ມຽນມາ​ສົ່ງ​ອອກ​ເຂົ້າສານ​ຫຼາຍກວ່າ 2.4 ລ້ານ​ໂຕນ​ໃນ​ສົກ​ປີ 2024-2025

ມຽນມາ​ສົ່ງ​ອອກ​ເຂົ້າສານ​ຫຼາຍກວ່າ 2.4 ລ້ານ​ໂຕນ​ໃນ​ສົກ​ປີ 2024-2025

ມຽນມາ​ສົ່ງ​ອອກ​ເຂົ້າສານ​ຫຼາຍກວ່າ 2.4 ລ້ານ​ໂຕນ​ໃນ​ສົກ​ປີ 2024-2025
ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ເມສາ ຜ່ານມາ;ສະຫະພັນ​ເຂົ້າ​ມຽນມາ ລາຍງານວ່າ: ​ມຽນມາ​ໄດ້​ສົ່ງ​ອອກ​ເຂົ້າສານ ແລະ ເຂົ້າຫັກ ໃນສົກປີ 2024-2025 ຫຼາຍກວ່າ2.4 ລ້ານ​ໂຕນ ຊຶ່ງສ້າງ​ລາຍ​ຮັບ​ໄດ້ຫຼາຍ​ກວ່າ 1.1 ຕື້​ໂດລາ.

ລາຍງານລະບຸວ່າ: ມຽນມາສົ່ງອອກເຂົ້າສານ ແລະເຂົ້າຫັກຜ່ານທາງບົກ ແລະ ທາງທະເລໄປຍັງປະເທດຕ່າງໆຫຼາຍກວ່າ30 ປະເທດ ລວມທັງຈີນ, ແອັດສະປາຍ, ໂປໂລຍ ແລະ ແບນຊິກ.

ທັງນີ້, ມຽນມາໄດ້ສົ່ງອອກເຂົ້າສານແລະເຂົ້າຫັກ 1,6 ລ້ານໂຕນໃນສົກປີ 2023-2024, ສ້າງລາຍຮັບໄດ້ຫຼາຍກວ່າ 845 ລ້ານໂດລາ.

ຄໍາເຫັນ

ຂ່າວຕ່າງປະເທດ

ຜະລິດຕະພັນ ແລະ ຮູບແບບການທ່ອງທ່ຽວທີ່ຫຼາກຫຼາຍ ຊ່ວຍກະຕຸ້ນຕະຫຼາດການທ່ອງທ່ຽວໃນນະຄອນລີ່ຈຽງ (Lijiang) ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ

ຜະລິດຕະພັນ ແລະ ຮູບແບບການທ່ອງທ່ຽວທີ່ຫຼາກຫຼາຍ ຊ່ວຍກະຕຸ້ນຕະຫຼາດການທ່ອງທ່ຽວໃນນະຄອນລີ່ຈຽງ (Lijiang) ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ

ຢູ່ຕີນພູຫິມະຢູຫຼົງ (Yulong Snow Mountain), ການນັ່ງເຮລິຄອບເຕີເພື່ອຊົມທິວທັດແບບມຸມສູງຂອງທັດສະນີຍະພາບອັນງົດງາມຂອງນະຄອນລີ່ຈຽງ ໃນແຂວງຢຸນນານ ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ ກຳລັງກາຍເປັນກິດຈະກຳທ່ອງທ່ຽວທີ່ນິຍົມ ແລະ ເປັນປະສົບການທີ່ໜ້າຕື່ນຕາຕື່ນໃຈ ສຳລັບນັກທ່ອງທ່ຽວທັງຈາກໃກ້ ແລະ ໄກ.
ພະຍາດໄຂ້ຍຸງລາຍລະບາດຢູ່ນະຄອນຊາມໂບ​ອັນກາ ປະເທດຟີລິບປິນ

ພະຍາດໄຂ້ຍຸງລາຍລະບາດຢູ່ນະຄອນຊາມໂບ​ອັນກາ ປະເທດຟີລິບປິນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 4 ສິງ​ຫາ ຜ່ານມາ, ອົງການ​ປົກ​ຄອງນະຄອນຊາມໂບ​ອັນກາ ປະເທດຟີລິບປິນ ລາຍ​ງານວ່າ, ເກີດ​ການລະບາດ​ຂອງພະຍາດໄຂ້ຍຸງລາຍຢູ່ນະຄອນດັ່ງກ່າວ, ໂດຍມີຜູ້ຕິດເຊື້ອ​ທັງ​ໝົດ 1,241 ຄົນ, ໃນນັ້ນ ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ.
ບໍລິສັດ ນ້ຳມັນທີ່ໃຫຍ່ທີ່ສຸດ 8 ແຫ່ງຂອງໂລກ ມີກຳໄລມະຫາສານ

