Microsoft ກຽມລົງທຶນໂຄງສ້າງພື້ນຖານ AI ໃນເຢຍລະມັນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, Microsoft ໄດ້ເປີດເຜີຍແຜນການລົງທຶນໄລຍະ 2 ປີ ມູນຄ່າ 3,2 ພັນລ້ານເອີໂຣ ເພື່ອຂະຫຍາຍໂຄງສ້າງພື້ນຖານດ້ານຄລາວ (Cloud) ແລະ ປັນຍາປະດິດ (AI) ໃນເຢຍລະມັນ ຊຶ່ງເປັນການລົງທຶນຄັ້ງໃຫຍ່ທີ່ສຸດຂອງ Microsoft ໃນປະເທດນີ້.
    Microsoft ຈະຂະຫຍາຍພາກພື້ນ Cloudທີ່ມີຢູ່ໃນເມືອງແຟັງເຟີດ, ເມືອງອຳມາຍ ຂອງລັດເຮສ ແລະ ເພີ່ມຂີດຄວາມສາມາດດ້ານ Cloud ໃນ ລັດນອດ ຣາຍ-ເວສຟາເຣຍ ຫຼາຍກວ່າ 2 ເທົ່າຜ່ານໂຄງສ້າງພື້ນຖານໃໝ່ພ້ອມກັບວາງແຜນຝຶກອົບຮົມທັກສະທາງດີຈີຕອນໃຫ້ແກ່ປະຊາຊົນໃນເຢຍລະມັນຫຼາຍກວ່າ 1,2 ລ້ານຄົນພາຍໃນທ້າຍປີ 2025. ທ່ານ ແບຣດ ສະມິດ ຮອງປະທານ ແລະ ປະທານຂອງ Microsoft ກ່າວວ່າ: Microsoft ຢາກເຮັດໃຫ້ເສດຖະກິດຂອງເຢຍລະມັນໄດ້ປະໂຫຍດຈາກ AI ເພື່ອເດີນໜ້າຂະຫຍາຍຄວາມເປັນຜູ້ນຳໂລກໃນດ້ານຄວາມສາມາດທາງການແຂ່ງຂັນ ໂດຍຄວາມຕ້ອງການ AI ເພີ່ມຂຶ້ນໃນພາກສ່ວນສຳຄັນເຊັ່ນ: ການຜະລິດຍານພາຫະນະ ແລະ ການຢາ. ທ່ານ ໂອລາບ ຊອນ ນາຍົກລັດຖະມົນຕີເຢຍລະມັນກ່າວວ່າ: ການລົງທຶນມູນຄ່າຫຼາຍພັນລ້ານເອີໂຣ ຂອງ Microsoft ຖືວ່າເປັນຂ່າວດີຫຼາຍສຳລັບເຢຍລະມັນ ໂດຍໂຄງການດັ່ງກ່າວສະທ້ອນໃຫ້ເຫັນວ່າເຢຍລະມັນມີສະຖານທີ່ຕັ້ງອັນໜ້າດຶງດູດໃຈ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກນັກລົງທຶນ. ອີກຢ່າງໜຶ່ງ, ກ່ອນໜ້ານີ້ເມື່ອທ້າຍປີ 2023ລັດຖະບານເຢຍລະມັນປະກາດການລົງທຶນດ້ານການວິໄຈ ພັດທະນາ ແລະ ປະຍຸກໃຊ້ AI ມູນຄ່າ 1,6 ພັນລ້ານເອີໂຣ ພາຍໃນປີ 2025. Microsoft ລະບຸວ່າ: ບໍລິສັດເຢຍລະມັນທີ່ມີຊື່ສຽງຫຼາຍແຫ່ງເຊັ່ນ: ຊີເມັນ, ໄບເອີ ແລະ ຄອມເມີສແບັງ ກຳລັງໃຊ້ງານແອັບພິເຄເຊິນ AI ຂອງ Microsoft ແລ້ວ.
    ໂດຍອີງຕາມຜົນການສຳຫຼວດຈາກBitkom ສະມາຄົມດີຈີຕອນຊີ້ໃຫ້ເຫັນວ່າ: ຊາວເຢຍລະມັນສ່ວນຫຼາຍຄາດວ່າ AI ຈະປ່ຽນແປງສັງຄົມພາຍໃນບໍ່ເທົ່າໃດປີຂ້າງໜ້າ ແລະ ມີທັດສະນະຄະຕິເປີດກວ້າງຕໍ່ AI ໃນຫຼາຍດ້ານ ຊຶ່ງລວມເຖິງຄວາມປອດໄພທາງໄຊເບີ.

