MQDC ແນະນຳໂຄງການທີ່ພັກອາໄສ ເພື່ອຄຸນນະພາບຊີວິດທີ່ດີ

MQDC ແນະນຳໂຄງການທີ່ພັກອາໄສ ເພື່ອຄຸນນະພາບຊີວິດທີ່ດີ
ໃນວັນທີ 2 ກຸມພາຜ່ານມາ,ບໍລິສັດ MQDC (ປະເທດໄທ) ໄດ້ຈັດພິທີຖະແຫຼງຂ່າວເພື່ອແນະນຳໂຄງການທີ່ຢູ່ອາໄສຄຸນນະພາບລະດັບສູງ (ພຣີມ້ຽມ), ພ້ອມກັບໂອກາດການລົງທຶນໃນຕະຫຼາດອະສັງຫາລິມະຊັບທີ່ນະຄອນຫຼວງບາງກອກຊຶ່ງຈະຈັດຂຶ້ນໃນວັນທີ 17-18 ກຸມພານີ້ ທີ່ໂຮງແຮມຄຣາວພລາຊານະຄອນຫຼວງວຽງຈັນໂດຍການເປັນຕົວແທນການຂາຍໃນ ສປປລາວພຽງຜູ້ດຽວຄືບໍລິສັດພັດທະນາຊັບສິນທີ່ດິນສີຂຽວຈຳກັດຜູ້ດຽວ (GLAD) ໂດຍການເຂົ້າຮ່ວມຂອງທ່ານຄຳແສນສີສະວົງຮອງປະທານສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ. ມີພາກລັດ-ພາກທຸລະກິດແລະສື່ມວນຊົນເຂົ້າຮ່ວມ.
    ບໍລິສັດ MQDC ເປັນຜູ້ນຳດ້ານຕະຫຼາດອະສັງຫາລິມະຊັບຂອງປະເທດໄທມາຫຼາຍກວ່າ 30 ປີໂດຍ MQDC ໄດ້ພັດທະນາຫຼາຍໂຄງການສຳຄັນເຊັ່ນ:ICONSIAM, ໂຄງການທີ່ຢູ່ອາໄສແລະຫ້າງຊັບພະສິນຄ້າລະດັບໂລກຕັ້ງຢູ່ແຄມແມ່ນ້ຳເຈົ້າພະຍາເປັນຕົ້ນ, MQDC ຕອບໂຈດທຸກວິຖີຊີວິດແລະທຸກເປົ້າໝາຍລົງທຶນຂອງກຸ່ມເປົ້າໝາຍຊັ້ນນຳໃນ ສປປລາວທີ່ມີຄວາມຕ້ອງການຄຸນນະພາບຊີວິດທີ່ດີແລະກຸ່ມນັກລົງທຶນທີ່ຕ້ອງການຜົນຕອບແທນທີ່ໜ້າພໍໃຈຊຶ່ງທຸກໂຄງການອອກແບບ, ສະຖານທີ່ ແລະການໃຫ້ບໍລິການທີ່ໂດດເດັ່ນ.
    ທ່ານນາງວິລະວັນເບີນິກຜູ້ຕາງໜ້າບໍລິສັດMQDC ກ່າວວ່າ: ໂຄງການ The Forestiasເປັນໂຄງການຕັ້ງຢູ່ໃນເມືອງ ທ່າມກາງປ່າແຫ່ງທຳອິດຂອງໂລກໃນເນື້ອທີ່ 398 ໄລ່ ຊຶ່ງໄດ້ຮັບການອອກແບບທີ່ໃສ່ໃຈທຸກອົງປະກອບ, ທັງທຳມະຊາດແລະຄວາມສະດວກສະບາຍທີ່ປະສົມປະສານໄປພ້ອມກັນຢ່າງລົງຕົວເພື່ອເຮັດໃຫ້ຊີວິດທີ່ມີສຸຂະພາບດີແລະມີຄວາມສຸກໃນອະນາຄົດ.
    The Forestiasປະກອບດ້ວຍໂຄງການທີ່ຢູ່ອາໄສຂອງຄົນທຸກເພດທຸກໄວພາຍໃຕ້ແບຣນທີ່ຫຼາກຫຼາຍໄດ້ແກ່: Whizdomໂຄງການສຳລັບຄົນຮຸ່ນໃໝ່ ຫຼືMulberry Groveໂຄງການສຳລັບຄອບຄົວ, Signature Seriesໂຄງການທີ່ມີຄວາມເປັນສ່ວນຕົວແລະໃຊ້ຊີວິດທີ່ສົມດຸນກັບທຳມະຊາດ, ໂຄງການThe Aspen Treeສັງຄົມຂອງຜູ້ອາໄສທີ່ມີອາຍຸ 50 ປີຂຶ້ນໄປທີ່ຕ້ອງການມີສຸຂະພາບດີ, ບໍລິການດີແລະຄຸນນະພາບຊີວິດທີ່ດີ, the Six Sensesເປັນໂຄງການສຳລັບຄອບຄົວ.
    ນອກຈາກນີ້MQDC ຈະນຳສະເໜີໂຄງການທີ່ພັກອາໄສທີ່ມີສັກກະຍະພາບລະດັບສູງ ຢູ່ນະຄອນຫຼວງບາງກອກເຊັ່ນ: Whizdom Inspire Sukhumvitພາຍໃຕ້ໂຄງການTrue Digital Park ຊຶ່ງເປັນInnovative Lifestyle complexເຂດສຸຂຸມວິດເປັນຕົ້ນ.
    ສປປລາວຖືວ່າເປັນຕະຫຼາດທີ່ມີທ່າແຮງທີ່ຕອບສະໜອງຕໍ່ໂຄງການຂອງບໍລິສັດ MQDC ເປັນຢ່າງດີ.
    ພາຍໃຕ້ແນວຄວາມຄິດFor All Well-Beingຈຶ່ງເຮັດໃຫ້ MQDC ເປັນຜູ້ນຳທາງດ້ານອະສັງຫາລິມະຊັບຂອງປະເທດໄທລວມທັງດ້ານເຕັກໂນໂລຊີແລະຄວາມຍືນຍົງ, ເປັນຜູ້ບຸກເບີກດ້ານນະວັດຕະກຳຕ່າງໆເຊັ່ນ: ການສ້າງແບບຈຳລອງຂໍ້ມູນອາຄານຫຼື BIM ເປັນຕົ້ນທີ່ສະແດງໃຫ້ເຫັນເຖິງມາດຕະຖານການພັດທະນາໂຄງການ, ທັງເປັນຜູ້ພັດທະນາອະສັງຫາລິມະຊັບເຈົ້າດຽວທີ່ກ້າຮັບປະກັນສູງເຖິງ 30 ປີ ເພື່ອສະແດງໃຫ້ເຫັນເຖິງມາດຕະຖານການກໍ່ສ້າງທີ່ດີທີ່ສຸດ.
ຂ່າວ: ຄຳເຮືອງ

