ມູນຄ່າການຄ້າກັບຕ່າງປະເທດຂອງຈີນ

ມູນຄ່າການຄ້າກັບຕ່າງປະເທດຂອງຈີນ ໃນ 11 ເດືອນປີນີ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ

ຂ່າວສານຊີອາໄອລາຍງານ ໃນວັນທີ 24 ທັນວາ ຜ່ານມາວ່າ: ອີງຕາມໂຕເລກສະຖິຕິຂອງອົງການດ່ານພາສີຈີນໃຫ້ຮູ້ວ່າ: ໃນ 11 ເດືອນປີນີ້, ມູນຄ່າການຄ້າຂາເຂົ້າ-ຂາອອກຂອງນະຄອນຫຼວງປັກກິ່ງ, ນະຄອນທຽນສິນ

 ແລະ ແຂວງເຫີເປີຍຂອງຈີນມີເຖິງ 4.600 ຕື້ຢວນ, ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຊຶ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ. ໃນນັ້ນ, ນະຄອນຫຼວງປັກກິ່ງກວມຫຼາຍທີ່ສຸດ ມີເຖິງ 71,7%.
ໃນດ້ານການນຳເຂົ້າສິນຄ້າໃນ 11 ເດືອນປີນີ້, ນະຄອນຫຼວງປັກກິ່ງ, ນະຄອນທ່ຽນສິນ ແລະ ແຂວງເຫີເປີຍມີເຖິງ 3.350 ຕື້ຢວນ, ໃນນັ້ນ, ມູນຄ່າການນຳເຂົ້າຜະລິດຕະພັນໄຮເທັກເພີ່ມຂຶ້ນ 3,1%. ໃນດ້ານການສົ່ງອອກສິນຄ້າ, ມີເຖິງ 1.250 ຕື້ຢວນ, ເພີ່ມຂຶ້ນ 4,5%. ໃນນັ້ນ, ມູນຄ່າການສົ່ງອອກຜະລິດຕະພັນໄຮເທັກເພີ່ມຂຶ້ນ 11,9%.

ຄໍາເຫັນ

ຂ່າວຕ່າງປະເທດ

ຍອດຂາຍລົດໃໝ່ໃນອັງກິດ ບັນລຸສະຖິຕິສູງສຸດໃນຮອບ 6 ປີ

ຍອດຂາຍລົດໃໝ່ໃນອັງກິດ ບັນລຸສະຖິຕິສູງສຸດໃນຮອບ 6 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ເມສາ ຜ່ານມາວ່າ: ສະມາຄົມຜູ້ຜະລິດ ແລະ ຕົວແທນຈຳໜ່າຍລົດຂອງອັງກິດ (SMMT) ເປີດເຜີຍວ່າ: ຍອດຂາຍລົດໃໝ່ຂອງອັງກິດໃນເດືອນມີນາບັນລຸລະດັບສູງສຸດນັບຕັ້ງແຕ່ປີ 2019, ແຕ່ຍອດຂາຍລົດໄຟຟ້າ (EV) ຍັງຄົງຕໍ່າກວ່າເປົ້າໝາຍຂອງລັດຖະບານ.
ຊາວມາເລເຊຍ ກຽມຮັດແໜ້ນສາຍແອວ ຖ້າລາຄານໍ້າມັນສືບຕໍ່ເພີ່ມຂຶ້ນ

ຊາວມາເລເຊຍ ກຽມຮັດແໜ້ນສາຍແອວ ຖ້າລາຄານໍ້າມັນສືບຕໍ່ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ເມສາ ຜ່ານມາວ່າ: ການສຳຫຼວດໂດຍ GrowthOps Asia ຊີ້ໃຫ້ເຫັນວ່າ, ຊາວມາເລເຊຍສ່ວນໃຫຍ່ມີທ່າອ່ຽງລະມັດລະວັງຫຼາຍຂຶ້ນກ່ຽວກັບການໃຊ້ຈ່າຍ ຖ້າຫາກລາຄານໍ້າມັນເຊື້ອໄຟຍັງສືບຕໍ່ເພີ່ມຂຶ້ນຍ້ອນຂໍ້ຂັດແຍ່ງໃນຕາເວັນອອກກາງ.
ໃນໄຕມາດທີ 1 ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນ 6.76 ລ້ານເທື່ອຄົນ