ຄໍາເຫັນ

ຂ່າວຕ່າງປະເທດ

ຟີລິບປິນ ຈັບກຸມຜູ້ຕ້ອງສົງໄສ 766 ຄົນ ໃນຄະດີອາຊະຍາກຳທາງໄຊເບີ

ຟີລິບປິນ ຈັບກຸມຜູ້ຕ້ອງສົງໄສ 766 ຄົນ ໃນຄະດີອາຊະຍາກຳທາງໄຊເບີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ກັນຍາ ຜ່ານມາວ່າ: ກຸ່ມຕ້ານອາຊະຍາກຳທາງໄຊເບີ (ACG) ຂອງຕຳຫຼວດແຫ່ງຊາດຟີລິບປິນໄດ້ເປີດເຜີຍການຈັບກຸມຜູ້ຕ້ອງສົງໄສ ຈຳນວນ 766 ຄົນ ໃນຄະດີອາຊະຍາກຳທາງໄຊເບີໃນຫຼາຍຮູບແບບ ລະຫວ່າງເດືອນມັງກອນ ຫາ ເດືອນກໍລະກົດ 2026. ໂດຍການສໍ້ໂກງທາງອອນລາຍແມ່ນການກະທຳຜິດທີ່ພົບຫຼາຍທີ່ສຸດ. ໃນຂະນະດຽວກັນ, ມີຜູ້ເຄາະຮ້າຍ 149 ຄົນໄດ້ຮັບການຊ່ວຍເຫຼືອ ແລະ 81 ຄະດີຖືກຕັດສິນລົງໂທດໂດຍສານ.
ຈີນ ຈະຊຸກຍູ້ການຮ່ວມມື​ດ້ານການຄ້າ​ ຈີນ-ອາຊຽນ ຈາກ 3 ດ້ານ

ຈີນ ຈະຊຸກຍູ້ການຮ່ວມມື​ດ້ານການຄ້າ​ ຈີນ-ອາຊຽນ ຈາກ 3 ດ້ານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 2 ກັນຍາ ຜ່ານມາວ່າ: ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວຂອງລັດຖະ​ບານຈີນໃນວັນທີ 1 ກັນຍາ ຜ່ານມາ, ເຈົ້າໜ້າທີ່ຮັບຜິດຊອບທີ່​ກ່ຽວ​ຂ້ອງ​​ຈາກກະຊວງການຄ້າຈີນໃຫ້​ຮູ້ວ່າ: ຈະສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ​ລະ​ຫວ່າງຈີນ-ອາຊຽນ ໃຫ້​ຂຶ້ນ​ສູ່ລະດັບ​ໃໝ່​ຈາກ 3 ດ້ານ ຄື:
ນະຄອນຫຼວງຮ່າໂນ້ຍ ຮັກສາກຳລັງດຶງດູດແຫຼ່ງທຶນ FDI

