ມອບ-ຮັບໜ້າທີ່ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວຜູ້ເກົ່າ-ໃໝ່

ມອບ-ຮັບໜ້າທີ່ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວຜູ້ເກົ່າ-ໃໝ່
ພິທີມອບ-ຮັບໜ້າທີ່ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວຜູ້ເກົ່າ-ໃໝ່ ລະຫວ່າງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ຜູ້ເກົ່າ ແລະ  ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 16 ກຸມພານີ້ ທີ່ສຳນັກງານໃຫຍ່ລັດວິຫາຫະກິດໄຟຟ້າລາວ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ໂພໂຊ ໄຊຍະສອນ ກຳມະການສູນກາງພັກລັດຖະມົນຕີກະຊວງ ພະລັງງານ-ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ,ທ່ານ ຈັນທະບູນ ສຸກອາລຸນໄດ້ກ່າວວ່າ:ຕະຫຼອດໄລຍະເວລາ 3 ປີ ທີ່ໄດ້ດໍາລົງຕໍາແໜ່ງເປັນຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແມ່ນໄດ້ທຸ່ມເທທັງເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນການປະຕິບັດພາລະກິດອັນໃຫຍ່ຫຼວງ ຂອງພັກ-ລັດມອບໝາຍໃຫ້ ໂດຍສຸມໃສ່ການປັບປຸງການປະຕິຮູບລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ມີໃບໜ້າໃໝ່ສະແດງອອກໃນຜົນງານຕົວຈິງທີ່ໄດ້ຮັບໃນ 3 ປີຜ່ານມາ,ດັ່ງທີ່ຮັບຮູ້ນໍາກັນແລ້ວວ່າ ໃນໄລຍະເກືອບ 2 ທົດສະວັດຜ່ານມາ ການດຳເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ໂດຍພື້ນຖານແມ່ນຂາດທຶນມາຢ່າງຕໍ່ເນື່ອງຊຶ່ງເກີດມາຈາກຫຼາຍສາເຫດ ໂດຍສະເພາະໂຄງສ້າງລາຄາຈໍາໜ່າຍໄຟຟ້າ ບໍ່ສົມຄູ່ກັບຕົ້ນທຶນການສະໜອງ (ຕົ້ນທຶນຂອງການຂາຍສູງກວ່າລາຍຮັບ), ຍ້ອນການເກືື້ອກູນຈໍານວນຫຼາຍ,ຂອດການຄຸ້ມຄອງບໍລິຫານ, ລະບຽບການ, ສາຍພົວພັນ ແລະ ຄວາມຮັບຜິດຊອບລະຫວ່າງ ລັດວິສາຫະກິດກັບມະຫາພາກ ບໍ່ຈະແຈ້ງ, ບັນຫາຕິດພັນກັບເງື່ອນໄຂສັນຍາຊື້-ຂາຍໄຟຟ້າ, ການດຸ່ນດ່ຽງພະລັງງານ (Demand/supply & Balance), ຂາດກະແສລາຍຮັບທີ່ເປັນເງິນຕາ ເພື່ອຊໍາລະໜີ້ຕົ້ນທຶນ-ດອກເບ້ຍ ແລະ ບັນຫາອື່ນໆຍັງຈະສືບຕໍ່ສົ່ງຜົນກະທົບອີກຫຼາຍປີຊຶ່ງບັນຫານີ້ ໄດ້ນຳໄປສູ່ການສ້າງໜີ້ສະສົມມະຫາສານ ບໍ່ວ່າຈະເປັນຄ່າກະແສໄຟ, ໜີ້ຕົ້ນທຶນ-ດອກເບ້ຍເງິນກູ້ ຈົນບໍ່ສາມາດໃຊ້ແທນຄືນໄດ້ຕາມສັນຍາ. ຕໍ່ສະພາບດັ່ງກ່າວ ໄລຍະຜ່ານມາ, ລັດຖະບານແມ່ນຮັບຮູ້ໄດ້ເຖິງບັນຫາອັນໃຫຍ່ຫຼວງນີ້ ຈຶ່ງໄດ້ມີທິດຊີ້ນໍາໃນການປັບປຸງແກ້ໄຂເປັນແຕ່ລະໄລຍະ ແຕ່ກໍຍັງບໍ່ທັນເປັນລະບົບຄົບຊຸດ ແລະ ບໍ່ສາມາດແກ້ໄຂບັນຫາໃຫ້ໝົດໄປ. ນັບແຕ່ທ້າຍປີ 2020 ເປັນຕົ້ນມາ, ພາຍໃຕ້ການນຳສະເໜີບັນຫາທີ່ມີ ແລະ ວິທີການແກ້ໄຂ, ລັດຖະບານໄດ້ໃຫ້ທິດທາງຈະແຈ້ງຍິ່ງຂຶ້ນໂດຍມີການຮັບຮອງທິດທາງ ແລະ ມາດຕະການຈາກລັດຖະບານ ຕາມແຈ້ງການເລກທີ 979/ຫສນຍ ເປັນຕົ້ນ 4 ມາດຕະການ ເພື່ອແກ້ໄຂບັນຫາໜີ້ສິນ.
     ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ ທ່ານໂພໂຊ ໄຊຍະສອນໄດ້ໃຫ້ການໂອ້ລົມ ເພື່ອຊີ້ທິດເຍືອງທາງໃຫ້ແກ່ຜູ້ທີ່ມາຮັບໜ້າທີ່ເປັນຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວຜູ້ໃໝ່ຊຶ່ງສະແດງເຖິງຄວາມເປັນຫ່ວງເປັນໃຍຕໍ່ກັບການເຄື່ອນໄຫວຂອງລັດວິສາຫະກິດໄຟຟ້າລາວໃຫ້ນັບມື້ເຕິີບໃຫຍ່ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2026, ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງຄໍາມ່ວນ.
ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ໃນໂອກາດເຂົ້າຮ່ວມ ເປີດງານເທດສະການອາຫານລາວ 2026. ທ່ານ ນາງ ຈໍາປາທອງ ທະລົງແສງຈັນ ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ທັງເປັນຜູ້ອຳນວຍການບໍລິສັດເອອີຊີການຄ້າ ຈຳກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນຜ່ານວ່າ: ຂ້າພະເຈົ້າມີຄວາມຮູ້ສຶກດີໃຈ ທີ່ໄດ້ເປັນສ່ວນໜຶ່ງຂອງງານເທດສະການອາຫານລາວ. ປີນີ້ພວກເຮົາຈັດເປັນປີທີ 21 ແລ້ວ ພາຍໃຕ້ຫົວຂໍ້: ສຳຜັດຄວາມເປັນລາວ ໂດຍຜ່ານລົດຊາດອາຫານລາວ ເພື່ອສົ່ງເສີມເອກະລັກອາຫານ ແລະ ຜະລິດຕະພັນແມ່ຍິງລາວສູ່ເວທີສາກົນ. ງານໃນຄັ້ງນີ້ໄດ້ລວມເອົາຜະລິດຕະພັນລາວມາຈາກ 18 ແຂວງວາງສະແດງ-ຂາຍ ຊຶ່ງແຕ່ລະແຂວງກໍມີເອກະລັກຕ່າງກັນເຊັ່ນ: ແຂວງສະຫວັນນະເຂດກໍມີ ປີ້ງໄກ່ເຊໂນ; ແຂວງອັດຕະປື ໝົກຊີ້ນໝູໃສ່ໃບຫຸ່ງ. ແຂວງໄຊສົມບູນ (ເຂດພິເສດ) ຕຸນໄກ່ດໍາໃສ່ຢາພື້ນເມືອງຂອງພີ່ນ້ອງລາວສູງ ຈະຊ່ວຍໃຫ້ແມ່ຢູ່ກຳໜຸ່ມ.
ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ສະຫະພັນກຳມະບານລາວ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ ທີ່ໄດ້ກຳນົດໄວ້ໃນໂຄງການດຳເນີນງານ ໂດຍໄດ້ກໍ່ສ້າງ, ປັບປຸງກົດລະບຽບ, ລະບົບການຈັດຕັ້ງ, ໂຄງປະ ກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ໃນແຕ່ລະຂົງ ເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.
ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ  + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ກ່ອນອື່ນຢາກເຂົ້າໃຈ ສິດເປັນເຈົ້າອໍານາດລັດແມ່ນແນວໃດນັ້ນ, ພວກເຮົາຈົ່ງຮັບຮູ້ ແລະ ເຂົ້າໃຈ ຈະແຈ້ງກ່ຽວກັບ ຄໍາສັບທີ່ວ່າ: ອຳນາດລັດແມ່ນແນວໃດ ເສຍກ່ອນ. ອຳນາດລັດ ທີ່ນີ້ໝາຍເຖິງ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ປະທານປະເທດ, ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ທັງໝົດເຫຼົ່ານັ້ນ ເອີ້ນວ່າອໍານາດລັດ ຫຼື ອົງການອໍານາດລັດ.
ພະນັກງານ-ລັດຖະກອນແຂວງສາລະວັນ ເຊື່ອມຊືມເອກະສານ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ພະນັກງານ-ລັດຖະກອນແຂວງສາລະວັນ ເຊື່ອມຊືມເອກະສານ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ວັນທີ 27 ມັງກອນຜ່ານມານີ້, ແຂວງສາລະວັນ ໄດ້ຈັດເຜີຍແຜ່ເຊື່ອມຊຶມເອກະສານ ໃຫ້ແກ່ພະນັກງານ-ລັດຖະກອນ ເພື່ອຮັບໃຊ້ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ທີ່ສະໂມສອນແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຮອງຫົວໜ້າອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ.
2025 ດ່ານພາສີສາກົນນາເພົ້າ ປະຕິບັດລາຍຮັບໄດ້ 634,652 ລ້ານກີບ

