ມອບ-ຮັບໂຄງການກໍ່ສ້າງເສັ້ນທາງ ເຂົ້າພື້ນທີ່ທໍາການຜະລິດ ບ້ານ ນາຕາກ

ມອບ-ຮັບໂຄງການກໍ່ສ້າງເສັ້ນທາງ ເຂົ້າພື້ນທີ່ທໍາການຜະລິດ ບ້ານ ນາຕາກ

ມອບ-ຮັບໂຄງການກໍ່ສ້າງເສັ້ນທາງ ເຂົ້າພື້ນທີ່ທໍາການຜະລິດ ບ້ານ ນາຕາກ
ໃນວັນທີ 9 ກໍລະກົດນີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງ ເຂົ້າເຖີງພື້ນທີ່ທໍາການຜະລິດ ບ້ານນາຕາກ ເມືອງໄຊຍະບູລີ ຂອງໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ (ຊກຂ) ຂຶ້ນທີ່ຫ້ອງປະຊຸມບ້ານນາຕາກ ໂດຍການເຂົ້າຮ່ວມ ຂອງທ່ານ ຈັນເພັງ ອູ່ທອງຄໍາ ຮັກສາການເຈົ້າເມືອງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເພັດມັງກອນ ສີວິໄລ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ລາຍງານວ່າ: ຜົນສໍາເລັດຂອງການຈັດຕັ້ງປະຕິບັດການກໍ່ສ້າງເສັ້ນທາງດັ່ງກ່າວ ແມ່ນໄດ້ຮັບທຶນຈາກໂຄງການ ຊກຂ ແລະ ບໍລິສັດຮັບເໝົາກໍ່ສ້າງເສັ້ນທາງ ໂດຍແມ່ນບໍລິສັດ ສີບຸນທັນ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ. ການຈັດຕັ້ງປະຕິບັດການກໍ່ສ້າງສ້ອມແປງເສັ້ນທາງດັ່ງກ່າວແມ່ນເລີ່ມລົງມືຈັດຕັ້ງປະຕິບັດໃນວັນທີ 7 ເມສາ 2025 ສໍາເລັດການກໍ່ສ້າງສ້ອມແປງ ໃນວັນທີ 19 ກໍລະກົດ 2025.ມີຄວາມຍາວທັງໝົດ 2,025 ກິໂລແມັດ, ຄວາມກ້ວາງ4 ແມັດ, ມີຂົວຈົມຂ້າມຫ້ວຍ 1 ຈຸດ ຊຶ່ງລວມມູນຄ່າການກໍ່ສ້າງຈໍານວນ 346,050,900 ກີບ. ໃນນັ້ນ, ທຶນສົມທົບຂອງກຸ່ມຜະລິດ 37,349,250 ກີບ. ຈາກນັ້ນ, ກໍໄດ້ເຊັນບົດບັນທືກມອບ-ຮັບໂຄງການດັ່ງກ່າວ ໂດຍຊ່ອງໜ້າທ່ານ ຈັນເພັງ ອູ່ທອງຄໍາ ແລະ ບັນດາທ່ານທີ່ເຂົ້າຮ່ວມເປັນສັກຂີພິຍານ.

(ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮັບຮອງວັດສີມຸງຄຸນໄຊຍະຣາມ ບ້ານນາບວມເປັນມໍລະດົກທ້ອງຖິ່ນ

ຮັບຮອງວັດສີມຸງຄຸນໄຊຍະຣາມ ບ້ານນາບວມເປັນມໍລະດົກທ້ອງຖິ່ນ

ພິທີປະກາດຮັບຮອງເອົາວັດສີມຸງຄຸນໄຊຍະຣາມ ບ້ານນາບວມ ເມືອງພຽງ ແຂວງໄຊຍະບູລີເປັນມໍລະດົກທາງດ້ານວັດທະນະທຳລະດັບທ້ອງຖິ່ນຂັ້ນແຂວງໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດຜ່ານມາ ຢູ່ທີ່ວັດດັ່ງກ່າວໂດຍການເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກງານພັກພະນັກງານແຂວງ, ມີທ່ານ ບຸດສະກອນ ອິນທະລັງສີ ເລຂາຄະນະບໍລິຫານງານພັກເມືອງ, ມີແຂກຖືກເຊີນ, ພ້ອມດ້ວຍປະຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມ.
ນໍ້າຖ້ວມບ້ານເລົ່າຫຼວງເມືອງຫິນບູນ