ໃນໄຕມາດທີ 1 ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນ 6.76 ລ້ານເທື່ອຄົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 6 ເມສາ ຜ່ານມາວ່າ: ໃນ​ສະ​ພາບ​ການ​ທ່ອງ​ທ່ຽ​ວ​ທົ່ວ​ໂລກ​ຖືກ​ຜົນ​ກະ​ທົບ​ຈາກ​ການ​ປ​ະ​ທະ​ກັນ​ດ້ານ​ພູມສາດ​ການ​ເມືອງ, ຂະ​ແໜງ​ທ່ອງ​ທ່ຽວ ຫວ​ຽດ​ນາມ ຍັງ​ມີ​ສັນ​ຍານ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ. ຕາມ​ສະ​ຖິ​ຕິ​ຂອງ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມໃຫ້ຮູ້ວ່າ, ໄລ່​ສະ​ເພາະ​ເດືອນມີ​ນາ 2026, ຫວຽດ​ນາມ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ເກືອບ 2.1 ລ້ານ​ເທື່ອ​ຄົນ. 3 ເດືອນ​ຕົ້ນ​ປີ 2026, ຍອດ​ຈຳ​ນວນນັກ​ທ່ອງ​ທ່ຽວ​ມາ ຫວຽດ​ນ​ມາມ ບັນ​ລຸ 6.67 ລ້ານ​ເທື່​ອ​ຄົນ, ເພີ່ມ​ຂຶ້ນ 12.4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025.
ອິນເດຍ ເປີດການປະມູນປຸ໋ຍຢູເຣຍ ນຳເຂົ້າ 2.5 ລ້ານໂຕນ

ອິນເດຍ ເປີດການປະມູນປຸ໋ຍຢູເຣຍ ນຳເຂົ້າ 2.5 ລ້ານໂຕນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ເມສາ ຜ່ານມາວ່າ: ເຈົ້າໜ້າທີ່ລັດຖະບານອິນເດຍໄດ້ເປີດເຜີຍການປະມູນລະດັບໂລກເພື່ອນຳເຂົ້າປຸ໋ຍຢູເຣຍ ຈຳນວນ 2.5 ລ້ານໂຕນ ທ່າມກາງບັນຫາການສະໜອງທີ່ຢຸດສະງັກເພາະສະຖານະການໃນຕາເວັນອອກກາງ. ໂດຍ ບໍລິສັດ Indian Potash Limited ຂອງລັດ ໄດ້ເປີດການປະມູນ ຊຶ່ງຈະສິ້ນສຸດໃນວັນທີ 15 ເມສານີ້.
IMF ອາດຈະຫຼຸດການຄາດຄະເນເສດຖະກິດໂລກ

IMF ອາດຈະຫຼຸດການຄາດຄະເນເສດຖະກິດໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ເມສາ ຜ່ານມາວ່າ: ທ່ານນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການໃຫຍ່ຂອງກອງທຶນການເງິນສາກົນ (IMF) ໄດ້ເປີດເຜີຍວ່າ: ສົງຄາມໃນຕາເວັນອອກກາງຈະສົ່ງຜົນໃຫ້ອັດຕາເງິນເຟີ້ສູງຂຶ້ນ ແລະ ເຮັດໃຫ້ການເຕີບໂຕຂອງເສດຖະກິດໂລກຊ້າລົງ. ທ່ານກ່າວຕື່ມວ່າ: ເຖິງແມ່ນວ່າຂໍ້ຂັດແຍ່ງຈະໄດ້ຮັບການແກ້ໄຂຢ່າງວ່ອງໄວ, ແຕ່ IMF ຍັງຈະພິຈາລະນາຫຼຸດການຄາດຄະເນການເຕີບໂຕທາງເສດຖະກິດ ແລະ ຍົກລະດັບການຄາດຄະເນອັດຕາເງິນເຟີ້.
ກຳ​ປູ​ເຈຍ ປະ​ກາດ​ໃຊ້​ກົດ​ໝາຍ​ ປາບ​ປາມການຫຼອກ​ລວງ​ທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ

ກຳ​ປູ​ເຈຍ ປະ​ກາດ​ໃຊ້​ກົດ​ໝາຍ​ ປາບ​ປາມການຫຼອກ​ລວງ​ທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 6 ເມ​ສາ​ຜ່ານມານີ້, ທ່ານ ຮຸນ​ແຊນ ຮັກ​ສາ​ການ​ແທນ​ພະ​ມະ​ຫາ​ກະ​ສັດ​ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໄດ້​ລົງ​ນາມ​ໃນ​ລັດ​ຖະ​ດຳ​ລັດ ເພື່ອປະ​ກາດ​ໃຊ້ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານການຫຼອກ​ລວງ​ທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ ຊຶ່ງ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທັນ​ທີ.
ຈີນ​ ຮຽກ​ຮ້ອງ​​ການ​ປະ​ຕິ​ຮູບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະໃຫ້​ຄວາມ​ສຳ​ຄັນຕໍ່ປະ​ເທດ​ກຳ​ລັງ​ພັດ​ທະ​ນາ