ນະຄອນຫຼວງຮ່າໂນ້ຍ ຮັກສາກຳລັງດຶງດູດແຫຼ່ງທຶນ FDI

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ອີງຕາ​ມ​ໂຕ​ເລກ​ຂອງ​ພະ​ແນກ​ການ​ເງິນ ນະຄອນຫຼວງຮ່າ​ໂນ້ຍ, ນັບ​ແຕ່​ຕົ້​ນ​ປີ​ຮອດ​ວັນ​ທີ 24 ສິງ​ຫາ ຜ່ານມາ, ຍອດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ທີ່ດຶງ​ດູດ​​ໄດ້ໃນ​ບໍ​ລິ​ເວນ​ນະ​ຄອນ​ຫຼວງຮ່າໂນ້ຍບັນ​ລຸ​ປະ​ມານ 3.7 ຕື້ກວ່າໂດລາ, ເທົ່າ​ກັບ 83%, ເປົ້າ​ໝາຍໝົດ​ປີ​ແມ່ນ 4.5 ຕື້ໂດລາ.
ສ ເກົາຫຼີ ເກັບລາຍຮັບຈາກພາສີໄດ້ 8.4 ພັນຕື້ວອນ ໃນເດືອນກໍລະກົດ

ສ ເກົາຫຼີ ເກັບລາຍຮັບຈາກພາສີໄດ້ 8.4 ພັນຕື້ວອນ ໃນເດືອນກໍລະກົດ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການເງິນ ແລະ ເສດຖະກິດຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 31 ສິງຫາ ຜ່ານມາວ່າ, ລາຍຮັບຈາກພາສີຂອງລັດຖະບານໄດ້ເພີ່ມຂຶ້ນ 8.4 ພັນຕື້ວອນ (ປະມານ 6 ຕື້ໂດລາ) ໃນເດືອນກໍລະກົດ ເມື່ອທຽບກັບປີກ່ອນ, ບັນລຸ 51 ພັນຕື້ວອນ ຊຶ່ງເປັນຜົນມາຈາກພາສີລາຍໄດ້ ແລະ ພາສີທຸລະກໍາຫຼັກຊັບທີ່ເພີ່ມຂຶ້ນ.
ຍີ່ປຸ່ນ ວາງແຜນຈະຊື້ເຂົ້າສຸກເສີນຄືນ 210,000 ໂຕນ

ຍີ່ປຸ່ນ ວາງແຜນຈະຊື້ເຂົ້າສຸກເສີນຄືນ 210,000 ໂຕນ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນວາງແຜນທີ່ຈະຊື້ເຂົ້າສຸກເສີນ 210,000 ໂຕນທີ່ປ່ອຍອອກຈາກຄັງສໍາຮອງໃນປີ 2025 ເພື່ອປ້ອງກັນການຫຼຸດລົງຂອງລາຄາຍ້ອນການສະໜອງເກີນ ຊຶ່ງຖືເປັນຄັ້ງທຳອິດທີ່ລັດຖະບານຍີ່ປຸ່ນໄດ້ຊື້ເຂົ້າຄືນທີ່ປ່ອຍອອກຈາກຄັງສຳຮອງ.
ຍີ່ປຸ່ນ ວາງແຜນຈະຊື້ເຂົ້າສຸກເສີນຄືນ 210,000 ໂຕນ

ຍີ່ປຸ່ນ ວາງແຜນຈະຊື້ເຂົ້າສຸກເສີນຄືນ 210,000 ໂຕນ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນວາງແຜນທີ່ຈະຊື້ເຂົ້າສຸກເສີນ 210,000 ໂຕນທີ່ປ່ອຍອອກຈາກຄັງສໍາຮອງໃນປີ 2025 ເພື່ອປ້ອງກັນການຫຼຸດລົງຂອງລາຄາຍ້ອນການສະໜອງເກີນ ຊຶ່ງຖືເປັນຄັ້ງທຳອິດທີ່ລັດຖະບານຍີ່ປຸ່ນໄດ້ຊື້ເຂົ້າຄືນທີ່ປ່ອຍອອກຈາກຄັງສຳຮອງ.
ທາງລົດໄຟຂອງຈີນ ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງໃນໄລຍະລະດູຮ້ອນ

ທາງລົດໄຟຂອງຈີນ ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງໃນໄລຍະລະດູຮ້ອນ