ນໍ້າຖ້ວມບ້ານເລົ່າຫຼວງເມືອງຫິນບູນ

ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍຊົ່ວເຮັດໃຫ້ເກີດມີນໍ້າຖ້ວມຫຼາຍຈຸດຂອງເມືອງຫິນບູນແຂວງຄໍາມ່ວນ ໂດຍສະເພາະແມ່ນເຂດບ້ານເລົ່າຫຼວງນໍ້າໄດ້ຖ້ວມເຮືອນປະຊາຊົນ, ເສັ້ນທາງ13 ໃຕ້ນໍ້າໄດ້ຂຶ້ນສູງປະມານ 1 ແມັດ, ຍາວ 2,000 ແມັດ, ເຮັດໃຫ້ການສັນຈອນຕັດຂາດເປັນເວລາ 3 ຊົ່ວໂມງແຕ່ 6 ໂມງເຊົ້າຂອງວັນທີ 9 ກໍລະກົດ 2025.ປັດຈຸບັນສະພາບນໍ້າຖ້ວມໄດ້ເຂົ້າສູ່ປົກກະຕິແລ້ວ.
ຮຽບຮຽງເນື້ອໃນບາງມາດຕາຂອງກົດໝາຍສານປະຊາຊົນ

ຮຽບຮຽງເນື້ອໃນບາງມາດຕາຂອງກົດໝາຍສານປະຊາຊົນ

(ສພຊ) - ເພື່ອພ້ອມກັນຄົ້ນຄວ້າ, ພິຈາລະນາບັນດາຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ທີ່ປະກອບຄໍາເຫັນກວມເອົາຊື່, ໂຄງປະກອບ ແລະ ເນື້ອໃນກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ; ໃນວັນທີ 8 ກໍລະກົດ ນີ້ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ມີກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ, ຮອງປະທານສານປະຊາຊົນສູງສຸດ, ຮອງປະທານກຳມາທິການກົດໝາຍ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ.
ຫັນເປັນທັນສະໄໝເທົ່ານັ້ນການຄຸ້ມຄອງລາຍຮັບຈຶ່ງມີປະສິດທິພາບ

ຫັນເປັນທັນສະໄໝເທົ່ານັ້ນການຄຸ້ມຄອງລາຍຮັບຈຶ່ງມີປະສິດທິພາບ

ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ (ນວ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມແຕ່ລະໜ້າວຽກ ຂອງ ສສຊ ແລະ ສສ ນວ ໃນກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 9 ຂອງສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ ຊຸດ​ທີ II ທີ່ຫ້ອງວ່າການປົກຄອງ ນວ ຄື: ການຄຸ້ມຄອງລາຍຮັບງົບປະມານຍັງພົບຄວາມຫຍຸ້ງຍາກ ເປັນຕົ້ນ: ຖານລາຍຮັບງົບປະມານທີ່ເປັນພື້ນຖານຍັງບໍ່ມີໂຕເລກທີ່ຊັດເຈນ,
ອົງການປົກຄອງແຂວງຈຳປາສັກ ດຳເນີນກອງປະຊຸມເປີດກວ້າງ ຄັ້ງທີ I ປະຈໍາປີ 2025

ອົງການປົກຄອງແຂວງຈຳປາສັກ ດຳເນີນກອງປະຊຸມເປີດກວ້າງ ຄັ້ງທີ I ປະຈໍາປີ 2025

ອົງການປົກຄອງແຂວງຈຳປາສັກ ໄດ້ຈັດກອງປະຊຸມເປີດກວ້າງ ຄັ້ງທີ Iປະຈຳປີ 2025 ຂຶ້ນໃນວັນທີ 9 ກໍລະກົດນີ້ທີ່ຫ້ອງວ່າການແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີຮອງເຈົ້າແຂວງ, ຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງ, ອົງການທຽບເທົ່າຂັ້ນແຂວງ, ວ່າການເຈົ້ານະຄອນປາກເຊ ແລະ ວ່າການເຈົ້າເມືອງ 9 ເມືອງເຂົ້າຮ່ວມ.
ຫ້ອງການ ຍທຂ ເມືອງສີສັດຕະນາກ ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ຢ່າງຕັ້ງໜ້າ

ຫ້ອງການ ຍທຂ ເມືອງສີສັດຕະນາກ ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ຢ່າງຕັ້ງໜ້າ

ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງສີສັດຕະນາ ນະຄອກຫຼວງວຽງຈັນ ເອົາໃຈໃສ່ວຽກງານພັດທະນາພື້ນຖານໂຄງລ່າງ ດ້ານຄົມມະນາຄົມ ຢ່າງຕັ້ງໜ້າ, ຮັບປະກັນໃຫ້ໄດ້ມາດຕະຖານ, ທົນທານ, ເຊື່ອມຈອດ, ໂລ່ງລ່ຽນ, ການສັນຈອນສະດວກວ່ອງໄວ, ແນໃສ່ໃຫ້ການພັດທະນາຕົວເມືອງ ແລະ ເທດສະບານຂອງເມືອງສີສັດຕະນາກໃຫ້ໄປຕາມນະໂຍບາຍ 6 ສ.
ກະສິກຳ ແລະ ປ່າໄມ້ ນວ ສຸມໃສ່ພື້ນທີ່ສະໜອງຊົນລະປະທານ

ກະສິກຳ ແລະ ປ່າໄມ້ ນວ ສຸມໃສ່ພື້ນທີ່ສະໜອງຊົນລະປະທານ

ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 8 ກໍລະກົດນີ້ ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ວ່າ:
ບຸນເຂົ້າພັນສາບຸນປະເພນີທີ່ມີຄວາມໝາຍສຳຄັນຂອງຊາວພຸດ

ບຸນເຂົ້າພັນສາບຸນປະເພນີທີ່ມີຄວາມໝາຍສຳຄັນຂອງຊາວພຸດ

ເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຂອງທຸກໆປີ ແມ່ນບຸນເຂົ້າພັນສາ ເປັນໜຶ່ງງານບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນ ທາງສາສະໜາຂອງຊາວພຸດ ທັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ຊາວພຸດເຄີຍສືບທອດປະຕິບັດກັນມາຮອດປັດຈຸບັນ. ປີນີ້ຍັງກົງກັບວັນພະຫັດ ທີ 10 ກໍລະກົດ 2025.
ປະຊາຊົນບ້ານນາດອນຄູນ ໄດ້ຮັບຜົນກະທົບໄພພິບັດນ້ຳຖ້ວມ

ປະຊາຊົນບ້ານນາດອນຄູນ ໄດ້ຮັບຜົນກະທົບໄພພິບັດນ້ຳຖ້ວມ

ໃນວັນທີ 6 ກໍລະກົດຜ່ານມານີ້, ຄະນະຮັບຜິດຊອບກຸ່ມກອກຫວານ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ລົງກວດກາຕົວຈິງ ຜົນກະທົບໄພພິບັດນ້ຳຖ້ວມ ຢູ່ບ້ານນາດອນຄູນ ທີ່ຖືກກະທົບຈາກໄພນ້ຳຖ້ວມ ນຳໂດຍ ທ່ານ ພັນໂທ ບຸນຄົງ ອຳພອນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນ ຫຼວງພະບາງ ຮອງຫົວໜ້າກຸ່ມພັດທະນາກອກຫວານ.
ອົງການພຸດທະສາສະໜາສັມພັນລາວ ແຂວງບໍລິຄຳໄຊ ສຳເລັດກອງປະຊຸມໃຫຍ່ສະໄໝທີ 8

ອົງການພຸດທະສາສະໜາສັມພັນລາວ ແຂວງບໍລິຄຳໄຊ ສຳເລັດກອງປະຊຸມໃຫຍ່ສະໄໝທີ 8

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງ ບໍລິຄຳໄຊ ສະໄໝທີ 8 ໄດ້ໄຂຂຶ້ນໃນວັນທີ 7 ກໍລະກົດຜ່ານມາ ຢູ່ສາລາໂຮງທຳ ວັດສີລະວະນາຣາມ (ບ ອານຸສອນໄຊ) ເມືອງປາກຊັນ ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງພະອາຈານ ຄຳປັນ ອິນທະວົງ ຄະນະກຳມະການສູນກາງອົງການພຸດທະສາສະໜາສັມພັນແຫ່ງສປປລາວ ປະທານອົງການພຸດທະສາສະໜາສັມພັນລາວ (ອພສ)ແຂວງບໍລິຄຳໄຊ, ມີພຣະອາຈານ ມະຫາເວດ ມະເສໄນ ອົງຮັກສາການ ປະທານສູນກາງ ອພສ.
ເພີ່ມເຕີມ