Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server
ຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: Microsoft ໄດ້ອອກຄຳເຕືອນຮີບດ່ວນເຖິງໜ່ວຍງານພາກລັດ ແລະ ພາກເອກະຊົນ ໃຫ້ຮີບຮ້ອນຕິດຕັ້ງການອັບເດດຄວາມປອດໄພທັນທີຫຼັງຈາກຄົ້ນພົບການໂຈມຕີທາງໄຊເບີ ແບບ “Zero-day” ທີ່ຕັ້ງເປົ້າໝາຍໂຈມຕີຊ່ອງຫວ່າງຂອງຊັອຟແວ SharePoint Server ຊຶ່ງເປັນເວີຊັນທີ່ອົງການຈັດຕັ້ງຕິດຕັ້ງເອງ (On-premise).

 

Microsoft ຢືນຢັນໃນວັນທີ 19 ກໍລະກົດ ຜ່ານມາວ່າ: ການໂຈມຕີດັ່ງກ່າວໄດ້ເປີດຊ່ອງຫວ່າງໃຫ້ແຮັກເກີສາມາດປອມຕົວເປັນຜູ້ໃຊ້ທີ່ໜ້າເຊື່ອຖືໄດ້ (Spoofing Attack), ໃນຂະນະທີ່ FBI ຖະແຫຼງໃນວັນທີ 20 ກໍລະກົດ ຜ່ານມາວ່າ: ໄດ້ຮັບຮູ້ສະຖານະການ ແລະ ກໍາລັງຮ່ວມມືກັບອົງການຂອງລັດຖະບານ ແລະ ເອກະຊົນ ເພື່ອແກ້ໄຂໄພຂົ່ມຂູ່ດັ່ງກ່າວ. ໜັງສືພິມ Washington Post ລາຍງານວ່າ: ເຊີເວີ ທີ່ອາດຕົກຢູ່ໃນຄວາມສ່ຽງມີຈຳນວນຫຼາຍສິບພັນໜ່ວຍໃນທົ່ວໂລກ.

ຊ່ອງຫວ່າງນີ້ມີຜົນກະທົບຕໍ່ SharePoint Server, ທີ່ອົງການຕ່າງໆໃຊ້ສຳລັບເກັບຮັກສາ ແລະ ແຊຣເອກະສານພາຍໃນອົງການເທົ່ານັ້ນ. ສ່ວນການບໍລິການຄລາວ ເຊັ່ນ: SharePoint Online ໃນ Microsoft 365 ບໍ່ໄດ້ຮັບຜົນກະທົບຈາກການໂຈມຕີ ຄັ້ງນີ້.

Microsoft ໄດ້ປ່ອຍ Patch ອັບເດດຄວາມປອດໄພສໍາລັບ SharePoint Subscription Edition ໃນວັນທີ 20 ກໍລະກົດ ຜ່ານມາ ແລະ ກ່າວວ່າ: ກໍາລັງເລັ່ງພັດທະນາ Patch ສຳລັບເວີຊັນ 2016 ແລະ 2019.

ສໍາລັບລູກຄ້າທີ່ບໍ່ສາມາດຕິດຕັ້ງການອັບເດດໄດ້, Microsoft ໄດ້ອອກຄໍາແນະນໍາວ່າ: ໃຫ້ຕັດການເຊື່ອມຕໍ່ເຊີເວີທີ່ມີຄວາມສ່ຽງອອກຈາກອິນເຕີເນັດທັນທີ ຈົນກວ່າຈະສາມາດຕິດຕັ້ງ patch ຄວາມປອດໄພສໍາເລັດ.

ຄໍາເຫັນ

ຂ່າວຕ່າງປະເທດ

ລາຄາອາຍແກ໊ສທຳມະຊາດຢູ່ເອີຣົບ ເພີ່ມຂຶ້ນ 60%

ລາຄາອາຍແກ໊ສທຳມະຊາດຢູ່ເອີຣົບ ເພີ່ມຂຶ້ນ 60%

ຂ່າວສານຊີອາໄອລາຍງານວ່າ: ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ລາຍງານວ່າ, ໃນວັນທີ 4 ມີນາ ຜ່ານມາ ລາຄາອາຍແກ໊ສທຳມະຊາດທີ່ຊື້-ຂາຍລ່ວງໜ້າຢູ່ເອີຣົບ ໄດ້ບຸກທະລຸ 56 ເອີໂຣຕໍ່ເມກາວັດໂມງ ຊຶ່ງເປັນການສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ສ້າງສະຖິິຕິສູງສຸດຄັ້ງໃໝ່ໃນຮອບ 3 ປີ ກວ່າຜ່ານມາ.
ວິກິດການຕາເວັນອອກາງ ໄດ້ສັ່ນສະເທືອນອຸດສາຫະກຳທ່ອງທ່ຽວ

