ມູນນິທິເຕົາລາວ-ຈີນອຸປະຖຳທີມນັກກິລາປັນຈັກສີລັດ ມຊ

ມູນນິທິເຕົາລາວ-ຈີນອຸປະຖຳທີມນັກກິລາປັນຈັກສີລັດ ມຊ
ມູນນິທິເຕົາລາວ-ຈີນໄດ້ນໍາເອົາເງິນ 3 ລ້ານກີບ ແລະ ເຄື່ອງດື່ມປະເພດສະຕິງ ແລະ ນໍ້າດື່ມ ມູນຄ່າ 3 ລ້ານກີບ ລວມທັງໝົດ 6 ລ້ານກີບໄປຊຸກຍູ້ທີມນັກກິລາປັນຈັກສີລັດຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ໃນໂອກາດເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາມະຫາວິທະຍາໄລລາວ ຄັ້ງທີ 2 ຈັດຂຶ້ນວັນທີ 5-14 ພຶດສະພາ 2024 ທີ່ ມຊ ນະຄອນຫຼວງວຽງຈັນ.
ພິທີມອບ-ຮັບການອຸປະຖໍາຄັ້ງນີ້ຈັດຂຶ້ນໃນວັນທີ 6 ພຶດສະພາ ນີ້ ທີ່ຫ້ອງການຄຸ້ມຄອງຫໍພັກຊີເກມ ວິທະຍາເຂດ ມຊ ກ່າວມອບໂດຍທ່ານ ບຸນທະວີ ວິໄລພອນ ປະທານ ແລະ ທ່ານ ນາງ ອານິສາ ໄຊຍະກຸມມານ ຮອງປະທານມູນນິທິເຕົາລາວ-ຈີນ ແລະ ກ່າວຮັບໂດຍທ່ານ ອາລິສັກ ສິງສຸວົງ ຜູ້ຊ່ວຍຄູຝຶກກິລາປັນຈັກສີລັດ ມີນັກກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
    ໂອກາດນີ້, ທ່ານ ອາລິສັກ ສິງສຸວົງ ຕາງໜ້າໃຫ້ຄູຝຶກ ແລະ ທີມນັກກິລາປັນຈັກສີລັດ ມຊ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງມູນນິທິເຕົາລາວ-ຈີນທີ່ໄດ້ໃຫ້ການອຸປະຖໍາເງິນ ແລະ ເຄື່ອງດື່ມແກ່ທີມນັກກິລາປັນຈັກສີລັດຂອງ ມຊ ຄັ້ງນີ້ ຊຶ່ງກິລາປັນຈັກສີລັດຈະເລີ່ມແຂ່ງຂັນນັບແຕ່ວັນທີ 6 ພຶດສພາ 2024 ເປັນຕົ້ນໄປ ໂດຍມີ 3 ພາກສ່ວນເຂົ້າຮ່ວມແຂ່ງຂັນ ມີ 12 ລາຍການແຂ່ງຂັນ ໃນນັ້ນແຂ່ງຂັນຟ້ອນ 5 ລາຍການ ແລະ ແຂ່ງຂັນຕໍ່ສູ້ 7 ລາຍການ ເພື່ອຊີງໄຊເອົາ 12 ຫຼຽນ ສ່ວນທີມນັກກິລາປະກອບມີທີມນັກກິລາປັນຈັກສີລັດ ມຊ ທີມນັກກິລາປັນຈັກສີລັດສະຖາບັນກິລາກາຍະກຳ ແລະ ທີມນັກກິລາປັນຈັກສີລັດກະຊວງປ້ອງກັນປະເທດ ສໍາລັບທີມນັກກິລາປັນຈັກສີລັດ ມຊ ຕັ້ງຄວາມຫວັງໄວ້ຈະຍາດໃຫ້ໄດ້ 2-3 ຫຼຽນຄຳ ໃນງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2.
(ຂ່າວ: ແສງຈັນ; ພາບ: ສົມສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ປະກາດສ້າງຕັ້ງ 6 ຕາແສງ ທີ່ຂຶ້ນກັບເມືອງຫີນບູນ

