ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ
ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ

ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາຊະນິກະຊົນ ໄດ້ຫົດສົງ ໂອກາດບຸນຕຸດສົງການປີໃໝ່. ພິທີອາຣາດຖະນາ ເລີ້ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍພະເຖລານຸເຖຣະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພະບາງ ເຄື່ອນຍ້າຍຈາກຫໍພະບາງ ໄປປະດິດສະຖານຢູ່ຫໍສົງ ທີ່ວັດໃໝ່ສຸວັນນະພູມມາລາມ ເພື່ອໃຫ້ປະຊາຊົນ, ແຂກພາຍໃນ ແລະຕ່າງປະເທດ ໄດ້ຫົດສົງ. ຈາກນັ້ນ,ໄດ້ອັງເຊີນອົງພະບາງ ຂຶ້ນປະທັບໃນຫວໍ່ເທີງຣາດສະລົດ ແລະໄດ້ມີຂະບວນແຫ່ ເຄື່ອນຈາກຫໍພະບາງ ໃນຫໍພີພິທະພັນແຫ່ງຊາດຫຼວງພະບາງ ສູ່ວັດໃໝ່ສຸວັນນະພູມມາລາມ, ຊຶ່ງເລີ້ມຕົ້ນດ້ວຍ ຂະບວນທຸງຊາດ-ທຸງສາສະໜາ, ຂະບວນເສບດົນຕີພື້ນເມືອງ, ຂະບວນພາມມະນາຈານ, ຂະບວນເປົ່າແຄນ-ຫອຍສັງ, ຂະບວນພະເຖຣະ 9 ອົງ, ຂະບວນກອງຄຸມ, ບຸດສະບົກ ຫຼື ຣາດສະລົດພະບາງ, ຂະບວນສາມະເນນ-ພະສົງ, ຂະບວນການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ ຊຶ່ງນຳພາໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດ.ໃນແຕ່ລະຂະບວນແມ່ນໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ແຂກທີ່ໄດ້ເຂົ້າຮ່ວມງານ ເປັນຢ່າງດີ, ທຸກຄົນຕ່າງກໍມີຄວາມເບີກບານມ່ວນຊື່ນ ມີໃບໜ້າທີ່ຍີ້ມແຍ້ມ ແຈ່ມໃສ. ພໍຮອດວັດໃໝ່ສຸວັນນະພູມມາລາມແລ້ວ ໄດ້ອັງເຊີນອົງພະບາງປະທັບໃນຫໍສົງ.ຈາກນັ້ນ,ພະເຖລານຸເຖຣະ ໄດ້ນໍາພາຊາວພຸດທະສາຊະນິກະຊົນ ກ່າວຄຳຄາລະວະແດ່ອົງພະບາງ ແລ້ວຜູ້ເຂົ້າຮ່ວມໄດ້ຮັບຟັງທໍາມະເທດສະໜານຳນວນ 1 ກັນ ກ່ອນດຳເນີນການຫົດສົງອົງພະບາງ ຢ່າງເປັນທາງການ.

ການຫົດສົງອົງພະບາງ ຈະໄດ້ດຳເນີນເປັນເວລາ 3 ມື້ 3 ຄືນ (ຈົນເຖີງວັນທີ່ 20 ເມສາ)ຈຶ່ງຈະມີພິທີອາລາດຖະນາອັງເຊີນ ອົງພະບາງຂຶ້ນປະດິດສະຖານໄວ້ຫໍພະບາງຕາມເດີມ,

ສໍາລັບຕອນຄໍ່າ ຈະມີການຄົບງັນຕາມປະເພນີ ພ້ອມທັງຊົມການສະແດງສິລະປະຈາກນັກສະແດງ ຂອງໂຮງລະຄອນພະລັກພະລາມຕື່ມອີກ.

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ວັນທີ 15 ມັງກອນ 2026 ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຮັບຮອງຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໂດຍມີພາກສ່ວນກ່ຽວຂ້ອງຂັ້ນແຂວງ- ເມືອງ ເຂົ້າຮ່ວມ.
ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ໃນວັນທີ 15 ມັງກອນ 2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີກອງປະຊຸມສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ ປະຈຳປີ2025 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ຫົວໜ້າພະແນກການຕ່າງປະເທດແຂວງ, ມີການນຳມາຈາກສູນກາງ, ຫົວໜ້າ ຮອງຫົວໜ້າພະແນກກການທີ່ກ່ຽວຂ້ອງ, ການນຳທັງ 7 ເມືອງເຂົ້າຮ່ວມ.
ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ວັນທີ 14 ມັງກອນ 2026, ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ຕາງໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ປະສານງານວຽກງານສື່ສານອົງການແຄຣ໌ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະຈໍາແຂວງເຊກອງ ພ້ອມດ້ວຍພະນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງການແຄຣ໌ ໄດ້ລົງຢ້ຽມຢາມໂຄງການພັນວັນ ຢູ່ບ້ານລະກາຍ ແລະ ມອບອຸປະກອນການແພດໃຫ້ສຸກສາລາທົ່ງແຄນ ເມືອງກະລຶມ ແຂວງເຊກອງ.
ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍຕາມພາລະບົດບາດໜ້າທີ່ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ໃນຕອນບ່າຍວັນທີ 14 ມັງກອນຜ່ານມານີ້, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງໂດຍໃຫ້ກຽດເປັນປະທານຂອງ ທ່ານ ບົວຄົງນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າຄະນະຈັດຕັ້ງສູນກາງພັກພ້ອມດ້ວຍພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ (9 ມັງກອນ 1966-9 ມັງກອນ 2026) ໃນວັນທີ 15 ມັງກອນນີ້, ເຂົ້າຮ່ວມມີທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ເມືອງສິງ ແຂວງຫຼວງນໍ້າທາ ຝຶກອົບຮົມກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ຂຶ້ນໃນວັນທີ 15 ມັງກອນ 2026ນີ້ ຢູ່ທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ເມືອງ,ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ກອງປະຊຸມປືກສາຫາລື ກະກຽມເກັບກຳຂໍ້ມູນສະຖິຕິພົນລະເມືອງຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊີກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຂຶ້ນໃນວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ.
ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ນໍາສະເໜີສະພາບການ ພ້ອມສິ່ງທ້າທາຍຂອງການສຶກສາຮຽນຮ່ວມໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສອົງການໄຈກາ ປະຈໍາລາວ ພ້ອມດ້ວຍຜູ້ແທນຈາກອົງການຄົນພິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