ວິກິດການຕາເວັນອອກາງ ໄດ້ສັ່ນສະເທືອນອຸດສາຫະກຳທ່ອງທ່ຽວ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ຂໍ້ຂັດແຍ່ງທີ່ເພີ່ມຂຶ້ນລະຫວ່າງສະຫະລັດ ອາເມຣິກາ, ອິສຣາແອນ ແລະ ອີຣານ ກຳລັງສັ່ນສະເທືອນອຸດສາຫະກຳທ່ອງທ່ຽວໃນຕາເວັນອອກກາງ ຊຶ່ງສ້າງລາຍຮັບປະມານ 367 ຕື້ໂດລາຕໍ່ປີແລະ ສົ່ງຜົນກະທົບໂດຍກົງຕໍ່ພາບພົດຂອງພາກພື້ນໃນຖານະເປັນຈຸດໝາຍປາຍທາງທີ່ປອດໄພ ແລະ ມີລະດັບພຣີມຽມ, ຫຼັງຈາກການລົງທຶນຈຳນວນຫຼວງຫຼາຍໃນໄລຍະຫຼາຍປີທີ່ຜ່ານມາ ຕັ້ງແຕ່ ອາບູ ດາບີ ເຖິງ ດູໄບ.
ຂະໜາດອຸດ​ສາ​ຫະ​ກຳໃນ​ຂົງເຂດປັນ​ຍາ​ປະ​ດິດ​ຂອງ​ຈີນ​ ມີມູນ​ຄ່າຫຼາຍກວ່າ 1,200 ຕື້ຢ​ວນ

ຂະໜາດອຸດ​ສາ​ຫະ​ກຳໃນ​ຂົງເຂດປັນ​ຍາ​ປະ​ດິດ​ຂອງ​ຈີນ​ ມີມູນ​ຄ່າຫຼາຍກວ່າ 1,200 ຕື້ຢ​ວນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 5 ມີ​ນາ ຜ່ານມາ​ນີ້, ທ່ານ ຫຼີ​ເລີ​ເສິງ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ຈີນ​ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14 ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ປີ 2025, ຂະ​ໜາດ​ອຸດ​ສາ​ຫະ​ກຳ​ແກນ​ກາງ​ໃນ​ຂົງ​ເຂດ​ປັນ​ຍາ​ປະ​ດິດ​ຂອງ​ຈີນ​ມີມູນ​ຄ່າຫຼາຍກວ່າ 1,200 ຕື້ຢ​ວນ ແລະ ມີ​ວິ​ສາ​ຫະ​ກິດຫຼາຍກວ່າ 6,200 ແຫ່ງ. ​​ຈຳ​ນວນ​ດາວ​ໂຫຼດແບບຈຳ​ລອງຂະ​ໜາດ​ໃຫຍ່​ແບບ​ເປີດຂອງວິ​ສາ​ຫະ​ກິດ​ຈີນ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ນັບ​ມາ​ຮອດ​ທ້າຍ​ປີ 2025, ອັດ​ຕາ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ປັນ​ຍາ​ປະ​ດິດ​​ຂອງ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂະ​ໜາດ​ໃຫຍ່​ມີຫຼາຍກວ່າ 30%. ໜຶ່ງ​ປີ​ຜ່ານ​ມາ, ວິ​ສາ​ຫະ​ກິດ​ຈີນ​ໄດ້​ນຳ​ສະ​ເໜີ​ຫຸ່ນ​ຍົນ​ມະ​ນຸດ 300 ກວ່າ​​ລຸ້ນ ແລະ ​ກວມຫຼາຍກວ່າ​ເຄິ່ງ​ໜຶ່ງ​ຂອງ​​ຈຳ​ນວນ​ທັງ​ໝົດ​ທົ່ວໂລກ.
ຫວຽດນາມ ເປັນປະທານຮ່ວມກອງປະຊຸມຄະນະກຳມະການຮ່ວມມື ອາຊຽນ - ອັງກິດ ຄັ້ງທີ 5