2025 ດ່ານພາສີສາກົນນາເພົ້າ ປະຕິບັດລາຍຮັບໄດ້ 634,652 ລ້ານກີບ

ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນ ນາເພົ້າ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນປີ 2025 ດ່ານພາສີສາກົນນາເພົ້າ ໄດ້ຮັບຕົວເລກມອບໝາຍຈາກກະຊວງການເງິນ, ກົມພາສີ ຈໍານວນ 398 ຕື້ກີບ, ທຽບໃສ່ໄລຍະດຽວປີຜ່ານມາ ຈໍານວນ 305 ຕື້ກີບ, ເພີ່ມຂຶ້ນ 30.49% ຫຼື ເທົ່າກັບ 93 ຕື້ກີບ, ຖືວ່າເປັນຕົວເລກທີ່ສູງພໍສົມຄວນ.
ເມືອງແອດ ມີຜູ້ມີສິດປ່ອນບັດເລືອກຕັ້ງ 15,109 ຄົນ

ເມືອງແອດ ມີຜູ້ມີສິດປ່ອນບັດເລືອກຕັ້ງ 15,109 ຄົນ

ກອງປະຊຸມຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ຢູ່ເມືອງແອດ ແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນນີ້ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ທ່ານ ນາງ ສວຍເພັດ ທອງສົມບັດ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງຫົວພັນ ຫົວໜ້າອະນຸກຳມະການ ເລຂານຸການ ຄະນະກຳມການເລືອກຕັ້ງຂັ້ນແຂວງ, ທ່ານ ວັນເພັດ ສີບຸນແສງ ກຳມະການພັກແຂວງ ເລຂາພັກຄະນະບໍລິຫານງານພັກເມືອງແອດ ປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ ຊຶ່ງມີບັນດາຄະນະປະຈຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວໜຸ່ມ ພະແນກສາທາລະນະສຸກແຂວງ ປະກາດ 4 ບຸກ ປະຈຳປີ 2025.

ຊາວໜຸ່ມ ພະແນກສາທາລະນະສຸກແຂວງ ປະກາດ 4 ບຸກ ປະຈຳປີ 2025.

ພິທີປະກາດຄະນະຊາວໜຸ່ມຮາກຖານພະແນກສາທາລະນະສຸກ ແຂວງເຊກອງ ເປັນຊາວໜຸ່ມຕົວແບບ 4 ບຸກ ຄັ້ງທີ Il ປະຈຳປີ 2025 ຈັດຂຶ້ນໃນວັນທີ 27 ມັງກອນນີ້ ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ໄຊຍະພອນ ວົງຫາຈັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ກິລິຍາ ສຸດທິຈັກ ຄະນະພັກຮາກຖານ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ຄະນະນໍາແຂວງສະຫວັນນະເຂດ ປຶກສາຫາລືບັນຫາສຳຄັນຕ່າງໆ

ຄະນະນໍາແຂວງສະຫວັນນະເຂດ ປຶກສາຫາລືບັນຫາສຳຄັນຕ່າງໆ

ກອງປະຊຸມຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຄັ້ງທີ I ໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງ ໃນວັນທີ 26 ມັງກອນຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ມີສະຫາຍ ນາງ ດາວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ບັນດາສະຫາຍປະທານໃນຄະນະກຳມະການປົກຄອງນະຄອນໄກສອນ ພົມວິຫານ, ຄະນະກຳມະການປົກຄອງເມືອງ ຈາກ 14 ເມືອງຂອງແຂວງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ລະຫ່ວາງ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກອງບັນຊາການ, ອົງການຈັດຕັ້ງ ເຂົ້າຮ່ວມ.
ເພີ່ມເຕີມ