ຄໍາມ່ວນ ປະກາດສ້າງຕັ້ງ 6 ຕາແສງ ທີ່ຂຶ້ນກັບເມືອງຫີນບູນ

ພິທີປະກາດສ້າງຕັ້ງ 6 ຕາແສງຂອງເມືອງຫີນບູນ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 21 ເມສາຍນີ້, ເປັນກຽດເຂົ້າຮ່ວມມີທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ທ່ານ ຄໍາສິງ ອໍລະວັນ ເລຂາຄະນະບໍລິຫານງານພັກເມືອງຫີນບູນ, ມີບັນດາການນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ວຽກງານປະກັນສັງຄົມ

ສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ວຽກງານປະກັນສັງຄົມ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດກອງປະຊຸມເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບວຽກງານປະກັນສັງຄົມໃນວັນທີ 20 ເມສາຜ່ານມາ, ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ທໍາມາ ເພັດວິໄຊ ແລະ ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີອະດີດຮອງປະທານຄະນະບໍລິຫານງານ ສສຍລ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ຄະນະພະແນກ, ພະນັກງານບຳນານ, ພະນັກ ງານ ສສຍລ ພ້ອມດ້ວຍຄະນະຈາກອົງການປະກັນສັງຄົມແຫ່ງຊາດເຂົ້າຮ່ວມ.
ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ

ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ

ໂດຍປະຕິບັດຕາມມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ວ່າດ້ວຍການພິຈາລະນາຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາປະຊາຊົນແຂວງ, ຮັບຮອງເອົາການສະ ເໜີແຕ່ງຕັ້ງປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຊຸດທີ V. ໃນນັ້ນ, ໄດ້ຮັບຮອງເອົາ ທ່ານ ສົມພອນ ແສງສຸລິຈັນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ເປັນປະທານຄະນະກໍາມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ; ທ່ານ ບຸນທະວີ ພິມມະສານ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ເປັນຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ.
ສພຂ ສະຫວັນນະເຂດ ຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ

ສພຂ ສະຫວັນນະເຂດ ຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ

ໃນວັນທີ 21 ເມສານີ້, ທີ່ສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງຊຸດທີ V ທີ່ຈະຈັດຂຶ້ນໃນວັນທີ 22-24 ເມສາ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ມີບັນດາສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ-ນະຄອນ ເຂົ້າຮ່ວມ.
ຫາລືການຈັດລຽງບຸລິມະສິດຮ່າງກົດໝາຍທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະພາ

ຫາລືການຈັດລຽງບຸລິມະສິດຮ່າງກົດໝາຍທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະພາ

ກອງປະຊຸມປຶກສາຫາລືໃນການຈັດລຽງບຸລິມະສິດກົດໝາຍ ທີ່ຈະນຳເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ແລະ ສະໄໝສາມັນປະຈໍາປີ ຂອງສະພາແຫ່ງຊາດ ຊຸດທີ X ຈັດຂຶ້ນວັນທີ 20 ເມສາ ນີ້, ໂດຍການເປັນປະທານຂອງ ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ມີປະທານ-ຮອງປະທານກໍາມາທິການ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກະຊວງປ້ອງກັນປະເທດ ປະກາດຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ກະຊວງປ້ອງກັນປະເທດ ປະກາດຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີປະກາດຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ຢູ່ສະພາແຫ່ງຊາດໃນວັນທີ 20 ເມສາ ຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ບໍລິສັດ, ລັດວິສາຫະກິດ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ການນຳກະຊວງ ກສ ລົງຊີ້ນໍາການແກ້ໄຂບັນຫາໄຟໄໝ້ລາມປ່າ ຢູ່ເຂດພູເຂົາຄວາຍ ແລະ ພູພະນັງ

