ແມ່ຍິງຫຼວງນໍ້າທາສະຫຼອງວັນທີ 8 ມີນາ ຄົບຮອບ 114 ປີ 

ແມ່ຍິງຫຼວງນໍ້າທາສະຫຼອງວັນທີ 8 ມີນາ ຄົບຮອບ 114 ປີ 
ເມື່ອບໍ່ດົນມານີ້ ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ, ສະຫະພັນແມ່ຍິງແຂວງ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 114 ປີ ຮ່ວມກັບກົງສູນໃຫຍ່ ສສ ຫວຽດນາມ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ມີທ່ານ ນາງກຽວ ທີີ່ຮັ່ງຟຸກ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນຫຼວງພະບາງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
      ໃນພິທີ ສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 114 ປີ ພາຍໃຕ້ຄໍາຂັວນທີ່ວ່າ: “ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ’’ ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ. 
      ການສະເຫຼີມສະຫຼອງວັນແມ່ຍິງສາກົນຄັ້ງນີ້, ກໍເພື່ອເປັນການລະດົມແນວຄິດ, ຈິດໃຈໃຫ້ເອື້ອຍນ້ອງແມ່ຍິງທັງສອງປະເທດເວົ້າລວມເວົ້າສະເພາະກໍຄືເອື້ອຍນ້ອງແມ່ຍິງຫວຽດນາມທີ່ດຳລົງຊິວິດເຮັດວຽກຢູ່ແຂວງພາກເໜືອຂອງລາວ ກັບແຂວງຫຼວງນໍ້າທາ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນໃຫ້ດີຂຶ້ນເປັນກ້າວໆ.ໂອກາດດຽວກັນ, ການນຳຂອງແຂວງທັງສອງປະເທດກໍ່ໄດ້ມີມອບກະຕ່າຂອງຂວັນເພື່ອເປັນທີ່ລະນຶກໃຫ້ເຊີ່ງກັນ ແລະ ກັນຕື່ມອີກ. 
(ຂ່າວ: ມຸນຕີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສນຫລ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສນຫລ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/1/1949-20/1/2026) ໃນວັນທີ 21 ມັງກອນນີ້ ທີ່ ສນຫລ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດປາຖະກະຖາຂອງສະຫາຍ ພົ.ວ ພອນໃຈ ພັນທະວົງ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີຄະນະບໍລິຫານງານພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ປກຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ປກຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ກະຊວງປ້ອງກັນປະເທດ (ປກຊ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/1/1949-20/1/2026) ຂຶ້ນໃນວັນທີ 21 ມັງກອນນີ້ ທີ່ກະຊວງດັ່ງ ກ່າວ ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ມີສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງ ປກຊ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະນໍາ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ເມືອງເງິນ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ປະຊາຊົນລາວ

ເມືອງເງິນ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ປະຊາຊົນລາວ

ວັນທີ 21 ມັງກອນນີ້ ຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77ປີ, ໂດຍເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເງິນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີການນຳຂັ້ນເມືອງ, ຄະນະພັກ, ຄະນະບັນຊາ, ກົມກອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ການນຳພັກ-ລັດແຂວງ ອວຍພອນກຳລັງປ້ອງກັນຊາດເມືອງບໍ່ແຕນ

ການນຳພັກ-ລັດແຂວງ ອວຍພອນກຳລັງປ້ອງກັນຊາດເມືອງບໍ່ແຕນ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໃນຕອນບ່າຍ ຂອງວັນທີ 19 ມັງກອນຜ່ານມານີ້, ທ່ານ ສີສອນພັນ ບຸນສີ ຮອງເລຂາ ຄະນະບໍລິຫານງານພັກ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມນາຍ ແລະ ພົນທະຫານ ກອງບັນຊາການທະຫານເມືອງບໍ່ແຕນ, ກອງພັນ 413, ກອງຮ້ອຍ ທະຫານຊາຍແດນ 159 ແລະ ກອງຮ້ອຍທະຫານຊາຍແດນ 160.
ການນຳແຂວງວຽງຈັນ ຢ້ຽມຢາມ ແລະ ອວຍພອນ ກອງພົນທະຫານຮາບທີ1 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ.

