ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ຂາຍ​ຍົກ​ ແລະ ຂາຍ​ຍ່ອຍ​ຂອງ​ຈີນ​​ບັນ​ລຸ 3,300 ຕື້ຢວນ

ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ຂາຍ​ຍົກ​ ແລະ ຂາຍ​ຍ່ອຍ​ຂອງ​ຈີນ​​ບັນ​ລຸ 3,300 ຕື້ຢວນ

ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ຂາຍ​ຍົກ​ ແລະ ຂາຍ​ຍ່ອຍ​ຂອງ​ຈີນ​​ບັນ​ລຸ 3,300 ຕື້ຢວນ
ຂ່າວສານຊີອາໄອ ລາຍງານໃນວັນທີ 21 ເມສາ ຜ່ານມາ, ໂດຍອີງ​ຕາມ​ໂຕເລກ​ຂໍ້​ມູນ​ຂອງ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ລະ​ຫວ່າງ​ເດືອນ​ມັງ​ກອນ​ຫາ​ເດືອນ​ມີ​ນາ​ປີ​ນີ້, ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ຂາຍ​ຍົກ ແລະ ຂາຍ​ຍ່ອຍ​ຂອງ​ຈີນ​ບັນ​ລຸ 3,300 ຕື້ຢວນ, ເພີ່ມ​ຂຶ້ນ 5.8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

 

, ກວມເອົາລວມຍອດຜະລິດຕະພັນພາຍໃນ ຫຼື GDP ເຖິງ 10.4%. ຂະນະທີ່ຂະແໜງການຂາຍຍົກ ແລະ ຂາຍຍ່ອຍມີສະພາບການເລີ່ມຕົ້ນທີ່ດີ, ໄດ້ເປັນການຄ້ຳປະກັນທີ່ເຂັ້ມແຂງໃຫ້ແກ່ການເປີດກວ້າງຄວາມຕ້ອງການພາຍໃນ ແລະ ການໝູນວຽນຂອງເສດຖະກິດພາຍໃນປະເທດຢ່າງສະດວກ.

ເມື່ອເບິ່ງຈາກຂະແໜງການຂາຍຍົກແລ້ວເຫັນວ່າ: ໃນລະຫວ່າງເດືອນມັງກອນຫາເດືອນມີນາປີນີ້, ມູນຄ່າຕົກລົງຊື້-ຂາຍກັນຂອງຕະຫຼາດສິນຄ້າທີ່ກະຊວງການຄ້າຈີນເຈາະຈົງຕິດຕໍ່ນັ້ນມີເຖິງ 1,300 ຕື້ຢວນ, ມູນຄ່າຕົກລົງຊື້-ຂາຍກັນຂອງຕະຫຼາດປະເພດເຄື່ອງບໍລິໂພກອຸດສາຫະກຳເພີ່ມຂຶ້ນ 0.8%. ເມື່ອເບິ່ງຈາກຂະແໜງການຂາຍຍ່ອຍແລ້ວເຫັນວ່າ: ໃນລະຫວ່າງເດືອນມັງກອນຫາເດືອນມີນາ, ມູນຄ່າຂາຍຍ່ອຍສິນຄ້າມີເຖິງ 11.000 ຕື້ຢວນ, ເພີ່ມຂຶ້ນ 4,6%.

ຄໍາເຫັນ

ຂ່າວຕ່າງປະເທດ

ອີຢູ ນຳໃຊ້ຂໍ້ກຳນົດຕິດສະແຕມເນື້ອໃນທີ່ສ້າງຂຶ້ນໂດຍ AI

ອີຢູ ນຳໃຊ້ຂໍ້ກຳນົດຕິດສະແຕມເນື້ອໃນທີ່ສ້າງຂຶ້ນໂດຍ AI

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ນັບແຕ່ວັນທີ 2 ສິງຫາ ເປັນຕົ້ນໄປ, ສະຫະພາບເອີຣົບ (ອີຢູ) ໄດ້ນຳໃຊ້ຂໍ້ກຳນົດໃໝ່ຢ່າງເປັນທາງການ ຮຽກຮ້ອງໃຫ້ບັນດາວິສາຫະກິດຕິດສະແຕມຢ່າງຈະແຈ້ງສຳລັບເນື້ອໃນທີ່ສ້າງຂຶ້ນໂດຍປັນຍາປະດິດ (AI), ເພື່ອຊ່ວຍໃຫ້ຜູ້ນຳໃຊ້ງ່າຍໃນການຈຳແນກລະຫວ່າງເນື້ອໃນແທ້ ແລະ ເນື້ອໃນສ້າງຂຶ້ນໂດຍ AI ຫຼື ດັດປັບ.
ມຽນມາ ຈະເພີ່ມງົບປະມານດ້ານການສຶກສາ ເພື່ອຍົກລະດັບການຮຽນຮູ້ທົ່ວປະເທດ