ການນຳກະຊວງ ກສ ລົງຊີ້ນໍາການແກ້ໄຂບັນຫາໄຟໄໝ້ລາມປ່າ ຢູ່ເຂດພູເຂົາຄວາຍ ແລະ ພູພະນັງ

ກອງປະຊຸມຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ນຍ ແລະ ຕິດຕາມສະພາບໄຟ ໄໝ້ລາມປ່າ ຢູ່ເຂດອຸທິຍານແຫ່ງຊາດພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ໄດ້ຈັດຂຶ້ນໃນວັນທີ 20 ເມສາ ນີ້ ທີ່ຫ້ອງວ່າການແຂວງວຽງຈັນ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ແລະ ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽຈັນ, ເຂົ້າຮ່ວມມີບັນດາຮອງຄະນະອົງການປົກຄອງແຂວງວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກການຈາກຂັ້ນແຂວງ ແລະ ຂັ້ນເມືອງທີ່ກ່ຽວຂ້ອງ.
7 ວັນໄລຍະສະຫຼອງປີໃໝ່ລາວ ທົ່ວປະເທດມີອຸບັດເຫດເກີດຂຶ້ນ 228 ລາຍ

7 ວັນໄລຍະສະຫຼອງປີໃໝ່ລາວ ທົ່ວປະເທດມີອຸບັດເຫດເກີດຂຶ້ນ 228 ລາຍ

ທ່ານ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນປະເທດ (ປກສ) ໄດ້ຖະແຫຼງຂ່າວກ່ຽວກັບສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນອຸບັດເຫດຈະລາຈອນທາງບົກ ໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພ.ສ 2569. 7 ວັນອັນຕະລາຍ ເລີ່ມແຕ່ວັນທີ 12-18 ເມສາ 2026 ຕໍ່ສື່ມວນຊົນໃນວັນທີ 20 ເມສານີ້, ທີ່ກົມໃຫຍ່ຕໍາຫຼວດວ່າ: ທົ່ວປະເທດ ພົບເຫັນຜູ້ລະເມີດຈະລາຈອນທັງໝົດ 11,002 ຄົນ ຍິງ 4,530 ຄົນ, ໄດ້ສຶກສາອົບຮົມ 9,880 ຄົນ; ກວດກາຈັບຄວາມໄວທັງໝົດພົບເຫັນນໍາໃຊ້ຄວາມໄວເກີນກໍານົດທັງໝົດ 11,22 ຄັນ, ຄວາມໄວສູງສຸດ 122 ກິໂລແມັດ/ຕໍ່ຊົ່ວໂມງ; ກວດພົບທາດເຫຼົ້າໃນຮ່າງກາຍ ເກີນກໍານົດ150 ຄົນ. ໃນນັ້ນ, ໄດ້ກັກພາຫະນະທັງໝົດ 52 ຄັນ, ກັກເອກະສານ 42 ໃບ (ໃບຂັບຂີ່ 42 ໃບ).
ສສຍລ ເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ

ສສຍລ ເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ ສໍາລັບພະ ນັກງານການນໍາສະຫະພັນແມ່ຍິງກະຊວງ-ອົງການ, ແຂວງ ແລະ ພະນັກງານຫຼັກແຫຼ່ງຂອງ ສສຍລ ຂຶ້ນໃນວັນທີ 20 ເມສານີ້ ທີ່ສູນອົບຮົມແມ່ຍິງລາວ ໂດຍການເຂົ້າຮ່ວມ ແລະ ກ່າວເປີດພິທີຂອງທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ພ້ອມດ້ວຍສໍາມະນາກອນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ເປີດນໍາໃຊ້ລົດເມດ່ວນ BRT ຢ່າງເປັນທາງການ

ເປີດນໍາໃຊ້ລົດເມດ່ວນ BRT ຢ່າງເປັນທາງການ

ພິທີເປີດບໍລິການລົດເມດ່ວນ (BRT) ເຊື່ອມຕໍ່ຈາກສະຖານີດັ່ງ​ກ່າວ ຈັດ​ຂຶ້ນ​ໃນວັນທີ 20 ເມສານີ້, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ມີທ່ານ ຈັນທະລາ ພົມມະຈັກ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບຸນຍະວັດ ນິຣະໄຊ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