ມຽນມາຈະປ່ອຍສິນເຊື່ອດອກເບ້ຍຕ່ຳ ຕໍ່ວິສາຫະກິດ MSMEs

ມຽນມາຈະປ່ອຍສິນເຊື່ອດອກເບ້ຍຕ່ຳ ຕໍ່ວິສາຫະກິດ MSMEs
ຂ່າວຕ່າງປະເທດລາຍງານໃນວັນທີ 1 ເມສາ ຜ່ານມາ, ສຳນັກງານພັດທະນາວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ ຫຼື (MSMES) ສັງກັດກະຊວງອຸດສາຫະກຳ ຂອງມຽນມາ ເປີດເຜີຍວ່າ: ລັດຖະບານມຽນມາກຳລັງດຳເນີນງານເພື່ອປ່ອຍສິນເຊື່ອອັດຕາດອກເບ້ຍຕໍ່າໃຫ້ແກ່ວິສາຫະກິດ ຜ່ານກອງທຶນພັດທະນາວິສາຫະກິດ.
ສິນເຊື່ອດັ່ງກ່າວຈະປ່ອຍໃຫ້ແກ່ທຸລະກິດທີ່ກ່ຽວຂ້ອງກັບການຜະລິດມູນຄ່າເພີ່ມທີ່ສາມາດເພີ່ມລາຍໄດ້ການສົ່ງອອກຂອງປະເທດໂດຍໃຊ້ວັດຖຸດິບທີ່ຫາໄດ້ໃນທ້ອງຖິ່ນ ສ້າງໂອກາດໃຫ້ປະຊາຊົນໄດ້ມີວຽກເຮັດງານທຳຜະລິດສິນຄ້າແທນການນຳເຂົ້າ ປະຢັດພະລັງງານ ເນັ້ນການອະນຸລັກສິ່ງແວດລ້ອມແລະ ຈັດການກັບນ້ຳເສຍເພື່ອບໍ່ໃຫ້ມີຜົນກະທົບຕໍ່ສຸຂະນາໄມ.
ສຳລັບທຸລະກິດຂະໜາດນ້ອຍແມ່ນສາມາດກູ້ຢືມໄດ້ເຖິງ 10 ລ້ານຈາດ(ສະກຸນເງິນມຽນມາ) ແລະ ຈຸນລະວິສາຫະກິດ ແມ່ນສາມາດກູ້ຢືມໄດ້ເຖິງ 50 ລ້ານຈາດ ແລະ ທຸລະກິດຂະໜາດກາງສາມາດກູ້ໄດ້ເຖິງ 100ລ້ານຈາດ.
ເຈົ້າໜ້າທີ່ໆກ່ຽວຂ້ອງກ່າວວ່າ: ກຸ່ມຜູ້ປະກອບການສາມາດບັນລຸເປົ້າໝາຍຂອງພວກເຂົາ ໂດຍການຊ່ວຍເຫຼືອຈາກສິນເຊື່ອເຫຼົ່ານີ້ ແລະ ວິສາຫະກິດ ທີ່ຕ້ອງການສິນເຊື່ອສາມາດຍື່ນໃບສະໝັກໄປຍັງສາຂາຕ່າງໆຂອງສຳນັກງານໄດ້. 

ຄໍາເຫັນ

ຂ່າວຕ່າງປະເທດ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພັດທະນາເສດຖະກິດ ແລະ ການຄ້າຂອງປະເທດມານດີວໄດ້ປະກາດວ່າ Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນ້ຳສາກົນແລະ ສິ່ງອຳນວຍຄວາມສະດວກດ້ານເຄືອຂ່າຍແຫ່ງໃໝ່ໃນເມືອງອັດດູ ຂອງມານດີວ, ເພື່ອສະໜັບສະໜູນການເຊື່ອມຕໍ່ສາຍເຄເບີ້ນໃຕ້ນ້ຳສາກົນ.
ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າຂອງກຳປູເຈຍລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ, ການສົ່ງອອກຂອງກຳປູເຈຍໄປຍັງສະຫະພາບເອີຣົບ (EU) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ມີການເຕີບໂຕໃນລະດັບສອງໂຕເລກໃນໄລຍະ10 ເດືອນທຳອິດຂອງປີ 2025.
​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

ຂ່າວສານຊີອາໄອລາຍງານວ່າ: ໃນລະ​ຫວ່າງວັນ​ທີ 17-18 ພະ​ຈິກ ຜ່ານມາ​ນີ້, ກອງ​ປະ​ຊຸມ​ຄັ້​ງ​ທີ 24 ຂອງ​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ ປະເທດ​ຣັດ​ເຊຍ, ພາຍ​ຫຼັງສຳ​ເລັດກອງ​ປະ​ຊຸມໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​.
ຫວຽດນາມ ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ

ຫວຽດນາມ ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 19 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະມົນຕີບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ຄັ້ງທີ 6 (IMM6), ຂໍ້ລິເລີ່ມສົມທົບຂັ້ນລັດຖະມົນຕີກ່ຽວກັບການປ້ອງກັນຕ້ານການຄ້າມະນຸດຢູ່ບັນດາປະເທດ ເຂດອະນຸພາກພື້ນແມ່ນ້ຳຂອງ (ວິວັດການ COMMIT).
ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ເພີ່ມເຕີມ