ທ່ານ ນາງ ເຊນບາມ ເຕືອນວ່າ: ສັນຍາການນໍາເຂົ້າອາຍແກ໊ສບາງສະບັບມີອາຍຸເຖິງ 20 ປີ ແລະ ເປັນພັນທະຜູກມັດທີ່ບໍ່ສາມາດຍົກເລີກໄດ້ທັນທີ. ໂດຍ ບໍລິສັດ Petroleos Mexicanos ຊຶ່ງເປັນບໍລິສັດນໍ້າມັນຂອງລັດ ໄດ້ສ້າງຕັ້ງທີມງານ ທີ່ປະສານງານໂດຍສະຖາບັນນໍ້າມັນເມັກຊິກ, ເພື່ອກໍານົດທາງເລືອກທີ່ມີຜົນກະທົບດ້ານສິ່ງແວດລ້ອມໜ້ອຍເພື່ອເສີມສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ທ່ານນາງ ເຊນບາມ ກ່າວຕື່ມວ່າ: ການຕັດສິນໃຈຄັ້ງສຸດທ້າຍຈະຕ້ອງຖືກເປີດເຜີຍຕໍ່ປະຊາຊົນພິຈາລະນາ, ໂດຍປັດຈຸບັນມີການສຶກສາກ່ຽວກັບແຫຼ່ງ methane ທາງເລືອກ ເຊັ່ນ: ຈາກຂຸມຝັງດິນ ແລະ ຊີວະມວນ, ເພື່ອເພີ່ມຄວາມຫຼາກຫຼາຍຂອງການຜະລິດພາຍໃນ.
ຄໍາເຫັນ