ການນຳແຂວງວຽງຈັນ ຢ້ຽມຢາມ ແລະ ອວຍພອນ ກອງພົນທະຫານຮາບທີ1 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ.

ໃນວັນທີ 20 ມັງກອນ 2026ນີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍຫົວໜ້າຫ້ອງວ່າການແຂວງ, ປະທານສະຫະພັນແມ່ຍິງແຂວງ, ກຳມະບານແຂວງ, ຊາວໜຸ່ມແຂວງ, ແນວລາວສ້າງຊາດແຂວງ, ກອງບັນຊາການ ປກສ ແຂວງ ແລະ ກອງບັນຊາການທະຫານແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ຄະນະນຳກອງພົນທະຫານຮາບທີ1 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2026) ໂດຍການຕ້ອນຮັບຂອງ ທ່ານ ພັນເອກ ຄຳຊາວ ລິນທະກຸນແກ້ວ ຫົວໜ້າການທະຫານ ກອງພົນທະຫານຮາບທີ1, ພ້ອມດ້ວຍຄະນະພັກ-ຄະນະນຳຂອງກອງພົນເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດພະນັກງານຮັບອຸດໜູນບຳນານ

ສານປະຊາຊົນສູງສຸດ ປະກາດພະນັກງານຮັບອຸດໜູນບຳນານ

ສານປະຊາຊົນສູງສຸດ ຈັດພິທີປະກາດການຈັດຕັ້ງ ວ່າດ້ວຍການອະນຸດໃຫ້ພະນັກງານ-ລັດຖະກອນຮັບອຸດໜູນບຳນານ ໃນວັນທີ 20 ມັງກອນນີ້ ໂດຍການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ມີບັນດາພະນັກງານພາຍໃນກົມເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕິດຕາມຄວາມເປັນໄປໄດ້ໃນການກໍ່ສ້າງຊົນລະປະທານ ເຊລະມັງ

ຮອງນາຍົກລັດຖະມົນຕີ ຕິດຕາມຄວາມເປັນໄປໄດ້ໃນການກໍ່ສ້າງຊົນລະປະທານ ເຊລະມັງ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມເບີ່ງຄວາມເປັນໄປໄດ້ ໂຄງການກໍ່ສ້າງຊົນລະປະທານ ເຊລະມັງ ເມືອງຕະໂອ້ຍ ແຂວງສາລະວັນ ໃນວັນທີ 17 ມັງກອນຜ່ານມານີ້. ອົງການປົກຄອງແຂວງ ກໍຄືເມືອງ ໄດ້ສຳຫຼວດຄວາມເປັນໄປໄດ້ເບື້ອງຕົ້ນ ເພື່ອຈະສ້າງເງື່ອນໄຂໃຫ້ແກ່ການປູກພຶດ-ການລ້ຽງສັດ ຂອງປະຊາຊົນບັນດາເຜົ່າ ແລະ ສາມາດບຸກເບີກ, ຂະຫຍາຍເປັນເນື້ອທີ່ທຳການຜະລິດ ໄດ້ທັງລະດູແລ້ງ ແລະ ລະດູຝົນ, ທັງເປັນການສະເໜີ ເຈດຈຳນົງ ເພື່ອຂໍງົບປະມານ ດໍາເນີນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມກອງພັນໃຫຍ່ 479

ຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມກອງພັນໃຫຍ່ 479

ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/1/1949-20/1/2026) ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະ ພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມກອງພັນໃຫຍ່ 497 ໃນວັນທີ 20 ມັງກອນນີ້ ໃຫ້ກຽດຕ້ອນຮັບຂອງສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາກອງພັນໃຫຍ່ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນວັນທີ 19 ມັງກອນ ນີ້, ຄະນະພັກ-ຄະນະຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນຳໂດຍ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານກຳມະການພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ນຳກະຕ່າດອກໄມ້ ແລະ ເງິນຈຳນວນ 177,000,000 ກີບ ເຂົ້າອວຍພອນ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອນ 2026).
ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ວັນທີ 19 ມັງກອນຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າດອກໄມ້ ແລະ ຂອງຂວັນເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 77 ປີ.
ເພີ່ມເຕີມ