ມຽນມາ ຈະເພີ່ມງົບປະມານດ້ານການສຶກສາ ເພື່ອຍົກລະດັບການຮຽນຮູ້ທົ່ວປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ທ່ານ ມິນ ອອງ ລາຍ ປະທານາທິບໍດີມຽນມາ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງລັດຖະສະພາສະຫະພາບຄັ້ງທີ 3 ໃນວັນທີ 31 ກໍລະກົດ ຜ່ານມາ ໄດ້ເປີດເຜີຍແຜນການທີ່ຈະເພີ່ມການລົງທຶນໃນຂະແໜງການສຶກສາ ເພື່ອສົ່ງເສີມການພັດທະນາການສຶກສາແຫ່ງຊາດ. ໂດຍລັດຖະບານມຽນມາຈະຈັດສັນງົບປະມານແຫ່ງຊາດ 6.92% ໃຫ້ແກ່ກະຊວງສຶກສາທິການໃນປີງົບປະມານ 2026-2027.
ລາຍ​ຮັບ​ຈາກ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂໍ້ມູນຂ່າວສານ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ​ ​ເພີ່ມຂຶ້ນ 18.5%

ລາຍ​ຮັບ​ຈາກ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂໍ້ມູນຂ່າວສານ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ​ ​ເພີ່ມຂຶ້ນ 18.5%

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ອີງ​ຕາມ​ຂໍ້​ມູນ​ຈາກກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນສະ​ແດງ​ໃຫ້​ເຫັນ​ວ່າ, 6 ເດືອນ​ຕົ້ນ​ປີ​ນີ້, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນໄດ້​ສືບ​ຕໍ່​ເລັ່ງ​ລັດ​ການ​ຜະ​ລິດ, ການ​ສົ່ງ​ອອກ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ​ ມີ​ທ່າ​ອ່ຽງທີ່​ດີ, ປະ​ສິດ​ທິ​ຜົນ​ສືບ​ຕໍ່​ເພີ່ມ​ຂຶ້ນ ແລະ ການ​ລົງ​ທຶນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.
ເອຢິບ ປະສົບແຜ່ນດິນໄຫວຂະໜາດ 5.5 ຣິກເຕີ

ເອຢິບ ປະສົບແຜ່ນດິນໄຫວຂະໜາດ 5.5 ຣິກເຕີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ສະຖາບັນຄົ້ນຄວ້າດາລາສາດ ແລະ ທໍລະນີຟີຊິກ ແຫ່ງຊາດເອຢິບ ໄດ້ລາຍງານເຫດການແຜ່ນດິນໄຫວທີ່ມີຄວາມແຮງ 5.5 ຣິກເຕີ ໃນເຂດພາກຕາເວັນອອກສຽງ ເໜືອຂອງເມືອງຊາຣມ ເອລ ຊີກ ໃນເວລາປະມານ 3:00 ໂມງເຊົ້າ ຂອງວັນທີ 3 ສິງຫາ ຜ່ານມາ (ຕາມເວລາທ້ອງຖິ່ນ). ໂດຍມີຈຸດສູນກາງຂອງແຜ່ນດິນໄຫວຕັ້ງຢູ່ເສັ້ນຂະໜານ 30.19 ອົງສາເໜືອ ແລະ ເສັ້ນແວງ 32.61 ອົງສາຕາເວັນອອກ, ມີຄວາມເລິກ 10 ກິໂລແມັດ.
OPEC+ ເພີ່ມການຜະລິດນ້ຳມັນໃນເດືອນກັນຍາ ຂຶ້ນ 188.000 ບາເຣວຕໍ່ມື້

