກະກຽມຄວາມພ້ອມການສ້າງຕັ້ງຕາແສງ ຢູ່ໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 4 ສະໄໝທີ VIII ວ່າ: ໂດຍປະຕິບັດຕາມ ແຈ້ງການຂອງຄະນະປະຈໍາພັກແຂວງ ໄຊຍະບູລີ ເລກທີ 581/ຄພຂ.ຊຍ, ລົງວັນທີ 31 ຕຸລາ 2025 ກ່ຽວກັບການສ້າງຕັ້ງຕາແສງ ແລະ ຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ສະບັບເລກທີ 2162/ຄປຂ, ລົງວັນທີ 26 ທັນວາ 2025 ວ່າດ້ວຍການສ້າງຕັ້ງຕາແສງຂອງເມືອງແກ່ນທ້າວ.
ພາກພູມໃຈ ແນະນໍາໜາບປານ້ອຍໃນງານເທດສະການອາຫານລາວ

ພາກພູມໃຈ ແນະນໍາໜາບປານ້ອຍໃນງານເທດສະການອາຫານລາວ

ໃນໂອກາດເຂົ້າຮ່ວມເປີດງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" ທ່ານ ນາງ ອາດີນາ ມະຫາວົງ ປະທານໂທລະພາບຊ່ອງ 5 ເອັມວີລາວ ທັງເປັນ THE WORLD MADAM 2025, The World Madam ASIA 2025 ແລະ The World Madam Laos 2025 ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 26 ມັງກອນນີ້ວ່າ: ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈທີ່ໄດ້ເຂົ້າຮ່ວມ ແລະ ມີສ່ວນຮ່ວມໃນການປະກອບສ່ວນສະໜັບສະໜູນ ໃນງານເທດສະການອາຫານລາວຄັ້ງນີ້ ຊຶ່ງປີນີ້ຄົບຮອບ 21 ປີພໍດີ ການຈັດງານເທດສະການອາຫານລາວສູ່ຕະຫຼາດໂລກ.
Vietjet ສະນຳເໜີຫຼຸດລາຄາປີ້ຍົນຊັ້ນ Deluxe 30% ສຳລັບການເດີນທາງໄປຫວຽດນາມ ຕະຫຼອດປີ 2026

Vietjet ສະນຳເໜີຫຼຸດລາຄາປີ້ຍົນຊັ້ນ Deluxe 30% ສຳລັບການເດີນທາງໄປຫວຽດນາມ ຕະຫຼອດປີ 2026

ສາຍການບິນ Vietjet ມອບສ່ວນຫຼຸດສູງສຸດເຖິງ 30% ສໍາລັບປີ້ຍົນປະເພດ Deluxe ຕັ້ງແຕ່ວັນທີ 27 ຫາ 29 ມັງກອນ 2026, ເພື່ອເຊີນນັກທ່ອງທ່ຽວຈາກລາວໃຫ້ເລີ່ມຕົ້ນການເດີນທາງໄປທ່ອງທ່ຽວຫວຽດນາມໃນປີ 2026. ດ້ວຍຖ້ຽວບິນໂດຍກົງຂອງ Vietjet ລະຫວ່າງ ນະຄອນຫຼວງວຽງຈັນ - ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ພ້ອມທັງເຄືອຂ່າຍຖ້ຽວບິນທີ່ພວມຂະຫຍາຍຕົວໃນທົ່ວອາຊີ-ປາຊີຟິກ, ໂປຣໂມຊັນທີ່ມີກຳນົດເວລານີ້ແມ່ນໂອກາດທີ່ບໍ່ຄວນພາດໃນການວາງແຜນລ່ວງໜ້າ ແລະ ເພີດເພີນກັບຄວາມຄຸ້ມຄ່າໃນການເດີນທາງຕະຫຼອດປີ 2026.
ເພີ່ມເຕີມ