ບໍລິສັດ ນ້ຳມັນທີ່ໃຫຍ່ທີ່ສຸດ 8 ແຫ່ງຂອງໂລກ ມີກຳໄລມະຫາສານ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 5 ສິງຫາ ຜ່ານມາວ່າ: ການວິເຄາະຂອງໜັງສືພິມ The Guardian ຂອງອັງກິດ ເປີດເຜີຍວ່າ, ບໍລິສັດນ້ຳມັນທີ່ໃຫຍ່ທີ່ສຸດ 8 ແຫ່ງຂອງໂລກ ຊຶ່ງສ່ວນໃຫຍ່ແມ່ນຕັ້ງຢູ່ໃນບັນດາປະເທດຕາເວັນຕົກ ມີລາຍໄດ້ລວມກັນເກືອບ 93 ຕື້ໂດລາ ໃນລະຫວ່າງເດືອນເມສາ ຫາ ເດືອນມິຖຸນາ ຜ່ານມາ, ຫຼັງຈາກການໂຈມຕີຂອງສະຫະລັດ ອາເມຣິກາ ແລະ ອິສຣາແອນ ຕໍ່ອີຣານ ຊຶ່ງນຳໄປສູ່ການເພີ່ມຂຶ້ນຂອງລາຄາພະລັງງານທົ່ວໂລກຢ່າງໄວວາ.
ກຳປູເຈຍ ຈະທຳລາຍສະຖິຕິການສົ່ງອອກເຂົ້າສານເກີນ 1 ລ້ານໂຕນ ໃນປີ 2026

ກຳປູເຈຍ ຈະທຳລາຍສະຖິຕິການສົ່ງອອກເຂົ້າສານເກີນ 1 ລ້ານໂຕນ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 5 ສິງຫາ ຜ່ານມາວ່າ: ສະຫະພັນເຂົ້າກຳປູເຈຍລາຍງານວ່າ, ກໍາປູເຈຍໄດ້ສົ່ງອອກເຂົ້າສານ 707,471 ໂຕນ ລະຫວ່າງເດືອນມັງກອນ ຫາ ເດືອນກໍລະກົດ ຜ່ານມາ, ເພີ່ມຂຶ້ນ 68% ເມື່ອທຽບກັບປີກ່ອນ, ສ້າງລາຍຮັບໄດ້ 415 ລ້ານໂດລາ, ເພີ່ມຂຶ້ນ 34.3% ເມື່ອທຽບກັບປີກ່ອນ.
ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນ ບັນລຸ 3,779 ຕື້ 750 ລ້ານຢວນ

ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນ ບັນລຸ 3,779 ຕື້ 750 ລ້ານຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 5 ສິງຫາ ຜ່ານມາວ່າ: ໂຕເລກທີ່ກະຊວງການຄ້າຈີນປະກາດເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ, ລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາປີນີ້, ຍອດມູນຄ່າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນບັນລຸເຖິງ 3,779 ຕື້ 750 ລ້ານຢວນ, ເພີ່ມຂຶ້ນ 8.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຫວຽດນາມ ສ້າງກົດລະບຽບພັກໃຫ້ມີວິທະຍາສາດ ແລະ ປະຕິບັດງ່າຍດາຍ

ຫວຽດນາມ ສ້າງກົດລະບຽບພັກໃຫ້ມີວິທະຍາສາດ ແລະ ປະຕິບັດງ່າຍດາຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 5 ສິງ​ຫາ ຜ່ານມາ ຢູ່ນະຄອນຫຼວງຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສະ​ຫຼຸບ​ສະ​ພ​າບ​ການ​ຕົວ​ຈິງ ແລະ ຄົ້ນ​ຄວ້າ​ປັບ​ປຸງ, ເພີ່ມ​ເຕີມ​ກົດ​ລະ​ບຽບ​ຂອງ​ພັກ (ຄະ​ນະ​ຊີ້​ນຳ) ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 1 ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ການ ແລະ ການ​ກຳ​ນົດ​ທິດ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ຂອງ​ຄະ​ນະ​ຊີ້​ນຳ.
ລາຍຮັບຈາກການທ່ອງທ່ຽວອັງກໍວັດ ຫຼດລົງ 29%