ຄໍາເຫັນ

ຂ່າວການຮ່ວມມື

ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ລັດຖະບານສະຫະລັດອາເມຣິກາ ໄດ້ມອບສູນຂໍ້ມູນຂ່າວສານທີ່ປັບປຸງໃໝ່ ຂອງໂຄງການເກັບກູ້ລະເບີດແຫ່ງຊາດໃຫ້ແກ່ຝ່າຍລາວເຊິ່ງເປັນອີກບາດກ້າວສຳຄັນ ໃນການຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ.
ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ອົງການKOTRA ວຽງຈັນ ໄດ້ນຳເອົາບັນດາຜູ້ປະກອບການ, ຜະລິດຕະພັນ ແລະ ວັດທະນະທຳຈາກສເກົາຫຼີ ມາຮວບຮວມກັນໃນງານ Korea Lifestyle Festival 2026ຕັ້ງແຕ່ວັນທີ 22 ຫາ 24 ຕຸລາ, ເພື່ອເຊື່ອມໂຍງຜູ້ສົ່ງອອກຈາກ ສ ເກົາຫຼີ ກັບຜູ້ບໍລິໂພກຊາວລາວ ຜ່ານການພົບປະທຸລະກິດ ແລະ ງານເທດສະການKorea Lifestyle Festival2026 ເຊິ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.
ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ທ່ານ ອາລຸນໄຊ​ ສູນນະລາດ​ ກໍາ​ມະ​ການ​ສູນກາງພັກ​ ເລຂາພັກແຂວງຈຳປາສັກ ປະທານສະພາປະຊາຊົນແຂວງ ໄດ້ຕ້ອນຮັບ​ ທ່ານ ສອນໄຊ​ ວັນນະ​ໄຊ​ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ ເຂົ້າພົບປະຢ້ຽມຢາມໃນວັນທີ​ 23​ ຕຸລາ​ຜ່ານ​ມາ ຢູ່ສໍານັກງານແຂວງ.​
ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະສື່ມວນຊົນລາວ ແລະ ວາລະສານກົງສ້ານຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ສໍານັກງານວາລະສານກົງສ້ານ ນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າຝ່າຍລາວນຳໂດຍທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຄະນະສໍາມະນາກອນ 20 ທ່ານ ທີ່ມາຝຶກອົບຮົມວຽກງານນໍາພາ, ຄຸ້ມຄອງສື່ມວນຊົນ-ໂຄສະນາ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ເລ ຮາຍ ຄະນະບັນນາທິການ ຫົວໜ້າພະແນກວາລະສານອອນລາຍ, ວາລະສານກົງສ້ານ, ມີຫົວໜ້າພະແນກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ວັນທີ 22 ຕຸລາຜ່ານມາ, ຄະນະຜູ້ແທນຊາວໜຸ່ມລາວ ນໍາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ສະຫາຍ ຈິ້ງ ມັ່ງ ລິງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງເລຂາພັກນະຄອນເຫວ້ ພ້ອມດ້ວຍການນຳ ແລະ ຜູ້ແທນອົງການຊາວໜຸ່ມນະຄອນເຫວ້ ສສ ຫວຽດນາມ.
ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນຂົງເຂດກະສິກໍາຢູ່ ສປປ ລາວ ຮ່ວມກັບນັກລົງທຶນດ້ານກະສິກຳລາວ-ຫວຽດນາມ ຂຶ້ນໃນວັນທີ 22 ຕຸລານີ້ ຢູ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ໃນວັນ​ທີ 22 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້​ຈັດ​ພິ​ທີມອບ-ຮັບ ໜ້າທີ່ລະຫວ່າງຄະ​ນະ​ບໍ​ລິ​ຫານ​ງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດ​ເກົ່າ ແລະ ຊຸດ​ໃໝ່​ ໂດຍກ​ານ​ເປັນ​ປະ​ທານ​ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ​ມີ​ບັນ​ດາສະຫາຍ​ຄະ​ນະ​ພັກ, ຄະ​ນະ​ນຳ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ແລະ ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ ​​ເຂົ້າ​ຮ່ວມ.
ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ນຳໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ເຂົ້າຢ້ຽມຊົມ ແລະ ພົບປະເຮັດວຽກກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃນວັນທີ 20 ຕຸລາຜ່ານມາ.
ເພີ່ມເຕີມ