ຈີນ​ ຮຽກ​ຮ້ອງ​​ການ​ປະ​ຕິ​ຮູບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະໃຫ້​ຄວາມ​ສຳ​ຄັນຕໍ່ປະ​ເທດ​ກຳ​ລັງ​ພັດ​ທະ​ນາ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 6 ເມ​ສາ ຜ່ານມາ, ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແຈ້ງ​ສະ​ພາບ​ການປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ການ​ປະ​ຕິ​ຮູບ ​​ຄົບ​ຮອບ 80 ປີ​ຂອງ​ການ​ສ້າງ​ຕັ້ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາ​ຊາດ ຫຼື ​UN80​ ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ, ທ່ານ ​ຊຸ່ນ​ເຫຼີຍ ຮອງ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ ​ຢືນ​ຢັນ​ວ່າ: ຈີນ​ຄອງ​ຄອຍ​ການ​ປະ​ຕິ​ຮູບຈະ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ເຕັມ​ທີ່​ຕໍ່​ຄວາມ​ກັງ​ວົນ​ຂອງ​ປະ​ເທດ​​ກຳ​ລັງ​ພັດ​ທະ​ນາ, ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ທຸກ​ຖ້ວນ​ໜ້າ ເພື່ອ​ເຮັດ​ໃຫ້​ໝາກ​ຜົນ​ຂອງ​ກາ​ນ​ປະ​ຕິ​ຮູບ​ສາ​ມາດ​ຜ່ານ​ຜ່າ​ການ​ທົດ​ສອບ​ທາງ​ປະ​ຫວັດ​ສາດ​ໄດ້.
ພູເຂົາໄຟດູໂຄໂນ ໃນອິນໂດເນເຊຍ ລະເບີດ 4 ຄັ້ງໃນມື້ດຽວ

ພູເຂົາໄຟດູໂຄໂນ ໃນອິນໂດເນເຊຍ ລະເບີດ 4 ຄັ້ງໃນມື້ດຽວ

ຂ່າວຕ່າງປະເທດລາຍງານໃນວັນທີ 7 ເມສາ ຜ່ານມາວ່າ: ສູນຫຼຸດຜ່ອນໄພພິບັດທາງພູເຂົາໄຟ ແລະ ທໍລະນີວິທະຍາຂອງອິນໂດເນເຊຍລາຍງານວ່າ, ພູເຂົາໄຟດູໂຄໂນ ໃນແຂວງມາລູກູເໜືອ ຂອງອິນໂດເນເຊຍໄດ້ລະເບີດຂຶ້ນ 4 ຄັ້ງໃນວັນ 7 ເມສາ ຜ່ານມາ ໂດຍພົ່ນຂີ້ເທົ່າໜາຂຶ້ນສູ່ທ້ອງຟ້າ.
ທ່ານ​ ເລ​ມິງ​ຮຶງ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຫວຽດນາມ

ທ່ານ​ ເລ​ມິງ​ຮຶງ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນ​ບ່າຍ​ວັນ​ທີ 7 ເມ​ສາ ຜ່ານມາ ຢູ່​ນະ​ຄອນຫຼວງຮ່າ​ໂນ້ຍ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເຂົ້າ​ຮ່ວມ​ການ​ລົງ​ຄະ​ແນນ​ສຽງ​ໃຫ້​ສັດ​ຕະ​ຍາ​ບັນ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຮັບ​ຮອງ​ເອົາ​ມະ​ຕິ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2026 – 2031 ສໍາ​ລັບ​ທ່ານ​ ເລ​ມິ​ງຮຶງ ກຳ​ມະ​ການ​ກົມ​ການ​ເມືອງ ເລ​ຂາ​ທິ​ການ​ສູນ​ກາງ​ພັກ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI.
ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ສ້າງຄວາມກົນດັນຕໍ່ອຸດສາຫະກຳທ່ອງທ່ຽວມາເລເຊຍ

ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ສ້າງຄວາມກົນດັນຕໍ່ອຸດສາຫະກຳທ່ອງທ່ຽວມາເລເຊຍ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ສຣີ ເຄເນສ ມິເຊວ ປະທານສະຫະພັນທ່ອງທ່ຽວມາເລເຊຍ ໄດ້ເປີດເຜີຍວ່າ: ຂະແໜງການທ່ອງທ່ຽວຂອງມາເລເຊຍກຳລັງປະເຊີນກັບແຮງກົດດັນດ້ານຄ່າໃຊ້ຈ່າຍໃນການດຳເນີນງານທີ່ເພີ່ມຂຶ້ນຍ້ອນລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ຊຶ່ງເປັນຜົນສະທ້ອນຂອງຄວາມເຄັ່ງຕຶງໃນຕາເວັນອອກກາງ. ໂດຍສ້າງຜົນກະທົບທີ່ແຜ່ລາມໄປທົ່ວອຸດສາຫະກຳ.
ເພີ່ມເຕີມ