ໄດ້ບັນລຸເຖິງ 7,500 ຕື້ໂດລາ ເພີ່ມຂຶ້ນ 14.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023 ຊຶ່ງໄດ້ສ້າງສະຖິຕິເປັນປະຫວັດສາດອີກຄັ້ງໜຶ່ງ. ໃນນັ້ນ, ການສົ່ງອອກດ້ານການບໍລິການໄດ້ເພີ່ມຂຶ້ນ 18.2%, ການນຳເຂົ້າເພີ່ມຂຶ້ນ 11.8%.
ທ່ານ ຫຼີຈວິ້ນ ຫົວໜ້າພະແນກການຄ້າການບໍລິການສະຖາບັນຄົ້ນຄວ້າການຮ່ວມມືເສດຖະກິດການຄ້າສາກົນ ຂອງກະຊວງການຄ້າຈີນໃຫ້ຮູ້ວ່າ: ນີ້ແມ່ນເທື່ອທຳອິດທີ່ມູນຄ່າການຄ້າການບໍລິການຂອງຈີນໄດ້ລື່ນກາຍ 1,000 ຕື້ໂດລາ. ປີ2024 ຜ່ານມາ, ພາຍໃຕ້ການຊຸກຍູ້ຈາກກະແສການພັດທະນາແບບຫັນເປັນດີຈີຕອນ, ຫັນເປັນອັດສະລິຍະ ແລະພັດທະນາຕາມທິດສີຂຽວຂອງໂລກ, ມູນຄ່າການຄ້າການບໍລິການຂອງຈີນໄດ້ເຕີບໂຕຢ່າງບໍ່ຢຸດຢັ້ງ, ໂຄງປະກອບໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ກຳລັງແຂ່ງຂັນໃນສາກົນໄດ້ເພີ່ມທະວີຂຶ້ນຢ່າງໜັກແໜ້ນ ຊຶ່ງສະແດງໃຫ້ເຫັນເຖິງກຳລັງບົ່ມຊ້ອນຫຼາຍສົມຄວນໃນດ້ານການພັດທະນາ.
ຄໍາເຫັນ