ສຳນັກຂ່າວສານຊິນຮວາລາຍງານວ່າ: ຕາມການໃຫ້ຂໍ້ມູນຂອງຜູ້ໃຫ້ບໍລິການທາງລົດໄຟຂອງຈີນໃນວັນທີ 1 ກັນຍາ ຜ່ານມາໃຫ້ຮູ້ວ່າ, ໃນໄລຍະ 62 ວັນຂອງລະດູການເດີນທາງໃນໄລຍະລະດູຮ້ອນໃນປີນີ້, ທາງລົດໄຟຂອງຈີນໄດ້ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງ, ຂະນະທີ່ການຂົນສົ່ງສິນຄ້າຍັງຄົງດຳເນີນໄປຢ່າງໝັ້ນຄົງ ແລະ ປອດໄພ.
ຟີລິບປິນ ສ້າງຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າ

ຟີລິບປິນ ສ້າງຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍເດືອນສິງຫາຜ່ານມາວ່າ: ກະຊວງກະສິກຳຟີລິບປິນໄດ້ສ້າງຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າຊົ່ວຄາວ ເພື່ອເສີມຂະຫຍາຍການປະສານງານ ແລະ ຂັບເຄື່ອນໂຄງການພັດທະນາເຂົ້າທົ່ວປະເທດ. ຫ້ອງການດັ່ງກ່າວຈະເບິ່ງແຍງໂຄງການຕ່າງໆພາຍໃຕ້ໂຄງການເຂົ້າແຫ່ງຊາດ ແລະ ກອງທຶນ ເພີ່ມຂີດຄວາມສາມາດການແຂ່ງຂັນຂອງອຸດສາຫະກຳເຂົ້າ, ທ່າມກາງສິ່ງທ້າທາຍຕ່າງໆຈາກຕົ້ນທຶນການຜະລິດທີ່ເພີ່ມຂຶ້ນ, ພື້ນຖານໂຄງລ່າງຫຼັງການເກັບກ່ຽວທີ່ບໍ່ພຽງພໍ ແລະ ຄວາມຕ້ອງການທີ່ຈະສົ່ງເສີມກະສິກຳທີ່ສາມາດທົນທານຕໍ່ການປ່ຽນແປງຂອງສະພາບອາກາດໄດ້ດີຂຶ້ນ.
ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 26

ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 26

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 1 ກັນ​ຍາ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 26 ຢູ່​ນະ​ຄອນຫຼວງ​ບິ​ສ​ເຄັກ​ ປະ​ເທດ​ກຽກ​ກິດ​ສະ​ຖານ ພ້ອ​ມ​ທັງ​ກ່າວ​ຄຳ​ປາ​ໄສ​​ໃນ​ຫົວ​ຂໍ້ “ຊຸກ​ຍູ້​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ”.
ກວາງນິງ ກາຍເປັນນະຄອນທີ 8 ຂອງ ຫວຽດນາມ

ກວາງນິງ ກາຍເປັນນະຄອນທີ 8 ຂອງ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 1 ກັນ​ຍາ ຜ່ານມາ, ມະ​ຕິ​ເລກ​ທີ 36/2026/QH ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ນະ​ຄອນ​ກວາງ​ນິງ ມີຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ. ສະ​ນັ້ນ, ນັບ​ແຕ່ວັນທີ 1 ກັນຍາ ເປັນຕົ້ນໄປ, ທົ່ວ​ປະ​ເທດຫວຽດ​ນາມ ມີ 8 ນະ​ຄອນ, ລ​ວມ​ມີ: ຮ່າ​ໂນ້ຍ, ໂຮ່​ຈິ​ມິນ, ຫາຍ​ຟ່​ອງ, ດ່ານັ້ງ, ເກິນ​ເທີ, ເຫວ້, ດົ່ງ​ນາຍ ແລະ ກວາງ​ນິງ.
ເພີ່ມເຕີມ