ມີຫຼາຍກິດຈະກຳ ສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

ມີຫຼາຍກິດຈະກຳ ສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

ມີຫຼາຍກິດຈະກຳ ສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ
ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ແຫຼງຂ່າວ ຕໍໍ່ສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປີ 2026 ໃນວັນທີ 26 ພຶດສະພານີ້ ທີ່ກະຊວງດັ່ງກ່າວວ່າ: ພັກ ແລະ ລັດຖະບານ ໄດ້ກໍານົດ ເອົາວັນທີ 5 ມິຖຸນາ ຂອງທຸກໆປີ ເປັນວັນສິ່ງແວດລ້ອມແຫ່ງຊາດ ເພື່ອສົ່ງເສີມ, ປູກຈິດສໍານຶກ ແລະ ຍົກລະດັບຄວາມຕື່ນຕົວ ໃນການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ປວງຊົນ,

 

ໃນທຸກໆປີຈະໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ຮ່ວມກັບ ປະຊາຄົມໂລກ ຊຶ່ງໃນປີນີ້ ກົງກັບ ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ, ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແມ່ນເພື່ອເປັນການສ້າງຈິດສໍານຶກໃຫ້ປະຊາຄົມໂລກ ກໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ເຫັນໄດ້ຄວາມສໍາຄັນຂອງສິ່ງແວດລ້ອມ ກໍຄືການປ່ຽນແປງຂອງສະພາບການປ່ຽນແປງດິນຟ້າອາກາດ ເພື່ອຮ່ວມກັນປ້ອງກັນ, ແກ້ໄຂ ແລະ ມີສ່ວນຮ່ວມ ໃນການຫຼຸດຜ່ອນບັນຫາໂລກຮ້ອນ, ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດທີ່ເປັນໄພຂົ່ມຂູ່ຕໍ່ການດໍາລົງຊີວິດຂອງມະນຸດ ແລະ ຊີວະນາໆພັນ, ສໍາລັບປີນີ້ ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ (UNEP) ໄດ້ກໍານົດຫົວຂໍ້ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໂດຍສຸມໃສ່ການຈັດຕັ້ງປະຕິບັດວຽກງານສະພາບພູມອາກາດ ຊຶ່ງ ສາທາລະນະລັດ ອາແຊກບາຍຊານ (Azerbaijan) ໄດ້ເປັນເຈົ້າພາບຈັດງານສະເຫຼີມສະຫຼອງວັນດັ່ງກ່າວ ພາຍໃຕ້ຄໍາຂວັນ: Now For Climate, ສຳລັບ ສປປ ລາວ ກໍໄດ້ກໍານົດຄໍາຂວັນວັນສິ່ງແວດລ້ອມ ແຫ່ງຊາດ ຄື: “ເຖິງເວລາແລ້ວ ທີ່ພວກເຮົາຕ້ອງໃສ່ໃຈ ຕໍ່ສະພາບພູມອາກາດ ໃຫ້ສົດໃສ ແລະ ສົດຊື່ນ", ຄໍາຂວັນ ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໃນປີນີ້ ແມ່ນມີເປົ້າໝາຍ ເນັ້ນໜັກໃສ່ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ທີ່ເປັນບັນຫາທ້າທາຍ ແລະ ສົ່ງຜົນກະທົບອັນໜັກໜ່ວງ ຕໍ່ຫຼາຍປະເທດໃນໂລກ ຊຶ່ງປັດຈຸບັນພວກເຮົາບໍ່ພຽງແຕ່ ປະເຊີນກັບ "ພາວະໂລກຮ້ອນ" (Global Warming) ທຳມະດາ, ແຕ່ກໍາລັງກ້າວເຂົ້າສູ່ຍຸກ "ພາວະໂລກຮ້ອນແບບຮຸນແຮງ" (Global Boiling) ທີ່ສະທ້ອນໃຫ້ເຫັນເຖິງຄວາມ ອັນຕະລາຍ ຂອງວິກິດການດັ່ງກ່າວ ທີ່ພວກເຮົາ ຕ້ອງຮ່ວມມືກັນ ຮີບຮ້ອນແກ້ໄຂ.

ທ່ານກ່າວຕື່ມວ່າ: ສຳລັບ ສປປ ລາວ ກໍປະເຊີນໜ້າກັບ ບັນຫາຜົນກະທົບຈາການປ່ຽນແປງດິນຟ້າອາກາດ ບັນຫາສິ່ງແວດລ້ອມເຊື່ອມໂຊມ ເຊັ່ນ: ສະພາບພູມອາກາດມີການປ່ຽນແປງ ໂດຍສະເພາະ ໃນລະດູແລ້ງ ອາກາດຮ້ອນອົບເອົ້າ, ອຸນຫະພູມສູງຂຶ້ນ, ເກີດມີໄຟໄໝ້ລາມປ່າ, ບັນຫາໝອກຄວັນ ແລະ ຝຸ່ນ PM 2.5 ເກີນມາດຕະຖານໃນບາງເຂດ, ຝົນຕົກບໍ່ຖືກຕາມລະດູການ, ເກີດມີຝົນໝາກເຫັບ, ໄພນໍ້າຖ້ວມ, ໄພແຫ້ງແລ້ງ, ດິນເຊາະເຈື່ອນ ຊຶ່ງໄດ້ສົ່ງຜົນກະທົບຕໍ່ໂຄງລ່າງພື້ນຖານ, ພື້ນທີ່ທຳການຜະລິດ ແລະ ສົ່ງຜົນກະທົບຕໍ່ກັບຊີວິດ ການເປັນຢູ່ຂອງປະຊາຊົນບັນດາເຜົ່າ ລວມທັງການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຕໍ່ບັນຫາດັ່ງກ່າວ, ລັດຖະບານ ໄດ້ໃຫ້ຄວາມສໍາຄັນໃນການແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດ ໂດຍການສ້າງນິຕິກຳ ແລະ ຍຸດທະສາດທີ່ສໍາຄັນ ເຊັ່ນ: ຍຸດທະສາດແຫ່ງຊາດ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ດຳລັດການປ່ຽນແປງດິນຟ້າອາກາດ, ດໍາລັດ ວ່າດ້ວຍສິນເຊື່ອກາກບອນ ແລະ ໄດ້ເຊື່ອມສານເອົາ ວຽກງານດັ່ງກ່າວ ເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ (2026-2030) ແລະໄດ້ກຳນົດຄາດໝາຍ ການຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດ ອາຍເຮືອນແກ້ວໃຫ້ໄດ້ 60% ພາຍໃນປີ 2030 ແລະ ໃຫ້ເປັນສູນ ໃນປີ 2050 (Net Zero Emission by 2050) ໂດຍການຫັນໄປສູ່ການຜະລິດພະລັງງານສະອາດ, ການນໍາໃຊ້ລົດໄຟຟ້າ, ການອະນຸລັກຊີວະນາໆພັນ ແລະ ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ໃຫ້ໄດ້70% ໃນປີ 2035.

ການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນປີ 2026 ນີ້, ໄດ້ຈັດໄປຄຽງຄູ່ກັບ ການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງພາກລັດຖະບານກໍຄືກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮ່ວມກັບພາກເອກະຊົນ ແລະ ພາກສ່ວນຕ່າງໆ ຈັດກິດຈະກຳຢ່າງຍິ່ງໃຫຍ່ ແລະ ຫຼາກຫຼາຍໂດຍມີຈຸດປະສົງ ເພື່ອປຸກລະດົມ ແລະ ຊຸກຍູ້ໃຫ້ທຸກພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດເຫັນໄດ້ຄວາມສໍາຄັນ ຂອງການປົກປັກຮັກສາສິ່ງແວດລ້ອມ ແລະ ພ້ອມໃຈກັນ ເປັນເຈົ້າການໃນການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ດ້ວຍການລົງມືປະຕິບັດດ້ວຍຕົນເອງ ໂດຍເລີ່ມຈາກການປູກ ແລะ ບົວລະບັດຕົ້ນໄມ້, ຫຼຸດຜ່ອນການນໍາໃຊ້ພລາສຕິກ, ບໍ່ຖິ້ມ-ບໍ່ຈູດຂີ້ເຫຍື້ອຊະຊາຍ, ບໍ່ຈູດພື້ນທີ່ການຜະລິດກະສິກຳ ແລະ ບໍ່ທຳລາຍປ່າໄມ້,

ສໍາລັບການສະເຫຼີມສະຫຼອງໃນປີນີ້ຈະຈັດພິທີເປີດສັບປະດາສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນປູກຕົ້ນໄມ້ ແຫ່ງຊາດ ພາຍໃຕ້ຫົວຂໍ້: ຢຸດການຈູດປ່າ ແລະ ປູກຕົ້ນໄມ້ຫຼາຍລ້ານຕົ້ນ ເພື່ອອາກາດສົດໃສ ໃນວັນທີ 29 ພຶດສະພາ 2026 ທີ່ສວນນໍ້າພຸ, ພາຍໃນງານຈະມີຫ້ອງວາງສະແດງ ກ່ຽວກັບພັນໄມ້ນາໆຊະນິດ, ນະວັດຕະກໍາ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການສະແດງສິລະປະ ແລະ ອື່ນໆ, ແລ່ນມາລາທອນ ພາຍໃຕ້ຫົວຂໍ້ "ແລ່ນເພື່ອປ່າໄມ້ຂອງພວກເຮົາ ແລະ ອາກາດສົດໃສ (Run For Our Forest and Climate) ໃນວັນທີ 31 ພຶດສະພາ 2026 ທີ່ສວນນໍ້າພຸ, ສໍາລັບຜູ້ທີ່ລົງທະບຽນໃນການເຂົ້າການແຂ່ງແລ່ນມາລາທອນ ແມ່ນຈະໄດ້ຮັບຕົ້ນໄມ້ຜູ້ລະ 1 ຕົ້ນ ເພື່ອນໍາໄປປູກ, ຈັດສໍາມະນາວິທະຍາສາດໃນຫົວຂໍ້ຕ່າງໆທີ່ຕິດພັນກັບປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຈັດກິດຈະກຳແຂ່ງຂັນແຕ້ມຮູບ, ສ້າງຄລິບວີດີໂອ, ຖາມ-ຕອບ ກ່ຽວກັບສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ແລະ ກິດຈະກຳອື່ນໆ.

ດັ່ງນັ້ນ, ຈຶ່ງຂໍເຊີນຊວນມາຍັງ ບັນດາອົງການຈັດຕັ້ງ ພັກ-ລັດ, ອໍານາດການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຜູ້ພັດທະນາ ແລະ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດໂດຍສະເພາະ ລູກຫຼານຊາວໜຸ່ມເຍົາວະຊົນທັງຫຼາຍ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການປະກອບສ່ວນ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ພ້ອມທັງເຊີນຊວນທັງໝົດ ເຂົ້າຮ່ວມງານສັບປະດາສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ເຂົ້າຮ່ວມແລ່ນມາລາທອນ ຕາມວັນເວລາດັ່ງກ່າວດ້ວຍ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ເພີ່ມເຕີມ