ຫວຽດນາມ ເປັນປະທານຮ່ວມກອງປະຊຸມຄະນະກຳມະການຮ່ວມມື ອາຊຽນ - ອັງກິດ ຄັ້ງທີ 5

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ມີນາ ຜ່ານມາວ່າ: ກອງປະຊຸມຄະນະກຳມະການຮ່ວມມືອາຊຽນ - ອັງກິດ ຄັ້ງທີ 5, ໂດຍຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳອາຊຽນ ເປັນປະທານຮ່ວມກັບຄະນະຜູ້ຕາງໜ້າ ອັງກິດ ຢູ່ ອາຊຽນ ປະຈຳນະຄອນຈາກາຕາ ປະເທດອິນໂດເນເຊຍ ໄດ້ດຳເນີນໃນວັນທີ 4 ມີນາ ຜ່ານມາ. ກອງປະຊຸມແມ່ນໂອກາດເພື່ອໃຫ້ ອາຊຽນ ແລະ ອັງກິດ ສະຫຼຸບໝາກຜົນການຮ່ວມມືໃນໄລຍະ 5 ປີຜ່ານມາ, ກຳນົດທິດທາງຊຸກຍູ້ການຮ່ວມມືໃນໄລຍະຕໍ່ໄປ.
ຄ່າຂົນສົ່ງນ້ຳມັນຈາກຕາເວັນອອກກາງ ເພີ່ມຂຶ້ນສູ່ລະດັບສູງສຸດເປັນປະຫວັດການ

ຄ່າຂົນສົ່ງນ້ຳມັນຈາກຕາເວັນອອກກາງ ເພີ່ມຂຶ້ນສູ່ລະດັບສູງສຸດເປັນປະຫວັດການ

ຂ່າວຕ່າງປະເທດລາຍງານໃນວັນທີ 3 ມີນາ ຜ່ານມາວ່າ: ສະຖານະການໃນຕາເວັນອອກກາງໄດ້ເຮັດໃຫ້ຄ່າຂົນສົ່ງນ້ຳມັນເພີ່ມຂຶ້ນສູ່ລະດັບສູງສຸດເປັນປະຫວັດການ. ໂດຍຂໍ້ມູນຈາກ LSEG ຊີ້ໃຫ້ເຫັນວ່າ: ຫຼັງຈາກເກີດຄວາມຂັດແຍ່ງລະຫວ່າງສະຫະລັດ ອາເມຣິກາ, ອິສຣາເອນ ແລະ ອີຣານ ເພີ່ມທະວີຄວາມຮຸ່ນແຮງຂຶ້ນ, ເຮັດໃຫ້ອີຣານ ຂົ່ມຂູ່ຈະໂຈມຕີເຮືອທີ່ຜ່ານຊ່ອງແຄບຮໍມຸສ.
ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ເປີດຂຶ້ນຢູ່ນະຄອນຫຼວງປັກກິ່ງ

ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ເປີດຂຶ້ນຢູ່ນະຄອນຫຼວງປັກກິ່ງ

ຂ່າວສານຊີອາໄອລາຍງານວ່າ: ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ເປີດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ ໃນເວລາ 9:00 ໂມງ ຂອງວັນທີ 5 ມີນານີ້. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍຜູ້ນໍາພັກ-ລັດຂອງຈີນຫຼາຍທ່ານໄດ້ເຂົ້າຮ່ວມພິທີເປີດກອງປະຊຸມດັ່ງກ່າວ.
ຫວຽດນາມ ເລີ່ມປະຕິບັດໜ້າທີ່ໃຫຍ່ຂອງພັກໃນໄລຍະໃໝ່

ຫວຽດນາມ ເລີ່ມປະຕິບັດໜ້າທີ່ໃຫຍ່ຂອງພັກໃນໄລຍະໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ມີນາ ຜ່ານມາ ຢູ່ສຳນັກງານສູນກາງພັກ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຮັດວຽກກັບໜ່ວຍຮຽບຮຽງສະຫຼຸບ 100 ປີແຫ່ງວັນພັກນຳພາການປະຕິວັດ ຫວຽດນາມ ແລະ 40 ປີແຫ່ງການປະຕິບັດໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ.
ເດືອນມັງກອນ ອັດຕາການວາງງານຂອງຍີ່ປຸ່ນເພີ່ມຂຶ້ນເປັນ 2.7%