OPEC+ ເພີ່ມການຜະລິດນ້ຳມັນໃນເດືອນກັນຍາ ຂຶ້ນ 188.000 ບາເຣວຕໍ່ມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ໂອເປັກພລັສ (OPEC+) ຫຼື ກຸ່ມພັນທະມິດ ຜູ້ສົ່ງອອກນ້ຳມັນຂອງ OPEC 7 ປະເທດ (ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມັນ) ໄດ້ຕົກລົງທີ່ຈະເພີ່ມເພດານການຜະລິດນ້ຳມັນໃນເດືອນກັນຍາ ອີກ 188,000 ບາເຣວຕໍ່ມື້ ຫຼັງຈາກກອງປະຊຸມເພື່ອທົບທວນສະຖານະການ ແລະ ທ່າອ່ຽງຂອງຕະຫຼາດໂລກ.
7 ເດືອນຕົ້ນ​ປີ ທຶນ FDI ຈົດ​ທະ​ບຽນ​ເຂົ້າ​ຫວຽດ​ນາມ ບັນ​ລຸ 38 ຕື້ກວ່າໂດລາ

7 ເດືອນຕົ້ນ​ປີ ທຶນ FDI ຈົດ​ທະ​ບຽນ​ເຂົ້າ​ຫວຽດ​ນາມ ບັນ​ລຸ 38 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ໄລ່​ມາຮອດ​ວັນ​ທີ 31 ກໍ​ລະ​ກົດ ຜ່ານມາ, ຍອດ​ເງິນ​ລົງ​ທຶນ​ໂດຍ​​ກົງຈາກ​ຕ່າງ​ປະ​ເທດ (FDI) ຈົດ​ທະ​ບຽນ​ເຂົ້າ ຫວຽດ​ນາມ ບັນ​ລຸ 38.06 ຕື້ໂດລາ, ເພີ່ມ​ຂຶ້ນ 58% ເມື່ອ​ທຽບ​ໃສ່​ກັ​ບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​.
ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ສຳລັບເມືອງໜານຊາງ ຊຶ່ງເປັນເຂດທີ່ບໍ່ມີທາງອອກສູ່ທະເລ ໃນແຂວງຈຽງຊີ ທາງພາກຕາເວັນອອກຂອງ ສປ ຈີນ, ການສ້າງເຄືອຂ່າຍການຂົນສົ່ງທີ່ເປີດກວ້າງທີ່ແຜ່ລາມໄປທົ່ວພາກກາງຂອງຈີນ ແລະ ເຊື່ອມຕໍ່ກັບໂລກພາຍນອກແມ່ນກຸນແຈສຳຄັນສູ່ການພັດທະນາທີ່ຂັບເຄື່ອນດ້ວຍການເປີດກວ້າງ.
ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ວິທະຍຸໂທລະພາບສູນກາງ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ໃນຂະນະທີ່ອົງການອຸຕຸນິຍົມໂລກຫຼື WMO ໄດ້ເຜີຍແຜ່ບົດລາຍງານສະພາບອາກາດຕາມລະດູການທົ່ວໂລກປະຈຳເດືອນສະບັບຫຼ້າສຸດ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ກຳລັງຈັດກອງປະຊຸມຖະແຫຼງຂ່າວຢູ່ສຳນັກງານໃຫຍ່ອົງການຫະປະຊາຊາດທີ່ນະຄອນນິວຢອກຂອງອາເມຣິກາ, ໂດຍໄດ້ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການເພື່ອຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ ຊຶ່ງເກີດຈາກປາກົດການແອວນີໂຢ.
ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າ, ການລະບາດຂອງພະຍາດອີໂບລາ ໃນສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ໃນປັດຈຸບັນກາຍເປັນການລະບາດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງກົງໂກ, ໂດຍມີຜູ້ຕິດເຊື້ອ Bundibuyo ທີ່ຢືນຢັນແລ້ວ 3,605 ຄົນ, ລວມທັງຜູ້ເສຍຊີວິດ 1,587 ຄົນ ຊຶ່ງຄິດເປັນອັດຕາການຕາຍ 44%. ສູງກວ່າການລະບາດທີ່ໃຫຍ່ທີ່ສຸດກ່ອນໜ້ານີ້ໃນລະຫວ່າງປີ 2018- 2020 ຊຶ່ງມີ 3,317 ຄົນ.
ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ສິງຫາ ຜ່ານມາວ່າ: ກົມສະຖິຕິຂອງມາເລເຊຍຄາດຄະເນວ່າປະຊາກອນຂອງມາເລເຊຍ ຈະບັນລຸ 34.4 ລ້ານຄົນໃນປີ 2026, ເພີ່ມຂຶ້ນຈາກ 34.2 ລ້ານຄົນໃນປີ 2025 ຊຶ່ງຄິດເປັນອັດຕາການເຕີບໂຕປະຈຳປີ 0.5%.
ເພີ່ມເຕີມ