ມອບອຸປະກອນລະບົບເຄື່ອງເຢັນເກັບຮັກສາເລືອດທີ່ທັນສະໄໝໃຫ້ແກ່ອົງການກາແດງແຫ່ງຊາດລາວ

ລຸກຊໍາບວກ ສະໜັບສະໜູນອົງການກາແດງແຫ່ງຊາດລາວ 2 ລ້ານເອີໂຣ

ລຸກຊໍາບວກ ສະໜັບສະໜູນອົງການກາແດງແຫ່ງຊາດລາວ 2 ລ້ານເອີໂຣ
ວັນທີ 13 ກັນຍານີ້, ອົງການຮ່ວມມືແລະພັດທະນາຂອງປະເທດລຸກຊໍາບວກ ໄດ້ມອບອຸປະກອນລະບົບເຄື່ອງເຢັນເກັບຮັກສາເລືອດທີ່ທັນສະໄໝໃຫ້ແກ່ອົງການກາແດງແຫ່ງຊາດລາວ, ມູນຄ່າປະມານ 2 ລ້ານເອີໂຣ. ການປະກອບສ່ວນຊ່ວຍເຫຼືອອັນສໍາຄັນນີ້ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການບໍລິການເລືອດ

 ແລະ ຮັບປະກັນການສະໜອງເລືອດທີ່ເຊື່ອຖືໄດ້ ແລະ ມີຄວາມປອດໄພໃນທົ່ວປະເທດລາວ.
ເປັນກຽດໃນພິທີ, ມີ ທ່ານ ຄໍາລາວັນ ຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ທ່ານ ໂທມັດ ລໍາມາ (Thomas Lammar)ອຸປະທູດລຸກຊຳບວກປະຈຳລາວ, ເຂົ້າຮ່ວມເປັນສັກຂີພິຍານ ໂດຍທ່ານ ໄພວັນ ແກ້ວປະເສີດຮອງລັດຖະມົນຕີກະຊວງສາທາລະນະສຸກຜູ້ຕາງໜ້້້້້້າກະຊວງແຜນການແລະການລົງທຶນ ແລະ ຈາກກະຊວງທີ່ກ່ຽວຂ້ອງ ຂອງລັດຖະບານລາວ ພ້ອມທັງຜູ້ຕາງໜ້າຈາກອົງການກາແດງແຂວງ ແລະ ພະແນກສາທາລະນະສຸກແຂວງຈຳນວນໜຶ່ງ ແລະ ພະນັກງານຈາກອົງການຊ່ວຍເຫຼືອການຮ່ວມມືພັດທະນາລຸກຊຳບວກ.
ອຸປະກອນລະບົບເຄື່ອງເຢັນເກັບຮັກສາເລືອດທີ່ທັນສະໄໝ ທີ່ສະໜອງໃຫ້ນີ້ ໂດຍຜ່ານໂຄງການສົ່ງເສີມສຸຂະພາບ ແລະ ໂພຊະນາການ (ລາວ/035), ຈັດຕັ້ງປະຕິບັດໂດຍກະຊວງສາທາລະນະສຸກ ແລະ ອົງການຮ່ວມມືແລະພັດທະນາຂອງ ປະເທດລຸກຊຳບວກ LuxDev ຊຶ່ງຈະຖືກແຈກຢາຍຢູ່ທັງຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ. ການລົງທຶນໃສ່ການຊ່ວຍເຫຼືອໃນຄັ້ງນີ້ແມ່ນຈະມີບົດບາດສໍາຄັນໃນການຮັກສາຄວາມມີປະສິດທິພາບຂອງລະບົບເຄື່ອງເຢັນເກັບຮັກສາເລືອດໃນທົ່ວປະເທດ, ຮັບປະກັນການເກັບຮັກສາເລືອດ ໄປຫາໂຮງໝໍ ແລະ ສະຖານບໍລິການສຸຂະພາບຕ່າງໆ. ສ່ວນປະກອບຂອງເລືອດຢ່າງປອດໄພຈາກສູນເລືອດ ແລະ ອຸປະກອນດັ່ງກ່າວປະກອບມີອົງປະກອບທີ່ຈໍາເປັນຫຼາຍປະເພດເຊັ່ນ: ຕູ້ເຢັນສໍາລັບເກັບຮັກສາເລືອດ, ຕູ້ແຊ່ແຂງສໍາລັບເກັບຮັກສາສ່ວນປະກອບຂອງເລືອດ, ອຸປະກອນຄວບຄຸມອຸນຫະພູມລະບົບແບບດີຈີຕອນ ແລະ ຫີບສໍາລັບຂົນສົ່ງເລືອດເຄື່ອນທີ່ ລວມເປັນຈຳນວນ 247 ລາຍການ, ເພື່ອຮັບປະກັນການຂົນສົ່ງເລືອດທີ່ປອດໄພຢູ່ຂັ້ນສູນກາງ, ແຂວງ, ເມືອງ ແລະ ຊຸມຊົນ.
