ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຮ່ວມກັບ ອົງການພຸດທະສາສະໜາສັມພັນລາວ ( ອພສ ) ແຂວງຄໍາມ່ວນ ໄດ້ຈັດຝຶກອົບຮົມວຽກງານຄຸ້ມຄອງເອກະສານຂຶ້ນລະຫວ່າງວັນທີ 14 – 18 ກັນຍາ 2026 ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງທ່າແຂກ , ໂດຍການເປັນປະທານ ພະອາຈານ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນລາວ ທັງເປັນຫົວໜ້າຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນລາວ, ພະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງຄໍາມ່ວນ,ທ່ານ ແກ້ວວິໄລ ໄຊຍະບຸດ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ , ທ່ານ ລາຕີ ພິມມະຈັກ ຮອງຫົວໜ້າກົມເອກະສານແຫ່ງຊາດ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີຄະນະ ອພສ ແຂວງບໍລິໄຊ, ແຂວງວຽງຈັນ, ແຂວງໄຊສົມບູນ, ຄະນະບໍລິຫານງານ ອພສ ແຂວງຄໍາມ່ວນ , ຄະນະ ອພສ ເມືອງ 10 ຕົວເມືອງ, ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ .
ເພື່ອເປັນການອໍານວຍຄວາມສະດວກໃນການສັນຈອນໄປ-ມາ ໃຫ້ຜູ້ແທນທີ່ເດີນທາງເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ(ນວ) ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ຮ່ວມກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ນໍາກຳລັງລົງປະຈຳການຢູ່ຈຸດຕ່າງໆ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາ ໂດຍສະເພາະຢູ່ຈຸດດ້ານໜ້າຫໍປະຊຸມແຫ່ງຊາດ.
ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ເປັນວຽກງານໜຶ່ງທີ່ມີບົດບາດຄວາມສຳຄັນ ເຕັມໄປດ້ວຍຄວາມສ່ຽງ ແລະ ຄວາມທ້າທາຍ ແຕ່ທ່ານ ນາງ ເພັງຈັນ ສີປະເສີດ ພະນັກງານແພດສະໜາມປະຈຳໜ່ວຍງານ AC1 ໄດ້ອຸທິດຕົນປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ນັບແຕ່ປີ 1999 ເປັນຕົ້ນມາຈົນເຖິງປັດຈຸບັນ ເພື່ອຄວາມປອດໄພຊີວິດການເປັນຂອງຢູ່ປະຊາຊົນພາຍໃນແຂວງຫຼວງພະບາງ.
ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 13 ກັນຍາຜ່ານມາ ທີ່ສະໜາມເກັບກູ້ລະເບີດ ບ້ານພິກໃຫຍ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ຊຶ່ງມີຄໍາຖາມວ່າ: ການຈັດກອງປະຊຸມຄັ້ງນີ້, ທາງການລາວຢາກຝາກຄຳຮຽກຮ້ອງຫຍັງສູ່ປະຊາຄົມໂລກ?.
ໃນໄລຍະຜ່ານມາ, ເມືອງກະລຶມ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຖືເອົາການຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ຕິດພັນກັບການປັບປຸງ, ຟື້ນຟູ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ, ເສັ້ນທາງຄົມມະນາຄົມ, ລະບົບນໍ້າປະປາຊຸມຊົນ ແລະ ລະບົບຊົນລະປະທານ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກການດໍາລົງຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ.
ສະຫາຍ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ ໄດ້ມີຄຳເຫັນໂອ້ລົມ ຕໍ່ຄະນະກຳມະການປົກຄອງ44 ຕາແສງທົ່ວແຂວງຄໍາມ່ວນ, ໃນວັນທີ 14 ກັນຍານີ້ ທີ່ ສະໂມສອນຫຼັກ 4 ໂດຍມີສະຫາຍ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີການນໍາຂອງແຂວງ, ການນໍາຂອງເມືອງ ແລະ ຄະນະກຳປະການປົກຄອງຕາແສງໃນທົ່ວແຂວງເຂົ້າຮ່ວມ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025) ແລະ ກຳນົດທິດທາງ 5 ປີ (2026-2030) ທົ່ວແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 14-15 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ,ຮອງເລຂາພັກເມືອງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຮາກຖານກົງຈັກຊ່ວຍວຽກຂອງ ສສຍລ ໃນວັນທີ 8 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະພັນນັກຮົບເກົ່າແຂວງອັດຕະປື ຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງນັກຮົບເກົ່າແຫ່ງຊາດລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປຸກລະດົມຖັນແຖວນັກຮົບເກົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນມີ ສຳລີບູນ ຮັກສາການເລຂາ ພ້ອມຄະນະທີມງານ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຫ້ວຍລາ, ກອນຄຳ ແລະ ທ່າກາດ, ເມືອງແບງ ແຂວງອຸດົມໄຊ ທີ່ປະສົບໄພພິບັດທຳມະຊາດຈາກນ້ຳຫ້ວຍໄຫຼຊຸ ໃນວັນທີ 8 ກັນຍາ 2026, ຊຶ່ງສາເຫດຈາກຝົນຕົກໜັກຕໍ່ເນື່ອງໃນໄລຍະເດືອນສິງຫາ ຜ່ານມາ ເຮັດໃຫ້ນ້ຳປ່າໄຫຼຊຸຮຸນແຮງ ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ, ເຮັດໃຫ້ດິນເຊາະເຈື່ອນ, ເນື້ອທີ່ນາ ແລະ ສວນກະສິກຳເສຍຫາຍ, ເຮືອນບາງຫຼັງເສຍຫາຍ, ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ປະກອບມີ: ເຄື່ອງນອນ, ເຄື່ອງໃຊ້ຄົວເຮືອນ, ປ່ອງປາ, ເກືອ, ສະບູຝຸ່ນ, ສະບູອາບນໍ້າ ແລະ ສິ່ງຂອງຈຳເປັນອື່ນໆ ລວມມູນຄ່າ 38 ລ້ານກີບ, ຕາງໜ້າຮັບໂດຍ ຄະນະນຳຂອງເມືອງ, ຄະນະບ້ານ ແລະ ປະຊາຊົນຜູ້ປະສົບໄພ.
ຄໍາເຫັນ