ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມໃຫ້ກະຊວງ ສສກ

ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມໃຫ້ກະຊວງ ສສກ

ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມໃຫ້ກະຊວງ ສສກ
ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ທີ່ໄດ້ຈາກການລະດົມຈາກ 6 ພາກສ່ວນ ຈາກ ສປ ຈີນ ໃຫ້ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ລວມມູນຄ່າ 90 ລ້ານກວ່າກີບ

 

 ເພື່ອນໍາໄປມອບຕໍ່ໃຫ້ບັນດາສະຖານການສຶກສາ ໃນຂອບເຂດທົ່ວປະເທດ ໂດຍສະເພາະບັນດາໂຮງຮຽນທີ່ຢູ່ຫ່າງໄກສອກຫຼີກ ແລະ ພາກສ່ວນທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ.

ພິທີມອບ-ຮັບເຄື່ອງດັ່ງກ່າວ ມີຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງສສກ ຕາງໜ້າມອບໂດຍທ່ານ ນາງ ພູຄໍາ ວົງວິຈິດ ປະທານມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ພ້ອມດ້ວຍຄະນະ ແລະ ກ່າວຮັບຂອງທ່ານພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ສໍາລັບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ທີ່ໄດ້ຮັບການຊ່ວຍເຫຼືອຈາກ 6 ພາກສ່ວນ ຈາກ ສປ ຈີນ ເພື່ອນໍາໄປມອບຕໍ່ໃຫ້ບັນດາສະຖານການສຶກສາ ໃນຂອບເຂດທົ່ວປະເທດ ໂດຍສະເພາະບັນດາໂຮງຮຽນທີ່ຢູ່ຫ່າງໄກສອກຫຼີກ ແລະ ພາກສ່ວນທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມ ທີ່ເຂດພາກເໜືອ ສປປ ລາວ ໃນຄັ້ງນີ້ ປະກອບມີ ໂຮງຮຽນມິງທົງ ຄຸນໝິງ, ຢູບີເທັກ ໂລໂບທິກ ຄັອບ, ຫ້ອງທົດລອງການອະນຸລັກຊີວະພາບ ແລະ ການຟື້ນຟູລະບົບນິເວດ ມະຫາວິທະຍາໄລຄຸນໝິງ, ທະນາຄານ ຫົວເຊ່ຍ (ສາຂາຄຸນໝິງ), ບໍລິສັດ ເຕັກໂນໂລຊີຂໍ້ມູນຂ່າວສານ ຢູນນານ ຈົວຢູນ ຈໍາກັດ, ມູນນິທິປົກປັກຮັກສາສິ່ງແວດລ້ອມພູພຽງຢູນນານ ສປ ຈີນ ຊຶ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ ແລັບທັອບ 2 ໜ່ວຍ, ເສື້ອກັນໜາວ, ຜ້າຫົ່ມ ແລະ ອຸປະກອນການຮຽນ ເປັນຕົ້ນປຶ້ມ, ບິກ, ສໍ ລວມມູນຄ່າ 31,144 ຢວນ ຫຼື ປະມານ 90 ລ້ານກວ່າກີບ.

ຂ່າວ-ພາບ:ສົງການ ພັນແພງດີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນລະຫວ່າງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ (ຜູ້ເກົ່າ) ແລະ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 22 ມັງກອນນີ້ ທີ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025

ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດ ປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ຈັດຂຶ້ນໃນວັນທີ 22 ມັງກອນນີ້ ທີ່ກົມສ່ວຍສາອາກອນ ກະຊວງການເງິນ ໂດຍການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງໃນທີ່ປະຊຸມ ແລະ ທາງໄກເຂົ້າຮ່ວມ.
ກອງປະຊຸມວິຊາການວຽກງານ ຮສສ ທົ່ວປະເທດປະຈຳປີ 2025