ປະທານອົງການກາແດງແຫ່ງຊາດລາວ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຊ່ວຍເຫຼືອຄັ້ງນີ້ວ່າ: “ອົງການກາແດງແຫ່ງຊາດລາວ ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງ ສໍາລັບການສະໜັບສະໜູນອັນໃຫຍ່ຫຼວງຄັ້ງນີ້ຈາກອົງການຮ່ວມມືແລະພັດທະນາ ຂອງປະເທດລຸກຊຳບວກ ຊຶ່ງອຸປະກອນດັ່ງກ່າວຈະຊ່ວຍໃຫ້ພວກເຮົາສາມາດເພີ່ມການເກັບຮັກສາຜະລິດຕະພັນເລືອດໄດ້ ແລະ ຮັບປະກັນການສະໜອງເລືອດທີ່ປອດໄພໄວ້ໃຫ້ແກ່ຜູ້ທີ່ມີຄວາມຈໍາເປັນຕ້ອງການ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາສູນເລືອດຂັ້ນຕ່າງໆເພື່ອຮັບປະກັນໃນການຕອບສະໜອງເລືອດ ທີ່ພຽງພໍ ແລະ ປອດໄພ ໃນຂອບເຂດທົ່ວປະເທດ”
ທ່ານ ໂທມັດ ລໍາມາ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ການຮ່ວມມື ຄັ້ງນີ້ວ່າ: “ປະເທດລຸກຊຳບວກ ມີຄວາມພູມໃຈທີ່ຈະສືບຕໍ່ໃຫ້ການສະໜັບສະໜູນແກ່ປະເທດລາວໄລຍະຍາວ ດ້ວຍການສືບຕໍ່ຜັນຂະຫຍາຍການບໍລິການດ້ານສາທາລະນະສຸກ, ສືບຕໍ່ການສ້າງການຮ່ວມມືທີ່ໄດ້ປະສົບຜົນສໍາເລັດມາແລ້ວ ໃນໄລຍະ 2 ທົດສະວັດ ຜ່ານມາຂອງພວກເຮົາ, ພວກເຮົາມີຄວາມຍິນດີທີ່ໄດ້ສະໜອງອຸປະກອນລະບົບເຄື່ອງເຢັນເກັບຮັກສາເລືອດທີ່ມີຄຸນນະພາບສູງຈາກປະເທດລຸກຊຳບວກອີກຄັ້ງ. ການລົງທຶນໃສ່ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນຢືນຢັນເຖິງຄວາມມຸ່ງໝັ້ນຂອງພວກເຮົາໃນການສະໜອງອຸປະກອນທີ່ທົນທານ ແລະ ເຊື່ອຖືໄດ້ທີ່ເໝາະສົມກັບຄວາມຕ້ອງການສະເພາະຂອງຄູ່ຮ່ວມງານຂອງພວກເຮົາ ແລະ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນລາວ."
ການມອບອຸປະກອນລະບົບຄວາມເຢັນເລືອດທີ່ທັນສະໄໝນີ້ ເປັນຂີດໝາຍສໍາຄັນໃນການຮ່ວມມືລະຫວ່າງລຸກຊໍາບວກ ແລະ ສປປ ລາວ ໃນຂະແໜງສາທາລະນະສຸກຊຶ່ງສະແດງໃຫ້ເຫັນເຖິງຄວາມອຸທິດຂອງປະເທດລຸກຊຳບວກ ໃນການສະໜັບສະໜູນການພັດທະນາແບບຍືນຍົງ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນພາຍໃນ ສປປ ລາວ.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