ເດືອນມັງກອນ ອັດຕາການວາງງານຂອງຍີ່ປຸ່ນເພີ່ມຂຶ້ນເປັນ 2.7%

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ກຸມພາ ຜ່ານມາວ່າ: ກະຊວງກິດຈະການພາຍໃນ ແລະ ການສື່ສານຂອງຍີ່ປຸ່ນ ເປີດເຜີຍວ່າ, ອັດຕາການວ່າງງານໃນເດືອນມັງກອນຜ່ານມາເພີ່ມຂຶ້ນເປັນ 2.7% ຈາກ 2.6% ໃນເດືອນກ່ອນໜ້າ ຊຶ່ງເປັນການເພີ່ມຂຶ້ນຄັ້ງທຳອິດໃນຮອບ 5 ເດືອນ. ເນື່ອງຈາກມີແຮງງານຈຳນວນຫຼາຍຕັດສິນໃຈລາອອກຈາກວຽກເກົ່າເພື່ອຫາວຽກໃໝ່ທີ່ດີກວ່າເກົ່າ.
ສ ເກົາຫຼີ ເລັ່ງຊອກຫານໍ້າມັນຢູ່ນອກຕາເວັນອອກກາງ

ສ ເກົາຫຼີ ເລັ່ງຊອກຫານໍ້າມັນຢູ່ນອກຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານໃນວັນທີ 4 ມີນາ ຜ່ານມາວ່າ: ລັດຖະບານ ສ ເກົາຫຼີ ໄດ້ປະກາດວ່າຈະສືບຕໍ່ຊື້ນ້ຳມັນເພີ່ມເຕີມຈາກພາຍນອກຕາເວັນອອກກາງ ຫຼັງຈາກຊ່ອງແຄບຮໍມຸສຖືກປິດລົງຕາມຕົວຈິງ ທ່າມກາງການໂຈມຕີຢ່າງຕໍ່ເນື່ອງຕໍ່ອີຣານໂດຍສະຫະລັດ ແລະ ອິສຣາເອນ. ລັດຖະບານຢືນຢັນວ່າມີນ້ຳມັນສຳຮອງພຽງພໍທີ່ຈະຮັບມືກັບວິກິດການທີ່ຍືດເຍື້ອ.
ຫຼາຍ​ບໍ​ລິ​ສັດ​ປະ​ກັນ​ໄພ​ທາງ​ທະ​ເລ​ຍົກ​ເລີກ​ປະ​ກັນ​ໄພ​ສົງ​ຄາມ

ຫຼາຍ​ບໍ​ລິ​ສັດ​ປະ​ກັນ​ໄພ​ທາງ​ທະ​ເລ​ຍົກ​ເລີກ​ປະ​ກັນ​ໄພ​ສົງ​ຄາມ

ຂ່າວສານຊີອາໄອລາຍງານ ໃນວັນທີ 4 ມີນາ ຜ່ານມາວ່າ: ໜັງ​ສື​ພິມ “The Guardian” ຂອງ​ອັງ​ກິດ​ລາຍ​ງານ​ວ່າ, ຍ້ອນ​ອາ​ເມ​ຣິ​ກາ ແລະ ອິດ​ສະ​ຣ​າ​ແອນ​ໂຈມ​ຕີ​ອີ​ຣານ​ໄດ້​ສົ່ງ​ຜົນ​ຕໍ່​ການ​ເດີນ​ເຮືອ​ທາງ​ທະ​ເລ​ສາ​ກົນ, ຫຼາຍ​ບໍ​ລິ​ສັດ​ປະ​ກັນ​ໄພ​ທາງ​ທະ​ເລທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ອັງ​ກິດ, ນອກ​ແວ ແລະ ອາ​ເມ​ຣິ​ກາ​ ໄດ້​ປະ​ກາດ​ໃນ​ວັນ​ທີ 2 ມີ​ນາ​ ຜ່ານມາ​ວ່າ: ຈະຍົກ​ເລີກ​ປະ​ກັນ​ໄພ​ສົງ​ຄາມ​ຕໍ່​ກຳ​ປັ່ນ​ທີ່​​ດຳ​ເນີນທຸ​ລະ​ກິດ​ຢູ່​ເຂດ​ອ່າວ​ເປີ​ເຊຍ ນັບ​ແຕ່​ວັນ​ທີ 5 ມີ​ນາ​​ເປັນ​ຕົ້ນ​ໄປ.
ເພີ່ມເຕີມ