ລາຍຮັບຈາກການທ່ອງທ່ຽວອັງກໍວັດ ຫຼດລົງ 29%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ສິງຫາຜ່ານມາວ່າ: ອຸທິຍານບູຮານຄະດີອັງກໍ ຫຼື ອັງກໍວັດ ຂອງກຳປູເຈຍ ສ້າງລາຍຮັບຈາກການຂາຍປີ້ເຂົ້າຊົມໄດ້ທັງໝົດ 20.3 ລ້ານໂດລາ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ ຜ່ານມາ, ຫຼຸດລົງ 29% ເມື່ອທຽບກັບປີກ່ອນ.
ຂະ​ແໜງ​ການ​ທ່ອງ​ທ່ຽວຫວຽດນາມ ​ປະ​ຕິ​ບັດ​ສຳ​ເລັດ 56% ເປົ້າ​ໝາຍຂອງປີ 2026

ຂະ​ແໜງ​ການ​ທ່ອງ​ທ່ຽວຫວຽດນາມ ​ປະ​ຕິ​ບັດ​ສຳ​ເລັດ 56% ເປົ້າ​ໝາຍຂອງປີ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 4 ສິງຫາ ຜ່ານມາວ່າ: ຕາມ​ຂໍ້​ມູນ​ຂອງ​ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ເງິນ ຫວຽດ​ນາມ) ທີ່ປະ​ກາດ​ໃນ​ວັນ​ທີ 3 ສິງ​ຫາ​ ຜ່ານມາ, ຫວຽດ​ນາມ ຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ສາ​ກົນ 1.67 ລ້ານ​ເທື່ອ​ຄົນ​ໃນ​ເດືອນ​ກໍ​ລະ​ກົດ 2026, ເພີ່ມ​ຂຶ້ນ 6.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໄລ່​ລວມ 7 ເດືອນ​ຕົ້ນ​ປີ 2026, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ບັນ​ລຸ​ເກືອບ 14 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 13.8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025.
ອາເມຣິກາ ຈະປິດສະຖານທູດ ແ​ລະ ສະຖານກົງສູນ 5 ແຫ່ງ​ຢູ່​ຕ່າງ​ປະ​ເທດ

ອາເມຣິກາ ຈະປິດສະຖານທູດ ແ​ລະ ສະຖານກົງສູນ 5 ແຫ່ງ​ຢູ່​ຕ່າງ​ປະ​ເທດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 3 ສິງ​ຫາ ຜ່ານມາ, ກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ແຈ້ງຕໍ່ສະພາ ກ່ຽວກັບແຜນການປິດສະຖານທູດ ແ​ລະ ສະຖານກົງສູນ 5 ແຫ່ງຢູ່​ຕ່າງ​ປະ​ເທດ ລວມມີ: ສະຖານທູດ ທີ່ ນະຄອນເຊນຈອຈ ໃນເກຣີນາດາ, ສະຖານກົງສູນ ທີ່ ນະຄອນນະໂກຢະ ປະເທດຍີ່ປຸ່ນ, ສະຖານກົງສູນ ທີ່ນະຄອນເມດານ ປະເທດອິນໂດເນເຊຍ, ສຳນັກງານສາຂາຂອງສະຖານທູດ ທີ່ ນະຄອນດູອາລາ ປະເທດກາເ​ມີຣຸນ ແລະ ສະຖານກົງສູນ ທີ່ ນະຄອນວີນນີເປັກ ປະເທດການາດາ.
ສ ເກົາຫຼີ ເລັ່ງຮັບມືກັບຄື້ນຄວາມຮ້ອນ ຫຼັງຈາກມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 16 ຄົນ

ສ ເກົາຫຼີ ເລັ່ງຮັບມືກັບຄື້ນຄວາມຮ້ອນ ຫຼັງຈາກມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 16 ຄົນ

ຂ່າວຕ່າງປະເທດລາຍງານໃນວັນທີ 4 ສິງຫາ ຜ່ານມາວ່າ: ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ສັ່ງໃຫ້ອົງການທີ່ກ່ຽວຂ້ອງເລັ່ງການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກຄື້ນຄວາມຮ້ອນທີ່ຮ້າຍແຮງແບບບໍ່ເຄີຍມີມາກ່ອນ, ໂດຍເຕືອນວ່າສະພາບອາກາດທີ່ຮຸນແຮງກຳລັງເກີດຂຶ້ນເລື້ອຍໆ ແລະ ອາດຈະກາຍເປັນເລື່ອງປົກກະຕິ.
ເພີ່ມເຕີມ