ມະເຮັງ ເຮັດໃຫ້ຊາວກຳປູເຈຍ ເສຍຊີວິດ 14,000 ຄົນຕໍ່ປີ

ມະເຮັງ ເຮັດໃຫ້ຊາວກຳປູເຈຍ ເສຍຊີວິດ 14,000 ຄົນຕໍ່ປີ

ມະເຮັງ ເຮັດໃຫ້ຊາວກຳປູເຈຍ ເສຍຊີວິດ 14,000 ຄົນຕໍ່ປີ
ຂ່າວຕ່າງປະເທດລາຍງານ ໃນວັນ​ທີ 5 ພຶດສະພາ ຜ່ານມາວ່າ: ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ການ​ປະກາດ​ແຜນການ​ຄວບ​ຄຸມ​ມະ​ເຮັງ​ແຫ່ງ​ຊາດ ປີ2025-2030 ​ແລະ​ກ່າວ​ວ່າ:ກຳປູ​ເຈຍກວດພົບ​ຜູ້​ຕິດ​ເຊື້ອ​ມະ​ເຮັງ​ໃໝ່​ປະມານ 20,000 ຄົນ ​ແລະ​ມີ​ຜູ້​ເສຍ​ຊີວິດ​ຍ້ອນ​ພະຍາດ​ມະ​ເຮັງ​ເກືອບ 14,000 ຄົນ​ຕໍ່​ປີ ຊຶ່ງນັບວ່າສູງຫາກທຽບກັບຈຳນວນ​​ປະຊາກອນ 17 ລ້ານ​ຄົນ​ຂອງ​ປະ​ເທດ.

 

ທ່ານ ຮຸນມາເນັດ ກ່າວວ່າ: ແຜນການດັ່ງກ່າວມີຈຸດປະສົງເພື່ອຫຼຸດຜ່ອນກໍລະນີຄົນເຈັບໃໝ່ ແລະການເສຍຊີວິດຈາກພະຍາດມະເຮັງໂດຍການຍົກລະດັບການເຂົ້າເຖິງການປ້ອງກັນ, ການກວດ, ການວິນິດໄສ, ການປິ່ນປົວແລະການເບິ່ງແຍງທີ່ມີຄຸນນະພາບ. ໂດຍປະຊາຊົນຄວນເອົາໃຈໃສ່ກັບການກິນອາຫານທີ່ມີຄວາມອຸດົມສົມບູນດ້ວຍຜັກ, ໝາກໄມ້, ທັນຍາພືດ, ໂປຣຕີນແລະອອກກໍາລັງກາຍເປັນປົກກະຕິ. ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດມະເຮັງ.

ນອກຈາກນີ້, ທ່ານ ຮຸນມາເນັດ ໄດ້ແນະນຳໃຫ້ບັນດາອົງການທີ່ກ່ຽວຂ້ອງກວດກາຄວາມປອດໄພ ແລະ ຄຸນນະພາບຂອງອາຫານ, ຜັກ ແລະ ໝາກໄມ້ເປັນປະຈຳ. ເພື່ອປ້ອງກັນການປົນເປື້ອນສານເຄມີທີ່ອາດຈະເຮັດໃຫ້ເກີດມະເຮັງ.

ທ່ານ ຊຽງ ຣາ ລັດຖະມົນຕີກະຊວງສາທາລະນະສຸກກຳປູເຈຍກ່າວວ່າ:ກຳປູເຈຍກວດພົບພະຍາດມະເຮັງຕັບຫຼາຍທີ່ສຸດ, ຮອງລົງມາແມ່ນມະເຮັງປອດ, ມະເຮັງເຕົ້ານົມ, ມະເຮັງລຳໄສ້ໃຫຍ່ ແລະມະເຮັງປາກມົດລູກ.ໂດຍມີຄົນເຈັບພະຍາດມະເຮັງເສຍຊີວິດໃນກຳປູເຈຍປະມານ 38 ຄົນຕໍ່ມື້.

ນອກຈາກນີ້, ກຳປູເຈຍຍັງມີໂຮງໝໍເລືອງເມ ທີ່ຢູ່ນອກນະຄອນຫຼວງພະນົມເປັນ ຊຶ່ງເປັນໂຮງໝໍຂະໜາດໃຫຍ່ທີ່ສຸດສຳລັບປິ່ນປົວຜູ້ເປັນພະຍາດມະເຮັງໂດຍສະເພາະ.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີຂອງ ສ ເກົາຫຼີ ໄດ້ປະກາດໃນວັນທີ 28 ຕຸລາ ຜ່ານມາ ວ່າ, ການສົ່ງອອກຜະລິດຕະພັນອາຫານຂອງ ສ ເກົາຫຼີ ໃນໄລຍະເດືອນມັງກອນ - ກັນຍາ ໄດ້ເພີ່ມຂຶ້ນ 8.9% ເມື່ອທຽບກັບປີກ່ອນ ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 8.5 ຕື້ວອນ (ປະມານ 5.9 ລ້ານໂດລາ).
ເພີ່ມເຕີມ