ກອງປະຊຸມວິຊາການວຽກງານ ຮສສ ທົ່ວປະເທດປະຈຳປີ 2025

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມວິຊາການວຽກງານ ຮສສ ທົ່ວປະເທດປະຈຳປີ 2025 ຂຶ້ນໃນລະຫວ່າງວັນທີ 22-23 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຮ່ວມຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ຮສສ, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດະມົນຕີກະຊວງ ຮສສ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີຄະນະກົມ-ອົງການອ້ອມຂ້າງ, ຫົວໜ້າພະແນກ ຮສສ ແຂວງ-ນວ ເຂົ້າຮ່ວມ.
ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ  ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025

ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025

ທ່ານ ຄອນພະຈັນ ໄຊຍະສຸກ ປະທານສະຫະພັນຍົກນໍ້າໜັກຄົນພິການແຫ່ງຊາດລາວ ພ້ອມໃຫ້ເງິນໂບນັດ ເພື່ອເປັນກຳລັງໃຈໃຫ້ນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ຫາກສາມາດສ້າງຜົນງານດີ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາເກມ 2025 ທີ່ນະຄອນຣາຊະສີມາ ປະເທດໄທ ເປັນເຈົ້າພາບ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແມ່ນການເສີມຂະຫຍາຍສິດປະຊາທິປະໄຕຂອງພົນລະເມືອງລາວ ຜູ້ມີສິດເລືອກຕັ້ງເຂົ້າໃນການເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອໍານາດຂອງປະຊາຊົນລາວບັນດາເຜົ່າຢູ່ໃນອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ.
ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ກົມຄຸ້ມຄອງແຮງງານ ກະຊວງແຮງງານສະຫວັດດີການ ແລະ ສັງຄົມ (ຮສສ) ຮ່ວມກັບອົງການແຮງງານສາກົນ ຈັດກອງປະຊຸມປຶກສາຫາລືໃສ່ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບການລຶບລ້າງການຈຳແນກ (ລວມທັງຄວາມຮຸນແຮງທາງເພດ) ໃນໂລກຂອງການເຮັດວຽກ ໃນວັນທີ 21 ມັງກອນນີ້ ເພື່ອລະດົມ, ຮວບຮວມ ຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆຈາກພາກສ່ວນກ່ຽວຂ້ອງໃສ່ຮ່າງຄູ່ມືດັ່ງກ່າວ, ແນໃສ່ຮັບປະກັນໃຫ້ເນື້ອໃນແທດເໝາະກັບສະພາບຄວາມເປັນຈິງຂອງສປປ ລາວ ໃຫ້ມີປະສິດທິຜົນໃນການຈັດຕັ້ງປະຕິບັດ.
ສປສສ ປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ

ສປສສ ປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ມັງກອນ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ ເພື່ອປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກ ແໜ້ນ ແລະ ເຂັ້ມແຂງ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະ ໃໝ່.
ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຊຸກຍູ້ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຄູນຄໍາ

ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຊຸກຍູ້ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຄູນຄໍາ

ວັນທີ 21 ມັງກອນ 2026, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໂດຍມີທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍບັນດາທ່ານໃນຄະນະກຳມະການເລືອກຕັ້ງຂັ້ນແຂວງຄໍາມ່ວນ ລົງຕິດຕາມ, ຊຸກຍູ້ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ເມືອງຄູນຄໍາ.
ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງເຜີຍແຜ່ເອກກະສານສຳຄັນຂອງພັກ-ຂອງຊາດຂຶ້ນໃນວັນທີ 20 ມັງກອນນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການ ສຳນັກງານດັ່ງກ່າວ, ໂດຍມີບັນດາຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ-ພະນັກງານລັດຖະກອນພາຍໃນ ຫສປທ ເຂົ້າຮ່ວມ.
ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX ຂຶ້ນໃນວັນທີ 20 ມັງກອນຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີພ່ກສ່ວນກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເພີ່ມເຕີມ